ເລກລຳດັບທີ: 4898
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-09-18
ກະທ້າງສີຂຽວ
Asian Water Dragon
Physignathus cocincinus Cuvier, 1829
ສັດ
ສັດເລືອຄານ
ສັດເລືອຄານ
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Chineswater dragon, Green Water Dragon, Thai Water Dragon and Water Dragon)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Reptilia
ອັນດັບ
Squamata
ຊື່ສະກຸນ
Agamidae
ສະກຸນ
Physignathus
ຊະນິດ
Physignathus cocincinus
ຊື່ພ້ອງ
Dilophyrus mentager Günther, 1861
Lophura concinna Gray, 1831
Lophura cuvieri Gray, 1831
Physignathus cocincinus caudicinctus Barbour, 1912
ບັນຍາຍລັກສະນະທາງພືດສາດ

ກະທ້າງສີຂຽວ ມັກມີສີຂຽວເຂັ້ມໄປຈົນຮອດສີຂຽວອອ່ນ, ເຖິ່ງວ່າບາງຕົວຈະມີສີຂຽວອົມມ່ວງ ແລະ ມີສ່ວນທ້ອງເປັນສີສົ້ມ, ລຳຕົວມັກມີແຖບສີຂຽວ ຫຼື ສີຟ້າອົມຂຽວພາດສະຫຼ່ຽງ, ສ່ວນຫາງມີແຖບສີຂຽວສະຫຼັບກັບສີຂາວນວນ ໂດຍສະເພາະບໍລິເວນຊ່ວງກາງຫາງໄປຈົນຮອດປາຍຫາງ.

ສ່ວນທ້ອງອາດມີສີຂາວ, ສີຄີມ, ສີຂຽວອອ່ນ ຫຼື ສີເຫຼືອງອອ່ນ, ບໍລິເວນລຳຄໍມັກເປັນສ່ວນທີ່ມີສີສັນໂດດເດັ່ນທີ່ສຸດ ໂດຍມີລວດລາຍຫຼາກຫຼາຍຕັ້ງແຕ່ສີຟ້າ ແລະ ສີມ່ວງໄປຈົນຮອດສີສົມປົນສີບົວ (ສີພີສ) ຫຼື ການປະສົມປະສານຂອງສີເຫຼົ່ານີ້, ບາງຕົວອາດມີສີດຽວຕະຫຼອດທັງລຳຄໍ ໃນຂະນະທາງບາງຕົວມີລາຍແຖບ ຫຼື ລວດລາຍອື່ນໆ. ຕົວຜູ້ໂຕເຕັມໄວມັກມີຂະໜາດໃຫຍ່ກ່ວາຕົວແມ່ ແລະ ມີສ່ວນຫົວທີ່ກວ້າງ ແລະ ເປັນຮູບສາມຫຼ່ຽມຊັດເຈນ, ນອກຈາກນີ້ຕົວຜູ້ຍັງມີສັນທີ່ໂດດເດັ່ນກ່ວາບໍ່ລິເວນສ່ວນຫົວ, ລຳຄໍ ແລະ ຫາງ.

ສ່ວນຫາງມີຄວາມຍາວ ຄິດເປັນສັດສ່ວນຫຼາຍກ່ວາສອງໃນສາມຂອງຄວາມຍາວລຳຕົວທັງໝົດເລັກນ້ອຍ, ຫາງເຮັດໜ້າທີ່ສຳຄັນຫຼາຍຢ່າງ ໄດ້ແກ່ຊ່ວຍໃນການຊົງຕົວ, ໃຊ້ປ້ອງກັນຕົວເມື່ອຖືກຄຸກຄາມ ແລະ ຊ່ວຍໃນການລອຍນ້ຳ.

ຂະໜາດ: ກະທ້າງສີຂຽວສາມາດມີຄວາມຍາວລວມໄດ້ປະມານ 1 ມ. (ລວມຫາງ) ແລະ ມີອາຍຸປະມານ 10-154 ປີ.

ແຫຼ່ງທີ່ມາ: [1], [2]

ພຶດຕິກຳ: ກະທ້າງຊະນິດນີ້ຈະອອກຫາກິນໃນເວລາກາງເວັນ ແລະ ໃຊ້ເວລາສ່ວນໃນເທິງຕົ້ນໄມ້ ຫຼື ຕາມຟຸ່ມໄມ້, ໂດຍມີວິຖີ່ຊິວິດທີ່ອາໄສຢູ່ເທິງຕົ້ນໄມ້ ເມື່ອຮູ້ສຶກເຖິ່ງໄພຂົ່ມຂູ່ ພວກມັນຈະກະໂດຍຕົວຈາກຕົ້ນໄມ້ລົງສູ່ແມ່ນ້ຳ ແລ້ວຍລອຍໜີໄປຈຸດທີ່ປອດໄພ ຫຼື ດຳນ້ຳລີ້ຢູ່ໃຕ້ນ້ຳໄດ້ດົນຮອດ 25 ນາທີ. [1]

ອາຫານ: ກະທ້າງສີຂຽວເປັນສັດກິນທັງພືດ ແລະ ສັດ, ອາຫານຫຼັກປະກອບດ້ວຍແມງໄມ້, ເສີມດ້ວຍໝາກໄມ້ ແລະ ຜັກ ລວມທັງສັດມີກະດູກສັນຫຼັງຂະໜາດນ້ອຍເປັນຄັ້ງຄາວ ເຊັ່ນ ປາ, ສັດລ້ຽງລູກດ້ວຍນົມ ຫຼື ສັດເລືອຄານ. [1], [2].

ການສືບພັນ: ວ່າງໄຂ່ຄັ້ງລະ 8-12 ໜ່ວຍບໍລິເວນພື້ນຊາຍໂລ່ງແຄມນ້ຳລຳທານ ນົກຊະນິດນີ້ຈະເກາະພັກຜ່ອນໃນເວລາກາງຄືນຕາມກິ່ງໄມ້ສູງເທິງລຳທານ ເຖິ່ງວ່າຈະເປັນສັດທີ່ມີອາຍຸຍືນ ແຕ່ກໍມີການຈະເລີນເຕີບໂຕໄວ, ໂດຍລູກກະທ້າງຈະໃຫຍ່ຈົນມີຂະໜາດໃກ້ຄຽງຕົວເຕັມໄວໄດ້ພາຍໃນເວລາສອງເດືອນ. [3]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China (Presence Uncertain); Lao People's Democratic Republic; Thailand; Viet Nam. [3]

Global distribution of Physignathus cocincinus between 1927 to 2026. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດສາຍພູຫຼວງພາກກາງ

ການບັນທຶກຈາກ GBIF ລະບຸວ່າສາຍພັນນີ້ພົບໃນເຊກອງ, ສະຫວັນນະເຂດ (ມ. ເຊໂປນ ໃນພື້ນທີ່ເໝືອງແຮ່ເຊໂປນ ແລະ ນ້ຳຊານຈີ ເມືອງ ວິລະບູລີ), ໄຊຍະບູລີ (ນ້ຳປຸ່ຍ ມ. ພຽງ), ໄຊສົມບູນ ປນ້ຳງຳ, ເມືແງລອງຊານ), ນະຄອນຫຼວງວຽງຈັນ, ຄຳມ່ວນ (ມ. ນາກາຍ) ແລະ ສາລະວັນ. [4]

ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ແຄມຝັ່ງນໍ້າ, ແມ່ນ້ຳ ແລະ ລຳທານ, ຜາ

ກະທ້າງສີຂຽວ ມີຖິ່ນກຳເນີດຢູ່ໃນປ່າເຂດພື້ນທີ່ຕໍ່າ ແລະ ເຂດພູສູງຂອງພາກໃຕ້ປະເທດຈີນ ແລະ ອາຊີຕາເວັນອອກສຽງໃຕ້, ໂດຍມັກພົບເຫັນຫຼາຍທີ່ສຸດຕາມແຄມທະເລສາບນ້ຳຈືດ ແລະ ລຳທານ. ພວກມັນອາໄສຢູ່ໃນສະພາບແວດລ້ອມທີ່ມີລະດັບຄວາມຊຸ່ມຊື່ນສະເລ່ຍ 40–80% ແລະ ອຸນຫະພູມລະຫວ່າງ 26–32 ອົງສາເຊນຊຽດ [1]. ສັດຊະນິດນີ້ມີຄວາມກ່ຽວຂ້ອງກັບປ່າດິບຂຽວຕະຫຼອດປີ ແລະ ມັກພົບເຫັນຢູ່ໃກ້ກັບລຳທານ ແລະ ແມ່ນ້ຳສະເໝີ. ໃນປະເທດຈີນ, ມີລາຍງານການພົບເຫັນພວກມັນຢູ່ໃນເຂດຮ້ອນທີ່ມີຄວາມສູງປະມານ 100 ແມັດ ເໜືອລະດັບນ້ຳທະເລ, ເຊິ່ງມັກພົບເຫັນໃນຖິ່ນທີ່ຢູ່ອາໄສທີ່ເປັນປ່າໄມ້ ແລະ ບໍລິເວນລຳທານທີ່ມີໂງ່ນຫີນ [3].

ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
ບັນຊີທີ່ II
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
N/A

ການອະນຸລັກໂດຍ IUCN: ສາຍພັນນີ້ຖືກຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່ການສູນພັນ (Vulnerable), ເຊິ່ງສະທ້ອນໃຫ້ເຫັນເຖິງການກະຈາຍຕົວເປັນວົງກວ້າງ ແຕ່ກໍມີການເກັບກ່ຽວໃນລະດັບສູງຕະຫຼອດເຂດທີ່ພົບເຫັນມັນ. ເນື່ອງຈາກມີຂອບເຂດການກະຈາຍຕົວທີ່ຈຳກັດ ໂດຍມີພື້ນທີ່ອາໄສຢູ່ຕົວຈິງປະເມີນໄວ້ໜ້ອຍກວ່າ 500 ຕາລາງກິໂລແມັດ, ສາຍພັນນີ້ອາດສົມຄວນໄດ້ຮັບການຈັດອັນດັບໃນລະດັບທ້ອງຖິ່ນວ່າເປັນສາຍພັນທີ່ໃກ້ຈະສູນພັນ (Endangered). [3]

ການອະນຸລັກພາຍໃຕ້ CITES: ປັດຈຸບັນ ກະທ້າງສີຂຍວ “Physignathus cocincinus” (ມັງກອນນ້ຳຈີນ ຫຼື Chinese water dragon) ຖືກຈັດຢູ່ໃນບັນຊີຊະນິດພັນ CITES ບັນຊີທີ່ II (Appendix II). ນີ້ໝາຍຄວາມວ່າ ການຄ້າລະຫວ່າງປະເທດຂອງຊະນິດພັນດັ່ງກ່າວແມ່ນຢູ່ພາຍໃຕ້ການຄວບຄຸມ ເພື່ອປ້ອງກັນການຂຸດຄົ້ນທີ່ອາດສົ່ງຜົນກະທົບຕໍ່ການຢູ່ລອດຂອງພວກມັນ. [5]

ສະຖານະການອະນຸລັກສັດປ່າໃນລາວ: ກະທ້າງສີຂຽວ ( Physignathus cocincinus ) ໄດ້ຮັບການຄຸ້ມຄອງຕາມກົດໝາຍວ່າດ້ວຍສັດປ່າຂອງລາວ, ໂດຍຈັດຢູ່ໃນກຸ່ມສັດປ່າທີ່ໄດ້ຮັບການຄຸ້ມຄອງ (ບັນຊີ II). ນີ້ໝາຍຄວາມວ່າ ການລ່າ, ການຈັບ ແລະ ການຄ້າ ແມ່ນຖືກຈຳກັດ ແລະ ຈຳເປັນຕ້ອງມີໃບອະນຸຍາດ, ຫາກມີການລະເມີດຈະຖືກລົງໂທດຕາມລະບຽບກົດໝາຍ. [6]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ບໍ່ແນະນຳໃຫ້ໃຊ້, ສິ່ງປູກສ້າງ, ເຄື່ອງນູ່ງຫົ່ມ, ພືດເປັນຢາ

ບໍ່ແນະນຳໃຫ້ມີການນຳໃຊ້: ກະທ້າງສີຂຽວຖືກຈັດຢູ່ໃນບັນຊີ CITES II, ຊຶ່ງໝາຍຄວາມວ່າການຄ້າລະຫວ່າງປະເທດຂອງສັດຊະນິດນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຢ່າງເຂັ້ມງວດ ເພື່ອປ້ອງກັນການຂຸດຄົ້ນເກີນຂອບເຂດ. ຖ້າທ່ານລ້ຽງ, ຊື້ ຫຼື ຂາຍສັດຊະນິດນີ້, ທ່ານຈະຕ້ອງປະຕິບັດຕາມຂໍ້ກຳນົດກ່ຽວກັບການລະບຸຊະນິດພັນ, ການຂຶ້ນທະບຽນ ແລະ ເອກະສານຕ່າງໆ [5]. ໃນປະເທດລາວ, ເມື່ອສັດຊະນິດໃດໜຶ່ງຖືກຈັດຢູ່ໃນບັນຊີ II, ມັນໝາຍຄວາມວ່າສັດຊະນິດນັ້ນຍັງບໍ່ທັນຕົກຢູ່ໃນສະພາວະສ່ຽງຕໍ່ການສູນພັນໃນທັນທີ ແຕ່ອາດຈະຕົກຢູ່ໃນສະພາວະດັ່ງກ່າວໄດ້ ຫາກບໍ່ມີການຄວບຄຸມການຄ້າຢ່າງເຂັ້ມງວດ. ສັດຊະນິດນີ້ສາມາດຖືກ "ນຳໃຊ້" (ລ້ຽງ, ຄ້າຂາຍ ຫຼື ສຶກສາຄົ້ນຄວ້າ) ໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະ ມີຄວາມຮັບຜິດຊອບ. [6]

ອາຫານ: ກະທ້າງສີຂຽວເປັນສັດທີ່ນິຍົມໃນຕະຫຼາດສັດລ້ຽງພາຍໃນປະເທດ, ແຕ່ມັນຍັງຖືກນຳມາໃຊ້ເປັນອາຫານ ແລະ ຢາພື້ນເມືອງອີກດ້ວຍ. ໃນພື້ນທີ່ສ່ວນໃຫຍ່ທີ່ມັນອາໄສຢູ່, ສັດຊະນິດນີ້ຖືກຈັບມາບໍລິໂພກ ໂດຍມີການເກັບເອົາທັງໂຕເຕັມໄວ ແລະ ໄຂ່ຂອງມັນ. [3]

ສັດລ້ຽງປະດັບ: ສາຍພັນນີ້ມີການຊື້ຂາຍກັນຢ່າງແຜ່ຫຼາຍໃນຕະຫຼາດສັດລ້ຽງສາກົນ, ໂດຍສະເພາະແມ່ນໃນທະວີບເອີຣົບ. ເຖິງແມ່ນວ່າຈະມີການເພາະພັນໃນສະຖານທີ່ລ້ຽງຢ່າງກວ້າງຂວາງ, ແຕ່ກໍຍັງມີການຈັບເອົາໂຕອ່ອນຈາກແຫຼ່ງທີ່ຢູ່ອາໄສຕາມທຳມະຊາດເພື່ອສົ່ງອອກຢູ່. [3]

ເຄື່ອງນຸ່ງຫົ່ມ: ສັດຊະນິດນີ້ຍັງໄດ້ຖືກນຳເຂົ້າໃນຮູບແບບຂອງຜະລິດຕະພັນໜັງ ແລະ ໜັງສັດ. [3]

ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ

ຊະນິດພັນໃນປ່າ:

ໄພຂົ່ມຂູ່: ການຈັບສັດຊະນິດນີ້ມາເປັນອາຫານ ແລະ ການຄ້າສັດລ້ຽງລະຫວ່າງປະເທດ ສ້າງຄວາມສ່ຽງຢ່າງຫຼວງຫຼາຍຕໍ່ການຢູ່ລອດຂອງພວກມັນ. ການປະເມີນຜົນກະທົບໃນທ້ອງຖິ່ນໄດ້ບັນທຶກຂໍ້ມູນກ່ຽວກັບປັດໄຈກົດດັນເຫຼົ່ານີ້ໄວ້. ນອກຈາກນີ້ຍັງມີ ການຕັດໄມ້, ການເຮັດກະສິກຳ, ການຂະຫຍາຍຕົວຂອງຕົວເມືອງ ແລະ ການກໍ່ສ້າງຖະໜົນຫົນທາງ; ກິດຈະກຳທັງໝົດນີ້ເຮັດໃຫ້ຖິ່ນທີ່ຢູ່ອາໄສທີ່ຕ້ອງອາໄສລຳທານຂອງພວກມັນຖືກແບ່ງແຍກອອກຈາກກັນ ແລະ ເຮັດໃຫ້ພວກມັນມີຄວາມສ່ຽງຕໍ່ການຖືກລ່າຫຼາຍຂຶ້ນ. ນອກຈາກນີ້, ສັດຊະນິດດັ່ງກ່າວຍັງໄດ້ຮັບຜົນກະທົບຈາກການຄ້າສັດລ້ຽງ ແລະ ການສູນເສຍຖິ່ນທີ່ຢູ່ອາໄສ ເນື່ອງຈາກການພັດທະນາຕົວເມືອງ, ໂຄງການໄຟຟ້ານ້ຳຕົກ ແລະ ການທ່ອງທ່ຽວ. [3]

ການຕິດຕາມປະຊາກອນ: ສາຍພັນນີ້ຍັງຄົງມີຈຳນວນຫຼາຍໃນບາງທ້ອງຖິ່ນ. ມັນຖືກຈັດວ່າເປັນສາຍພັນທີ່ຫາຍາກ ແລະ ມີຂໍ້ມູນກ່ຽວກັບຈຳນວນປະຊາກອນຢ່າງຈຳກັດ; ນອກຈາກນີ້, ຍັງມີການຄາດຄະເນວ່າຈຳນວນປະຊາກອນໂດຍລວມໃນເຂດທີ່ມັນອາໄສຢູ່ນັ້ນໄດ້ຫຼຸດລົງຫຼາຍກວ່າ 30% ໃນໄລຍະສາມລຸ້ນທີ່ຜ່ານມາ, ເຖິງແມ່ນວ່າການຄາດຄະເນນີ້ຍັງຕ້ອງການການຄົ້ນຄວ້າເພີ່ມເຕີມກໍຕາມ. [3]

ການອະນຸລັກ: ສັດຊະນິດນີ້ພົບເຫັນຢູ່ໃນເຂດຄຸ້ມຄອງ ແລະ ອະນຸລັກຫຼາຍແຫ່ງໃນທຸກປະເທດທີ່ເປັນຖິ່ນທີ່ຢູ່ອາໄສຂອງມັນ. ຈຳເປັນຕ້ອງມີມາດຕະການທີ່ເຂັ້ມງວດກວ່າເກົ່າເພື່ອຈຳກັດການຈັບ ແລະ ການຄ້າພາຍໃນປະເທດເຫຼົ່ານີ້. ນອກຈາກນີ້, ຍັງມີຄວາມຈຳເປັນຕ້ອງມີການປະເມີນຢ່າງຮີບດ່ວນກ່ຽວກັບຂອບເຂດ, ປະລິມານ ແລະ ຜົນກະທົບຂອງການຄ້າ ເພື່ອພິຈາລະນາວ່າຈຳເປັນຕ້ອງມີມາດຕະການຄວບຄຸມໃນລະດັບສາກົນຫຼືບໍ່. [3]

ກົດໝາຍ ແລະ ນະໂຍບາຍ:

ພາຍໃຕ້ບັນຊີ II ຂອງສົນທິສັນຍາ CITES, ຊະນິດດັງກ່ວາຍັງບໍ່ທັນຕົກຢູ່ໃນສະພາວະສ່ຽງຕໍ່ການສູນພັນໃນທັນທີ. ການນຳໃຊ້ຊະນິດພັນທີ່ຢູ່ໃນບັນຊີ II ຢ່າງຜິດກົດໝາຍ ເຊັ່ນ: ການຈັບ, ການຄອບຄອງ, ການຄ້າ ຫຼື ການສົ່ງອອກ ໂດຍບໍ່ມີໃບອະນຸຍາດທີ່ຖືກຕ້ອງ ຈະນຳໄປສູ່ການບັງຄັບໃຊ້ລະບຽບການຕ່າງໆ ຕາມກົດໝາຍສາກົນ ແລະ ກົດໝາຍພາຍໃນປະເທດ. [5]

ຢູ່ ສປປ ລາວ, ຊະນິດພັນທີ່ລະບຸໄວ້ໃນບັນຊີ II (ຫຼື ບັນຊີ II ລະດັບຊາດ) ແມ່ນຢູ່ພາຍໃຕ້ການຄວບຄຸມຢ່າງເຂັ້ມງວດ: ການລ່າ, ການຄອບຄອງ, ການຄ້າ ຫຼື ການສົ່ງອອກໂດຍບໍ່ໄດ້ຮັບອະນຸຍາດ ອາດນຳໄປສູ່ການຖືກຢຶດຂອງກາງ, ການປັບໃໝ ແລະ ການດຳເນີນຄະດີອາຍາ. ການບັງຄັບໃຊ້ກົດໝາຍດັ່ງກ່າວແມ່ນດຳເນີນໂດຍອີງຕາມ ດຳລັດ ວ່າດ້ວຍການຄ້າສາກົນກ່ຽວກັບຊະນິດພັນທີ່ໃກ້ຈະສູນພັນ (ປີ 2024) ແລະ ກົດໝາຍ ວ່າດ້ວຍສັດປ່າ (ປີ 2023). [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ລິ້ງອື່ນໆ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,