ເລກລຳດັບທີ: 4907
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-30
ຄວາຍປ່າ
Wild Water Buffalo
Bubalus arnee (Kerr, 1792)
ສັດ
ສັດລ້ຽງລູກດ້ວຍນົມ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Asian Buffalo, Asian Wild Buffalo, Asiatic Buffalo, Indian Buffalo, Indian water buffalo, Water Buffalo, Wild Asian Buffalo, Wild Water Buffalo, domestic form.)
ອະນຸກົມວິຖານ
ຊື່ສະກຸນ
Bovidae
ຊື່ພ້ອງ
Bos arnee Kerr, 1792
Bos arni Hamilton Smith, 1827
Bubalus arna Hodgson, 1841
Bubalus arna var. macrocerus Hodgson, 1842
Bubalus bubalus septentrionalis Matschie, 1912
ຊະນິດໃກ້ຄຽງ
ຄວາຍ/ Domestic water buffalo
ບັນຍາຍລັກສະນະທາງພືດສາດ
ສັດຊະນິດເປັນຄວາຍຂະໜາດໃຫຍ່ ແລະ ມີຮ່າງກາຍທີ່ແຂງແຮງ, ລຳຕົວຍາວ 250-300 ຊມ. ຄວາມສູງຮອດບ່າໄຫຼ່ 150-180 ຊມ. ຫາງຍາວ 60-100 ຊມ ແລະ ໜັກ 700-800 ກກ. ມີລັກສະນະເດັ່ນຄືໃບໜ້າຍາວ ແລະ ແຄບ. ຂົນສັ້ນ ແລະ ບາງ ຍົກເວັ້ນບໍລິເວນທີ່ມີຂົນໜາຂື້ນລະຫວ່າງເຂົາ, ໂດຍຂົນດ້ານຫຼັງຈະຊີ້ໄປທາງໜ້າໂດຍສະເພາະບໍລິເວນກົ້ນ ແລະ ມີເຂົາຂະໜາດໃຫຍ່ ທີ່ຍາວໄດ້ຮອດ 195 ຊມ. ຮູບຮີບິດເປັນກຽວ ແລະ ຊີ້ຂື້ນໄປ, ຮູບໜ້າຕັດເປັນຮູບສາມຫຼ່ຽມແປ, ມີຮອຍຍົ້້ນຂວາງ. ຫູຂ້ອນຂ້າງໃຫຍ່, ແຫຼມ ແລະ ມີຂົນເປັນກະຈຸກບາງໆ. ຫາງມີປາຍເປັນຟຸ່ມ, ຂົນມີຕັ້ງແຕ່ສີເທົາອອ່ນຫາສີດຳ. ເກືອບບໍ່ມີຄວາມແຕກຕ່າງທາງເພດ ແລະ ໂດຍລວມແລ້ວເປັນສັດທີ່ແຂງແຮງ, ຮ່າງກາຍໃຫຍ່, ມີໂຄງສ້າງເຂົາທີ່ໂດດເດັ່ນ ແລະ ມີຄວາມແຕກຕ່າງລະຫວ່າງຕົວຜູ້ ແລະ ຕົວແມ່ຈະມີໜ້ອຍ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
The species is native to Bhutan, Cambodia, India, Myanmar, Nepal, and Thailand, Include extinct range in Bangladesh, Indonesia, the Lao People’s Democratic Republic, Malaysia, Sri Lanka, and Viet Nam. [2]

Global distribution of Bubalus arnee between 1930 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ແຄມຝັ່ງນໍ້າ, ທະເລສາບ ແລະ ສະນ້ຳ, ທົ່ງຫຍ້າ
ຄວາຍປ່າອາໃສ່ນ້ຳເປັນສ່ວນຫຼາຍ ໃນອາດີດທີ່ຢູ່ອາໃສທີ່ພວກມັນມັກຢູ່ ຄື ທົ່ງຫຍ້າເຂດຕໍ່າ ແລະ ບໍລິເວນໂດຍຮອບ ລວມທັງບໍລິເວນຮ່ອມພູ (ທະເລສາບຮູບໂຄ້ງ ແລະ ອ່າງນ້ຳ ທີ່ຄ້າຍກັນ ເຊິ່ງເກີດຈາກການປ່ຽນແປງເສັ້ນທາງຂອງແມ່ນ້ຳ), ແຄມຝັ່ງນ້ຳ ແລະ ບໍລິເວນຮ່ອມພູ, ໃນຂະນະດຽວກັນກໍມັກອາໃສຢູ່ຕາມປ່າແຄມຫ້ວຍ ແລະ ປ່າດົງ. ເຖິ່ງຢ່າງໃດກໍ່ຕາມ ໃນປັດຈຸບັນນີ້ຖືກຈຳກັດໃຫ້ຢູ່ໃນທົ່ງຫຍ້າ, ປ່າປະສົມປ່ຽນໃບ ແລະ ປ່າດິບແລ້ງຕາແຄມແມ່ນ້ຳ. [2], [5], [8]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນ
ຊະນິດພັນ CITES
ບັນຊີທີ່ III
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ບັນຊີ IUCN: ຄວາຍປ່າຖືກຈັດຢູ່ໃນບັນຊີລາຍຊື່ສັດໃກ້ສູນພັນ (A2de+3de; C1) ແລະ ເນື່ອງຈາກໄພຂົ່ມຂູ່ທີ່ຮຸນແຮງ ໂດຍສະເພາະຢ່າງຍິງການປະສົມພັນຂ້າມສາຍພັນກັບຄວາຍບ້ານເປັນຈຳນວນຫຼາຍ, ຄາດວ່າຈຳນວນຂອງພວກມັນຈະຫຼຸດລົງຢ່າງຕໍ່ເນື່ອງ. [2]
ບັນຊີ CITES: ຄວາຍປ່າຖືກຈັດຢູ່ໃນບັນຊີທີ່ III ຂອງ CITES ເຊິ່ງໄດ້ຮັບການຂື້ນທະບຽນຕັ້ງແຕ່ວັນທີ່ 16 ພະຈິກ 1975 ຕາຄຳສະເໜີຂອງປະເທດເນປານ. ທີ່ສຳຄັນຄື ບັນຊີນີ້ໃຊ້ສະເພາະຄວາຍປ່າເທົ່ານັ້ນ. [1]
ບັນຊີສັດປ່າຂອງລາວ, 2024: ຄວາຍປ່າຈັດຢູ່ໃນບັນຊີທີ່ I ເຊິ່ງໝາຍຄວາມວ່າເປັນສັດທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ. ສັດປະເພດນີ້ຖືວ່າມີຄວາມສຳຄັນຕໍ່ຄວາມສົມບູນຂອງລະບົບນິເວດ, ການທ່ອງທ່ຽວເຊີງອານຸລັກ ແລະ ການສຶກສາທາງວິທະຍາສາດ. ດັງນັ້ນ ຈຶ່ງຕ້ອງໄດ້ຮັບການຈັດການ, ປົກປ້ອງ ແລະ ພັດທະນາຢ່າງເຂັ້ມງວດ [6]. ເຖິ່ງຢ່າງໃດກໍ່ຕາມຕາມໃນລາວ ຄວາຍປ່າຖືວ່າສູນພັນໄປແລ້ວ ໂດຍບໍ່ໄດ້ມີການຢັ້ງຢືນວ່າມີປະຊາກອນຄວາຍປ່າເຫຼືອຫຼອດຢູ່. [4]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ບໍ່ແນະນຳໃຫ້ໃຊ້, ຫ້າມນຳໃຊ້
ບໍ່ແນະນຳໃຫ້ໃຊ້:
ບັນຊີ CITES: ສັດຊະນິດນີ້ຈັດຢູ່ໃນບັນຊີທີ່ III ຂອງ CITES ໝາຍຄວາມວ່າການຄ້າລະຫວ່າງປະເທດຍັງຖືກຄວບຄຸມ ຕ້ອງມີໃບອານຸຍາດສົ່ງອອກຈາກປະເທດທີ່ຂື້ນທະບຽນ (ເນປານ), ນອກຈາກນີ້ຍັງຕ້ອງອອກໃບຮັບຮອງແຫຼ່ງກຳເນີດສິນຄ້າໂດຍປະເທດອື່ນໆ ທີ່ມີເຂດກະຈາຍພັນຢູ່. ຈຸດປະສົງຂອງບັນຊີນີ້ບໍ່ແມ່ນການຫ້າມໃຊ້ໂດຍເດັດຂາດ ແຕ່ເພື່ອໃຫ້ໝັ້ນໃຈວ່າການຄ້າຍັງຖືກກົດໝາຍ, ກວດສອບໄດ້ ແລະ ສາມາດຢັ້ງຢືນໄດ້, ໃນບາງກໍລະນີອາດມີການຍົກເວັ້ນຈຳນວນທີ່ມີການລ້ຽງໃນບ້ານ ໃນຂະນະທີ່ຕົວຢ່າງທີ່ໄດ້ມາຈາກປ່າຍັງຖືກຄວບຄຸມ. [1]

ຫ້າມນຳໃຊ້:
ໃນກົດໝາຍຂອງລາວ: ໃນກົດໝາຍວ່າດ້ວຍສັດປ່າຂອງລາວ, ສັດປ່າທີ່ລະບຸໄວ້ໃນບັນຊີທີ່ I ຫ້າມມີການລ່າຢ່າງເດັດຂາດ ຍົກເວັ້ນໃນກໍລະນີທີ່ຈໍາເປັນ ເຊັ່ນ ການຄົ້ນຄວາ ຫຼື ການເພາະພັນ ທີ່ບໍ່ໃຊ້ເຂົ້າໃນທາງການຄ້າ ແລະ ຕ້ອງໄດ້ຮັບຄຳອານຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້. [7]

ໃນນາມຂອໂຄງການພາເຂົ້າລາວ ພວກເຮົາປະຕິເສດຢ່າງເດັດຂາດຕໍ່ການສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍ່ຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ຕຸລາ, ພະຈິກ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພຶດຕິກຳ: ສັດສັງຄົມສູງເຫຼົ່ານີ້ມັກຮ່ວມຕົວກັນຢູ່ເປັນຝູງ ຈຳນວນ 10-20 ຕົວ ທີ່ມີຕົວແມ່ເປັນຜູ້ນຳຝູງ, ໃນຂະນະກຸ່ມຕົວຜູ້ທີ່ໂສດ ແລະ ກຸ່ມທີ່ຢູ່ໂດດດ່ຽວ ພົບໄດ້ທົ່ວໄປໃນພື້ນທີ່ທີ່ມີການລົບກວນໜ້ອຍ. [9]

ອາຫານ: ຄວາຍປ່າສ່ວນໃຫຍ່ກິນຫຍັາທີ່ສູງເປັນຫຼັກ ແຕ່ພວກມັນກໍກິນຫຍ້າຄືກັນ ເຊັ່ນ ຫຍ້າສາມຫຼ່ຽມ (Cyperus corymbosus), ສະໝຸນໄພ, ເປືອກໄມ້ ແລະ ພືດຜົນທາງກະສິກຳ ເຊິ່ງມັກເຮັດໃຫ້ເກີດຄວາມຂັດແຍ້ງກັບຊຸມຊົນຂອງມະນຸດໃນບໍລິເວນໃກ້ຄຽງ, ພວກມັນສະແດງໃຫ້ເຫັນເຖິ່ງຄວາມສາມາດໃນການທົນທານຕໍ່ນ້ຳປະສົມ (ນ້ຳກຣ່ອຍ) ເຮັດໃຫ້ສາມາດເຂົ້າເຖິ່ງແຫຼ່ງທີ່ຢູ່ອາໃສທີ່ບໍ່ເໝາະສົມສຳຫຼັບສັດອື່ນໆໄດ້. [9]

ການສືບພັນ ແລະ ການປະສົມພັນ: ຄວາຍປ່າເປັນສັດທີ່ປະສົມພັນຕາມລະດູການ ໂດຍການປະສົມພັນສ່ວນໃຫຍ່ເກີດຂື້ນໃນຊ່ວງເດືອນ ຕຸລາ ແລະ ເດືອນ ພະຈິກ. ໄລ່ຍະເວລາການຖືພາ 10-11 ເດືອນ, ໂດຍທົ່ວໄປຕົວແມ່ຈະໃຫ້ກຳເນີດລູກພຽງຕົວດຽວໃນແຕ່ລະປີ. ຕົວຜູ້ຈະເຂົ້າສູໄວຈະເລີນພັນໃນຊ່ວງອາຍຸປະມານ 18 ເດືອນ ແລະ ຕົວແມ່ເມື່ອມີອາຍຸ 3 ປີ. ສັດຊະນິດນີ້ມີຮູບແບບການປະສົມພັນແບບຫຼາຍຄູ່ ໂດຍຕົວຜູ້ທີ່ເດັ່ນຈະປະສົມພັນກັບຕົວແມ່ໄດ້ຫຼາຍຕົວ. ຕາມທຳມະຊາດຄວາຍປ່າແຕ່ລະຕົວອາດມີອາຍຸຍືນໄດ້ຮອດ 25 ປີ ເຖິ່ງວ່າສ່ວນໃຫຍ່ຈະບໍ່ຮອດກໍ່ຕາມ ເນື່ອງຈາກໄພຂົ່ມຂູ່ຈາກມະນຸດ ແລະ ການທຳລາຍແຫຼ່ງທີ່ຢູ່ອາໃສ. [9]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ໄພຂົ່ມຂູ່ທີ່ສຳຄັນຕໍ່ຄວາຍປ່າໄດ້ແກ່ ການສູນເສຍຄວາມຫຼາກຫຼາຍທາງພັນທຸກຳ ຈາກການປະສົມພັນຂ້າມສາຍພັນກັບຄວາຍບ້ານ ແລະ ຄວາຍປ່າ, ລວມທັງແຮງກົດດັນຈາກລ່າ ແລະ ການແພ່ລະບາດຂອງພະຍາດຈາກສັດລ້ຽງ. ຂໍ້ຈຳກັດທີ່ສຳຄັນທີ່ສຸດອີກປະການໜຶ່ງຄື ການທີ່ອັງການອານຸລັກຍັງເບິ່ງຂ້າມຄວາມສຳຄັນ, ຄວາມໝາຍ ແລະ ສະນານະທີ່ບອບບາງຂອງປະຊາກອນຄວາຍປ່າ. [2]

ການຕິດຕາມປະຊາກອນ: ປະຊາກອນທົ່ວໂລກຂອງຄວາຍປ່າທີ່ເຫຼືອຢູ່ ຄາດວ່າມີຈຳນວນ 4,000 ຕົວ ໂດຍມີໂຕເຕັມໄວໜ້ອຍກ່ວາ 2,500 ຕົວ. ຄາດວ່າມີການຫຼຸດລົງຢ່າງນ້ອຍ 50% ໃນຊ່ວງສາມອາຍຸຄົນທີ່ຜ່ານມາ ໂດຍຄາດວ່າແຕ່ລະຊ່ວງອາຍຸຄົນ. [2]

ການເກັບກູ້ແບບຍືນຍົງ: ຄວາຍປ່າຖືກຈັດຢູ່ໃນບັນຊີທີ່ III ຂອງ CITES ຕາຄຳສະເໜີຂອງປະເທດເນປານ. ປະຊາກອນທີ່ເຫຼືອຢູ່ສ່ວນໃຫຍ່ຍັງຕ້ອງການການຄຸ້ມຄອງໃນທາງປະຕິບັດຈາກການລ່າ ໂດຍສະເພາະຢ່າງຍິ່ງໃນໄທ, ກຳປູເຈຍ ແລະ ມຽນມາ (ຫາກຍັງມີຢູ່), ເຖິ່ງຢ່າງໃດກໍ່ຕາມໃນອາຊີໃຕ້ ໄພຂົ່ມຂູ່ທີ່ໃຫຍ່ກ່ວາຄື ການປະສົມພັນຂ້າມສາຍພັນ ໂດຍສະເພາະຄວາຍບ້ານ ເຊິ່ງກໍ່ໃຫ້ເກີດຄວາມສ່ຽງທີ່ຮ້າຍແຮງ ຕໍ່ການຂ້າມສາຍພັນ ແລະ ການກະຈາຍພະຍາດ. [2]

ກົດໝາຍ ແລະ ນະໂຍບາຍ:
1. ບັນຊີ CITES: ຊະນິດພັນໃນບັນຊີທີ່ສາມຕາມກົດໝາຍຂອງ CITES
• ບົດລົງໂທດທາງແພ່ງ: ແຕ່ລະປະເທດກຳນົດຄ່າປັບເປັນເງິນ ສຳຫຼັບແຕ່ລະການລະເມີດຂໍ້ຫ້າມ.
• ບົດລົງໂທດທາງອາຍາ: ການລະເມີດທີ່ຮ້າຍແຮງ ເຊັ່ນ ການລັກລອບນຳເຂົ້າໂດຍເຈດຕະນາ ຫຼື ການປອມແປງໃບອານຸຍາດ ອາດນຳໄປສູ່ການຈຳຄຸກ, ໂທດຈຳຄຸກຈະແຕກຕ່າງກັນໄປຕາມແຕ່ລະປະເທດ ແຕ່ໂດຍທົ່ວໄປມັກມີຕັ້ງແຕ່ຫຼາຍເດືອນ ຫາຫຼາຍປີ.
• ການຍຶດ ແລະ ການເກັບເປັນຫຼັກຖານ: ສັດ ຫຼື ຜະລິດຕະພັນຂອງສັດທີ່ຄ້າຂາຍແບບຜິດກົດໝາຍ ຈະຖືກຍຶດໄວ້ ເຊິ່ງລວມທັງຕົວຢ່າງທີ່ມີຊີວິດ, ໜັງ, ເຂົາ ຫຼື ອານຸພັນຕ່າງໆ.
• ການຖອນໃບອານຸຍາດ: ຜູ້ທີ່ສົ່ງອອກ ຫຼື ຄ້າຂາຍ ອາດຈະສູນເສຍໃບອານຸຍາດປະກອບກິດຈະການ ເຮັດໃຫ້ພວກເຂົາບໍ່ສາມາດຄ້າຂາຍສັດປ່າໃນອານາຄົດໄດ້.
• ການບັງຄັບໃຊ້ລະຫວ່າງປະເທດ: ເນື່ອງຈາກ CITES ເປັນອານຸສັນຍາລະດັບສາກົນ ການລະເມີດຂໍ້ບັງຄັບອາດຈະກະຕຸ້ນການຮ່ວມມືລະຫວ່າງສວຍສາອາກອນ, ຕຳຫຼວດ ແລະ ໜ່ວຍງານສັດປ່າ ໃນຫຼາຍປະເທດ ເຊິ່ງເຮັດໃຫ້ເກີດການຫຼີກລ່ຽງໄດ້ຍາກຂື້ນ ແລະ ບົດລົງໂທດທີ່ຮຸນແຮງຂື້ນ.
ແຫຼ່ງຂໍ້ມູນ: [1]

2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
1) ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
2) ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
3) ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
4) ການທາລຸນນະກຳສັດທຸກຮູບແບບ
5) ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
6) ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
7) ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
8) ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
9) ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,