ເລກລຳດັບທີ: 4911
ລະດັບການຮວບຮວມຂໍ້ມູນ: ບາງສ່ວນ
ປັບປູງຄັ້ງລ່າສຸດ: 2026-08-04
ໜໍ່ລັນ
Nor Lan
Yushania microphylla (Munro) R.B.Majumdar
ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໜໍ່ຈ້າຂົມ
ອະນຸກົມວິຖານ
ຊື່ສະກຸນ
Poaceae
ຊື່ພ້ອງ
Arundinaria microphylla Munro
Sinarundinaria microphylla (Munro) C.S.Chao & Renvoize
Arundinaria microphylla Munro
Bambusa microphylla Griff.
Phyllostachys bijieana D.L.Fu & H.Fu
Phyllostachys microfolia D.L.Fu & H.Fu
Yushania microphylla (Munro) Ohrnb.
ບັນຍາຍລັກສະນະທາງພືດສາດ
ໄມ້ລັນເປັນໄຜ່ຊະນິດໜຶ່ງ ທີ່ຂະຫຍາຍພັນດ້ວຍລຳຕົ້ນໃຕ້ດິນນ (ເຫງົ້າ) ແທນທີ່ຈະຂື້ນເປັນກໍແໜ້ນໆ, ລຳຕົ້ນໃຕ້ດິນນັ້ນແຂງແຮງ ແລະ ຢັ່ງເລິກເຂົ້າໄປໃນດິນປະມານ 20 ຊມ, ສ່ວນຂອງລຳຕົ້ນທີ່ຢູ່ໃກ້ໜ້າດິນຈະມີລັກສະນະເປັນຊ່ອງວ່າງ ພາຍໃນ. ລຳຕົ້ນເໜືອດິນ (ລຳ) ລຽບ, ຈະປ່ຽນເປັນສີດຳເມື່ອແກ່ຂື້ນ ແລະ ມີວົງໄຂຢູ່ໃຕ້ຂໍ້ຕໍ່ແຕ່ລະຂໍ້.
ກາບຫຸ້ມລຳຕົ້ນແຕ່ລະລຳແຂງ, ມີລາຍຈາງໆ ແລະ ມີຂົນສີຂາວເປັນຂຸຍເລັກນ້ອຍບໍລິເວນໂຄນ. ແຕ່ບໍ່ມີຕິ່ງຫູ (auricles) ແລະ ເກີບຈະບໍ່ມີຂົນແຂງເລີຍ ໃນທາງກົງກັນຂ້າມກັນ ກາບທີ່ຫຸ້ມກ້ານໃບຈະມີຕິ່ງຄ້າຍຫູທີ່ເຫັນໄດ້ຊັດເຈນ, ມີແຖບສັ້ນໆ, ແປ (ligule) ແລະ ມີຂົນແຂງຍາບ ທີ່ແຜ່ກະຈາຍອອກໄປ, ຂອບດ້ານນຶ່ງຂອງແຕ່ລະໃບຈະໜາກ່ວາ ແລະ ຍາບເມື່ອສຳຜັດ ແລະ ຜິວໃບດ້ານລຸ່ມມີຂົນປົກຄຸມຢູ່.
ໃບສັ້ນ, ອອກເປັນກຸ່ມຂະໜາດນ້ອຍ, ຂື້ນຕາມກິ່ງກ້ານທຸກໆ 15 ຊມ, ຫາກບໍ່ມີສັດກັດລຳຕົ້ນຈະສາມາດສູງໄດ້ຮອດ 3,2 ມ, ດັງນັ້ນ ເຖິ່ງວ່າຈະເປັນໄຜ່ຂະໜາດນ້ອຍ ແຕ່ກໍບໍ່ແມ່ນໄຜ່ແຄະ ມັນສາມາດສູງໄດ້ຫຼາຍ. ຍັງບໍ່ມີການບັນທຶກການອອກດອກຂອງໄຜ່ຊະນິດນີ້.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Assam, East Himalaya, Laos, Nepal. [3]

Global distribution of Yushania microphylla between 1993 to 2014. Source: [4]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ
ພົບເຂດກະຈາຍພັນຂອງໄຜ່ຊະນິດນີ້ໃນ ຊຽງຂວາງ (ຄຳ, ໜອງແຮດ, ໝອກ, ຄູນ, ຜາໄຊ ແລະ ພູກູດ), ຫົວພັນ (ຊອນ, ເມືອງແອດ, ຊຳເໜືອ, ວຽງໄຊ) ແລະ ຜົງສາລີ (ເມືອງ ສຳພັນ, ເມືອງຂວາ, ບຸນໃຕ້ ແລະ ເມືອງ ໃໝ່).
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າແປກ, ປ່າແປກປະສົມປ່າໃບກ້ວາງ, ປ່າປູກ, ປ່າໄມ້ປ່ອງ
ພວກມັນມັກເກີດຕາມພື້ນປ່າທີ່ໜາແໜ້ນ ເຊິ່ງມັກເກີດໃຕ້ຕົ້ນແປກ, ເປັນຊະນິດທີ່ມອິດທິພົນຕໍ່ການຟື້ນຟູປ່າໄມ້ ໂດຍຊານິດນີ້ຈະພົບໄດ້ໃນລະດັບຄວາມສູງຫຼາຍ [1]. ໄມ້ລັນມັກເປັນພື້ນຊັ້ນລຸ່ມທີ່ເດັ່ນໃນເຂດພູມອາກາດອົບອຸ່ນ ແລະ ເຄິ່ງອົບອຸ່ນໃນບູຕານ ທີ່ລະດັບຄວາມສູງລະຫວ່າງ 2,300 ຫາ 3,500 ມ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອາຫານ
ກິດຈະກຳໃນສ່ວນ: ໄມ້ຊະນິດນີ້ເປັນແຫຼ່ງຊັບພະຍາກອນສຳຄັນສຳຫຼັບສັດລ້ຽງລູກດ້ວຍນ້ຳນົມໃນປ່າ ແລະ ເປັນແຫຼ່ງອາຫານຫຼັກສຳຫຼັບກຸ່ມສັດລ້ຽງ. [1]

ອາຫານ: ໜໍ່ໄມ້ເປັນທີ່ນິຍົມບໍລິໂພກ ແລະ ມີຄຸນຄ່າໃນລະດັບທ້ອງຖິ່ນ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມີນາ, ເມສາ, ພຶກສະພາ, ມິຖຸນາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,