ເລກລຳດັບທີ: 4901
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-17

ປາໂພງ
Laos Mahseer

Tor ater Roberts, 1999


ສັດ
ປາ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
( Dark Mahseer)

ຊື່ພ້ອງ :

ຊື່ສະກຸນ:
Cyprinidae

ຊະນິດໃກ້ຄຽງ:
ປາໂທນ/ Pa Thon
ປາແດງ/ Red Mahseer

ບັນຍາຍລັກສະນະທາງພືດສາດ:
ປາໂຕນີ້ມີເກັດຂ້ອນຂ້າງນ້ອຍ, ໂດຍມີເກັດ 30 ຫາ 31 ເກັດຕາມເສັ້ນຂ້າງລຳຕົວ, ເກັດກ່ອນຄີຫຼັງ 11 ຫາ 12 ເກັດ ແລະ ເກັດຕາມຂວາງ 1-5 ເກັດ, ກີບເຫງືອກພັດທະນາດີ ແຕ່ສັ້ນຫຼາຍ. ປາຕົວເຕັມໄວ ແລະ ປາໄວໜຸ່ມມີແຖບສີເຂັ້ມພາດກາງລຳຕົວ, ຄີທຸກຄີມີສີເຂັ້ມສະໝ່ໍ່າສະເໝີເກືອບດຳ. ມີກະດູກສັນຫຼັງປະກອບມີ 43 ຂໍ້.
ດວງຕາຈະມີມ່ານຕາສີແດງ. ລຳຕົວມີແຖບສີເຂັ້ມຊັດເຈນບໍລິເວນກາງລຳຕົວ ພື້ນພຜິວດ້ານຂ້າງສ່ວນເທິງຂອງຫົວ ແລະ ລຳຕົວເໜືອບແຖບເສັ້ນຈະມີສີເຂັ້ມກ່ວາ ຫຼື ເກືອບດຳ ໃນຂະນະທີ່ພື້ນຜິວດ້ານຂ້າງສ່ວນລຸ່ມແຖບເສັ້ນຂ້າງລຳຕົວຈະມີສີອອ່ນກ່ວາຫຼາຍ. ເກັດໃຕ້ເລັ້ນຂ້າງລຳຕົວຈະມີສີຂາວບໍລິເວນກາງ ແລະ ມີແຖບສີເທົາກວ້າງ, ສ່ວນທ້ອງມີສີຂາວຂຸ່ນ, ທຸກຄີມີສີເຂັ້ມສະໝໍ່າສະເໝີເກືອບດຳ ຍົກເວັ້ນບໍ່ລິເວນສີອອ່ນສ່ວນປາຍຂອງຄີຫຼັງ, ຄີກົ້ນ ແລະ ຄີຫາງ.
ຂະໜາດ: ຂະໜາດສູງສຸດທີ່ບັນທຶກໄວ້ 33.2 ຊມ ຕາມຄວາມຍາວມາດຕະຖານ (SL).
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Endemic to Lao People's Democratic Republic. [3]

Global distribution of Tor ater. Source: [4]

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ

ສະເພາະຖິ່ນໃນລາວ:
ສະເພາະຖິ່ນໃນລາວ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ຖືກຄຸກຄາມ

ຊະນິດພັນ CITES:
ບໍ່ຖືກລະບຸໃນບັນຊີປະເພດໃດ

ບັນຊີສັດປ່າຂອງລາວ :
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ

ບັນຊີ NTFP:
N/A

ບັນຊີໄມ້:
N/A

ບັນຍາຍການອະນຸຮັກ:
ໃນບັນຊີ IUCN: ປາຊະນິດມີການກະຈາຍພັນຢ່າງຈໍາກັດຫຼາຍ ພົບໄດ້ພຽງສອງແຫ່ງເທົ່ານັ້ນ, ເຖິ່ງວ່າໄພຂົ່ມຂູ່ໃນອານາຄົດອາດເປັນໄປໄດ້ ແຕ່ແນວໂນ້ມທີ່ຈະຍົກລະດັບສະຖານະຂອງພວກມັນໄປສະພາວະໃກ້ສູນພັນພາຍໃນໄລຍະເວລາອັນສັ້ນ ຫຼາຍກ່ວາຈະຈັດຢູ່ໃນສະານະ ໃກ້ສູນພັນສູງ ຫຼື ສູນພັນ, ດັງນັ້ນຈຶ່ງໄດ້ຮັບການປະເມີນວ່າ ເປັນຊະນິດທີ່ໃກ້ຖືກໄພຂົ່ມຂູ່ ເກືອບເຂົ້າເກນທີ່ເປັນສັດທີ່ມີຄວາມສ່ຽງຕໍ່ການສູນພັນ. [3]
ໃນບັນຊີຂອງລາວ: ຈາກບັນຊີລາຍຊື່ສັດນໍ້າ ແລະ ສັດປ່າຂອງລາວ ປີ 2021 ສັດນ້ຳທີ່ຖືກຈັດຢູ່ໃນບັນຊີທີ່ II ເປັນຊະນິດທີ່ບໍ່ມີຄວາມສ່ຽງຕໍ່ການສູນພັນ ແລະ ຖືວ່າມີປະໂຫຍດຕໍ່ລະບົບນິເວດ, ສັງຄົມ, ເສດຖະກິດ ແລະ ການສຶກສາທາງດ້ານວິທະຍາສາດ, ສັດເຫຼົ່ານີ້ຕ້ອງໄດ້ຮັບການຈັດການ, ຄຸ້ມຄອງ ແລະ ພັດທະນາ ໂດຍມີການຄວບຄຸມການນຳໃຊ້ຢ່າງສະໝໍ່າສະເໝີ. [6]

ການນຳໃຊ້
ປະເພດການນຳໃຊ້:
ບໍ່ແນະນຳໃຫ້ໃຊ້
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ປາຊະນິດນີ້ຖືກຈັບໄດ້ໃນການປະມົງເພື່ອການດຳລົງຊີວິດໃນທ້ອງຖິ່ນ. ເນື່ອງຈາກເປັນປາຂະໜາດໃຫຍ່ຈຶ່ງມີໂອກາດຖືກຈັບໂດຍນັກຕົກປາເພື່ອການກິລາ. [3]
ບໍ່ແນະນຳໃຫ້ໃຊ້: ສຳຫຼັບການບໍລິໂພກສັດນ້ຳປະເພດທີ່ II ໃນຄົວເຮືອນຕ້ອງໄດ້ຮັບອານຸຍາດຕາມກົດລະບຽບ. ສັດນ້ຳທີ່ລະບຸໄວ້ໃນບັນຊີທີ່ II ຂອງລາວໄດ້ຮັບການອານຸຍາດສຳຫຼັບການສຶກສາ ແລະ ການເພາະລ້ຽງ, ໃນກໍລະນີສັດນ້ຳທີ່ເພາະລ້ຽງ ການລ້ຽງສະເພາະເຮືອນຄົວ ແລະ ການລ້ຽງເພື່ອເປັນເສດຖະກິດໄດ້ຮັບການອານຸຍາດຕາມກົດໝາຍ ຕັ້ງແຕ່ປາລຸ່ນທຳອິດເປັນຕົ້ນໄປຕ້ອງມີການລົງທະບຽນ ແລະ ລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. [7]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປາຊະນິດນີ້ເປັນຊະນິດທີ່ຫາຍາກ ພົບໄດ້ສະເພາະຫ້ວຍນ້ຳສອງສາຍ ເໜືອອ່າງເກັບນ້ຳນາກາຍນໍ້າເທີນ ຂອງລາວ. ເຂດກະຈາຍພັນທັງໝົດຢູ່ໃນເຂດຄຸ້ມຄອງຄວາມຫຼາຍຫຼາຍທາງຊີວະພາບແຫ່ງຊາດນາກາຍນ້ຳເທີນ ເຊິ່ງກຳລັງໄດ້ຮັບການພັດທະນາໃຫ້ເປັນພື້ນທີ່ທີ່ມີການຈັດການຢ່າງມີປະສິດທິພາບ ເຖິ່ງຢ່າງໃດກໍຕາມນອກເໜືອຈາກຜົນກະທົບຈາກເຂື່ອນໄຟຟ້າພະລັງງານແລ້ວ ການຫາປາຫຼາເກີນໄປໃນພື້ນທີ່ຄຸ້ມຄອງຍັງເປັນໄພຂົ່ມຂູ່ທີ່ອາດເກີດຂື້ນໄດ້. [3]

ການຕິດຕາມປະຊາກອນ: ປາຊະນິດນີ້ຫາຍາກ ແລະ ພົບໄດ້ຈຳນວນໜ້ອຍ. [3]

ກົດໝາຍ ແລະ ນະໂຍບາຍ:

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:
1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫຼື ຈັບສັດນໍ້າ ແບບດັບສູນ;
2. ນໍາໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ ອວນ, ລີ, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ;
3. ຫາສັດນໍ້າ ຈາກແຫຼ່ງນໍ້າທຳມະຊາດ ດ້ວຍການ ຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫຼື ດູດໜອງທຳມະຊາດທີ່ມີນໍ້າຕະຫຼອດປີ;
4. ຮັບເອົາ, ຊີ້ ຂາຍ, ຄອບຄອງ ຫຼື ຂົນສົ່ງ ສັດນໍ້າບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ;
5. ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
6. ລ້ຽງ ແລະ/ຫຼື ປ່ອຍສັດນໍ້າຕ່າງຖິ່ນທີ່ມີຄວາມສ່ຽງທຳລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດ;
7. ປູກພືດນໍ້າ ທີ່ຈະເປັນການທຳລາຍ ລະບົບນິເວດ ຫຼື ແຫຼ່ງລ້ຽງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
8. ບຸກລຸກ ວັງສະຫງວນ ຫຼື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫຼ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ;
9. ຫາສັດນໍ້າ ໃນລະດູວາງໄຂ່;
10. ບໍລິໂພກ, ຊື້ ຂາຍ ສັດນໍ້າ ທີ່ ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫຼື ປົນເປື້ອນສານເຄມີຕົກຄ້າງ;
11. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ແຫຼ່ງຂໍ້ມູນ: [7]


ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] M. Kottelat, “The fishes of the Nam Theun and Xe Bangfai drainages, Laos,” Ichthyological Exploration of Freshwaters, vol. 26, no. 2, pp. 103–156, Sep. 2015. [Online]. Available: https://www.researchgate.net/publication/282281935_The_fishes_of_the_Nam_Theun_and_Xe_Bangfai_drainages_Laos. Accessed: Jul. 17, 2026.
[2] Ken Nhi, “Cá ngựa Lào. (Laos Mahseer). Tor Ater. Ken Nhi Shop.,” YouTube, August 06, 2025. [Video]. Available: https://www.youtube.com/watch?v=3vuhafzQX8Q. Accessed: Jul. 17, 2026.

ອ້າງອິງ:
[1] T. R. Roberts, “Fishes of the cyprinid genus Tor in the Nam Theun watershed (Mekong basin) of Laos, with description of a new species,” The Raffles Bulletin of Zoology, vol. 47, pp. 225–236, 1999. [Online]. Available: https://lkcnhm.nus.edu.sg/wp-content/uploads/sites/11/app/uploads/2017/06/47rbz225-236.pdf. Accessed: Jul. 17, 2026.
[2] R. Froese and D. Pauly, Eds., “Tor ater Roberts, 1999,” FishBase. [Online]. Available: https://www.fishbase.se/summary/Tor-ater. Accessed: Jul. 17, 2026.
[3] M. Kottelat, A. Pinder, and A. Harrison, “Tor ater,” The IUCN Red List of Threatened Species, 2018, e.T188038A126323308. [Online]. Available: https://www.iucnredlist.org/species/188038/126323308. Accessed: Jul. 17, 2026.
[4] Global Biodiversity Information Facility (GBIF), “Tor ater Roberts, 1999,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/7CHBF. Accessed: Jul. 17, 2026.
[5] M. Kottelat, “The fishes of the Nam Theun and Xe Bangfai drainages, Laos,” Hydroécologie Appliquée, vol. 19, no. 4, pp. 271–320, 2015, doi: 10.1051/hydro/2015005. [Online]. Available: https://www.researchgate.net/publication/282281935_The_fishes_of_the_Nam_Theun_and_Xe_Bangfai_drainages_Laos. Accessed: Jul. 17, 2026.
[6] Phakhaolao, “ຂໍ້ຕົກລົງວ່າດ້ວຍການຮັກສາ [Agreement on Conservation],” Pha Khao Lao. [Online]. Available: https://phakhaolao.la/resource/%e0%ba%82%e0%bb%8d%e0%bb%8d%e0%bb%89%e0%ba%95%e0%ba%bb%e0%ba%81%e0%ba%a5%e0%ba%bb%e0%ba%87%e0%ba%a7%e0%bb%88%e0%ba%b2%e0%ba%94%e0%bb%89%e0%ba%a7%e0%ba%8d-%e0%ba%81%e0%ba%b2%e0%ba%99%e0%ba%ae%e0%ba%b1/. Accessed: Jul. 17, 2026.
[7]Phakhaolao, “ກົດໝາຍວ່າດ້ວຍສັດນ້ຳ ແລະ … [Law on Aquatic Animals and …],” Pha Khao Lao. [Online]. Available: https://phakhaolao.la/resource/%e0%ba%81%e0%ba%bb%e0%ba%94%e0%bb%9d%e0%ba%b2%e0%ba%8d%e0%ba%a7%e0%bb%88%e0%ba%b2%e0%ba%94%e0%bb%89%e0%ba%a7%e0%ba%aa%e0%ba%b1%e0%ba%94%e0%ba%99%e0%bb%89%e0%ba%b3-%e0%bb%81%e0%ba%a5%e0%ba%b0/. Accessed: Jul. 17, 2026.

ຜູ້ສ້າງ Factsheet:
Duangkhae Keonoy

ຜູ້ກວດສອບ Factsheet:
,