ເລກລຳດັບທີ: 4905
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-24
ງົວບາ
Kouprey
Bos sauveli Urbain, 1937
ສັດ
ສັດລ້ຽງລູກດ້ວຍນົມ
×
ຊື່ທ້ອງຖີ່ນ:
ງົວປ່າ ( Gray Ox, Grey Ox, Indochinese Forest Ox and Kouprey.)
ຊື່ພ້ອງ
:
ຊື່ສະກຸນ:
Bovidae
ຊະນິດໃກ້ຄຽງ:
ງົວ / Cattle
ບັນຍາຍລັກສະນະທາງພືດສາດ:
ສັດຊະນິດນີ້ມີລຳຕົວຮຽວບາງ, ຍາວ, ມີສັນນູນເດັ່ນຊັດຈາກໄຫຼ່ໄປຫາກາງຫຼັງ, ມີໜຽງທີ່ພັດທະນາດີທອດຍາວຈາກລຳຄໍໄປຮອດກາງເອິກ ຫາງມີລັກສະນະທາງເພດທີ່ແຕກຕ່າງ.
ງົວຕົວຜູ້ມີເຂົາຂະໜາດໃຫຍ່ ແລະ ແຂງແຮງແຜ່ກວ້າງ ໂຄ້ງຂື້ນ ແລະ ໂຄ້ງໄປດ້ານຫຼັງ, ປາຍເຂົາຖືກຫຸ້ມດ້ວຍເນື້ອເຍື້ອທີ່ຍາບ ແລະ ເເປັນຝອຍ. ສ່ວນຕົວແມ່ເຂົາຈະລຽບ ຮູບຊົງຄ້າຍພິນທີ່ບິດເປັນກຽວຂື້ນດ້ານເທິງ ເຊິ່ງເປັນລັກສະນະສະເພາະທີ່ບໍ່ພົບໃນງົວປ່າ ຫຼື ງົວບ້ານຊະນິດອື່ນ.
ຄວາມຍາວລຳຕົວຈາກຫົວໄປຢູ່ທີ່ 220-240 ຊມ, ຄວາມສູງບໍລິເວນບ່າໄຫຼ່ 150-200 ຊມ, ຄວາມຍາວຫາງ 90-100 ຊມ ແລະ ເຂົາອາດຍາວໄດ້ຮອດ 80 ຊມ. ນ້ຳໜັກໂຕເຕັມໄວຢູ່ລະຫວ່າງ 500-900 ກິໂລກຼາມ.
ງົວຕົວຜູ້ແກ່ຈະມີສີດຳເຂັ້ມ ໃນຂະນະທີ່ຕົວແມ່ຈະເປັນສີເທົາປົນສີນ້ຳຕານອອ່ນ, ສ່ວນທ້ອງຈະມີສີອອ່ນກ່ວາ ແລະ ທັງສອງເພດຈະມີຂົນສີຂາວເປັນແຖບຍາວຈາກຂໍ້ຫາສົ້ນຕີນລົງມາ ໂດຍມີຂົນສີເຂັ້ມເປັນເສັ້ນຍາວຕາມແນວໜ້າຜາກ ມີລາຍສີນ້ຳຕານແດງທີ່ໜ້າຜາກ, ຮອບປາກ ແລະ ດວງຕາ. ມີຫູຂະໜາດໃຫຍ່.
ລູກງົວອອ່ນຈະມີຫາງຍາວ ແລະ ຟູເປັນພວງ ປະກອບດ້ວຍຂົນສີດຳ ແລະ ສີຂາວປົນກັນ ງົວຕົວແມ່ມີຄວາມສູງ ແລະ ນ້ຳໜັກປະມານສາມໃນສີ່ຂອງງົວຕົວຜູ້. ຂົນສີນ້ຳຕານແດງໂດຍມີສີອອ່ນກ່ວາບໍລິເວນເຂົາ.
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia; Lao People's Democratic Republic, Thailand; Viet Nam. [3], [4]
Global distribution of Bos sauveli between 1954 to 1962. Source: [5]

ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າໂຄກ
ປ່າແປກປະສົມປ່າໃບກ້ວາງ
ທົ່ງຫຍ້າ
ປ່າປະສົມປ່ຽນໃບ
ປ່າໂຄກ
ປ່າແປກປະສົມປ່າໃບກ້ວາງ
ທົ່ງຫຍ້າ
ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ໃກ້ສູນພັນສູງສຸດ
ຊະນິດພັນ CITES:
ບັນຊີທີ່ I
ບັນຊີສັດປ່າຂອງລາວ
:
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP:
N/A
ບັນຊີໄມ້:
N/A
ບັນຍາຍການອະນຸຮັກ:
ບັນຊີ IUCN: ສັດຊະນິດນີ້ຖືກຈັດຢູ່ໃນລາຍຊື່ສັດໃກ້ສູນພັນຢ່າງສູງ (ອາດສູນພັນໄປແລ້ວ) ບັນທຶກທີ່ຕີພິມຄັ້ງສຸດທ້າຍຂອງງົວບາ ມາຈາກ: Pfeffer (1974 in litt. to IUCN/CMC). ລາຍງານລ່າສຸດຍັງບໍ່ໄດ້ຮັບການຢັ້ງຢືນ. ໃນປີ 2554 ໄດ້ມີການປະເມີນຮູບຖ່າຍຈາກກ້ອງດັກຈັບສັດ 90% ໃນພູມມິພາກເຊິ່ງລວມທັງພື້ນທີ່ອາດເປັນແຫຼ່ງທີ່ຢູ່ຂອງງົວບາ ເຊິ່ງສະແດງໃຫ້ເຫັນວ່າບໍ່ມີການບັນທຶກພາບທີ່ໄດ້ຮັບການຢັ້ງຢືນມາຫຼາຍກ່ວາ 40 ປີແລ້ວ. ການສຳຫຼວດຢ່າງກວ້າງຂວາງໃນປັດຈຸບັນໄດ້ບັນທຶກໄວ້ແລ້ວວ່າປະຊາກອນງົວບາຈຳນວນຫຼາຍຍັງຄົງມີຢູ່ໃນພື້ນທີ່ທາງປະຫວັດສາດຂອງງົວບາ ແລະ ບໍ່ມີພື້ນທີ່ໃດທາງຕາເວັນອອກຂອງກຳປູເຈຍທີ່ມີຈຳນວນງົວປ່າສູງ ໃນພື້ນທີ່ສ່ວນໃຫຍ່ຈຳນວນງົວບາຕ່ຳຫຼາຍຈົນບໍ່ໜ້າຈະເປົນໄປໄດ້ທີ່ງົວບາຈະສາມາດຢູ່ລອດໄດ້. [2], [9]
ບັນຊີ CITES: ງົວບາຈັດຢູ່ໃນບັນຊີທີ່ I ຂອງ CITES ເຊິ່ງໝາຍຄວາມວ່າການຄ້າລະຫວ່າງປະເທດໃນສາຍພັນນີ້ ຫຼື ສ່ວນຕ່າງໆຂອງຊະນິດນີ້ເປັນສິ່ງຕ້ອງຫ້າມຢ່າງເດັດຂາດ. ຊະນິດນີ້ຈັດຢູ່ໃນບັນຊີທີ່ I ຕັ້ງແຕ່ເລີ່ມມີການໃຊ້ CITES ໃນໄລ່ຍະທຳອິດ (1975). [1], [9]
ສະຖານະບັນຊີສັດປ່າຂອງລາວ, 2024: ງົວບາ ເປັນສັດປ່າທີ່ຈັດຢູ່ໃນບັນຊີທີ່ I, ເຊິ່ງເປັນສັດທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ. ສັດເຫຼົ່ານີ້ມີຄຸນຄ່າສູງຕໍ່ຄວາມສົມບູນຂອງລະບົບນິເວດ, ການທ່ອງທ່ຽວເຊີງອານຸລັກ ແລະ ການສຶກສາທາງວິທະຍາສາດ, ດັງນັ້ນ ສັດປ່າໃນບັນຊີທີ່ I ຈຶ່ງຕ້ອງໄດ້ຮັບການຈັດການ, ປົກປ້ອງ ແລະ ອານຸລັກຢ່າງເຂັ້ມງວດ ເພື່ອໃຫ້ໝັ້ນໃຈເຖິ່ງການຢູ່ລອດ ແລະ ບົດບາດທາງນິເວດວິທະຍາຂອງພວກມັນ [7]. ງົວບາໃນອາດີດເຄີຍອາໃສຢູ່ໃນພື້ນທີ່ທາງພາກໃຕ້ຂອງລາວໃກ້ຊາຍແດນກຳປູເຈຍ ແຕ່ປັດຈຸບັນຖືວ່າສູນພັນໄປຈາກພື້ນທີ່ດັງກ່າວແລ້ວ ບໍ່ມີການພົບເຫັນສັດຊິນິດນີ້ຢ່າງແນ່ນອນອີກເລີຍນັບຕັ້ງແຕ່ທ້າຍທົດສັດຕະວັດ 1980 ແລະ ບໍ່ມີປະຊາກອນທີ່ສາມາດດຳລົງຊີວິດເຫຼືອໄດ້ຢູ່ໃນລາວໃນປັດຈຸບັນ. [6]

ການນຳໃຊ້
ປະເພດການນຳໃຊ້:
ຫ້າມນຳໃຊ້
ບັນຍາຍການນຳໃຊ້:
ຫ້າມນຳໃຊ້:
1. CITES:
• ຫ້າມມີການຄ້າຂາຍ: ການຄ້າລະຫວ່າງປະເທດໃນສັດທີ່ມີຊີວິດ, ຊິ້ນສ່ວນ ຫຼື ຜະລິດຕະພັນ (ເຊັ່ນ: ເຂົາ, ໜັງ) ເປັນສິ່ງຕ້ອງຫ້າມຢ່າງເດັດຂາດ.
• ກໍລະນີພິເສດ: ການຄ້າໄດ້ຮັບການອານຸຍາດສະເພາະເພື່ອວັດຖຸປະສົງທີ່ບໍ່ແມ່ໃຊ້ທາງເສດຖະກິດ ເຊັ່ນ ການສຶກສາທາງວິທະຍາສາດ ຫຼື ການເພາະລ້ຽງເພື່ອການອານຸລັກ ແລະ ຕ້ອງມີໃບອານຸຍາດທັງສົ່ງອອກ ແລະ ນຳເຂົ້າ.
• ການບັງຄັບໃຊ້ກົດໝາຍພາຍໃນປະເທດ: ແຕ່ລະພາຄີຂອງ CITES ຕ້ອງນຳການຄຸ້ມຄອງຕາມບັນຊີທີ່ I ໄປໃຊ້ໃນກົດໝາຍພາຍໃນປະເທດ ໂດຍມີບົດລົງໂທດສຳຫຼັບການຄ້າທີ່ຜິດກົດໝາຍ.
ແຫຼ່ງທີ່ມາ: [1]
2. ກົດໝາຍວ່າດ້ວຍສັດປ່າຂອງລາວ: ສັດປ່າທີ່ລະບຸໄວ້ໃນບັນຊີທີ່ I ຫ້າມລ່າໂດຍເດັດຂາດ ຍົກເວັ້ນໃນກໍລະນີທີ່ຈຳເປັນ ເຊັ່ນ ການສຶກສາ ຫຼື ການເພາະລ້ຽງ ທີ່ບໍ່ໃຊ້ໃນທາງເສດຖະກິດ ແລະ ຕ້ອງໄດ້ຮັບອານຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້. [8]
ໃນນາມຂອໂຄງການພາເຂົ້າລາວ ພວກເຮົາປະຕິເສດຢ່າງເດັດຂາດຕໍ່ການສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍ່ຕາມ.

ການປູກ ການລ້ຽງ:
ຊະນິດທຳມະຊາດ
ລະດູການເກັບກູ້:
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພຶດຕິກຳ: ເຊື່ອກັນວ່າງົວບາປັບຕົວໃຫ້ເຂົ້າກັບວິຖີ່ຊິວິດກາງຄືນ ເພື່ອຫຼີກລ່ຽງການລົບກວນຈາກມະນຸດ, ໂດຍຈະຫຼົບເຂົ້າໄປໃນປ່າໜາທຶບໃນເວລາກາງເວັນ ແລະ ອອກມາຫາກິນໃນທົ່ງຫຍ້າໂລ່ງໃນເວລາກາງຄືນ. ຕົວຜູ້ໃຊ້ໃນການຂຸດດິນ ແລະ ເປັນທີ່ຮູ້ຈັກກັນວ່າມັກເອົາຫົວຊົນຕົ້ນໄມ້ ເຊິ່ງເຮັດໃຫ້ປາຍເຂົາແຕກເປັນຝອຍ. ຝູງມັກປະກອບດ້ວຍສະມາຊິກນ້ອຍກ່ວາ 20 ຕົວ ແລະ ມີຕົວແມ່ເປັນຜູ້ນຳຝູງພຽງຕົວດຽວ, ຝູງອາດຈະເດີນທາງໄດ້ໄກຮອດ 15 ກິໂລແມັດ ໃນຄືນດຽວ ໃນຂະນະທີ່ຫາອາຫານຈຳພວກຫຍ້າ, ກ້ອນເກືອ ແລະ ແຫຼ່ງນ້ຳ. [1], [2]
ການປະສົມພັນ: ການປະສົມພັນຈະເກີດຂື້ນໃນລະດູໃບໄມ້ປົ່ງ ແລະ ຕົວແມ່ຈະໃຫ້ກຳເນດລູກພຽງຕົວດຽວ ໃນຊ່ວງລະດູໜາວຫຼັງຈາກຖືພາໄດ້ເປັນເວລາ 8-9 ເດືອນ, ຕົວແມ່ຈະອອກຈາກຝູງໄປເກີດລູກຊົ່ວຄາວ ຫຼັງຈາກນັ້ນປະມານໜຶ່ງເດືອນກໍຈະປົກປ້ອງລູກໄວ້ໃນພື້ນທີ່ຟຸ່ມໄມ້ໜາແໜ້ນ ແລ້ວຈຶ່ງກັບເຂົ້າຝູງພ້ອມກັບລູກ. [2]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ກາລ່າສັດເພື່ອບໍລິໂພກໃນທ້ອງຖິ່ນ ແລະ ເພື່ອການຄ້າຊີ້ນ ແລະ ສິ້ນສ່ວນຂອງຮ່າງກາຍ (ໂດຍສະເພາະເຂົາ ແລະ ກະໂຫຼກ) ເຄີຍເປັນໄພຂົ່ມຂູ່ຫຼັກຕະຫຼອດຊ່ວງການກະຈາຍພັນຂອງງົວບາ, ຫາກສາຍພັນນີ້ໄດ້ສູນພັນໄປແລ້ວ ພະຍາດທີ່ແພ່ກະຈາຍຈາກ ສັດລ້ຽງໃນບ້ານ ຫຼື ສັດລ້ຽງທີ່ປ່ອຍຫາກິນອິດສະຫຼະອາດສົ່ງຜົນຮ້າຍແຮງໄດ້, ເນື່ອງຈາກປະຊາກອນຂອງງົວບາຫຼຸດລົງຈຳນວນຫຼາຍຢູ່ແລ້ວ ການສູນເສຍແຫຼ່ງທີ່ຢູ່ອາໃສ ເຊິ່ງເປັນຜົນມາຈາກການບຸກເບີກທີ່ດິນເພື່ອການເພາະປູກ (ທັງໃນທ້ອງຖິ່ນ ແລະ ທາງເສດຖະກິດ), ການເຮັດເໝືອງ ແລະ ການຕັດໄມ້ທີ່ເພີ່ມຂື້ນຢ່າງໄວ ລວມທັງການລົບກວນອື່ນໆຈາກມະນຸດ ກໍ່ເປັນໄພຂົ່ມຂູ່ຄືກັນ ເຖິ່ງວ່າຈະມີໃນສຳຄັນໜ້ອຍກ່ວາການລ່າສັດກໍ່ຕາມ. [2], [9]
ການຕິດຕາມປະຊາກອນ: ສາຍພັນນີ້ມີແນວໂນ້ມທີ່ຈະສູນພັນໄປແລ້ວ ເຫຼືອຢູ່ພຽງບໍ່ກີ່ຕົວເທົ່ານັ້ນ, ແນ່ນອນວ່າໜອຍກ່ວາ 250 ຕົວເຕັມໄວ ແລະ ເກືອບຈະແນ່ນອນວ່າໜ້ອຍກວ່າ 50 ຕົວ. ແຮງກົດດັນຈາກການລ່າຢ່າງໜັກທົ່ວທັງຖິ່ນທີ່ຢູ່ຂອງມັນເຮັດໃຫ້ຈຳນວນປະຊາກອນຫຼຸດລົງຫຼາຍ ຄາດວ່າເກີນ 80% ໃນຊ່ວງ 30 ປີທີ່ຜ່ານມາ (ໂດຍມີອາຍຸໄຂສະເລ່ຍປະມານ 8-10 ປີ) ເຊື່ອກັນວ່າປະຊາກອນຍ່ອຍທີ່ເຫຼືອຢູ່ກຳລັງຫຼຸດລົງຢ່າງຕໍ່ເນື່ອງ, ຫາກສາຍພັນນີ້ຍັງບໍ່ສູນພັນໄປແລ້ວ. [3], [9]
ການເກັບກູ້ແບບຍືນຍົງ:
ງົວຊະນິດນີ້ໄດ້ຮັບການຂື້ນທະບຽນພາຍໃຕ້ບັນຊີທີ່ I ຂອງ CITES ແລະ ໄດ້ຮັບການຄຸ້ມຄອງຕາມກົດໝາຍໃນທຸກໆປະເທດ. ມາດຕະການອານຸລັກທີ່ມີປະສິດທິພາບຫຼາຍທີ່ສຸດໃນປັດຈຸບັນນັ້ນໄປທີ່ການປົກປ້ອງຊຸມຊົນສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ ໃນພື້ນທີ່ແຫຼ່ງກຳເນີດໃນພາກຕາເວັນອອກຂອງກຳປູເຈຍ ໂດຍສະເພາະຢ່າງຍິ່ງການເຊື່ອມຕໍ່ ແລະການເສີມສ້າງໂຄງການທີ່ມີຢູ່ໃນພື້ນທີ່ປ່າສະຫງວນ Srepok ຂອງປ່າສະຫງວນ Mondulkiri ແລະ ພື້ນທີ່ອານຸລັກຄວາມຫຼາກຫຼາຍທາງຊີວະພາບ Siema (AWCSG 2011). [3]
ກົດໝາຍ ແລະ ນະໂຍບາຍ:
1. ຂໍບັງຄັບພາຍໃຕ້ກົດໝາຍໃນບັນຊີທີ່ I ຂອງ CITES:
- ຂໍ້ຫ້າມໃນການຄ້າຂາຍເຂົາແຮດທົ່ວໂລກ: ບໍ່ມີຕະຫຼາດລະຫວ່າງປະເທດທີ່ຖືກົດໝາຍສຳຫຼັບເຂົາແຮດນໍດຽວ ຫຼື ອານຸພາກຕ່າງໆຂອງແຮນໍດຽວ.
- ຂໍ້ຈຳກັດໃນການເພາະລ້ຽງໃນກົງ: ການເຄື່ອນຫຍ້າຍສັດແຕ່ລະຕົວເພື່ອວັດຖຸປະສົງໃນການອານຸລັກ ຈະຕ້ອງໄດ້ຮັບການຄວບຄຸມ ແລະ ອານຸຍາດຢ່າງເຂັ້ມງວດພາຍໃຕ້ CITES.
- ລຳດບຄວາມສຳຄັນໃນການບັງຄັບໃຊ້ກົດໝາຍ: ປະເທດຕ່າງໆ (ເຊັ່ນ: ອິນໂດເນເຊຍ) ຈຳເປັນຕ້ອງຖືວ່າການລ່າສັດ ແລະ ການຄ້າສັດປ່າຜິດກົດໝາຍເປັນອາດສະຍາກຳທີ່ຮ້າຍແຮງກ່ຽວກັບສັດປ່າ.
ແຫຼ່ງຂໍ້ມູນ: [1]
2. ກົດໝາຍລາວ:
ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ຖືກຫ້າມບໍ່ໃຫ້ມີການກະທຳໃດໆຕໍ່ໄປນີ້:
1) ການສະເໜີສິນບົນ ຫຼື ເປັນຕົວກາງໃນການສະເໜີ ຫຼື ຮັບສິນບົນ.
2) ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ
3) ການຄອບຄອງ, ຊື້-ຂາຍ, ລ່າ, ນຳເຂົ້າ-ສົ່ງອອກ ຫຼື ການເຄື່ອນຫຍ້າຍສັດປ່າຢ່າງຜິດກົດໝາຍ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ.
4) ການທາລຸນນະກຳສັດທຸກຮູບແບບ
5) ການມີສ່ວນຮ່ວມໃນການຜະລິດ ນຳເຂົ້າ, ຈຳນ່າຍ ແລະ ໃຊ້ອາວຸດລ່າສັດ ຫຼື ເຄື່ອງມືທີ່ມີລັກສະນະທຳລາຍລ້າງ ເຊັ່ນ ອຸປະກອນລະເບີດ, ສານເຄມີ, ສານພິດ, ໄຟຟ້າ, ແສງ, ສຽງ, ຄື້ນ ແລະ ອື່ນໆ.
6) ການບຸກລຸກ ແລະ ການທຳລາຍເຂດອານຸລັກສັດປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ແຫຼ່ງອາຫານສັດປ່າທາງຕົງ ຫຼື ທາງອອ້ມ.
7) ການປ່ອຍສັດປ່າຕ່າງຖິ່ນທີ່ມີຄວາມສ່ຽງທີ່ຈະກໍໃຫ້ເກີດອັນຕະລາຍຕໍ່ສັດປ່າພື້ນເມືອງ ແລະ ລະບົບນິເວດ.
8) ການເຄື່ອນຫຍາຍ, ຫານປ່ຽນແປງ ຫຼື ການທຳລາຍເຄື່ອງໝາຍເຂດແດນຂອງຂອບເຂດອານຸລັກສັດປ່າ.
9) ພຶດຕິກຳອື່ນໆທີ່ຝ່າຝືນກົດໝາຍ.
ແຫຼ່ງຂໍ້ມູນ: [8]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] Earth.com, "Bos sauveli (Kouprey)," Earthpedia Animal Encyclopedia. [Online]. Available: https://earthpedia.earth.com/animal-encyclopedia/chordata/bovidae/bos-sauveli/. [Accessed: Jul. 23, 2026].
[2] The World of Animals Forum, "Kouprey (Bos sauveli)," ProBoards. [Online]. Available: https://theworldofanimals.proboards.com/thread/3542/kouprey-bos-sauveli?page=1&utm_source=google&utm_medium=organic. [Accessed: Jul. 23, 2026].
[3] YouTube, "Bos sauveli," Wildlist. [Online]. Available: https://www.youtube.com/watch?v=wDHAUVuuxpg. [Accessed: Jul. 23, 2026].

ອ້າງອິງ:
[1] Convention on International Trade in Endangered Species of Wild Fauna and Flora (CITES), "Checklist of CITES Species: Bos sauveli." [Online]. Available: https://checklist.cites.org/#/en/search/output_layout=alphabetical&level_of_listing=0&show_synonyms=1&show_author=1&show_english=1&show_spanish=1&show_french=1&scientific_name=Bos+sauveli&page=1&per_page=20. [Accessed: Jul. 23, 2026].
[2] The World of Animals Forum, "Kouprey (Bos sauveli)," ProBoards. [Online]. Available: https://theworldofanimals.proboards.com/thread/3542/kouprey-bos-sauveli?page=1&utm_source=google&utm_medium=organic. [Accessed: Jul. 23, 2026].
[3] R. J. Timmins, S. Hedges, and J. W. Duckworth, "Bos sauveli," The IUCN Red List of Threatened Species, 2008, e.T2890A9491262. [Online]. Available: https://www.iucnredlist.org/species/2890/46363360#habitat-ecology. [Accessed: Jul. 23, 2026].
[4] J. Soubrier et al., "Kouprey (Bos sauveli) genomes unveil polytomic origin of wild Asian Bos," iScience, vol. 24, no. 11, Art. no. 103226, Nov. 2021. doi: 10.1016/j.isci.2021.103226. [Online]. Available: https://www.sciencedirect.com/science/article/pii/S2589004221011949. [Accessed: Jul. 23, 2026].
[5] Global Biodiversity Information Facility (GBIF), "Bos sauveli Urbain, 1937." [Online]. Available: https://www.gbif.org/taxon/MLQ4. [Accessed: Jul. 23, 2026].
[6] Recently Extinct Species, "Bos sauveli (Kouprey)." [Online]. Available: https://recentlyextinctspecies.com/artiodactyla-even-toed-ungulates/bos-sauveli?utm_source=copilot.com. [Accessed: Jul. 23, 2026].
[7] Pha Khao Lao, "Legal document" [PDF]. [Online]. Available: https://phakhaolao.la/wp-content/uploads/2025/02/legal_lo_la_20240507095315-1.pdf. [Accessed: Jul. 23, 2026].
[8] Pha Khao Lao, "Lao224786" [PDF]. [Online]. Available: https://phakhaolao.la/wp-content/uploads/2026/07/lao224786.pdf. [Accessed: Jul. 23, 2026].
[9] R. J. Timmins, S. Hedges, and J. W. Duckworth, "Bos sauveli. The IUCN Red List of Threatened Species 2008," The IUCN Red List of Threatened Species, 2008, e.T2890A9491262. doi: 10.2305/IUCN.UK.2008.RLTS.T2890A9491262.en. [Online]. Available: https://www.researchgate.net/publication/301746982_Bos_sauveli_The_IUCN_Red_List_of_Threatened_Species_2008. [Accessed: Jul. 23, 2026].

ຜູ້ສ້າງ Factsheet:
Duangkhae Keonoy
ຜູ້ກວດສອບ Factsheet:
,