ເລກລຳດັບທີ: 4903
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-22
ປາຊິວອ້າວ
Shark Minnow
Luciosoma bleekeri Steindachner, 1878
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາໝາກຫວາຍ (Apollo shark)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Luciosoma
ຊະນິດ
Luciosoma bleekeri
ຊື່ພ້ອງ
Luciosoma harmandi Steindachner, 1880
ບັນຍາຍລັກສະນະທາງພືດສາດ
ລຳຕົວຍາວ. ຄີຫຼັງອອ່ນ9 ເສັ້ນ ແລະ ຄີກົ້ນອອ່ນ 8 ເສັ້ນ, ມີແຖບສີເຂັ້ມພາດຕາມແນວກາງລຳຕົວ ຕໍ່ເນື່ອງເປັນຈຸດສີດຳບໍລິເວນໂຄນຄີຫາງສ່ວນເທິງ. ຄີຫາງມີຈຸດສີດຳຈຳນວນຫຼາຍ, ໜວດຈະເລີນດີ ທີ່ສຳຄັນຄືບໍ່ມີຈຸດເທິງເກັດເສັ້ນຂ້າງລຳຕົວ.
ປາຊະນິດນີ້ມີລັກສະນະເດັ່ນຄື ບໍ່ມີຈຸດສີດຳຮຽງກັນຕາມເກັດເສັ້ນຂ້າງລຳຕົວ ແຖບຂ້າງລຳຕົວມັກເກີດຈາກຈຸດສີດຳທີ່ເຊື່ອມຕໍ່ກັນກັນ ເຊິ່ງຂະຫຍາຍອອກໄປເປັນຮອຍດຳບໍລິເວນໂຄນຄີຫາງສ່ວນເທິງ ຄີຫາງມີຈຸດສີດຳຈຳນວນຫຼາຍຢ່າງສະໝໍ່າສະເໝີ ໃນຂະນະທີ່ເກັດຕາມແນວເສັ້ນຂ້າງລຳຕົວບໍ່ມີຮອຍໃດໆ.
ຂະໜາດ: 21 ຊມ SL.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]

Global distribution of Luciosoma bleekeri between 1949 to 2024. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຕາມການບັນທຶກຂອງ GBIF ແຫຼ່ງທີ່ຢູ່ອາໄສຂອງສາຍພັນນີ້ໄດ້ຮັບການບັນທຶກໃນແຂວງຈຳປາສັກ ໂດຍສະເພາະຕາມແມ່ນ້ຳຂອງທີ່ບ້ານຫາງຄອນ ເຊິ່ງຢູ່ໃຕ້ນ້ຳຕົກຄອນພະເພັງໃນ ໃນມືອງໂຂງ. [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ອາໃສຢູ່ໃນແມ່ນ້ຳ ແລະ ຫ້ວຍ້ຳສາຂາ, ອົບພະຍົບໄປຍັງພື້ນທີ່ຊຸ່ມນ້ຳ ແລະ ພື້ນທີ່ຕ່ຳທີ່ນ້ຳທ້ວມຮອດໃນຊ່ວງລະດູຝົນ ພົບປາຊະນິດນີ້ສ່ວນໃຫຍ່ຢູ່ໃນແມ່ນ້ຳ, ແຕ່ກໍ່ພົບໄດ້ໃນປ່າທີ່ຖືກນ້ຳທ້ວມຄືກັນ ເມື່ອນ້ຳມ້ວຫຼຸດລົງຢ່າງໄວໃນເດືອນ ພະຈິກ ແລະ ເດືອນ ທນວາ ມັກຈະອົບພະຍົບໄປຍັງແມ່ນ້ຳຖາວອນ [3]. ເປັນຊະນິດທີ່ອາໄສຢູ່ໃນແມ່ນ້ຳ, ມັກນ້ຳໄຫຼ ແຕ່ກໍ່ອົບພະຍົບໄປຍັງພື້ນທີ່ຊຸ່ມນ້ຳ ແລະ ປ່າທີ່ຖືກນ້ຳທ້ວມໃນຊ່ວງລະດູຝົນ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
N/A
ບັນຊີລາຍຊື່ຂອງ IUCN: ປາຊະນິດນີ້ມີການກະຈາຍຕົວຢ່າງກວ້າງຂວາງ ແລະ ບໍ່ມີໄພຂົ່ມຂູ່ທີ່ສຳຄັນໃນວົງກວ້າງ ເຖິ່ງວ່າການປະມົງແບບດັບສູນຈະກໍ່ໃຫ້ເກີດແຮງກົດດັນໃນບາງພື້ນທີ່ ແຕ່ກໍ່ບໍ່ຖືວ່າແຜ່ຫຼາຍ ຈາກຂໍ້ມູນໃນປັດຈຸບັນ ປາຊະນິດພັນນີ້ໄດ້ຮັບການປະເມີນວ່າມີຄວາມສ່ຽງໜ້ອຍທີ່ສຸດ. [3]
ໃນບັນຊີຂອງລາວ: ຈາກບັນຊີລາຍຊື່ສັດນໍ້າ ແລະ ສັດປ່າຂອງລາວ ປີ 2021 ສັດນ້ຳທີ່ຖືກຈັດຢູ່ໃນບັນຊີທີ່ II ເປັນຊະນິດທີ່ບໍ່ມີຄວາມສ່ຽງຕໍ່ການສູນພັນ ແລະ ຖືວ່າມີປະໂຫຍດຕໍ່ລະບົບນິເວດ, ສັງຄົມ, ເສດຖະກິດ ແລະ ການສຶກສາທາງດ້ານວິທະຍາສາດ, ສັດເຫຼົ່ານີ້ຕ້ອງໄດ້ຮັບການຈັດການ, ຄຸ້ມຄອງ ແລະ ພັດທະນາ ໂດຍມີການຄວບຄຸມການນຳໃຊ້ຢ່າງສະໝໍ່າສະເໝີ. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້, ອາຫານ
ອາຫານ: ບໍລິລິໂພກໃນຄົວເຮືອນໃນທ້ອງຖິ່ນ ແລະ ຈຳນ່າຍໃນຕະຫຼາດ ບາງຄັ້ງມີການບັນທຶກໄວ້ໃນການຄ້າປາໃນຕູ້. [3]
ບໍ່ແນະນຳໃຫ້ໃຊ້: ສຳຫຼັບການບໍລິໂພກສັດນ້ຳປະເພດທີ່ II ໃນຄົວເຮືອນຕ້ອງໄດ້ຮັບອານຸຍາດຕາມກົດລະບຽບ. ສັດນ້ຳທີ່ລະບຸໄວ້ໃນບັນຊີທີ່ II ຂອງລາວໄດ້ຮັບການອານຸຍາດສຳຫຼັບການສຶກສາ ແລະ ການເພາະລ້ຽງ, ໃນກໍລະນີສັດນ້ຳທີ່ເພາະລ້ຽງ ການລ້ຽງສະເພາະເຮືອນຄົວ ແລະ ການລ້ຽງເພື່ອເປັນເສດຖະກິດໄດ້ຮັບການອານຸຍາດຕາມກົດໝາຍ ຕັ້ງແຕ່ປາລຸ່ນທຳອິດເປັນຕົ້ນໄປຕ້ອງມີການລົງທະບຽນ ແລະ ລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. [7]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ກິນແມງໄມ້ຈາກພາຍນອກເປັນຫຼັກ ໂດຍກິນສັດຈຳພວກກຸ້ງ ແລະ ປາຂະໜາດນ້ອຍເພີ່ມເຕີມ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຫາປາຫຼາຍເກີນໄປ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສຖືເປັນໄພຂົ່ມຂູ່ທີ່ອາດຈະເກີດຂື້ນກັບສາຍພັນນີ້. [3]

ກົດໝາຍ ແລະ ນະໂຍບາຍ: ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:
1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫຼື ຈັບສັດນໍ້າ ແບບດັບສູນ;
2. ນໍາໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ ອວນ, ລີ, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ;
3. ຫາສັດນໍ້າ ຈາກແຫຼ່ງນໍ້າທຳມະຊາດ ດ້ວຍການ ຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫຼື ດູດໜອງທຳມະຊາດທີ່ມີນໍ້າຕະຫຼອດປີ;
4. ຮັບເອົາ, ຊີ້ ຂາຍ, ຄອບຄອງ ຫຼື ຂົນສົ່ງ ສັດນໍ້າບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ;
5. ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
6. ລ້ຽງ ແລະ/ຫຼື ປ່ອຍສັດນໍ້າຕ່າງຖິ່ນທີ່ມີຄວາມສ່ຽງທຳລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດ;
7. ປູກພືດນໍ້າ ທີ່ຈະເປັນການທຳລາຍ ລະບົບນິເວດ ຫຼື ແຫຼ່ງລ້ຽງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
8. ບຸກລຸກ ວັງສະຫງວນ ຫຼື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫຼ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ;
9. ຫາສັດນໍ້າ ໃນລະດູວາງໄຂ່;
10. ບໍລິໂພກ, ຊື້ ຂາຍ ສັດນໍ້າ ທີ່ ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫຼື ປົນເປື້ອນສານເຄມີຕົກຄ້າງ;
11. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ແຫຼ່ງຂໍ້ມູນ: [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,