ເລກລຳດັບທີ: 488
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-03-23
ໝາກກອກ
Hog Plum
Spondias pinnata (L.fil.) Kurz
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 7
Image 1
2 / 7
Image 2
3 / 7
Image 3
4 / 7
Image 4
5 / 7
Image 5
6 / 7
Image 6
7 / 7
Image 7
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(common Hog-plum, Indian mombin, Andaman mombin, bile tree, traveller’s delight, wild mango)
ອະນຸກົມວິຖານ
ຊື່ສະກຸນ
Anacardiaceae
ຊື່ພ້ອງ
Buchanania yunnanensis C.Y.Wu
Evia amara Comm.
Evia amara Comm. ex Blume
Mangifera pinnata L.fil.
Poupartia acuminata (Roxb.) Wall.
Poupartia pinnata Blanco
Spondias acuminata Roxb.
Spondias amara Lam.
Spondias bivenomarginalis K.M.Feng & P.I Mao
Spondias macrophylla Wall.
Spondias mangifera Willd.
Spondias mangifera var. javanica Koord. & Valeton
Spondias paniculata Roxb.
Spondias paniculata Roxb. ex Wight & Arn.
Spondias sinensis Lour.
Spondias sinensis Lour. ex Steud.
Wirtgenia decandra Jungh.
ຊະນິດໃກ້ຄຽງ
ຕົ້ນໝາກມື / Nepali hog plum
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກກອກເປັນໄມ້ປ່ຽນໃບ ທີ່ສູງໄດ້ຮອດ 10 ຫາ 15 ມ, ກິ່ງກ້ານມີສີເຫຼືອງປົນສີນ້ຳຕານ ແລະ ຜິວລຽບ ປາສະຈາກຂົນ.
ໃບໝາກກອກເປັນໄບປະສົມແບບຂົນນົກປາຍຄີກ ໝາຍຄວາມວ່າເປັນໄປປະສົມທີ່ມີໃບຍ່ອຍເປັນເລກຄີກ, ຍາວ 30 ຫາ 40 ຊມ. ໃບຍ່ອຍມີ 5 ຫາ 10ໃບ ອອກຮຽງກົງກັນຂ້າມກັນ. ກ້ານໃບຍ່ອຍາວ 3 ຫາ 5 ມມ, ໃບຍ່ອຍຍ່ອຍຮູບໄຂຍາວ ຫຼື ຮູບຮີ, ຍາວ 7 ຫາ 12 ຊມ ແລະ ກວ້າງ 4 ຫາ 5 ຊມ, ເນື້ອສຳພັດຄ້າຍກະດາດ, ຜິວລຽບທັັງສອງດ້ານ, ຂອບເປັນແສກ (ແສກແຂ້ວຍເລືອຍ) ຫຼື ລຽບ, ປາຍໃບຮຽວແຫຼມ.
ຊໍ່ດອກແບບກະຈະ (ເປັນຊໍ່ດອກທີ່ມີການແຕກຂະແໜ່ງ), ອອກບໍລິເວນປາຍກິ່ງ, ຍາວ 25 ຫາ 35 ຊມ. ດອກຍ່ອຍມີສີຂາວ, ຜິວລຽບ ແລະ ບໍ່ມີກ້ານດອກ ຫຼື ມີກ້ານດອກສັ້ນຫຼາຍ. ກາບດອກເປັນຮູບສາມຫຼ່ຽມ ຍາວປະມານ 0.5 ມມ, ກີບດອກຮູບໄຂ່ຍາວ ຫຼື ຮູບຮີ, ຍາວປະມານ 2.5 ມມ ແລະ ກວ້າງ 1.5 ມມ, ປາຍແຫຼມ. ເກສອນເພດຜູ້ຍາວປະມານ 1.5 ມມ, ເຕົ້າໄຂ່ຮູບກົມ ຫຼື ເກືອບສົມບູນ ຂະໜາດປະມານ 1 ມມ, ມີກ້ານຮວງຮັບເກສອນ 3 ຫາ 5 ອັນ ຍາວປະມານ 0.5 ມມ.
ໝາກເປັນແບບເມັດແຂງ (ໝາກທີ່ມີເນື້ອນຸ້ມ ມີແກ່ນດຽວ) ຮູບຮີ ລື ຮູບໄຂ່, ຍາວ 3.5 ຫາ 5 ຊມ, ກວ້າງ 2.5 ຫາ 3.5 ຊມ ແລະ ມີສີເຫຼືອງສົ້ມເມື່ອສຸກ, ດ້ານໃນຂອງແກ່ນ (endocarp ຊັ້ນແຂງທີ່ເປັນເນື້ອໄມ້ຫຸ້ມແກ່ນ) ມີລັກສະນະເປັນເນື້ອໄມ້ ແລະ ມີຮ່ອງ ໃນຂະນະທີ່ສ່ວນນອກເປັນເສັ້ນໄຍ, ໝາກສຸກມັກມີແກ່ນ 2 ຫາ 3 ແກ່ນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andaman Is., Assam, Bangladesh, China South-Central, China Southeast, East Himalaya, Hainan, India, Jawa, Laos, Lesser Sunda Is., Malaya, Maluku, Myanmar, Nepal, Pakistan, Philippines, Sri Lanka, Sulawesi, Sumatera, Thailand, Vietnam. [2]

Globle distribution of Spondias pinnata between 1889 to 2025. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ
ຕາມການສຳຫຼວດມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1.0) ໄດ້ບັນທຶກເຂດກະຈາຍພັນຂອງພືດຊະນິດນີ້ໃນຫຼວງພະບາງ ແລະ ຄຳມ່ວນ [4]. ຂໍ້ມູນເພີ່ມເຕີມຈາກ GBIF ລະບຸວ່າພົບໃນຄຳມ່ວນ (ມ. ນາກາຍ) ແລະ ອຸດົມໄຊ (ມ.ຮຸນ) [3].
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ພືດຊະນິດນີ້ພົບໄດ້ທົ່ວໂປໃນພື້ນທີ່ຄຸ້ມຄອງ ແລະ ພື້ດທີ່ອານຸຮັກນອກພື້ນທີ່ກະຈາຍພັນ ເປັນຊະນິດທີ່ຖືກປະເມີນວ່າມີຄວາມສ່ຽງຕ່ຳ (LC). [6]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອຸປະກອນ ແລະ ເຄື່ອງມື, ອາຫານ, ພືດເປັນຢາ
ອາຫານ: ໝາກກອກມີຣົດຊາດສົ້ມນຳໄປໃສ່ໃນຕ່ຳໝາກຫຸ່ງ, ຕົ້ມຍຳ ຫຼື ແກງປາ, ໃຊ້ເຮັດແຈ່ວ ຫຼື ປາດອງ (ປາແດກ). ໃບອ່ອນມີຣົດຂົມຝາດ ແລະ ສົ້ມ, ກິນເປັນຜັກ, ບາງຄັ້ງດອກອອ່ນຈະນຳມາປຸ່ງ ແລະ ນຳມາເຮັດຍຳໄດ້. [5]
ສະພະຄຸນ: ມີສັບພະຄຸນຊ່ວຍດັບກະຫາຍໄດ້ດີ ຫຼື ນຳມາກິນກັບເກືອໄດ້ ໃນທາງການຢາພື້ນເມືອງ ໝາກໃຊ້ຂັບຂອງແຫຼວອອກຈາກຮ່າງກາຍ ຫຼື ຮັກສາອາການເລືອດອອກຕາມຫວ່າງແຂ້ວ, ໂຣກຕັບ, ເຈັບທ້ອງ ແລະ ເຈັບຫູ. ເນື້ອໝາກສຸກໃຊ້ທາງຜິວເພື່ອບຳລຸງຜິວ. ໃບອອ່ນມີຣົດຂົມຝາດ ແລະ ສົ້ມໃຊ້ຮັກສາອາການໄອ, ເປືອກຊ່ວຍຮັກສາອາການຖອກທ້ອງ, ພະຍາດບິດ, ພະຍາດຳຂ່ຂໍ້ ແລະ ຂໍ້ບວມ. ຮາກ ແລະ ເນື້ອໄມ້ບາງຄັ້ງໃຊ້ຮັກສາພະຍາດຕິດຕໍ່ທາງເພດສຳພັນ. [5]
ເຄື່ອງມື ແລະ ອຸປະກອນ: ເນື້ອໄມ້ຂອງໝາກກອກ ມີເນື້ອສຳພັດທີ່ບອບບາງ ແລະ ຈະຖືກທຳລາຍໄດ້ງ່າຍເມື່ອສຳພັດກັບອາກາດພາຍນອກ, ໃຊ້ເປັນຫີບບັນຈຸອຸປະກອນ, ລູກລອຍ, ໄມ້ຂີດໄຟ ແລະ ໄມ້ອັດໃຊ້ເພື່ອການຕົບ. [6]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ກໍລະກົດ, ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໝາກຈະຂາຍໃນຕະຫຼາດ 15.000 ຫາ 30.000 ກີບຕໍ່ກິໂລ. [5]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການເຮັດກະສິກຳ, ການສ້າງເຂື່ອນ ແລະ ອ່າງເກັບນ້ຳ, ການຂະຫຍາຍຕົວເມືອງ, ການພັດທະນາພື້ນຖານໂຄງລ່າງ ແລະ ໄຟໄໝ້ ເປັນໄຟຂົ່ມຂູ່ທີ່ສຳຄັນ. [5]

ການຕິດຕາມປະຊາກອນ:
ເນື່ອງຈາກພືດຊະນິດນີ້ມີເຂດກະຈາຍພັນທີ່ກວ້າງຂວາງ ແລະ ດວ້ຍເຫດນີ້ຈຶ່ງສັນນິຖານວ່າມີປະຊາກອນຈຳນວນຫຼາຍ ແລະ ຄົງທີ່. [5]

ການເກັບກູ້ແບບຍືນຍົງ:
ການເກັບໝາກ ແລະ ໃບ ບໍ່ມີຜົນກະທົບ, ການເກັບກ່ຽວດອກບໍ່ຢັ້ງຢືນແຕ່ໂດຍທົ່ວໄປຈະມີຂໍ້ຈຳກົດ. [5]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A 0.50-0.80
ຄາໂບໄຮເດຣດ N/A 16.30-23.54
ໄຂມັນ 3 N/A
ວິຕາມິນ N/A Thiamine (Vit. B1) 0.02 mg, Riboflavin (Vit. B2) 0.02 mg, Vit. A 450 IU and Ascorbic acid (Vit. C) 21.0 mg
ແຮ່ທາດ N/A Calcium 36 mg, Phosphorus 11 mg, Iron 3.9 mg, Magnesium 15 mg, Potassium 287 mg, Manganese 0.03 mg and Sodium 5.5 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Bounpasakxay Khamphoumi
ຜູ້ກວດສອບ Factsheet
,