ເລກລຳດັບທີ: 4906
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-27
ຊ້າງອາຊີ
Asian Elephant
Elephas maximus Linnaeus, 1758
ສັດ
ສັດລ້ຽງລູກດ້ວຍນົມ
×
ຊື່ທ້ອງຖີ່ນ:
ຊ້າງປ່າ ( Asiatic Elephant, Asiatic Elephant, Indian Elephant, Pygmy Elephant and Borneensis.)
ຊື່ພ້ອງ
:
Elephas asiaticus Blumenbach, 1797
Elephas gigas Perry, 1811
Elephas indicus bengalensis de Blainville, 1845
Elephas indicus ceylanicus de Blainville, 1845
Elephas maximus vilaliya Deraniyagala, 1939

ຊື່ສະກຸນ:
Elephantidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ນີ້ເປັນຊ້າງຂະໜາດໃຫຍ່, ຮູບຮ່າງໃຫຍ່, ຫຼັງໂຄ້ງອອກ ໂດຍສ່ວນທີ່ສູງທີ່ສຸດຂອງລຳຕົວຢູ່ບໍລິເວນຫົວ ແລະ ສ່ວນທ້າຍລຳຕົວຈະລາດລົງໄປທາງຫາງ.
ຫົວມີຂະໜາດໃຫຍ່ຫຼາຍ, ໜ້າຜາກແບນເກືອບເປັນແນວຕັ້ງ ມີປຸ່ມກົມສອງປຸ່ມຢູ່ດ້ານເທິງ. ງວງມີຜິວລຽບ ແລະ ປາຍງວງມີລັກສະນະເປັນປາຍແຫຼມຄ້າຍນີ້ວມືຢູ່ດ້ານເທິງ. ຫູມີຂະໜາດຂ້ອນຂ້າງນ້ອຍ ແລະ ມີຮູບຮ່າງຄ້າຍຫ້າຫຼ່ຽມ.
ຊ້າງແມ່ເກືອບທັງໝົດບໍ່ມີງາໃຫ້ເຫັນ, ຊ້າງເພດຜູ້ບາງຄັ້ງກໍບໍ່ມີງາໃຫ້ເຫັນຄືກັນ ແຕ່ຫາກມີງາ, ງາອາດມີລັກສະນະໂຄ້ງ ແລະ ໜາ, ຂາຈະສັ້ນກວ່າຕີນໜ້າແຕ່ລະຂ້າງ, ມີເລັບຫ້າເລັບ ແລະ ຕີນຫຼັງແຕ່ລະຂ້າງມີເລັບສີ່ເລັບ. ປາຍຫາງມີຂົນຍາບເປັນກະຈຸກ ແລະ ຂົນຈະບາງກ່ວາ.
ຜິວໜັງລຽບນຍນກ່ວາ, ສີເທົາເຂັ້ມ ຫາ ສີນ້ຳຕານ, ມັກມີຈຸດສີບົວ (ສີເນື້ອ) ບໍລິເວນໜ້າຜາກ, ຫູ, ໂຄນງວງ ແລະ ເອິກ, ຂົນບໍລິເວນຕົວມີໜ້ອຍແຕ່ຍາວ, ແຂງ ແລະ ຍາບ.
ລູກຊ້າງ: ລູກຊ້າງມີຂົນຂ້ອນຂ້າງໜາຕັ້ງແຕ່ແລກເກີດ ສູງປະມານ 86-94 ຊມ ບໍລິເວນໄຫຼ່ ແລະ ໜັກປະມານ 100 ກິໂລກຼາມ ເມື່ອອາຍຸໄດ້ 3 ເດືອນ ແລະ 800-900 ກິໂລກຼາມ ເມື່ອອາຍຸ 1 ປີ.
ຂະໜາດ: ຕົວຜູ້ທີ່ໂຕເຕັມໄວມີຄວາມສູງຮອດບ່າໄຫຼ່ 3.30 ມ., ຄວາມຍາວລຳຕົວ 5.50-6.40 ມ. ແລະ ຫາງຍາວ 1.20 – 1.50 ມ., ຕົວຜູ້ມີນ້ຳໜັກໄດ້ຮອດ 5 ຕັນ (ມີຕົວຜູ້ຕົວໜຶ່ງອາຍຸໄດ້ 20 ປີ ຢູ່ທີ່ຄະນະສັດແຫ່ງຊາດສະວິດມີນ້ຳໜັກ 4,220 ກິໂລກຼາມ).
ຄວາມແຕກຕ່າງລະຫວ່າງເພດຜູ້ ແລະ ເພດແມ່: ເພດແມ່ມີຂະໜາດນ້ອຍກ່ວາ ໂດຍມີຄວາມສູງຮອດ 2.60 ມ. ບໍລິເວນບ່າໄຫຼ່ ແລະ ໂດຍທົ່ວໄປມີນ້ຳໜັກເບົາກ່ວາ ຄື 2,700-2,800 ກິໂລກຼາມ ເມື່ອໂຕເຕັມໄວ (ເຖິ່ງວ່າເພດແມ່ຕົວໜຶ່ງໃນສ່ວນສັດຊູຣິກຈະມີນ້ຳໜັກຮອດ 4,400 ກິໂລກຼາມ) ເພດແມ່ບໍ່ມີງາທີ່ເບິ່ງເຫັນໄດ້ ຫຼື ມີງາທີ່ສັ້ນຫຼາຍເທົ່ານັ້ນ.
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bangladesh; Bhutan; Cambodia; China; India; Indonesia; Lao People's Democratic Republic; Malaysia; Myanmar; Nepal; Sri Lanka; Thailand and Viet Nam. [3], [5]
Global distribution of Asian Elephant between 1783 to 2026. Source: [4]

ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນຕາມພູມສັນຖານ
:
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າໂຄກ
ປ່າແປກປະສົມປ່າໃບກ້ວາງ
ທົ່ງຫຍ້າ
ປ່າປະສົມປ່ຽນໃບ
ປ່າໂຄກ
ປ່າແປກປະສົມປ່າໃບກ້ວາງ
ທົ່ງຫຍ້າ
ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ໃກ້ສູນພັນ
ຊະນິດພັນ CITES:
ບັນຊີທີ່ I
ບັນຊີສັດປ່າຂອງລາວ
:
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP:
N/A
ບັນຊີໄມ້:
N/A
ບັນຍາຍການອະນຸຮັກ:
ລາຍຊື່ໃນບັນຊີ IUCN: ຊ້າງອາຊີຖືກຈັດຢູ່ໃນລາຍຊື່ ສັດໃກ້ສູນພັນ (EN) ເນື່ອງຈາກຄາດການວ່າປະຊາກອນຫຼຸດລົງຢ່າງໜ້ອຍ 50% ໃນຊ່ວງສາມຊົ່ວອາຍຸຄົນທີ່ຜ່ານມາ. ການຫຼຸດລົງນີ້ເກີດຈາກການຫຼຸດລົງຂອງປະຊາກອນ ແລະ ຄຸນນະພາບຂອງແຫຼ່ງທີ່ຢູ່ອາໃສ ໃນຂະນະທີ່ປະຊາກອນໃນບາງສ່ວນຂອງອາຊີໃຕ້ຄາດວ່າຈະຄົງທີ່ຂ້ອນຂ້າງດີໃນຊ່ວງຫຼາຍທົດສັດຕະຫວັດທີ່ຜ່ານມາ, ແຕ່ຈຳນວນປະຊາກອນຫຼຸດລົງໃນຫວຽດນາມ, ລາວ, ມາເລເຊຍ, ມຽນມາ ແລະ ສຸມາຕຣາ (ອິນໂດເນເຊຍ) ເມື່ອພິຈາລະນາເຖິ່ງແຮງກົດດັນຈາກກິດຈະກຳຂອງມະນຸດ ທີ່ເພີ່ມຂື້ນໃນຖິ່ນທີ່ຢູ່ຂອງຊ້າງ, ການຫຼຸດລົງຂອງປະຊາກອນເພີ່ມເຕີມຈຶ່ງຍັງຄົງເປັນໄປໄດ້. [3], [5]
ບັນຊີລາຍຊື່ CITES: ຊ້າງອາຊີຈັດຢູ່ໃນບັນຊີທີ່ I ຂອງ CITES ເຊິ່ງໝາຍຄວາມວ່າການຄ້າເພື່ອເປັນເສດຖະກິດລະຫວ່າງປະເທດ ໃນສາຍພັນນີ້ ຫຼື ສິ້ນສ່ວນຂອງມັນເປັນສິ່ງຕ້ອງຫ້າມເດັດຂາດ ການຄຸ້ມຄອງ ການຄຸ້ມຄອງນີ້ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ່ 1 ກໍລະກົດ 1975. [1]
ບັນຊີສັດປ່າຂອງລາວ, 2024: ຊ້າງອາຊີຖືກຈັດຢູ່ໃນບັນຊີທີ່ I ເຊິ່ງລວມທັງສັດທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ. ສັດເຫຼົ່ານີ້ໄດ້ຮັບການຍອມຮັບວ່າມີຄຸນຄ່າສູງຕໍ່ຄວາມສົມບູນຂອງລະບົບນິເວດ, ການທ່ອງທ່ຽວທາງອານຸລັກ ແລະ ການສຶກສາທາງວິທະຍາສາດ. ດັງນັ້ນ, ສັດປ່າທີ່ຢູ່ໃນບັນຊີທີ່ I ຈຶ່ງຕ້ອງໄດ້ຮັບການຈັດການ, ການປ້ອງກັນ ແລະ ອານຸລັກຢ່າງເຂັ້ມງວດ ເພື່ອໃຫ້ໝັ້ນໃຈເຖິ່ງການຢູ່ລອດ ແລະ ບົດບາດທາງນິເວດວິທະຍາຢ່າງຕໍ່ເນື່ອງ. [7]

ການນຳໃຊ້
ປະເພດການນຳໃຊ້:
ຫ້າມນຳໃຊ້
ບັນຍາຍການນຳໃຊ້:
ຫ້າມນຳໃຊ້:
1. CITES:
• ຫ້າມຄ້າຂາຍ: ການຄ້າລະຫວ່າງປະເທດໃນສັດທີ່ມີຊີວິດ, ສິ້ນສ່ວນ ຫຼື ຜະລິດຕະພັນຈາກສັດ (ເຊັ່ນ ເຂົາ, ໜັງ) ເປັນສິ່ງຕ້ອງຫ້າມຢ່າງເດັດຂາດ.
• ກໍລະນີພິເສດ: ການຄ້າໄດ້ຮັບການອານຸຍາດສະເພາະເພື່ອວັດຖຸປະສົງທີ່ບໍ່ໃຊ້ທາງການຄ້າ ເຊັ່ນ ການສຶກສາທາງວິທະຍາສາດ ຫຼື ການປະສົມພັນເພື່ອການອານຸລັກ ແລະ ຕ້ອງມີໃບອານຸຍາດທັງສົ່ງອອກ ແລະ ນຳເຂົ້າ.
• ການບັງຄັບໃຊ້ກົດໝາຍພາຍໃນປະເທດ: ແຕ່ລະພາຄີ CITES ຕ້ອງນຳການຄຸ້ມຄອງຕາມບັນຊີທີ່ I ມາໃຊ້ໃນກົດໝາຍພາຍໃນປະເທດ ໂດຍມີບົດລົງໂທດສຳຫຼັບການຄ້າທີ່ຜິດກົດໝາຍ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍວ່າດ້ວຍສັດປ່າຂອງລາວ: ສັດປ່າທີ່ລະບຸໄວ້ໃນບັນຊີທີ່ I ຫ້າມລ່າໂດຍເດັດຂາດ ຍົກເວັ້ນໃນກໍລະນີທີ່ຈຳເປັນ ເຊັ່ນ: ການສຶກສາ ຫຼື ການປະສົມພັນບໍ່ນຳໃຊ້ທາງເສດຖະກິດ ແລະ ຕ້ອງໄດ້ຮັບອານຸຍາດຈາກກະຊ່ວງກະສິກຳ ແລະ ປ່າໄມ້. [8]
ໃນນາມຂອໂຄງການພາເຂົ້າລາວ ພວກເຮົາປະຕິເສດຢ່າງເດັດຂາດຕໍ່ການສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍ່ຕາມ.

ການປູກ ການລ້ຽງ:
ຊະນິດທຳມະຊາດ
ລະດູການເກັບກູ້:
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພຶດຕິກຳ: ຊ້າງອາຊີ ເປັນສັດທີ່ປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ, ອາໃສຢູ່ໄດ້ທັງຕາມທຳມະຊາດ ແລະ ໃນພື້ນທີ່ທີ່ຖືກດັດແປງຈາກຝີມືຂອງມະນຸດ [5]. ຊ້າງອາຊີເປັນສັດສັງຄົມສູງທີ່ອາໃສຢູ່ໃນຝູງທີ່ມີຊ້າງແມ່ເປັນຜູ້ນຳຝູງ ໂດຍແມ່ຊ້າງທີ່ມີປະສົມການເປັນຫົວໜ້າຝູງ, ຝູງເຫຼົ່ານີ້ຈະປະກອບດ້ວຍແມ່ຊ້າງທີ່ມີຄວາມສຳພັນໃກ້ຊິດກັນ ແລະ ລູກຂອງພວກມັນ, ໃນຂະນະທີ່ຕົວຜູ້ມັກຈະອອກຈາກກຸ່ມເມື່ອຕົວເຕັມໄວ. ພວກມັນສື່ສານກັນດ້ວຍສຽງຮ້ອງ, ພາສາກາຍ ແລະ ຄື້ນສຽງຄວາມຖີ່ຕ່ຳ ເຊິ່ງຊ່ວຍໃຫ້ພວກມັນກວດຈັບ ແລະ ສື່ສານກັບສະມາຊິກໃນຝູງທີ່ຢູ່ຫ່າງໄກໄດ້. ຊ້າງອາຊີຍັງເປັນທີ່ຮູ້ຈັກກັນດີວ່າອົບພະຍົບຕາມລະດູການເພື່ອຄົ້ນຫາອາຫານ ແລະ ນ້ຳ ໂດຍມັກເດີນທາງເປັນໄລຍະທາງໄກຂ້າມປ່າ ແລະ ທົ່ງຫຍ້າ. [9]
ອາຫານ: ຊ້າງອາຊີເປັນສັດກິນພືດ ຈຶ່ງກິນພືດທີ່ຫຼາກຫຼາຍຊະນິດລວມທັງຫຍ້າ, ໃບໄມ້, ເປືອກໄມ້ ແລະ ໝາກໄມ້. ຊ້າງໂຕເຕັມໄວອາດກິນພືດໄດ້ຫຼາຍຮອດ 150 ກິໂລກຼາມຕໍ່ວັນ. ຂະໜາດຕົວທີ່ໃຫຍ່ ແລະ ການກິນອາຫານປະລິມານຫຼາຍ ເຮັດໃຫ້ພວກມັນຊ່ວຍກະຈາຍແກ່ນພືດ ແລະ ກຳຈັດພືດພັນ, ຈຶ່ງຊ່ວຍປັບປ່ຽນພູມມິສາດ. [9]
ການສືບພັນ: ການສືບພັນຂອງຊ້າງອາຊີເປັນຂະບວນການທີ່ຊ້າງ ເນື່ອງຈາກໄລຍະຕັ້ງຄັນທີ່ຍາວນານເປັນພິເສດ ເຊິ່ງກິນເວລາ 18-22 ເດືອນ, ເປັນເວລາທີ່ດົນທີ່ສຸດໃນບັນດາສັດລ້ຽງລູກດ້ວຍນົມເທິງບົກ. ຕົວແມ່ຈະໃຫ້ກຳເນີດລູກພຽງຕົວດຽວ ເຊິ່ງຍັງຄົງອາໄສແມ່ເປັນເວລາຫຼາຍປີ ຝູງຈະຊ່ວຍກັນລ້ຽງດູ ແລະ ປົກປ້ອງລູກອອ່ນ. ການປະສົມພັນຈະເກີດຂື້ນຕະຫຼອດທັງປີ ແຕ່ຕົວຜູ້ທີ່ໂຕເຕັມໄວຈະເຂົ້າສູ່ພາວະທາງເສລີວິທະຍາ ທີ່ເອີ້ນວ່າ ເປັນສັດ ( musth) ເຊິ່ງຊ່ວງນັ້ນພວກມັນຈະດຸຮ້າຍ ແລະ ແຂ່ງຂັນກັນຢ່າງດຸເດືອດເພື່ອເຂົ້າເຖິ່ງຕົວແມ່. [9]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການດູແລຊ້າງໃນແຕ່ລະປະເທດສ່ວນໃຫຍ່ທີ່ເປັນແຫຼ່ງທີ່ຢູ່ອາໃສຂອງຊ້າງ ພົບກັບໄພຂົ່ມຂູ່ຫຼັກ 3 ປະການ ໄດ້ແກ່ ການສູນເສຍ ແລະ ການແຕກແຍກຂອງຖິ່ນທີ່ຢູ່ອາໃສ, ຄວາມຂັດແຍ້ງລະຫວ່າງມະນຸດກັບຊ້າ, ການລ່າສັດ ແລະ ການຄ້າທີ່ຜິດກົດໝາຍ. ເມື່ອເຂດທີ່ຢູ່ອາໃສຫຼຸດລົງ ແລະ ແຕກແຍກຫຼາຍຂື້ນ, ປະຕິສຳພັນລະຫວ່າມະນຸດກັບຊ້າງກໍ່ທະວີຄວາມຮຸນແຮງຫຼາຍຂື້ນ ເຊິ່ງມັກນຳໄປສູ່ຄວາມຂັດແຍ່ງຢ່າງຮຸນແຮງ. ການປະເຊີນໜ້າເຫຼົ່ານີ້ເຮັດໃຫ້ເກີດການເສຍຊີວິດທັງສອງຝ່າຍ ແລະ ນຳໄປສູ່ຄວາມເສຍຫາຍຫຼາຍຕໍ່ພືດຜົນ ແລະ ສັບສິນ. ຄວາມຂັດແຍ້ງລະຫວ່າງມະນຸດກັບຊ້າງຍັງຄົງເປັນສາເຫດຫຼັກໃນການຕາຍຂອງຊ້າງອາຊີໃນປ່າ ແລະ ກາຍເປັນໄພຄຸກຄາມສຳຄັນຕໍ່ການອານຸລັກຊ້າງ. [3], [5]
ການຕິດຕາມປະຊາກອນ: ໃນປີ 2018 ການປະມານການທີ່ຮວບຮວມຈາກທຸກຂົງເຂດໃນພື້ນທີ່ຕ່າງໆ ຊີ້ໃຫ້ເຫັນວ່າປະຊາກອນຊ້າງອາຊີໃນປ່າທົ້່ວໂລກມີຈຳນວນ 48,323-51,680 ຕົວ, ໃນຈຳນວນນີ້ 4,189-6,999 ຕົວ ມາຈາກຕົວເລກປະມານການທີ່ບໍ່ໜ້າເຊື່ອຖື ເຊິ່ງອີງຈາກການສຳພາກ ຫຼື ຄວາມຄິດເຫັນຂອງຜູ້ຊ່ຽງຊານຫຼາຍກ່ວາການນັບຢ່າງເປັນລະບົບ ຫຼື ການປະເມີນປະຊາກອນທີ່ໜ້າເຊື່ອຖື, ແນວໂນ້ມປະຊາກອນໂດຍລວມຂອງຊ້າງອາຊີກຳລັງຫຼຸດລົງ ເຊິ່ງອານຸມານໄດ້ຈາກການຫຼຸດລົງຂອງຄວາມພ້ອມ ແລະ ຄຸນນະພາບຂອງຖິ່ນທີ່ຢູ່ອາໃສໃນໄລຍະຍາວ ເຊິ່ງເປັນຂະບວນການທີ່ອາດດຳເນີນຕໍ່ໄປເປັນເວລາຫຼາຍທົດສັດຕະວັດ. [3], [5]:
ການອານຸລັກ: ລຳດັບຄວາມສຳຄັນຫຼັກສຳຫຼັບການອານຸລັກຊ້າງອາຊີ ໄດ້ແກ່:
• ການອານຸລັກຖິ່ນທີ່ຢູ່: ການປົກປ້ອງຖິ່ນທີ່ຢູ່ອາໃສຂອງຊ້າງ ແລະ ການຮັກສາຄວາມເຊື່ອມໂຍງຜ່ານການປົກປ້ອງ ແລະ ການຟື້ນຟູທາງເດີນລະບົບນິເວດ.
• ການຈັດການຄວາມຂັດແຍ້ງ: ການແກ້ໄຂບັນຫາຄວາມຂັດແຍ້ງລະຫວ່າງມະນຸດກັບຊ້າງ ພາຍໃນນະໂຍບາຍການໃຊ້ທີ່ດິນແບບບູລະນະໃນລະດັບພູມີພາກ.
• ການຄຸ້ມຄອງທາງກົດໝາຍ: ການເສີມສ້າງກົດໝາຍ ແລະ ການບັງຄັບໃຊ້ກົດໝາຍ ການເພີ່ມການລາດຕະເວນພາກສະໜາມ ແລະ ການຄວບຄຸມການຄ້າຂາຍງາຊ້າງ, ຊ້າງທີ່ມີຊີວິດ ແລະ ຜະລິດຕະພັນຈາກຊ້າງອື່ນໆ.
ການອານຸລັກທີ່ມີປະສິດທິພາບຍັງຕ້ອງມີການຕິດຕາມການແສກແຊງ ເພື່ອປະເມີນຄວາມສຳເລັດ ຫຼື ຄວາມລົ້ມເຫຼວ ແລະ ຊ່ວຍໃຫ້ສາມາດຈັດການແບບປັບຕົວໄດ້ ການປະມານຂະໜາດປະຊາກອນ ແລະ ແນວໂນ້ມທີ່ເຊື່ອຖືໄດ້ເປັນສິ່ງຈຳເປັນ ໃນການຊີ້ນຳຂະບວນການນີ້, ຊະນິດພັນນີ້ໄດ້ຮັບການຂື້ນທະບຽນພາຍໃຕ້ບັນຊີທີ່ I ຂອງ CITES ເຊິ່ງເຮັດໃຫ້ໄດ້ຮັບການຄຸ້ມຄອງໃນລະດັບສາກົນສູງ. [3], [5]
ກົດໝາຍ ແລະ ນະໂຍບາຍ:
1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:
- ຂໍ້ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
- ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
- ລຳດບຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
1) ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
2) ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
3) ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
4) ການທາລຸນນະກຳສັດທຸກຮູບແບບ
5) ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
6) ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
7) ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
8) ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
9) ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [8]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded in January 2022 by Timm von der Mehden. Available: https://www.inaturalist.org/observations/104812545. [Accessed: July 24, 2026].
[2] iNaturalist [Online]. Uploaded in August 2022 by Morten Ross. Available: https://www.inaturalist.org/observations/129075673. [Accessed: July 24, 2026].
[3] iNaturalist [Online]. Uploaded in August 2022 by Morten Ross. Available: https://www.inaturalist.org/observations/129075675. [Accessed: July 24, 2026].
[4] iNaturalist [Online]. Uploaded in August 2022 by Morten Ross. Available: https://www.inaturalist.org/observations/129075674. [Accessed: July 24, 2026].

ອ້າງອິງ:
[1]. Convention on International Trade in Endangered Species of Wild Fauna and Flora (CITES), “Checklist of CITES Species,” CITES Species Checklist. [Online]. Available: https://checklist.cites.org/. [Accessed: Jul. 24, 2026].
[2] Animal Diversity, “Elephas maximus Asiatic elephant,” [Online]. Available: https://animaldiversity.org/accounts/Elephas_maximus/. [Accessed: May 20, 2025]
[3] International Union for Conservation of Nature (IUCN), “Elephas maximus,” The IUCN Red List of Threatened Species, 2020. [Online]. Available: https://www.iucnredlist.org/species/7140/45818198. [Accessed: Jul. 24, 2026].
[4] Global Biodiversity Information Facility (GBIF), “Elephas maximus Linnaeus, 1758,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/398D9. [Accessed: Jul. 24, 2026].
[5] C. Williams, S. K. Tiwari, V. R. Goswami, S. de Silva, A. Kumar, N. Baskaran, K. Yoganand, and V. Menon, “Elephas maximus,” The IUCN Red List of Threatened Species, Red List Assessment, 2020. [Online]. Available: https://www.asesg.org/PDFfiles/Asian%20Elephant%20Red%20List%20Assessment%202020.pdf. [Accessed: Jul. 24, 2026].
[6] World Wildlife Fund (WWF), “Asian Elephant,” World Wildlife Fund. [Online]. Available: https://www.worldwildlife.org/species/elephant/asian-elephant/. [Accessed: Jul. 24, 2026].
[7] Lao People's Democratic Republic, Law on Wild Animal (Amended), No. 42/NA, Vientiane Capital, Lao PDR, Jul. 17, 2023. [Online]. Available: https://phakhaolao.la/wp-content/uploads/2025/02/legal_lo_la_20240507095315-1.pdf. [Accessed: Jul. 24, 2026].
[8] Pha Khao Lao, “lao224786.pdf,” PDF document. [Online]. Available: https://phakhaolao.la/wp-content/uploads/2026/07/lao224786.pdf. [Accessed: Jul. 24, 2026].
[9] AnimalHub, “Asian Elephant (Elephas maximus) – Facts, diet, habitat & more,” AnimalHub. [Online]. Available: https://animalhub.earth/animals/asian-elephant. [Accessed: Jul. 24, 2026]
[10] Love Elephants, “Elephants in Laos,” Love Elephants. [Online]. Available: https://loveelephants.org/elephants-in-laos/. [Accessed: Jul. 24, 2026].

ຜູ້ສ້າງ Factsheet:
Duangkhae Keonoy
ຜູ້ກວດສອບ Factsheet:
,