ເລກລຳດັບທີ: 468
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2024-09-24
ຜັກໜອກ
Asiatic pennywort
Centella asiatica (L.) Urb.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Asiatic pennywort, Indian pennywort, Spadeleaf, gotu kola, marsh pennywort, pennyweed, sheeprot, thankuni and Centella.)
ອະນຸກົມວິຖານ
ຊື່ສະກຸນ
Apiaceae
ຊື່ພ້ອງ
Centella asiatica f. crispata (Maxim.) H.Hara
Centella asiatica subsp. floridana (J.M.Coult. & Rose) J.M.Coult. & Rose
Centella asiatica var. asiatica
Centella asiatica var. boninensis (Nakai ex Tuyama) H.Hara
Centella asiatica var. crispata (Maxim.) Y.Yabe
Centella asiatica var. crista Makino
Centella asiatica var. cristata Makino
Centella boninensis Nakai
Centella boninensis Nakai ex Tuyama
Centella hirtella Nannf.
Centella repanda subsp. floridana Small
Centella ulugurensis (Engl.) Domin
Centella uniflora (Colenso) Nanf.
Chondrocarpus asiaticus (L.) Nutt.
Chondrocarpus erectus S.Watson
Chondrocarpus triflorus (Ruiz & Pav.) Nutt.
Glyceria asiatica (L.) Nutt.
Glyceria triflora (Ruiz & Pav.) Nutt.
Hydrocotyle abyssinica Gand.
Hydrocotyle artensis Montrouz.
Hydrocotyle asiatica L.
Hydrocotyle asiatica var. crispata Maxim.
Hydrocotyle asiatica var. hebecarpa (DC.) Hassk.
Hydrocotyle asiatica var. lunata (Lam.) Pers.
Hydrocotyle asiatica var. monantha F.Muell.
Hydrocotyle asiatica var. pedunculata Kuntze
Hydrocotyle asiatica var. subrepanda Blume
Hydrocotyle asiatica var. subsessilis Kuntze
Hydrocotyle brasiliensis Scheidw.
Hydrocotyle brasiliensis Scheidw. ex Otto & F.Dietr.
Hydrocotyle brevipedata St.-Lag.
Hydrocotyle brevipes DC.
Hydrocotyle dentata A.Rich.
Hydrocotyle ficarifolia Stokes
Hydrocotyle ficarioides Lam.
Hydrocotyle ficarioides Michx.
Hydrocotyle hebecarpa DC.
Hydrocotyle inaequipes DC.
Hydrocotyle indivisa Banks & Sol.
Hydrocotyle indivisa Banks & Sol. ex Hook.fil.
Hydrocotyle leptostachys Spreng.
Hydrocotyle lunata Lam.
Hydrocotyle lurida Hance
Hydrocotyle natans Thunb.
Hydrocotyle nummularioides A.Rich.
Hydrocotyle pallida DC.
Hydrocotyle reniformis Walter
Hydrocotyle rotundifolia Wall.
Hydrocotyle sarmentosa Salisb.
Hydrocotyle sylvicola Cordem.
Hydrocotyle thunbergiana Spreng.
Hydrocotyle ulugurensis Engl.
Hydrocotyle uniflora Colenso
Hydrocotyle wightiana Wall.
Trisanthus cochinchinensis Lour.
ບັນຍາຍລັກສະນະທາງພືດສາດ
ໃບບົວບົກ ຫຼື ທີ່ເອີ້ນກັນວ່າຜັກໜອກ ເປັນໄມ້ລົ້ມລຸກທີ່ສາມາດຕັ້ງຂື້ນໜ້າສົນໃຈ ເຊິ່ງສາມາດຍາວຮອດ 2,5 ມ.
ລຳຕົ້ນເປັນລຳເລືອໄປຕາມພື້ນດິນ ແລະ ແຕກກິ່ງຍາວໄປຕາມໜ້າດິນ ກິ່ງເຫຼົ່ານີ້ສາມາດເກີດຕົ້ນໃໝ່ໄດ້ ໂດຍການຢັ່ງຮາກທີ່ຈຸດສະເພາະ ທີ່ເອີ້ນວ່າຂໍ້.
ໃບເປັນຮູບວົງກົມຮອບຈຸດຈັບຂອງກ້ານໃບ, ຂະໜາດແຕກຕ່າງກັນ ໂດຍມີຂະໜາດເສັ້ນຜ່າສູນກາງລະຫວ່າງ 1 ຫາ 7 ຊມ. ແລະ ຍາວ 2 ຫາ 5 ຊມ. ຂອບໃບເປັນແສກ ເຮັດໃຫ້ມີລັກສະນະທີ່ໂດດເດັ່ນ.
ພືດຊະນິດນີ້ອອກດອກເປັນກະຈຸກ ເອີ້ນວ່າຊໍ່ດອກ ເຊິ່ງຍາວ 1 ຫາ 7 ຊມ. ໂດຍທົ່ວໄປແລ້ວດອກຈະເປັນສີບົວປົນສີມ່ວງ ແລະ ມີກີບດອກ 5 ກີບ.
ໝາກຜັກໜອກຈະມີຂົນເມື່ອຍັງອ່ອນ ແລະ ມີຮູຮ່າງກົມ, ຂະໜາດກວ້າງປະມານ 4 ຫາ 5 ມມ. ແລະ ສູງປະມານ 3 ມມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Angola, Assam, Bangladesh, Benin, Bismarck Archipelago, Borneo, Botswana, Burkina, Burundi, Cabinda, Cambodia, Cameroon, Cape Verde, Caprivi Strip, Central African Republic, Chad, China, Comoros, Congo, Himalaya, Equatorial Guinea, Eritrea, Ethiopia, Fiji, Gabon, Gambia, Ghana, Guinea, Guinea-Bissau, India, Iran, Japan, Jawa, Kenya, Korea, KwaZulu-Natal, Laos, Lesotho, Liberia, Madagascar, Malawi, Malaya, Mali, Maluku, Marianas, Mauritania, Mauritius, Mozambique, Myanmar, Namibia, Nansei-shoto, Nepal, New Caledonia, New Guinea, New South Wales, Niger, Nigeria, Ogasawara-shoto, Pakistan, Philippines, Queensland, Rodrigues, Rwanda, Réunion, Samoa, Saudi Arabia, Senegal, Sierra Leone, Socotra, Somalia, Sri Lanka, Sudan, Sulawesi, Sumatera, Swaziland, Taiwan, Tanzania, Thailand, Togo, Tonga, Transcaucasus, Uganda, Vanuatu, Vietnam, Yemen, Zambia, Zaïre, Zimbabwe. [3]

Global distribution of Centella asiatica between 1815 to 2025. Source: [2]
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ລາຍງານການກວດສອບພືດໃນ ສປປ ລາວ ແລະ ການກວດສອບພືດທີ່ມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1 ແລະ 1.0), [7], [8], [9]. ຂໍ້ມູນຈາກການປະເມີນອາຫານປ່າພົບພືດຊະນິດນີ້ໃນແຂວງອັດຕະປື (ເມືອງສານໄຊ ແລະ ສະໜາມໄຊ), ແຂວງ ເຊກອງ (ເມືອງລະມາມ), ສາລະວັນ (ຕະເມືອງໂອ້ຍ ແລະ ສະມ້ວຍ), ອຸດົມໄຊ (ເມືອງ ງາ ແລະ ເມືອງແບງ), ຊຽງຂວາງ (ເມືອງໝອກໃໝ່) ແລະ ຜົງສາລີ (ເມືອງຂວາ ແລະ ບຸນໃຕ້). [5]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແຄມຝັ່ງນໍ້າ, ທົ່ງນາ, ທົ່ງຫຍ້າ, ອື່ນໆ, ສວນຄົວ
ພົບຜັກໜອກໃນພື້ນທີ່ບໍລິເວນຮົ່ມ ແລະ ດິນທີ່ອຸດົມສົມບູນ, ເຂດຊຸ່ມນ້ຳ, ແຄມຝັງແມ່ນ້ຳ ແລະ ທົ່ງຫຍ້າເປີດໂລ່ງ, ເປັນພືດກຸ່ມທຳອິດທີ່ຂະຫຍາຍຕົວໃນພື້ນທີ່ຮົກເຮື້ອ ແລະ ແຫຼ່ງທີ່ຢູ່ອາໄສທີ່ຖືກລົບກວນ ແຕ່ຍັງພົບໄດ້ໃນພື້ນທີ່ທີ່ບໍ່ຖືກລົບກວນອີກດ້ວຍ [1]. ຈາກການປະເມີນອາຫານປ່າ ພົບແລ່ງທີ່ຢູ່ອາໄສຂອງພືດຊະນິດ ໃນພື້ນທີ່ເຂດຟຸ່ມໄມ້ຮົກເຮື້ອ, ທົ່ງນາ ແລະ ສວນຄົວອີກດ້ວຍ [5]. ພົບທີ່ລະດັບຄວາມສູງບໍ່ເກີນ 200 ຫາ 1,900 ແມັດ. [6]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ຜັກໜອກຈັດເປັນພືດທີ່ມີຄວາມສ່ຽງໜ້ອຍທີ່ສຸດ ເນື່ອງຈາກມີການກະຈາຍພັນຢ່າງກວ້າງຂວາງ ແລະ ມີປະຊາກອນຍ່ອຍທີ່ໝັ້ນຄົງ ແລະ ບໍ່ພົບໄພຄຸກຄາມທີ່ສຳຄັນໃດໆ. [4]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ເຄື່ອງດື່ມ, ພືດເປັນຢາ
ອາຫານ ແລະ ເຄື່ອງດືມ: ໃນລາວ, ກຳປູເຈຍ, ຫວຽດນາມ ແລະ ໄທ ນຳມາເຮັດເປັນເຄື່ອງດື່ມເພື່ອຄວາມສົດຊື່ນ ໂດຍໃຊ້ໃບ ແລະ ລຳຕົ້ນທີ່ມີຣົດຊາດຂົມເລັກນ້ອຍ, ຈາກນັ້ນນຳມາຄັ້ນໂດຍການເຕີມນ້ຳເຂົ້າໄປເລັກນ້ອຍ ແລ້ວຕື່ມນ້ຳຕານເຂົ້າໄປເລັກນ້ອຍ, ສວນໃຫຍ້ແລ້ວແມ່ນຮັບປະທານທັງຕົ້ນເປັນຜັກ ໂດຍຈະປຸງສຸກ ຫຼື ກິນດິບກັບແຈວ ຫຼື ແຈ່ວປາແດກ. [1]
ສະໝຸນໄພ: ຜັກໜອກມີປະໂຫຍກຫຼາຍທາງດ້ານການແພດ ເຊັ່ນ ໃຊ້ຮັກສາໄຂ້ ແລະ ແກ້ອາການທ້ອງຜູ້, ຊ່ວຍຟອກເລືອດ ແລະ ບັນເທົາອາການທາງລະບົບປະສາດ. ໃບຜັກໜອກຍັງໃຊ້ໃນການຮັກສາພະຍາດຜິວໜັງໄດ້ອີກດ້ວຍ ແລະ ຍັງມີຊື່ສຽງທາງດ້ານການຮັກສາແຜໃນກະເພາະອາຫານ, ຂີ້ກາກ ແລະ ຂີ້ເຮື້ອນ. ນອກຈາກນີ້ຍັງເຊື່ອກັນວ່າຜັກໜອກ “ດີຕໍ່ດວງຕາ” ແລະ ເຊື່ອວ່າຊ່ວຍສົງເສີມການຈະເລີນເຕີບໂຕຂອງເສັ້ນຜົມ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ຈາກການສຳຫຼວດອາຫານປ່າພົບວ່າຊາວບ້ານ ຮູ້ວິທີການປູກຜັກໜອກ ແຕ່ພວກເຂົາບໍ່ຢາກປູກ ຫຼື ບໍ່ຕ້ອງການປູກມັນ. [5]
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ຜັກໜອກສົດ ເປັນສິນຄ້າທີ່ສາມາດພົບໄດ້ທົ່ວໄປໃນຕະຫຼາດທົ່ວໄປໃນອາຊີຕາເວັນອອກສຽງໃຕ້. ໃນຕະຫຼາດຂອງລາວຜັກໜອກຂາຍປັນມັດນ້ອຍລາຄາ 3.000 ຫາ 5.000 ກີບ (ຜົງສາລີ). ໃນແຕ່ລະປີມີການສົ່ງອອກຜັກໜອກຈາກລາວຫຼາຍ 10 ໂຕນ, ໃນລາຄາຕັ້ງແຕ່ 22.000 ຫາ 110.000 ກີບຕໍ່ກິໂລ, ສານສະກັດສະໝຸນໄພ 100 ກຼາມ ຂາຍໃນລາຄາ 150.000 ກີບໃນເວບໄຊຂອງຈີນ, ໃນຂະນະທີ່ຮູບແບບແຄັບຊູນຂະໜາດ 500 ກຼາມ ບັນຈຸໃນຂວດ ລາຄາ 160.000 ກີບໃນເວບໄຊຂອງໄທ. [1]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ບໍ່ມີໄພຂົ່ມຂູ່ທີສຳຄັນຕໍ່ພືດຊະນິດນີ້ ທັງໃນອາດີດ, ປັດຈຸບັນ ແລະ ອານາຄົດ. [4]


ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນກ່ຽວກັບຂະໜາດປະຊາກອນ ຫຼື ແນວໂນ້ມຂອງຊະນິດພັນນີ້ ແຕ່ບໍ່ມີເຫດຜົນທີ່ຈະເຮັດໃຫ້ຫຼຸດລົງ ດັງນັ້ນຈຶ່ງຖືວ່າມີແນວໂນ້ມຄົງທີ່. [4]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ 2.5 N/A
ວິຕາມິນ N/A vitamin C 1.3 to 7.7 mg
ແຮ່ທາດ N/A Iron 3.8 to 12.5 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,