ເລກລຳດັບທີ: 481
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-03-17
ໝາກຄໍ້
Taraw palm
Livistona saribus (Lour.) Merr. ex A.Chev.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກຄໍ້ຂຽວ (swamp anaham, Ceylon oak.)
ອະນຸກົມວິຖານ
ຊື່ສະກຸນ
Arecaceae
ຊື່ພ້ອງ
Chamaerops cochinchinensis Lour.
Corypha saribus Lour.
Livistona cochinchinensis (Blume) Mart.
Livistona hasseltii (Hassk.) Hassk.
Livistona hasseltii (Hassk.) Hassk. ex Miq.
Livistona hasseltii (Hassk.) Wendl.
Livistona hogendorpii Teijsm. & Binn. ex Miq.
Livistona hoogendorpii André
Livistona inaequisecta Becc.
Livistona saribus (Lour.) Merr.
Livistona spectabilis Griff.
Livistona tonkinensis Magalon
Livistona vogamii Becc.
Rhapis cochinchinensis (Lour.) Mart.
Sabal hogendorpii (Teijsm. & Binn. ex Miq.) L.H.Bailey
Sabal hoogendorpii (Teijsm. & Binn. ex Miq.) Kuntze
Saribus cochinchinensis Blume
Saribus hasseltii Hassk.
Saribus hogendorpii (Teijsm. & Binn. ex Miq.) Zoll.
Saribus hogendorpii (Teijsm. & Binn. ex Miq.) Zoll. ex Schaedtler
Saribus hoogendorpii (Teijsm. & Binn. ex Miq.) Kuntze
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ມີລຳຕົ້ນສູງຮອດ 40 ມ ແລະ ມີເສັ້ນຜ່າສູນກາງ 65 ຊມ, ລຳຕົ້ນມີຜິວສຳພັດທີ່ຍາບເນື່ອງຈາກມີຮອຍແຜຈາກໃບ.
ໃບຮູບຝາມື ຄືແຜ່ນໃບຈະແຜອອກຈາກຈຸດດຽວກັນຄືກ້ານໃບ, ກ້ານໃບຍາວ 1-2 ມ ແລະ ມີໜາມສີຂຽວ ຫາ ສີນໍ້າຕານບໍລິເວນຂອບ ໂດຍຈະອອກແໜ້ນບໍລິເວນໂຄນກ້ານໃບ ແລະ ຄ່ອຍໆບາງລົງໄປທາງປາຍ, ແຜ່ນໃບມີລັດສະນະເກືອບວົງກົມ, ກວ້າງ 1.5 ຫາ 1.7 ມ ແລະ ມີສີຂຽວທັງສອງດ້ານ, ປາຍໃບແຫຼມ, ຂອບໃບແຍກອອກເປັນສອງແສກເລິກ ແລະ ຫ້ອຍລົງ.
ຊໍ່ດອກສາມາດຍາວໄດ້ຮອດ 2.3 ມ ແລະ ສາມາດແຕກຂະແໜ່ງໄດ້ອອກເປັນສາມສ່ວນ, ແຕ່ລະຊໍ່ດອກມີຊໍ່ດອກຍ່ອຍ 4 ຫາ 9 ຊໍ່. ໂດຍມີກ້ານຊໍ່ດອກຍາວ 15 ຫາ 45 ຊມ, ດອກມີສີເຫຼືອງອອກເປັນຊໍ່ລະ 3 ຫາ 5 ດອກຕໍ່ຊໍ່ຍ່ອຍ ແລະ ມີຂະໜາດປະມານ 2 ມມ.
ໝາກສີຟ້າ ຫຼື ສີຟ້າປົນສີເທົາ, ຮູບກົມ ຫຼື ຮູບໄຂ່, ຂະໜາດ 2.5 x 2 ຊມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Borneo, Cambodia, Jawa, Laos, Malaya, Philippines, Thailand, Vietnam. [2]

Glabal districbrution of Livistona saribus between 1866 to 2025. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ຂໍ້ມູນຈາກບັນຊີລາຍຊື່ພືດມີທໍ່ລຳລຽງຂອງ ສປປ ລາວ ມີການບັນທຶກພືດຊະນິດນີ້ແຕ່ບໍ່ໄດ້ລະບຸລາຍລະອຽດເຂດກະຈາຍພັນໃນລາວ [4]. ຂໍ້ມູນຈາກ GBIF ພົບພືດຊະນິດນີ້ໃນແຂວງ ໄຊສົມບູນ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າໂຄກ, ແຄມຝັ່ງນໍ້າ
ໝາກຄໍ້ມັກເກີດຕາມເນີນພູ ແລະ ສັນພູທີ່ມີພື້ນທີ່ປ່າປົກຄຸມ ໂດຍປົກກະຕິຈະມີດິນຕື້ນ ແລະ ບໍ່ຄ່ອຍອຸດົມສົມບູນ. ໄດ້ຫຼາຍໃນພາກກາງ ແລະ ພາກເໜືອຂອງລາວ ເຊິ່ງມີສະພາບອາກາດທີ່ອົບອຸ່ນ [5]. ນອກຈາກນີ້ຍັງພົບເຂດກະຈາຍພັນຂອງພືດຊະນິດນີ້ໃນປ່າຝົນເຂດທົ່ງພຽງ ຫຼື ປ່າແຫ້ງແລ້ງ, ເຊິ່ງມັກເກີດຢູ່ໃກ້ພື້ນທີ່ທີ່ມັກເກີດນ້ຳຖ້ວມເປັນໄລ່ຍະ. ທີ່ລະດັບຄວາສູງ 600 ຫາ 1.100 ມ. [1].
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ພືດຊະນິດມີເກຂດກະຈາຍພັນທີ່ກວ້າງຂວາງ ແລະ ມີປະຊາກອນຈຳນວນຫຼາຍ, ບັດຈຸບັນຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ແລະ ຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ, ດັງນັ້ນຈຶ່ງຖືກປະເມີນວ່າພືກຊະນິດນີ້ມີຄວາມສ່ຽງຕ່ຳ [6]. ພືດຊະນິດນີ້ຖືກຈັດຢູ່ໃນບັນຊີທີ່ສາມ ຂອງສະຖານະພາບການອານຸລັກແຫ່ງຊາດລາວ. [7]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ສິ່ງປູກສ້າງ, ອຸປະກອນ ແລະ ເຄື່ອງມື, ອາຫານ
ອາຫານ: ໝາກຄໍ້ສາມາດກິນໄດ້ຫຼັງຈາກແຊ່ໃນນ້ຳອຸ່ນແລ້ວ ແລະ ຍັງສາມດສະກັດນ້ຳມັນຈາກໝາກໄດ້ອີກດ້ວຍ. ຍອດອອ່ນ ແລະ ໂຄນໃບ ຫຼື ໜໍ່ຂອງພືດຊະນິດນີ້ສາມາດກິນເປັນຜັກໄດ້ ໃນຂະນະທີ່ເນື້ອໝາກສາມດກິນໄດ້ຫາກນຳໄປແຊ່ໃນນ້ຳສົ້ມສາຍຊູ ຫຼື ສານລະລາຍເກືອ [5]. ເປັນໝາກໄມ້ທີ່ນິຍົມກິນໃນທ້ອງຖິ່ນອີກດ້ວຍ. [1]
ທີ່ພັກ, ເຄື່ອງມື ແລະ ອຸປະກອນ: ໃບຂອງໝາກຄໍ້ເປັນທີ່ນິຍົມໃຊ້ກັນຫຼາຍໃນການໃຊ້ເຮັດຫຼັງຄາ, ເສື່ອ, ໝວກ, ອຸປະກອນໃສ່ເຄື່ອງ ແລະ ເສື້ອກັ່ນຝົນ [5]. ລວມທັງການໃຊ່ມູງຫຼັງຄາ ແລະ ຕົກປາ. [1]
ພືດປະດັບ: ປາມຊະນິດທົນຕໍ່ສະພາບອາກາດທີ່ໜາວເຢັນ ແລະ ນິຍົມປູກເປັນໄມ້ປະດັບ. [5]
ກະສິກຳ: ໝາກໃຊ້ເປັນອາຫານຂອງນົກທີ່ກິນໝາກໄມ້. [8]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ພົບໄດ້ທັງໃນທຳມະຊາດ ແລະ ສ່ວນໃຫຍ່ຈະນິຍົມປູກເຂດໃກ້ບ້ານ. [5]
ລະດູການເກັບກູ້
ມັງກອນ, ກຸມພາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໝາກຄໍ້ມີການນຳໃຊ້ ແລະ ຂາຍໃນທ້ອງຖິ່ນ ໂດຍຈະຂາຍໃນລາຄາ 10.000 ກີບຕໍ່ກິໂລກຼາມ ໃນເຂດທ້ອງຖິ່ນ, ໃນຂະນະທີ່ວຽງຈັນ ໝາກຄໍ້ 10 ໜ່ວຍຂາຍໃນລາຄາ 20.000 ກີບ. [5]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອຸນຫະພູມ: ໝາກຄໍ້ເປັນພືດເຂດຮ້ອນ ເຖິ່ງແມ່ນນວ່າຕົ້ນທີ່ໃຫຍ່ເຕັມທີ່ຈະທົນຕໍ່ຄວາມໜາວໄດ້ດີ ແລະ ສາມາດເຕີບໂຕໄດ້ໃນເຂດອົບອຸ່ນທີ່ບໍ່ມີນ້ຳຄ້າງແຂງ, ແຕ່ມັນສາມາດທົນຕໍ່ນ້ຳຄ້າງແຂງເປັນບາງຄັ້ງໃນຊ່ວງໄລ່ຍະສັ້ນໆ ໄດ້ຮອດປະມານ -40 ອົງສາ. [9]
ປະລິມານນ້ຳຝົນ: ພົບພືດຊະນິດນີ້ໃນພື້ນທີ່ທີ່ມີປະລິມານນ້ຳຝົນສູງ ເຖິ່ງຈະມີລະດູແລ້ງທີ່ຊັດເຈນຫຼືບໍ່ກໍ່ຕາມ, ຈະເລີນເຕີບໂຕໄດ້ດີທີ່ສຸດໃນພື້ນທີ່ທີ່ມີແສງແດດຈັດ, ພື້ນທີ່ຊຸ່ມ ແຕ່ມີການລະບາຍນ້ໄດ້ດີ ແລະ ຕາມທຳມະຊາດສາມາດທົນຕໍ່ນ້ຳຖ້ວມຂັງຕາມລະດູການໄດ້. [9]

ການເກັບກ່ຽວ:
ໝາກຄໍ້ຈະປ່ຽນເປັນສີຟ້າ ເມື່ອສຸກຈາກນັ້ນຈະເກັບກ່ຽວໄດ້ໃກ້ທົ່ງນາ ຫຼື ໃນປ່າ. ໃບສາມາດເກັບໄດ້ຕະຫຼອດປີ ແຕ່ໃນຫວຽດນາມມີຄຳແນະນຳວ່າ ຄວນເກັບໃບໝາກຄໍ້ບໍ່ເກີນ 10 ໃບຕໍ່ຕົ້ນ/ປີ. [5]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ບັນຈຸບັນພືດຊະນິດບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ແລະ ບໍ່ມີການລາຍງານໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ. [6]

ການເກັບກູ້ແບບຍືຍຍົງ:
ການເກັບກ່ຽວໃບ ຫຼື ໝາກບໍ່ໄດ້ເຮັດໃຫ້ພືດເສຍຫາຍ ແຕ່ການເກັບຫຼາຍເກີນໄປອາດເປັນອັນຕະລາຍຕໍ່ການປົ່ງໃໝ່ຂອງພືດ. [5]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Bounpasakxay Khamphoumi
ຜູ້ກວດສອບ Factsheet
,