ເລກລຳດັບທີ: 4910
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-08-03
ຫອຍກີ້
Hoy Kee
Namkongnaia lemeslei (Morelet, 1875)
ສັດ
ສັດອ່ອນແຫຼວ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຫອຍກາບກີ້ (Hoy Karb Kee)
ອະນຸກົມວິຖານ
ຊື່ສະກຸນ
Unionidae
ຊື່ພ້ອງ
Anodonta lemeslei Morelet, 1875
Pilsbryoconcha lemeslei (Morelet, 1875)
Pilsbryoconcha lemsleyi Simpson, 1900
ບັນຍາຍລັກສະນະທາງພືດສາດ
ຫອຍຊະນິດນີ້ມີຂະໜາດນ້ອຍ, ເປືອກຮຽວຍາວພຽງ 67-81 ມມ. ຕຳແໜ່ງຮອຍແຜຂ້ອງກ້າມເນື້ອ ແມ່ນຮອຍທີ່ເກີດຈາກກ້າມຊີ້ນ adductor ດ້ານໜ້າ ເຊິ່ງຢູ່ໃກ້ກັບຂອບເທິງຂອງເປືອກ, ຮອຍແຜນີ້ຈະເລິກ ເຖິ່ງວ່າເປືອກຈະບາງກໍ່ຕາມ, ສີຂອງຊັ້ນມຸດ ຫຼື ຊັ້ນໃນຂອງເປືອກ ມີສີເຫຼືອງ, ຂອບດ້າໜ້າໂຄ້ງມົນ, ມີພຽງໄຫຼ່ເລັກນ້ອຍ (ປຸ່ມນູນເປັນມຸມ) ແລະ ສ່ວນໜ້າຂອງຂອບຈະຢູ່ຕໍ່າສ່ວນຫຼັງເລັກນ້ອຍ.
ເປືອກມີຂະໜາດປານກາງ, ບາງ, ແຄບ ແລະ ຍາວ, ມີຮູບຮ່າງແປ, ເປືອກຊັ້ນນອກມີສີເຫຼືອງ ຫຼື ສີນ້ຳຕານປົນສີທອງແດງເມື່ອຂຸຂະ, ຜິວເປືອກມີເສັ້ນຈະເລີນເຕີບໂຕລະອຽດຄ້າຍວົງປີຂອງໄມ້ ສະແດງເຖິ່ງການຈະເລີນເຕີບໂຕເມື່ອເວລາຜ່ານໄປ, ເອັນຍຶດ (ເນື້ອເຍື້ອຄ້າຍບານພັບທີ່ເຊື່ອມຕໍ່ເລິກທັງສອງຂ້າງ) ແຄບຫຼາຍ.
ແຫຼ່ງທີ່ມາ: [1].
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand. [2]

Global distribution of Namkongnaia lemeslei between 1966 to 2026. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ
ມີການບັນທຶກສາຍພັນນີ້ໃນລາວ ໂດຍສະເພາະແມ່ນ ໜອງຈັງ ແລະ ໜອງ ບົວທອງໃນ ນະຄອນຫຼວງ. [1], [2]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ
ມີການບັນທຶກວ່າສາຍພັນນີ້ຢູ່ໃນພື້ນທີ່ມີຂີ້ຕົມ ພາຍໃນບໍລິເວນນ້ຳນິ້ງຂອງແມ່ນ້ຳ ແລະ ໃນແຫຼ່ງນ້ຳນິ້ງ ເຊັ່ນ ໜອງນ້ຳ ແລະ ທະເລສາບ [1]; ນອກຈາກນີ້ຍັງມີລາຍງານວ່າພົບໄດ້ໃນແມ່ນ້ຳດ້ວຍ ເຖິ່ງວ່າບໍ່ມີຂໍ້ມູນທາງນິເວດວິທະຍາທີ່ລະອຽດກ່ວານີ້ກໍ່ຕາມ. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ມີການບັນທຶກການພົບເຫັນສາຍພັນນີ້ໃນໄທ (ແມ່ນ້ຳເຈົ້າພະຍາ, ນ້ຳມູນ ແລະ ອາດລວມເຖິ່ງ ພື້ນທີ່ອື່ນໆໃນແມ່ນ້ຳຂອງ), ລາວ (ໜອງຈັງໃນວຽງຈັນ) ແລະ ກຳປູເຈຍ (ມີການບັນທຶກການພົບເຫັນຢ່າງແພ່ຫຼາຍ ໃນແມ່ນ້ຳຂອງ) ເຖິ່ງວ່າຂໍ້ມູນການກະຈາຍພັນ ແລະ ໄພຂົ່ມຂູ່ຈະຫາຍໄປ ແຕ່ປັດຈຸບັນໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳສຸດ ເນື່ອງຈາກມີການກະຈາຍພັນຢ່າງກວ້າງຂວາງ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ຊະນິດນີ້ຖືກນຳມາບໍລິໂພກ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ໃນກໍລະນີບໍ່ມີຂໍ້ມູນໂດຍລະອຽດ ກ່ຽວກັບການກະຈາຍພັນ ແລະ ນິເວດວິທະຍາ ຂອງຊະນິດພັນດັງກ່າວ ກໍ່ບໍ່ສາມາດລະບຸໄພຂົ່ມຂູ່ທີ່ສະເພາະເຈາະຈົງໄດ້. [2]

ການເກັບກູ້ແບບຍືນຍົງ: ຈຳເປັນຕ້ອງມີການສຶກສາເພີ່ມເຕີມເພື່ອຊີ້ແຈງໄພຂົ່ມຂູ່ໃນປັດຈຸບັນ ການກະຈາຍພັນມີແນວໂນ້ມປະຊາກອນ ແລະ ລັກສະນະທາງນິເວດວິທະຍາຂອງສາຍພັນນີ້. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,