ເລກລຳດັບທີ: 4902
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-22
ປາແດງ
Masheer fish
Tor laterivittatus Zhou & Cui, 1996
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊະນິດໃກ້ຄຽງ
ປາໂພງ/ Laos Mahseer
ປາຄວນ/ Pa Koua
ປາໂທນ/ Pa Thon
ປາແດງ/ Red Mahseer
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງຮຽວຍາວ, ຄີຫຼັງມີໜາມ 4 ອັນ ແລະ ກ້ານຄີອອ່ນ 8 ອັນ, ໃນຂະນະທີ່ຄີກົ້ນມີໜາມ 3 ອັນ ແລະ ກ້ານຄີອອ່ນ 5 ອັນ. ຮິມຝີປາກລຸ່ມມີກີບກາງທີ່ຍາວກ່ວາປົກກະຕິຍື່ນເລີຍເສັ້ນລະຫວ່າງມຸມປາກໃນຕົວຢ່າງທີ່ມີຂະໜາດໃຫຍ່ກ່ວາປະມານ 7 ຊມ SL. ຮິມຝີປາກເທິງມ້ວນຂື້ນ ແລະ ໄປດ້ານຫຼັງ ແຕ່ບໍ່ມີກີບກາງ.
ປາຕົວເຕັມໄວມີແຖບສີນ້ຳຕານເຂັ້ມຍາວຕາມແນວກາງລຳຕົວ ຄີຈະມີສີແດງໃນປາຕົວເຕັມໄວ ແລະ ມີສີອອ່ນກ່ວາໃນປາໄວອອ່ນ. ໂດຍທົ່ວໄປຈະມີເກັດ 2-4 ແຖວຢູ່ລະຫວ່າງເສັ້ນຂ້າງລໍາຕົວ ແລະ ຈຸດເລີ່ມຕົ້ນຂອງຄີຫຼັງ. ປາຊະນິດນີ້ມີເກັດຂະໜາດນ້ອຍ ໂດຍມີ 25 ເກັດຕາມແນວເສັ້ນຂ້າງລຳຕົວ ແລະ 9 ເກັດກ່ອນຄີຫຼັງ.
ຕາມີຂະໜາດນ້ອຍ (14.6 – 19.7% ຂອງຄວາມຍາວຫົວ) ເບິ່ງບໍ່ເຫັນເມື່ອເບິ່ງຈາກດ້ານລຸ່ມ. ຂອບດ້ານເທິງ ແລະ ດ້ານຫຼັງຂອງຄີຫຼັງວ້ຳເລິກ, ບໍລິເວນຄໍມີເກັດຂະໜາດນ້ອຍເບິ່ງເຫັນໄດ້, ຊີ່ເຫງືອກມີຈຳນວນ 19-22 ຊີ່.
ຂະໜາດ: ຄວາມຍາວສູງສຸດທີ່ບັນທຶກໄວ້ 60 ຊມ ຂອງຄວາມຍາວມາດຕະຖານ (SL).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to China (Yunnan); Lao People's Democratic Republic; Thailand. [2]

Global distribution of Tor laterivittatus. Source: [3]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ປາຊະນິດນີ້ມີການບັນທຶກໃນລາວ ໂດຍສະເພາະແຂວງເຊກອງ ໃນແມ່ນ້ຳເຊກອງ. [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຊະນິດນີ້ອາໄສຢູ່ໃນແມ່ນ້ຳ ແລະ ລຳທານຂະໜາດໃຫຍ່ທີ່ມີກະແສນ້ຳປານກາງຫານ້ຳໄຫຼແຮງ, ປາໂຕເຕັມໄວຂະໜາດໃຫຍ່ມັກພົບໃນອ່າງນ້ຳເລິກ ໃນຂະນະທີ່ປາໄວອອ່ນມັກພົບໃນບໍລິເວນນ້ຳຕື້ນທີ່ມີພື້ນເປັນຊາຍ ບໍລິເວນນ້ຳຕື້ນເຫຼົ່ານີ້ອາດບໍ່ແມ່ນສະພາບແວດລ້ອມທີ່ປາຊະນິດນີ້ມັກອາໄສຢູ່ ແຕ່ເປັນສະຖານທີ່ທີ່ມັກພົບປາໄວອອ່ນໄດ້. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
N/A
ບັນຊີ IUCN: ບໍ່ມີຂໍ້ມູນທາງປະລິມານກ່ຽວກັບການຫຼຸດລົງຂອງປະຊາກອນເນື່ອງຈາກການຈັບປາຫຼາຍເກີນໄປ ຫຼື ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ, ເຖິ່ງຢ່າງໃດກໍ່ຕາມ ສານພັນນີ້ອາດມີການຫຼຸດລົງຫຼາຍພໍທີ່ຈະເຂົ້າຂ່າຍຢູ່ໃນປະເພດໃກ້ສູນພັນ ໃນກໍລະນີທີ່ບໍ່ມີຂໍ້ມູນພຽງພໍຫຼາຍກ່ວານີ້ ຈະຖືກປະເມີນວ່າເປັນຊະນິດພັນທີ່ບໍ່ມີຂໍ້ມູນພຽງພໍ. [2]
ໃນບັນຊີຂອງລາວ: ຈາກບັນຊີລາຍຊື່ສັດນໍ້າ ແລະ ສັດປ່າຂອງລາວ ປີ 2021 ສັດນ້ຳທີ່ຖືກຈັດຢູ່ໃນບັນຊີທີ່ II ເປັນຊະນິດທີ່ບໍ່ມີຄວາມສ່ຽງຕໍ່ການສູນພັນ ແລະ ຖືວ່າມີປະໂຫຍດຕໍ່ລະບົບນິເວດ, ສັງຄົມ, ເສດຖະກິດ ແລະ ການສຶກສາທາງດ້ານວິທະຍາສາດ, ສັດເຫຼົ່ານີ້ຕ້ອງໄດ້ຮັບການຈັດການ, ຄຸ້ມຄອງ ແລະ ພັດທະນາ ໂດຍມີການຄວບຄຸມການນຳໃຊ້ຢ່າງສະໝໍ່າສະເໝີ. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້, ອາຫານ
ອາຫານ: ປາຂະໜາດໃຫຍ່ຊະນິດນີ້ເປັນເປົ້າໝາຍໃນການປະມົງເພື່ອບໍລິໂພກຂອງມະນຸດ, ມີມູນຄ່າສູງ ແລະ ໂດຍທົ່ວໄປຈະບໍ່ຂາຍຕາມຕະຫຼາດ ແຕ່ຈະສົ່ງຕົງໄປຮ້ານອາຫານທີ່ສາມາດຊື້ປາທັງຕົວໄດ້. [2]
ບໍ່ແນະນຳໃຫ້ໃຊ້: ສຳຫຼັບການບໍລິໂພກສັດນ້ຳປະເພດທີ່ II ໃນຄົວເຮືອນຕ້ອງໄດ້ຮັບອານຸຍາດຕາມກົດລະບຽບ. ສັດນ້ຳທີ່ລະບຸໄວ້ໃນບັນຊີທີ່ II ຂອງລາວໄດ້ຮັບການອານຸຍາດສຳຫຼັບການສຶກສາ ແລະ ການເພາະລ້ຽງ, ໃນກໍລະນີສັດນ້ຳທີ່ເພາະລ້ຽງ ການລ້ຽງສະເພາະເຮືອນຄົວ ແລະ ການລ້ຽງເພື່ອເປັນເສດຖະກິດໄດ້ຮັບການອານຸຍາດຕາມກົດໝາຍ ຕັ້ງແຕ່ປາລຸ່ນທຳອິດເປັນຕົ້ນໄປຕ້ອງມີການລົງທະບຽນ ແລະ ລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. [6]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ສາຍພັນນີ້ຖືກຂົ່ມຂູ່ຫຼັກຈາກການຫາປາຫຼາຍເກີນໄປ ໂດຍສະເພາະຢ່າງຍິ່ງໃນກໍລະນີທີ່ໃຊ້ວິທີການທຳລາຍລ້າງ ເຊັ່ນ ລະເບີດ, ກັບດັກທີ່ຜິດກົດໝາຍ ແລະ ເບັດ, ການຕັດໄມ້, ການທຳລາຍປ່າ, ການກະສິກຳ ແລະ ເຂື່ອນໄພຟ້າພະລັງງານນ້ຳລ້ວນເປັນປັດໄຈກົດດັນເພີ່ມເຕີມໃນພື້ນທີ່ກະຈາຍພັນ [5]. ການປ່ຽນແປງຮູບຮ່າງຂອງແມ່ນ້ຳທີ່ເກີດຈາກກິດຈະກຳຂອງມະນຸດ ສົ່ງຜົນກະທົບຕໍ່ສາຍພັນນີ້ຫຼາຍຂື້ນ ໂດຍການຫຼຸດ ຫຼື ຂັດຂວາງການໄຫຼຂອງນ້ຳ, ການກຳຈັດພືດພັນອອກຈາກແຫຼ່ງທີ່ຢູ່ອາໄສສົ່ງຜົນຕໍ່ສະພາບແວດລ້ອມທາງນ້ຳ ເຮັດໃຫ້ໄພຂົ່ມຂູ່ເຫຼົ່ານີ້ຮຸນແຮງຂື້ນ. [2]

ການຕິດຕາມປະຊາກອນ: ບໍ່ມີການສຶກສາທາງວິທະຍາສາດໃດໆ ກ່ຽວກັບສະຖານະປະຊາກອນຂອງສາຍພັນນີ້ ເຖິ່ງຢ່າງໃດກໍ່ຕາມ ການສັງເກດສ່ວນຕົວບົ່ງຊີ້ວ່າປະຊາກອນໂດຍລວມຫຼຸດລົງໃນຊ່ວງ 20 ປີທີ່ຜ່ານມາ. [2]

ການເກັບກູ້ແບບຍືນຍົງ:

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:
1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫຼື ຈັບສັດນໍ້າ ແບບດັບສູນ;
2. ນໍາໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ ອວນ, ລີ, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ;
3. ຫາສັດນໍ້າ ຈາກແຫຼ່ງນໍ້າທຳມະຊາດ ດ້ວຍການ ຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫຼື ດູດໜອງທຳມະຊາດທີ່ມີນໍ້າຕະຫຼອດປີ;
4. ຮັບເອົາ, ຊີ້ ຂາຍ, ຄອບຄອງ ຫຼື ຂົນສົ່ງ ສັດນໍ້າບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ;
5. ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
6. ລ້ຽງ ແລະ/ຫຼື ປ່ອຍສັດນໍ້າຕ່າງຖິ່ນທີ່ມີຄວາມສ່ຽງທຳລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດ;
7. ປູກພືດນໍ້າ ທີ່ຈະເປັນການທຳລາຍ ລະບົບນິເວດ ຫຼື ແຫຼ່ງລ້ຽງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
8. ບຸກລຸກ ວັງສະຫງວນ ຫຼື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫຼ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ;
9. ຫາສັດນໍ້າ ໃນລະດູວາງໄຂ່;
10. ບໍລິໂພກ, ຊື້ ຂາຍ ສັດນໍ້າ ທີ່ ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫຼື ປົນເປື້ອນສານເຄມີຕົກຄ້າງ;
11. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ແຫຼ່ງຂໍ້ມູນ: [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,