- ຊື່ສະກຸນ
- Bovidae
Bos gaurus laosiensis
Bos gaurus sinhaleyus
Bibos concavifrons Roulin, 1849
Bibos discolor Heude, 1901
Bibos frontatus Gray, 1846
Bibos fuscicornis Heude, 1901
Bibos longicornis Heude, 1901
Bibos sondaicus Heude, 1901
Bison gaurus Jardine, 1836
Bison sylhetanus Jardine, 1836
Bos cavifrons Hodgson, 1837
ງົວບາ/ Kouprey
ງົວປ່າ/ Banteng
ກະທິງມີຫົວຂະໜາດໃຫຍ່, ລຳຕົວໃຫຍ່ ແລະ ແຂນຂາແຂງແຮງ ເຮັດໃຫ້ພວກມັນເປັນໜຶ່ງໃນສາຍພັນງົວປ່າທີ່ໃຫຍ່ທີ່ສຸດໃນໂລກ, ລັກສະນະເດັ່ນຄືລັກສະນະກ້າມເນື້ອຕາມໄຫຼ່ ເຊິ່ງລະລາດລົງໄປບໍລິເວນກາງຫຼັງ ກ່ອນທີ່ຈະເວົ້າລົງກະທັນເລີຍ.
ສີຂົນ: ໂດຍທົ່ວໄປແລ້ວກະທິງຈະມີສີນ້ຳຕານເຂັ້ມ ກະທິງຕົວຜູ້ແກ່ຈະມີສີດຳເຂັ້ມ ກະທິງຕົວແມ່ຈະມີສີນ້ຳຕານແດງກ່ວາ, ບໍລິເວນທ້ອງມີສີຕັ້ງແຕ່ສີດຳປົນສີນ້ຳຕານໄປຈົນຮອດສີເຫຼືອງປົນສີນ້ຳຕານອອ່ນ. ໜ້າຜາກສ່ວນເທິງ ແລະ ຫຼັງຄໍມີສີເທົາອອ່ນ ຫຼື ຂາວ ແລະ ຂາທັງສີ່ຂ້າງມີຂົນສີຂາວຄ້າຍຖົງຕີນ ຕັ້ງແຕ່ຂໍ້ ແລະ ສັນຕີນລົງໄປຮອດກີບ.
ເຂົາ: ຮູບວົງເດືອນສ້ຽວ, ໂຄ້ງຂ້ນ ແລະ ຊີ້ໄປທາງດ້ານຫຼັງ, ປາຍແຫຼມ, ສີເຫຼືອງຄີມ, ປາຍສີດຳ ແລະ ມີຂົນເປັນສັນເດັ່ນຊັດຢູ່ລະຫວ່າງເຂົາທັງສອງຂ້າງ. ຫູມີຂະໜາດໃຫຍ່.
ຂະໜາດ: ຄວາມຍາວຈາກຫົວຫາລຳຕົວ 260-330 ຊມ, ຄວາມສູງຮອດບ່າໄຫຼ່ 160-210 ຊມ, ຫາງ 85-100 ຊມ, ເຂົາ 60-115 ຊມ. ນໍ້າໜັກ 600-1,000 ກກ.
ຄວາມແຕກຕ່າງທາງເພດ (ຄວາມແຕກຕ່າງລະຫວ່າງເພດຜູ້ ແລະ ເພດແມ່): ງົວຕົວແມ່ຈະເຕຍກ່ວາບໍລິເວນບ່າໄຫຼ່ 10 ຊມ ແລະ ເບົາກວ່າຕົວຜູ້ປະມານ 150 ກິໂລກຼາມ. ເຂົາຂອງພວກມັນກໍ່ບາງໜ້ອຍກ່ວາ ແລະ ມັກມີສີແຕກຕ່າງກັນເລັກນ້ອຍ.
ລູກອອ່ນ: ລູກກະທິງມີຂົນສີນ້ຳຕານແດງ, ມີແຖບສີດຳພາດລົງມາຕາມຫຼັງ ແລະ ມີຂາສີອອ່ນກ່ວາ.
ແຫຼ່ງທີ່ມາ: [1], [2]
Global distribution of Bos gaurus between 1905 to 2026. Source: [4]
ບັນຊີ CITES: ກະທິງໄດ້ຮັບການຄຸ້ມຄອງທາງການຄ້າລະຫວ່າງປະເທດ ໃນລະດັບສູງສຸດພາຍໃຕ້ ບັນຊີທີ່ I ຂອງ CITES ສະຖານະນີ້ເນັ້ນຍ້ຳເຖິ່ງຄວາມເປາະບາງ ແລະ ຄວາມຈຳເປັນໃນການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ການຄ້າຜິດກົດໝາຍ ຂະນະດຽວກັນກໍ່ເນັ້ນໜັກເຖິ່ງຄວາມສຳຄັນຂອງການຄຸ້ມຄອງຖິ່ນທີ່ຢູ່ອາໃສ ແລະ ການຕິດຕາມປະຊາກອນໃນລະດັບຊາດ. [1]
ສະຖານະສັດປ່າຂອງລາວ, 2024: ໃນລາວ, ກະທິງ ໄດ້ຮັບການຍອມຮັບຕາກົດໝາຍວ່າເປັນສັດປ່າຄຸ້ມຄອງບັນຊີທີ່ I ພາຍໃຕ້ກົດໝາຍສັດປ່າ ແລະ ສັດນໍ້າຂອງລາວ ເຊິ່ງໝາຍຄວາມວ່າເປັນສັດຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ. ໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດພາຍໃຕ້ກົດໝາຍລາວ, ຫ້າມລ່າ, ຫາ ຫຼື ຄ້າຂາຍ ແລະ ການອານຸລັກ ຖືເປັນລຳດັບຄວາມສຳຄັນເພື່ອຄວາມສົມບູນຂອງລະບົບນິເວດ, ການສຶກສາທາງວິທະຍາສາດ ແລະ ການທ່ອງທ່ຽງທາງນິເວດ. [6], [7]
ກົດໝາຍລາວ: ໃນ ສປປ ລາວ ກະທິງຖືກຈັດຢູ່ໃນປະເພດສັດຄຸ້ມຄອງບັນຊີທີ່ I ພາຍໃຕ້ກົດໝາຍວ່າດ້ວຍສັດປ່າ ແລະ ສັດນ້ຳຂອງລາວ, ການລ່າດ ການຈັບ ແລະ ການຄ້າທຸກຮູບແບບເປັນສິ່ງຕ້ອງຫ້າມເດັດຂາດ. ການໃຊ້ປະໂຫຍດຈາກສັດຊະນິດນີ້ ລວມທັງຊີ້ນ, ເຂົາ, ການຄ້າສັດທີ່ມີຊີວິດ ຫຼື ຜະລິດຕະພັນຈາກສັດຊະນິດນີ້ ເປັນສິ່ງຕ້ອງຫ້າມພາຍໃຕ້ກົດໝາຍຂອງປະເທດ, ການຝ່າຝືນມີໂທດຮ້າຍແຮງ ລວມທັງປັບ ແລະ ຈຳຄຸກ. [7]
ໃນນາມຂອງໂຄງການພາເຂົ້າລາວ ເຮົາປະຕິເສດຢ່າງເດັດຂາດຕໍ່ການສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍຕາມ.
ພຶດຕິກຳ: ກະທິງເປັນສັດສັງຄົມສູງ ພວກມັນອາໃສເປັນຝູງທີ່ມີຂະໜາດກຸ່ມທີ່ສາມາດຍືດຍຸນໄດ້, ໂດຍພື້ນຖານມັກຈະເປັນຕົວແມ່ ແລະ ລູກຂອງມັນ, ກຸ່ມຂະໜາດໃຫຍ່ຈະເກີດຂື້ນເມື່ອກຸ່ມຂະໜາດນ້ອຍມາຮວມກັນ, ຝູງສ່ວນໃຫຍ່ຈະມີຢູ່ 5-12 ຕົວ, ຝູງມັກນຳໂດຍຕົວແມ່ທີ່ອາຍຸຫຼາຍ ເຊິ່ງເປັນຫົວໜ້າຝູງ. ກະທິງຕົວຜູ້ທີ່ໂຕເຕັມໄວອາດອາໃສຢູ່ຕາມລຳພັງ ຫຼື ຢູ່ໃນກຸ່ມຕົວຜູ້ທັງໝົດ ໂດຍຈະເຂົ້າຮ່ວມກັບຕົວແມ່ສ່ວນໃຫຍ່ໃນຊ່ວງລະດູປະສົມພັນ. [2], [3]
ອາຫານ: ກະທິງກິນທັງຫຍ້າ ແລະ ໃບໄມ້, ພວກມັນກິນຫຍ້າອອ່ນສີຂຍວເປັນຫຼັກ ແຕ່ກໍກິນໃບໄມ້, ໝາກໄມ້, ກິ່ງໄມ້, ເປືອກໄມ້, ຫຍ້າແຫ້ງ ແລະ ໃບໄຜ່ອີກດ້ວຍ. ພວກມັນຮັກສາສະພາບຮ່າງກາຍໄດ້ດີ ເຖິ່ງວ່າຈະກິນອາຫານຄຸນນະພາບຕ່ຳ, ມີການບັນທຶກພືດຢ່າງນ້ອຍ 180-190 ຊະນິດເປັນອາຫານຂອງພວກມັນ. ກະທິງຍັງກິນພືດຜົນທາງກະສິກຳ ເຊັ່ນ ສາລີ, ມັນຕົ້ນ ແລະ ຕົ້ນຢາງພາລາອອ່ນ. ພວກມັນດື່ມນ້ຳຢ່າງໜ້ອຍວັນລະສອງຄັ້ງ ເຖິ່ງວ່າບໍ່ມີເວລາທີ່ແນ່ນອນ. ໃນພື້ນທີ່ທີ່ບໍ່ຖືກລົບກວນກະທິງສ່ວນໃຫຍ່ຈະອອກຫາກິນໃນເວລາກາງວັນ ໃນພື້ນທີ່ທີ່ມີການລົບກວນຈາກມະນຸດສູງພວກມັນຈະອອກຫາກິນໃນເວລາກາງຄືນເປັນຫຼັກ. [2], [3]
ການສືບພັນ: ໄລຍະເວລາທີ່ຖືພາຂອງກະທິງປະມານ 9 ເດືອນ (270 ວັນ) ສັ້ນກ່ວາງົວ ຫຼື ງົວບ້ານເລັກນ້ອຍກ່ວາ ຈາມມະລີ ແລະ ງົວປ່າ (ສະພາສຶກສາແຫ່ງຊາດ), ແມ່ກະທິງຈະເກີດລູກພຽງຕົວດຽວ ບໍ່ເຄີຍມີການບັນທຶກການເກີດລູກແຝດ ຕົວແມ່ມັກຈະປະສົມພັນຄັ້ງທຳອິດ ເມື່ອອາຍຸໄດ້ 2 ປີ ແລະ ເກີດລູກເມື່ອອາຍຸໄດ້ 3 ປີ ພາຍໃຕ້ສະພາບທີ່ເໝາະສົມ, ຕົວແມ່ທີ່ໂຕເຕັມໄວສ່ວນໃຫຍ່ຈະເກີດລູກປີລະຄັ້ງ. [3]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ໃນອິນໂດຈີນ, ມຽນມາ ແລະ ພາກຕາເວັນອອກສ່ຽງເໜືອຂອງອິນເດຍ, ການລ່າສັດເປັນໄພຂົ່ມຂູ່ຫຼັກ ຄວບຄູ່ກັບການສູນເສຍຖິ່ນທີ່ຢູ່ອາໃສທີ່ເໝາະສົມ, ການເສື່ອມໂຊມ ແລະ ການປ່ຽນແປງຖິ່ນທີ່ຢູ່ອາໃສຢ່າງຕໍ່ເນື່ອງ ເຮັດໃຫ້ຈຳນວນປະຊາກອນຫຼຸດລົງ. ການລ່າສັດມັກເຮັດເພື່ອການເອົາຊີ້ນ ໂດຍໃຊ້ວິທີການທີ່ຫຼາກຫຼາຍ ນອກຈາກນີ້ ຍັງມີການຄ້າຂາຍສິ້ນສ່ວນຂອງກະທິງໃນລະດັບສາກົນຢ່າງແຜ່ຫຼາຍ ລວມທັງເຂົາສຳຫຼັບຕົບແຕ່ງ ແລະ ອາໄວຍະວະພາຍໃນ. ການຄ້ານີ້ເປັນໄພຂົ່ມຂູ່ທີ່ສຳຄັນ. [1], [3]
ການຕິດຕາມປະຊາກອນ: ປາຊາກອນທົ່ວໂລກຄາດວ່າມີຈຳນວນ 15,000-35,000 ຕົວ, ຂໍ້ມູນພາກສະໜາມຊີ້ໃຫ້ເຫັນວ່າ 40-60% ເປັນຕົວເຕັມໄວ ເຮັດໃຫ້ມີຕົວເຕັມໄວທັງໝົດ 6,000-21 ພັນຕົວ, ມີປະຊາກອນໜ້ອຍກ່ວາ 10 ແຫ່ງທີ່ຄາດວ່າມີຈຳນວນເກີນ 1,000 ຕົວ. ຕົວເລກປະຊາກອນສ່ວນໃຫຍ່ເປັນພຽງການຄາດເດົາ. [3]
ໃນປະເທດລາວມີການປະເມີນວ່າມີປະຊາກອນຫຼາຍຮອດ 200 ຕົວ ຕາເຂດພື້ນທີ່ຄຸ້ມຄອງໃນຊ່ວງກາງທົດສັດຕະວັດ 1990 ໂດຍລາຍງານວ່າມີການກະຈາຍພັນຢ່າງບໍ່ຕໍ່ເນື່ອງໃນຈຳນວນໜ້ອຍ. ການລ່າສັດຫຼາຍເກີນໄປເຮັດໃຫ້ປະຊາກອນຫຼຸດລົງ ໂດຍຜູ້ລອດຊີວິດສ່ວນໃຫຍ່ຢູ່ໃນພື້ນທີ່ຫາງໄກ, ມີພື້ນທີອານຸລັກທີ່ຫຼາກຫຼາຍທາງຊີວະພາບແຫ່ງຊາດ ບໍ່ຮອດ 6 ແຫ່ງ ມີປະຊາກອນຫຼາຍກ່ວາ 50 ຕົວ. [5]
ກົດໝາຍ ແລະ ນະໂຍບາຍ:
1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:
- ຂໍ້ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
- ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
- ລຳດບຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
1) ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
2) ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
3) ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
4) ການທາລຸນນະກຳສັດທຸກຮູບແບບ
5) ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
6) ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
7) ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
8) ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
9) ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [7]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded in May 2023 by Håvard Rosenlund. Available: https://www.inaturalist.org/observations/163992921. [Accessed 05 August 2026].
[3] iNaturalist [Online]. Uploaded in March 2023 by Nikhil Reddy. Available: https://www.inaturalist.org/observations/151894016. [Accessed 05 August 2026].
[4] iNaturalist [Online]. Uploaded in May 2020 by makarandsaraf. Available: https://www.inaturalist.org/observations/44698521. [Accessed 05 August 2026].
[2] Katien Safari, “Gaur (Bos gaurus): Asia’s Largest Wild Bovine.” [Online]. Available: https://katiensafari.com/wildlife-news/gaur-bos-gaurus-asia-largest-wild-bovine/. [Accessed: Aug. 5, 2026]
[3] J. W. Duckworth, K. Sankar, A. C. Williams, N. Samba Kumar, and R. J. Timmins, “Bos gaurus,” The IUCN Red List of Threatened Species, 2016, e.T2891A46363646. [Online]. Available: https://www.iucnredlist.org/species/2891/46363646. [Accessed: Aug. 5, 2026].
[4] Global Biodiversity Information Facility (GBIF), “Bos gaurus C. H. Smith, 1827,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/MLPV. [Accessed: Aug. 5, 2026].
[5] Thai National Parks, “Gaur (Bos gaurus),” Thai National Parks. [Online]. Available: https://www.thainationalparks.com/species/gaur. [Accessed: Aug. 5, 2026].
[6] Pha Khao Lao, “Legal document,” PDF document, Feb. 2025. [Online]. Available: https://phakhaolao.la/wp-content/uploads/2025/02/legal_lo_la_20240507095315-1.pdf. [Accessed: Aug. 5, 2026].
[7] Pha Khao Lao, “lao224786,” PDF document, Jul. 2026. [Online]. Available: https://phakhaolao.la/wp-content/uploads/2026/07/lao224786.pdf. [Accessed: Aug. 5, 2026].
2. https://academic.oup.com/mspecies/article/50/959/34/5075367.
3. https://www.researchgate.net/publication/232003962_The_status_of_Vulnerable_gaur_Bos_gaurus_and_Endangered_banteng_Bos_javanicus_in_Ea_So_Nature_Reserve_and_Yok_Don_and_Cat_Tien_National_Parks_Vietnam.
4. https://link.springer.com/article/10.1186/s12863-025-01331-4.