ເລກລຳດັບທີ: 4912
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-08-05
ງົວປ່າ
Banteng
Bos javanicus d'Alton, 1823
ສັດ
ສັດລ້ຽງລູກດ້ວຍນົມ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ງົວແດງ (Bali Cattle, Tembadau, Domestic form, Tsaine)
ອະນຸກົມວິຖານ
ຊື່ສະກຸນ
Bovidae
ຊື່ພ້ອງ
Subspecies:
Bos javanicus birmanicus
Bos javanicus javanicus
Bos javanicus lowi
ຊະນິດໃກ້ຄຽງ
ງົວ / Cattle
ງົວບາ/ Kouprey
ບັນຍາຍລັກສະນະທາງພືດສາດ
ງົວປ່າ (Bos javanicus) ເປັນງົວປ່າຂະໜາດໃຫຍ່ຊະນິດໜຶ່ງທີ່ມີຖິ່ນກໍາເນີດໃນອາຊີຕາເວັນອອກສ່ຽງໃຕ້. ຕົວເຕັມໄວມີນ້ຳໜັກປະມານ 600-800 ກິໂລກຼາມ, ໂດຍຕົວຜູ້ຂະໜາດໃຫຍ່ສາມາດໜັກໄດ້ຮອດ 900 ກິໂລກຼາມ, ມີຄວາມຍາວປະມານ 1,9-2,25 ແມັດ, ຕົວແມ່ສູງປະມານ 1,4 ແມັດ ແລະ ຕົວຜູ້ສູງປະມານ 1,6 ແມັດ. ຫາງຍາວ 70 ຊມ ແລະ ມີຂົນສີດຳເປັນຈຸກຢູ່ບໍ່ລິເວນປາຍຫາງ.
ຕົວຜູ້ ແລະ ຕົວແມ່ຈະມີລັກສະນະທີ່ແຕກຕ່າງກັນຢ່າງຊັດເຈນ ເຊິ່ງນັກວິທະຍາສາດຈະເອີ້ນວ່າ ພາວະເພດສະພາບທີ່ແຕກຕ່າງກັນ. ຕົວຜູ້ທີ່ຕົວເຕັມໄວຈະມີສີນ້ຳຕານເຂັ້ມ ຫາ ສີດຳ ເປັນມັນເງົາ ແລະ ມີຮູບຮ່າງໃຫຍ່. ໃນຂະນະທີ່ຕົວແມ່ ແລະ ລູກງົວປ່າຈະມີສີນ້ຳຕານອອ່ນ ຫຼື ສີນ້ຳຕານແດງ ມັກມີແຖບສີເຂັ້ມຍາວລົງຕາມບໍ່ລິເວນຫຼັງ. ໃນອິນດູຈີນ ຕົວຜູ້ບາງຕົວຍັງມີສີນ້ຳຕານແດງ ແຕ່ງົວປ່າຕົວຜູ້ສ່ວນໃຫຍ່ຈະມີສີເຂັ້ມຂື້ນເປັນສີເທົາ ຫຼື ເກືອບດຳ ເມື່ອເວລາຜ່ານໄປ.
ໜຶ່ງໃນວິທີທີ່ງ່າຍທີ່ສຸດໃນການຈຳແນກງົວປ່າຄື ຈຸດສີຂາວຂະໜາດໃຫຍ່ບໍລິເວນແຂງລົງໄປຫາຕີນ ລວມທັງ “ຖົງຕີນ” ສີຂາທັງສີ່ຂ້າງດ້ານລຸ່ມ. ທັງສອງເພດມີເຂົາຍາວ 60 ຫາ 75 ຊມ. ເຂົາຕົວຜູ້ຈະໂຄ້ງຂື້ນ ແລະ ຊີ້ໄປທາງດ້ານໜ້າເລັກນ້ອຍ. ໃນຂະນະທີ່ເຂົາຕົວແມ່ຈະສັ້ນກ່ວາ ແລະ ໂຄ້ງເຂົ້າດ້ານໃນ.
ເມື່ອປ່ຽບທຽບກັບກະທິງ (ງົວປ່າອີກຊະນິດໜຶ່ງ) ງົວປ່າຈະມີຂະໜາດນ້ອຍກ່ວາ ມີບັ້ນທ້າຍທີ່ເປັນສີຂາວໂດດເດັ່ນ ແລະ ບໍ່ມີໂໜກບ່າທີ່ຊັດເຈນຄືກັບກະທິງ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia, Indonesia, Malaysia, Myanmar, Thailand, Viet Nam, and the Lao People’s Democratic Republic, but it has become extinct in Bangladesh, Brunei Darussalam, China and India. [3], [4]

Global distribution of Bos javanicus between 1893 to 2026. Source: [5]
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ພູພຽງບໍລິເວນ, ເຂດສາຍພູຫຼວງພາກກາງ
ໃນປະເທດລາວ ງົວປ່າສ່ວນໃຫຍ່ພົບໄດ້ໃນພາກກາງ ແລະ ພາກໃຕ້ຂອງປະເທດ [6]. ງົວປ່າສ່ວນໃຫຍ່ກ່ຽວຂ້ອງກັບພາກໃຕ້ຂອງປະເທດ ໃນຂະນະທີ່ເກືອບຈະບໍ່ມີຢູ່ໃນພື້ນທີ່ອື່ນເລີຍ, ປະຊາກອນທີ່ເຫຼືອຢູ່ພຽງເລັກນ້ອຍຍັງຄົງອາໃສຢູ່ໃນພື້ນທີ່ຄຸ້ມຄອງທາງພາກໃຕ້ເທົ່ານັ້ນ ລວມທັງພື້ນທີ່ປ່າສະຫງວນແຫ່ງຊາດເຊປຽນ (ເມືອງ ປະທຸມພອນ, ແຂວງ ຈຳປາສັກ ແລະ ເມືອງ ສະໜາມໄຊ, ແຂວງອັດຕະປື), ປ່າສາຫງວນແຫ່ງຊາດດົງອຳພັນ (ສານໄຊ, ແຂວງ ອັດຕະປື), ປ່າສະຫງວນແຫ່ງຊາດພູຊຽງທອງ (ເມືອງ ຄົງເຊໂດນ ແລະ ລະຄອນເພັງ, ແຂວງ ສະຫວັນນະເຂດ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າປະສົມປ່ຽນໃບ, ປ່າໂຄກ, ປ່າແປກປະສົມປ່າໃບກ້ວາງ
ງົວປ່າມັກຫຼີກລ່ຽງປ່າຝົນທີ່ຂຽວຊຸ່ມ ແລະ ມັກປ່າປ່ຽນໃບທີ່ແຫ້ງ, ເປີດໂລ່ງຫຼາຍກ່ວາ [6]. ໂດຍທົ່ວໄປແລ້ວງົວປ່າຈະຫຼີກລ່ຽງປ່າດິບຊຸ່ມ ທີ່ມີໃບໜາແໜ້ນເປັນພື້ນທີ່ກວ້າງ ແຕ່ຈະມັກປ່າປ່ຽນໃບທີ່ມີພື້ນທີ່ເປີດ. ໃນພື້ນທີ່ສ່ວນໃຫຍ່ຂອງອາຊີຫຼາຍກ່ວາ ໃນພູມິພາກທີ່ຊຸ່ມກ່ວາຂອງເກາະຊາວາ ແລະ ເກາະບໍນຽ້ວ ພວກມັນມັກຈະອາໃສຢູ່ໃນປ່າໃໝ່ ທີ່ເກີດຈາກການຕັດໄມ້ ແລະ ການເກີດໄຟໄໝ້, ໃນບາງຄັ້ງກໍ່ເຂົ້າໄປໃນປ່າເຄິ່ງຊຸ່ມ. ມີລາຍງານວ່າງົວປ່າມັກພື້ນທີ່ຕ່ຳ ຫຼື ເນີນພູຕ່ຳ ທີ່ມີປ່າປ່ຽນໃບບາງໆ ຫຼື ປ່າປ່ຽນໃບປະສົມກັບປ່າດົງດິບຊຸ່ມ ສະຫຼັບກັບທົ່ງຫຍ້າໂລ່ງທີ່ໄຟໄໝ້ທຸກໆປີ ແລະ ມີກໍໄຜ່ເປັນສຸ່ມໆ. ເພື່ອຕອບສະໜອງຕໍ່ການຂະຫຍາຍພື້ນທີ່ປູກ ມີລາຍງານວ່າພວກມັນໄດ້ມີການຫຍ້າຍເຂົ້າໄປໃນປ່າບໍລິເວນເນີນພູທີ່ໜາແໜ້ນກ່ວາ ໃນທາງກົງກັນຂ້າມມີການບັນທຶກຈາກປາດົງດິບຊຸ່ມ ແລະ ປ່າເຄິ່ງປ່າດົງດິບຊຸ່ມທີ່ມີໃບໜາແໜ້ນເປັນບໍລິເວນກວ້າງນັ້ນເຖິ່ງວ່າຈະຫາຍາກ ແລະ ບໍ່ມີການຢັ້ງຢືນການພົບເຫັນບໍລິເວນໃຈກາງຂອງປ່າເຫຼົ່ານັ້ນ. [3], [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນສູງສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ບັນຊີຂອງ IUCN: ງົວປ່າ (Bos javanicus) ຈັດຢູ່ໃນບັນຊີໃກ້ສູນພັນຢ່າງຍິ່ງ (A2abcd+4cd), ໂດຍພິຈາລະນາຈາກການຫຼຸດລົງຂອງປະຊາກອນທົ່ວໂລກທີ່ຄາດການໄວ້ວ່າຫຼາຍກ່ວາ 80% ໃນຊ່ວງ 21 ປີທີ່ຜ່ານມາ (ໂດຍມີຊ່ວງອາຍຸປະມານ 7 ປີ), ການຫຼຸດລົງຢ່າງຮຸນແຮງທີ່ຄາດວ່າຈະດຳເນີນຕໍ່ໄປ ເຊິ່ງເປັນເຫດຜົນທີ່ສຳຄວນຈັດຢູ່ໃນເກນ A2 and A4. [3], [4]

ບັນຊີຂອງ CITES: ສັດຊະນິດໄດ້ຮັບການຄຸ້ມຄອງຕາມກົດໝາຍໃນລະດັບປະເທດ ເຖິ່ງວ່າຈະມີການຍື່ນຂໍ້ສະເໜີໃຫ້ຈັດຢູ່ໃນບັນຊີທີ່ I ຂອງ CITES ແລ້ວ ແຕ່ຍັງບໍ່ມີການດຳເນີນການໃດໆເພີ່ມເຕີມ ແລະ ໃນປັດຈຸບັນສັດຊະນິດນີ້ຍັງບໍ່ຖືກຂື້ນທະບຽນ. [3]

ສະຖານະບັນຊີສັດປ່າ, 2024: ໃນລາວ ງົວປ່າ (Bos javanicus) ໄດ້ຮັບການຍອມຮັບຢ່າງເປັນທາງການວ່າ ເປັນສັດຄຸ້ມຄອງປະເພດທີ່ I ພາຍໃຕ້ກົດໝາຍສັດປ່າ ແລະ ສັດນ້ຳຂອງລາວ ເຊິ່ງໝາຍຄວາມວ່າເປັນສັດຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ [7]. ຈໍານວນປະຊາກອນງົວປ່າໃນລາວ ປັດຈຸບັນໜ້າຈະຢູ່ໃນລະດັບຕ່ຳຫຼາຍ, ພື້ນທີ່ສ່ວນໃຫຍ່ໄດ້ຮັບການຄຸ້ມຄອງມີປະສິດທິພາບພຽງເລັກນ້ອຍ ຫຼື ບໍ່ມິເລີຍ. ດັງນັ້ນ ຈຶ່ງເປັນໄປໄດ້ວ່າງົວປ່າຖືກລ່າຈົນໝົດໄປຈາກຫຼາຍພື້ນທີ່ ອາດຈະເປັນສ່ວນໃຫຍ່ ແລະ ອາດຈະທັງໝົດດ້ວຍຊ້ຳ. ພື້ນທີ່ທີ່ມີແນວໂນ້ມວ່າຈະຍັງຄົງມີງົວປ່າອາໃສຢູ່ຕໍ່ໄປນັ້ນຈຳກັດ ຢູ່ໃນເຄິ່ງໃຕ້ຂອງປະເທດ. [3],[4]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນຳໃຊ້: ສັດໃນບັນຊີທີ່ I (ເປັນສັດທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ). ດັ່ງນັ້ນຈຶ່ງຫ້າມລ່າ, ຈັບ ຫຼື ຄ້າຂາຍ. ການອານຸລັກທີ່ສຳຄັນລຳດັບແລກສຳຫຼັບຄວາມສົມບູນຂອງລະບົບນິເວດ, ການສຶກສາທາງວິທະຍາສາດ ແລະ ການທ່ອງທ່ຽວທາງນິເວດວິທະຍາ. [8]

ໃນນາມຂອໂຄງການພາເຂົ້າລາວ ພວກເຮົາປະຕິເສດຢ່າງເດັດຂາດຕໍ່ການສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍ່ຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພຶດຕິກຳ: ງົວປ່າອາດຈະອອກຫາກິນໃນກາງເວັນ ແລະ ກາງຄືນ, ແຕ່ໃນພື້ນທີ່ທີ່ມີການບຸກລຸກຂອງມະນຸດຢ່າງໜັກ ຝູງກະທິງສ່ວນໃຫຍ່ຈະອອກຫາກິນໃນເວລາກາງຄືນ. ມີການບັນທຶກວ່າພວກມັນຫາກິນຕະຫຼອດຄືນ ໂດຍມີການຍຸດພັກເປັນໄລຍະ ເພື່ອພັກຜ່ອນ ແລ້ວ ຄ້ຽວເອື້ອງ. ເມື່ອກິນອາຫານໃນພື້ນທີ່ເປີດ ງົວປ່າຈະອາໃສ່ຟຸ່ມໄມ້ໜາເປັນທີ່ລົບໄພ ເພື່ອຄວາມປອດໄພ [2]. ງົວປ່າເປັນສັດສັງຄົມສູງ ມັກຮ່ວມກັນເປັນກຸ່ມຕັ້ງແຕ່ 2-40 ຕົວ ຂື້ນຢູ່ກັບຄຸນນະພາບແຫຼ່ງທີ່ຢູ່ອາໃສ ແລະ ແຮງກົດດັນຈາກມະນຸດ. ຝູງທົ່ວໄປຈະປະກອບດ້ວຍຕົວແມ່ທີ່ໂຕເຕັມໄວ, ລູກງົວປ່າ ແລະ ຕົວຜູ້ທີ່ເດັ່ນໜຶ່ງຕົວ, ໂດຍຕົວແມ່ທີ່ມີອາຍຸຫຼາຍກ່ວາມັກຈະເຮັດໜ້າທີ່ເປັນຫົວໜ້າຝູງ ຄ່ອຍນຳທາງ ແລະ ອາຫານ, ຕົວຜູ້ທີ່ເດັ່ນຈະຢູ່ໃກ້ໆ ເພື່ອປ້ອງກັນຕົວ ແລະ ປະສົມພັນ. ສ່ວນໂຕຜູ້ທີ່ໂຕເຕັມໄວບໍ່ມີຝູງມັກຈະອາໃສຢູ່ຕາມລຳພັງ ຫຼື ລວມກຸ່ມຂະໜາດນ້ອຍ 2-3 ຕົວ ໂດຍສະເພາະນອກລະດູປະສົມພັນ. [1]

ນິເວດວິທະຍາການກິນອາຫານ: ສັດຊະນິດນີ້ກິນອາຫານໄດ້ຫຼາຍຊະນິດ ທົ່ງຫຍ້າ, ໄຜ່, ໃບໄມ້, ໜໍ່, ກິ່ງ, ເປືອກ ແລະ ໝາກໄມ້ [1]. ກະທິງເປັນສັດກິນພືດຫຼາຍຊະນິດ ທັງກິນຫຍ້າ ແລະ ກິນໃບໄຜ່, ໜໍ່ໄມ້, ກິງໄມ້, ເປືອກ ແລະ ໝາກໄມ້. ໃນເກາະຊາວາມີການສຶກສາທີ່ພົບວ່າງົວປາກິນຫຍ້າປະມານ 20 ຊະນິດ ແລະ ໄມ້ຟຸ່ມປະມານ 70 ຊະນິດ. ໃນຊ່ວງລະດູຝົນພວກມັນອາດຈະຫຍ້າຍເຂົ້າຢູ່ໃນປ່າທີ່ສູງ ເພື່ອຫາໜໍ່ໄມ້ສົດ. ງົວປ່າຍັງຕ້ອງການແຮ່ທາດ ໂດຍຈະເລຍກ້ອນເກືອ ຫຼື ດຶ່ມນ້ຳກຣ່ອຍ (ນ້ຳປະສົມ) ເປັນປະຈຳຫາກບໍ່ມີກ້ອນເກືອ. ໃນລະດູແລ້ງ ພວກມັນສາມາດທົນການຂາດນ້ຳໄດ້ຫຼາຍວັນ. [2]

ການສືບພັນ: ງົວປ່າເພດແມ່ຈະເຂົ້າສູ່ໄວຈະເລີນພັນເມື່ອອາຍຸ 2-4 ປີ, ໃນຂະນະທີ່ເພດຜູ້ຈະເຂົ້້າສູ່ໄວຈະເລີນພັນເມື່ອອາຍຸ 3-4 ປີ ແຕ່ຂະຫຍາຍໂຕເຕັມທີ່ເມື່ອອາຍຸ 5-6 ປີ, ເຊິ່ງສົ່ງຜົນຕໍ່ຄວາມສາມາດໃນການຄອງຝູງ. ການປະສົມພັນເປັນໄປຕາມລະດູການ ແລະ ແຕກຕ່າງກັນໄປໃນແຕ່ລະພູມິພາກ ໂດຍມີລະບົບປະສົມພັນແບບຫຼາຍຄູ່ ເຊິ່ງໂຕຜູ້ທີ່ໂດດເດັ່ນໜຶ່ງຕົວຈະປະສົມພັນກັບຕົວແມ່ຫຼາຍຕົວ. ໄລຍະເວລາຖືພາປະມານ 285 ວັນ (9,5-10 ເດືອນ) ແລະ ຕົວແມ່ມັກຈະເກີດລູກພຽງຕົວດຽວ, ລູກງົວຕົວຜູ້ຈະມີນໍ້າໜັກແລກເກີດ 16-17 ກິໂລກຼາມ ແລະ ຕົວແມ່ມີນ້ຳໜັກ 14-15 ກິໂລກຼາມ, ລູກງົວຈະສາມາດຍືນ ແລະ ຍາງໄດ້ບໍ່ດົນຫຼັງຈາກເກີດ, ພວກມັນຈະຍ່ານົມເມື່ອອາຍຸ 6-9 ເດືອນ ເຖິ່ງວ່າການໃຫ້ນົມຈະສາມາດດຳເນີຕໍ່ໄປໄດ້ຮອດ 16 ເດືອນ ຫາກແມ່ບໍ່ມີການຖືພາອີກ. ລູກງົວຈະມີສີນ້ຳຕານແດງ ໂດຍລູກງົວຕົວຜູ້ຈະຄ່ອຍໆມີສີເຂັ້ມຂື້ນເມື່ອມີອາຍຸຫຼາຍຂື້ນ. [1]

ການອານຸລັກທີ່ຢູ່ອາໄສ:
ໄພຄຸກຄາມ: ໄພຄຸກຄາມທີ່ສໍາຄັນທີ່ສຸດຕໍ່ງົວປ່າ ໄດ້ແກ່ ການລ່າສັດຜິດກົດໝາຍ, ການເສື່ອມໂຊມ ແລະ ການສູນເສຍຖິ່ນທີ່ຢູ່ໃນກຳປູເຈຍ ແລະ ລາວ. ການແບ່ງແຍກຖິ່ນທີ່ຢູ່ອາໃສຈາກການເຮັດກະສິກຳ ແລະ ການຕັ້ງຖິ່ນຖານໃໝ່ ຍັງຄົງເປັນອັນຕະລາຍຕໍ່ປະຊາກອນທີ່ເຫຼືອຢູ່. ການປະສົມພັນກັບງົວບ້ານເຮັດໃຫ້ຄວາມສົມບູນທາງພັນທຸກຳຂອງງົວປ່າໃນບາງພື້ນທີ່ຫຼຸດລົງໄປອີກ [6], [9]. ທົ່ວອາຊີຕາເວັນອອກສ່ຽງໃຕ້ ການລ່າສັດຜິດກົດໝາຍເປັນໄພຂົ່ມຂູ່ທີ່ເລັ່ງດ່ວນທີ່ສຸດ ໂດຍສ່ວຍໃຫຍ່ເກີດຈາກຄວາມຕ້ອງການບໍລິໂພກຊີ້ນສັດຊະນິດນີ້ເພີ່ມຂື້ນ. [2], [3]

ການຕິດຕາມປະຊາກອນ: ປັດຈຸບັນຂະໜາດປະຊາກອນງົວປ່າທົ່ວໂລກມີປະມານ 3,300 ຕົວເຕັມໄວ (ຊ່ວງ 2,475-4,900 ຕົວ). ການຫຼຸດລົງ 80% ໃນສາມຊ່ວງອາຍຸຄົນ ໝາຍຄວາມວ່າໃນປີ 2003 ປະຊາກອນງົວປ່າຈະມີປະມານ 16,500 ຕົວເຕັມໄວ ໃນແຫຼ່ງທີ່ຢູ່ອາໃສທີ່ມີຄຸນນະພາບສູງ ແລະ ມີແຮງກົດດັນຈາກການລ່າຂ້ອນຂ້າງຕ່ຳ, ຄວາມໜາແໜ້ນສາມາດສູງຮອດ 2 ຕົວ/ຕາລາງກິໂລແມັດ. ດັງນັ້ນ, ການດຳລົງຊິວິດຂອງກະທິງ 16,500 ຕົວຈະຕ້ອງໃຊ້ພື້ນທີ່ຢູ່ອາໃສທີ່ເໝາະສົມຢ່າງໜ້ອຍ 8,250 ຕາລາງກິໂລແມັດ ເຊິ່ງຖືວ່າເປັນຕົວເລັກທີ່ສົມເຫດສົມຜົນ. [3], [4]

ກົດໝາຍ ແລະ ນະໂຍບາຍ:
1. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
1) ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
2) ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
3) ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
4) ການທາລຸນນະກຳສັດທຸກຮູບແບບ
5) ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
6) ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
7) ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
8) ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
9) ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [8]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,