ເລກລຳດັບທີ: 4908
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-31
ປາຂຽງ
Pa Khieng
Albulichthys albuloides (Bleeker, 1855)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Albulichthys
ຊະນິດ
Albulichthys albuloides
ຊື່ພ້ອງ
Systomus albuloides Bleeker, 1855
Albulichthys krempfi Pellegrin & Chevey, 1927
ບັນຍາຍລັກສະນະທາງພືດສາດ
ເປັນປາຂາວຂະໜາດກາງ, ລຳຕົວຮຽວ, ສີຂາວ, ມີຫາງ (ຄີຫາງ) ເປັນສີແດງສົ້ມທີ່ໂດດເດັ່ນ, ລຳຕົວຍາວ. ຄີຫຼັງມີກ້ານຄີອອ່ນ 11 ຫາ 12 ກ້ານ ແລະ ຄີກົ້ນມີກ້ານຄີອອ່ນ 8 ກ້ານ. ຕາຖືກປິດບາງສ່ວນດ້ວຍເປືອກຕາໄຂມັນ, ກ້ານຄີຫຼັງສຸດທ້າຍທີ່ບໍ່ແຕກແໜງ, ມີຮອຍວ້ຳຕາມຂອບດ້ານຫຼັງ. ປາກນ້ອຍ ແລະ ຢູ່ບໍລິເວນປາຍສຸດຂອງດັງ. ມີເກັດ 32 ຫາ 35 ເກັດຕາມບໍລິເວນເສັ້ນຂ້າງລຳຕົວ ແລະ 2-3 ເກັດທີ່ຍາວໄປຮອດໂຄນຄີຫາງ.
ຂະໜາດ: 30 ຊມ. ຕາມຄວາມຍາວມາດຕະຖານ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ (ຈາກເອກະສານ)
Native to Cambodia; Indonesia; Lao People's Democratic Republic; Malaysia; Thailand; Viet Nam. [3]

Global distribution of Albulichthys albuloides between 1959 to 2022. Source: [4]
ເຂດກະຈາຍພັນໃນລາວ (ຈາກເອກະສານ)
  1. 1. ລຽບແມ່ນ້ຳຂອງພາກເໜືອ
  2. 2. ທົ່ງພຽງວຽງຈັນ
  3. 3. ເຂດລຽບແມ່ນ້ຳຂອງພາກໃຕ້
  4. 4. ເຂດພູສູງພາກເໜືອຂອງລາວ
  5. 5. ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
  6. 6. ເຂດສາຍພູຫຼວງພາກເໜືອ
  7. 7. ເຂດສາຍພູຫຼວງຕອນລຸ່ມ
  8. 8. ເຂດສາຍພູຫຼວງພາກກາງ
  9. 9. ພູພຽງບໍລິເວນ
ຂໍ້ມູນການພົບເຫັນຈາກ GBIF
ຈຸດບັນທຶກການພົບເຫັນຊະນິດພັນ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ພົບໃນແມ່ນ້ຳສາຍຫຼັກໃນພື້ນທີ່ຕ່ຳ, ພື້ນີ່ຊຸ່ມນ້ຳ ແລະ ພື້ນທີ່ຕ່ຳທີ່ນ້ຳຖ້ວມຮອດ ແລະ ພົບໄດ້ຕັ້ງແຕ່ລະດັບກາງນ້ຳຈົນຮອດພື້ນແມ່ນ້ຳສາຍໃຫຍ່ ປາໂຕເຕັມໄວພົບໄດ້ທົ່ວໄປໃນທະເລສາບໃຫຍ່ ແລະ ປະກົດໃຫ້ເຫັນເລັກນ້ອຍໃນບໍລິເວນປາກແມ່ນ້ຳ ໃນຂະນະທີ່ປາໄວອອ່ນອາດພົບໄດ້ໃກ້ບໍລິເວນນ້ຳຂື້ນນ້ຳລົງໃນສາມຫຼ່ຽມປາກແມ່ນ້ຳຂອງໃນຫວຽດນາມ ໂດຍພົບປາໄວອອ່ນໃນເດືອນຕຸລາບໍລິເວນແມ່ນ້ຳຂອງຕອນລຸ່ມ [1]. ພວກມັນອາໃສຢູ່ໃນແມ່ນ້ຳ ແລະ ທະເລສາບຂະໜາດໃຫຍ່ ໂດຍພົບໄດ້ທົ່ວໄປໃນທະເລສາບໂຕນເລ [2] ແລະ ມີການບັນທຶກຕັ້ງ ບໍລິເວນກາງຫາປາກແມ່ນ້ຳສາຍຫຼັກ ອາດຈຳກັດຢູ່ສະເພາະແມ່ນ້ຳຂະໜາດໃຫຍ່ທີ່ມີນ້ຳຂຸ່ນ ແລະ ມີພື້ນທີ່ເປັນຊາຍ ຫຼື ໂຄນ ແລະ ອາດວາງໄຂ່ໃນປ່າທີ່ຖືກນ້ຳທ້ວມ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປັດຈຸບັນສາຍພັນນີ້ ໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດ ໂດຍພິຈາລະນາຈາກຂະໜາດປະຊາກອນທີ່ຫຼາຍ ຂອບເຂດການກະຈາຍພັນທີ່ກວ້າງ ແລະ ບໍ່ມີໄພຂົ່ມຂູ່ທີ່ສຳຄັນໃນລະດັບທົ່ວທຸກພື້ນທີ່. [3]
ການນຳໃຊ້
ປະເພດການນຳໃຊ້
ອາຫານ
ອາຫານ: ປາຕົວເຕັມໄວຈະຖືກຂາຍສົດໃນຕະຫຼາດບໍລິເວນທະເລສາບຂະໜາດໃຫຍ່ ຫຼື ກຽມສຳຫຼັບການດອງເກືອ ແລະ ຕາກແຫ້ງໂດຍການທຳຄວາມສະອາດ ແລະ ຜ່າເຄິ່ງດ້ວຍການຕັດຕາມແນວຕັ້ງສາກພຽງຄັ້ງດຽວ [1]. ປາຊະນິດນີ້ຍັງຖືກນຳມາໃຊ້ປະໂຫຍດໃນການປະມົງທັງໃນລະດັບທ້ອງຖິ່ນ ແລະ ທາງການຄ້າອີກດ້ວຍ. [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ປາຂຽງເປັນສັດກິນພືດ ແລະ ສັດ ໂດຍມີແນວໂນ້ມທີ່ຈະກິນພືດເປັນຫຼັກ ແລະ ມັກກິນສັດບໍ່ມີກະດູກສັນຫຼັງໃນປະລິມານປານກາງຄວບຄູ່ໄປກັບພືດ ແລະ ສາຫຼ່າຍ ໃນແມ່ນ້ຳທີ່ຕ່ຳຂະໜາດໃຫຍ່ ແລະ ທະເລສາບທີ່ນ້ຳທ້ວມຮອດທີ່ອມັກອາໃສຢູ່, ປາຊະນິດນີ້ຈະຫາກິນໃນລະດັບກາງນ້ຳ ແລະ ໃກ້ພື້ນແມ່ນ້ຳ ໂດຍໜ້າຈະກິນພືດທີ່ຈົ່ມຢູ່ໃຕ້ນ້ຳ, ສາຫຼ່າຍ, ເສດຊາກ ແລະ ສັດບໍ່ມີກະດູກສັນຫຼັງເມື່ອມີໂອກາດ. [5], [6]

ການປະສົມພັນ: ບໍ່ມີການສ້າງຄວາມຜູກພັນລະຫວ່າງພໍ່ແມ່ ແລະ ບໍ່ມີການຮັກສາຮັງ ຫຼື ອານາເຂດໃດໆ ນອກເໜືອຈາກການກ້ຽວພາລາສີ ແລະ ການວາງໄຂ່ໃນຊ່ວງສັ້ນໆ, ໃນລະຫວ່າງການກ້ຽວພາລາສີ ຕົວຜູ້ຈະໄລ່ຕາມຕົວແມ່ທີ່ກຳລັງຖືພາໄປຕາມພືດນ້ຳ ຫຼື ຕາມພື້ນຜິວ ແລະ ທັງຄູ່ຈະປ່ອຍໄຂ່ ແລະ ນ້ຳເຊື້ອພ້ອມກັນໃນຊ່ວງເວລາສັ້ນໆ ທີ່ໃກ້ສິດກັນ, ໄຂ່ທີ່ມີລັກສະນະໜຽວຈະຕົກລົງສູ່ພື້ນລະຫວ່າງພືດ ຫຼື ຕາມພື້ນຜິວ ໂດຍບໍ່ມີການມີສ່ວນຮ່ວມຈາກພໍ່ແມ່ທັງສອງອີກຕໍ່ໄປ. [5]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆຕໍ່ຊະນິດພັນນີ້ໃນລະດັບພື້ນທີ່ ເຖິ່ງຢ່າງໃດກໍ່ຕາມ ອາດເກີດແຮງກົດດັນສະເພາະພື້ນທີ່ໄດ້ ເຊັ່ນ ການເຊື່ອມໂສມຂອງແຫຼ່ງທີ່ຢູ່ອາໃສ ຈາກການພັດທະນານເມືອງ, ການກະເສດ ແລະ ການຕັດໄມ້ ລວມທັງມົນສະພາວະທີ່ກ່ຽວຂ້ອງກັບກິດຈະກຳທີ່ຢູ່ອາໃສ, ການກະສິກຳ ແລະ ອຸດສາຫະກຳ, ການຫາປາຫຼາຍເກີນໄປກໍ່ເປັນໄພຂົ່ມຂູ່ທີ່ອາດເກີດຂື້ນໄດ້ຄືກັນ ເຖິ່ງວ່າມັກຈະຖືກຈຳກັດຢູ່ໃນພື້ນທີ່ທີ່ມີຄວາມໜາແໜ້ນຂອງປະຊາກອນສູງ. [3]

ການຕິດຕາມປະຊາກອນ: ຂໍ້ມູນກ່ຽວກັບສະຖານະປະຊາກອນ ຫຼື ແນວໂນ້ມຂອງສາຍພັນນີ້ຂ້ອນຂ້າງໜ້ອຍ ເຖິ່ງວ່າຈະມີຊ່ວງການກະຈາຍພັນທີ່ກວ້າງຂວາງ, ແຕ່ສາຍພັນນີ້ຫາຍາກ ແລະ ມີຢູ່ສະເພາະໃນພິພິຕະພັນເທົ່ານັ້ນ ແລະ ບໍ່ພົບໃນບົດຄົ້ນຄວ້າສ່ວນໃຫຍ່, ຜົນການສຶກສາລ້າສຸດບາງພື້ນທີ່ໃນແມ່ນ້ຳມູຊີ ຊີ້ໃຫ້ເຫັນວ່າພົບໄດ້ໃນປະລິມານທີ່ຂ້ອນຂ້າງໜ້ອຍ ຫາປານກາງຕາມແມ່ນ້ຳບໍລິເວນກາງ ຫາ ປາກແມ່ນ້ຳສາຍຫຼັກ ເຊິ່ງອາດຈະເປັນແຫຼ່ງທີ່ຢູ່ອາໃສຫຼັກຂອງຊະນິດພັນນີ້ທີ່ມັກ ເຖິ່ວ່າຂະໜາດປະຊາກອນທີ່ໂຕເຕັມໄວທັງໝົດຈະບໍ່ແນ່ນອນ ແຕ່ກໍ່ອາດມີຫຼາຍກ່ວາ 10,000 ຕົວເຕັມໄວ ເນື່ອງຈາກມີການກະຈາຍພັນທີ່ກວ້າງຂວາງ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,