ເລກລຳດັບທີ: 46
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-02-12
ຫົວກອຍ
Asiatic Bitter Yam
Dioscorea hispida Dennst.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ກອຍ, ເຄືອກອຍ (intoxicating yam)
ອະນຸກົມວິຖານ
ຊື່ສະກຸນ
Dioscoreaceae
ຊື່ພ້ອງ
Dioscorea daemona Roxb.
Dioscorea daemona subsp. reticulata Hook.f.
Dioscorea daemona var. reticulata Hook.f.
Dioscorea hirsuta Blume
Dioscorea hispida subsp. daemona (Roxb.) Prain & Burkill
Dioscorea hispida subsp. reticulata (Hook.f.) Sanjappa
Dioscorea hispida var. daemona (Roxb.) Prain & Burkill
Dioscorea hispida var. mollissima (Blume) Prain & Burkill
Dioscorea hispida var. neoscaphoides Prain & Burkill
Dioscorea hispida var. scaphoides Prain & Burkill
Dioscorea lunata B.Heyne
Dioscorea lunata B.Heyne ex Roth
Dioscorea mollissima Blume
Dioscorea triphylla subsp. daemona (Roxb.) Prain & Burkill
Dioscorea triphylla subsp. mollissima (Blume) Prain & Burkill
Dioscorea triphylla subsp. reticulata (Hook.f.) Prain & Burkill
Dioscorea triphylla var. daemona (Roxb.) Prain & Burkill
Dioscorea triphylla var. mollissima (Blume) Prain & Burkill
Dioscorea virosa Wall. ex Klotzsch & Garcke
Helmia daemona (Roxb.) Kunth
Helmia hirsuta (Blume) Kunth
ຊະນິດໃກ້ຄຽງ
ມັນພ້າວມ່ວງ/ Purple yam
ມັນແກບ/ Chinese yam
ຫົວກິ້ງກາງດົງ/ Aerial Yam
ມັນອ້ອນພ່ວງ/ Asiatic yam
ກະເບົາຫົວ/ Dye-yam
ບັນຍາຍລັກສະນະທາງພືດສາດ
ຫົວໃຕ້ດິນມີສີນ້ຳຕານ, ຮູບໄຂ່ ຫຼື ຮູບບໍ່ສະໝ່ຳສະເໝີ ແລະ ມີຂະໜາດແຕກຕ່າງກັນໄປ, ຫົວກອຍມີພິດ, ເມື່ອຜ່າດ້ານໃນຂອງຫົວຈະມີສີຂາວ.
ລຳຕົ້ນເປັນເຄືອພັນຂື້ນ ແລະ ສາມາດຍາວໄດ້ຮອດ 30 ຊມ, ຮູບທໍ່ (ກົມ) ແຂງ ແລະ ມີຂົນປົກຄຸມເມື່ອຍັງອ່ອນ ແຕ່ເມື່ອແກ່ຜິວຈະລຽບ.
ໃບອອກຮຽງສະຫຼັບຕາມລຳຕົ້ນ ແລະ ແຍກອອກເປັນສາມໃບ (ໃບປະສົມແບບຝາມື, ມີໃບຍ່ອຍ 3 ໃບ). ກ້ານໃບຍາວໄດ້ຮອດ 30 ຊມ ແລະ ມີຂົນ. ໃບຍ່ອຍກາງຮູບໄຂ່ ຫຼື ຮູບຮີ, ຍາວ 6 ຫາ 12 ຊມ ແລະ ກວ້າງ 4 ຫາ 12 ຊມ, ຜິວໃບດ້ານເທິງມີຂົນແຂງບາງໆ ແລະ ຈະລຽບເມື່ອແກ່ຂື້ນ, ຜິວໃບດ້ານລຸ່ມປົກຄຸມດ້ວຍຂົນແຂງ, ປາຍແຫຼມ (acuminate). ໃບຍ່ອຍດ້ານຂ້າງມີຂະໜາດນ້ອຍກ່ວາໃບຍ່ອຍກາງ, ຮູບໄຂ່ ຫຼື ຮູບສີ່ເຫຼີ່ມຜື່ນຜ້າກວ້າງ ແລະ ອ່ຽງເລັກນ້ອຍ (ອ່ຽງ) ຂອບໃບຍ່ອຍລຽບທຸກໃບ (entire).
ຊໍ່ດອກເພດຜູ້ຈະເລີນເຕີບໂຕເປັນຊໍ່ແຕກແໜງ (ອອກຕາມງ່າມໃບ), ຍາວໄດ້ຮອດ 5 ຊມ, ກ້ານຊໍ່ດອກສ່ວນໃຫຍ່ປົກຄຸມດ້ວຍຂົນອ່ອນນຸ້ມຄ້າຍຂົນແກະ (tomentum) ຢ່າງໜາແໜ້ນ. ດອກຜູ້ຍ່ອຍອອກຮຽງຕົວຮຽງຕົວກັນແໜ້ນ, ກີບດອກ (ສ່ວນຫຸ້ມດອກຊັ້ນນອກ) ຍາວປະມານ 1 ມມ, ໂດຍກີບດອກຊັ້ນນອກມີຂະໜາດນ້ອຍ ແລະ ບາງກວ່າກີບດອກຊັ້ນໃນ ແຕ່ລະດອກມີເກສອນເພດຜູ້ຫົກອັນ. ດອກເພດແມ່ຈະອອກເປັນດອກດ່ຽວໆ ເທິ່ງຊໍ່ດອກຍາວໄດ້ຮອດ 40 ຊມ.
ໝາກເປັນແຄັບຊູນ ຮູບຊົງຮີຍາວ, ຂະໜາດ 3,5 ຫາ 7 ຊມ, ມີເນື້ອສຳພັດຮອດ ແລະ ປົກຄຸມດ້ວຍຂົນໜາແໜ້ນ ໝາກມີປີກກວ້າງ 1.2 ຫາ 1.5 ຊມ. ແກ່ນຢູ່ໃກ້ສ່ວນເທິງຂອງແຄັບຊູນ ໂດຍມີປີກຊີ້ລົງໄປທາງໂຄນໝາກ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andaman Is., Assam, Bangladesh, Bismarck Archipelago, Borneo, Cambodia, China Southeast, East Himalaya, Hainan, India, Jawa, Lesser Sunda Is., Malaya, Maluku, Myanmar, Nepal, New Guinea, Philippines, Queensland, Sulawesi, Sumatera, Taiwan, Thailand, Laos, Tibet, Vietnam, West Himalaya. [2]

Global districbution of Dioscorea hispida between 1840 to 2025. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ບັນທຶກຂໍ້ມູນຈາກລາຍການກວດສອບພືດມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1 ຫາ 1.0) ເຊິ່ງບັນທຶກການກະຈາຍພັນຂອງພືດຊະນິດນີ້ໃນຫຼວງພະບາງ, ວຽງວັນ ແລະ ຊຽງຂວາງ [4], [5]. ຂໍ້ມູນຈາກ GBIF ລະບຸວ່າຖິ່ນທີ່ຢູ່ອາໄສຂອງພືດຊະນິດນີ້ໃນ ແຂວງ ບໍລິຄຳໄຊອີກດ້ວຍ [3].
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໄມ້ປ່ອງ, ແຄມຝັ່ງນໍ້າ
ໃນລາວມີການກະຈາຍພັນຢ່າງກວ້າງຂວາງໃນປ່າດິບຊຸມ ແລະ ເຫຼົ່າໃນພື້ນທີ່ທົ່ງພຽງ, ມັກພົບເກີດຮ່ວມກັບໄມ້ປອງ [6]. ພືດສາຍພັນນີ້ພົບໄດ້ໃນປ່າຟຸ່ມ ແລະ ຕາມຂອບປ່າ ຕັ້ງແຕ່ລະດັບໜ້ານ້ຳທະເລຈົນຮອດ 1.500 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ຫົວກອຍຈັດຢູ່ໃນບັນຊີທີ່ III ຂອງການອານຸລັກແຫ່ງຊາດລາວ. [7]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອາຫານ, ພືດເປັນຢາ
ອາຫານ: ອະໄວຍະວະສະສົມອາຫານ (ຫົວ) ສາມາດກິນໄດ້ [8]. ຫົວກອຍຖືກນຳມາໃຊ້ເປັນອາຫານແທນເຂົ້າ ໃນຊ່ວງທີ່ຂາດແຄນອາຫານ, ເຖິ່ງຢ່າງໃດກໍ່ຕາມ ຕ້ອງກຳຈັດສານພິດອອກກ່ອນຮັບປະທານໄດ້ດ ແປ້ງຈາກຫົວກອຍຖືກນຳມາໃຊ້ເຮັດເຂົ້າໜົມຫວານ ໂດຍທົ່ວໄປຈະນຳມາກິນກັບເຂົ້າໜຽວ. [6]
ສະໝຸນໄພ: ຫົວກອຍມີສັບພະຄຸນທາງສະໝຸນໄພຫຼາຍປະການ ໂດຍທົ່ວໄປໃຊ້ຮັກສາພະຍາດຜິວໜັງ, ແກ້ອາການລະຄາຍເຄືອງ ແລະ ອາການເຈັບຂໍ້. ໃນໄທມີການໃຊ້ຫົວກອຍໂດຍການນຳມາຕັດເປັນແຜ່ນບາງໆ ປະຄົບເພື່ອບັນເທົາອາການເຈັບເກັງກ້າມເນື້ອໃນກະເພາະອາຫານ ແລະ ໃຊ້ທຳຄວາມສະອາດແຜ [6]. ຫົວກອຍທີ່ນຳມາຂູດໃຊ້ຮັກສາພະຍາດເຮື້ອນ, ພະຍາດຜິວໜັງ, ຕາປາ, ໜັງດ້ານ (calluses) ແລະ ອາການເລັບອັກເສບ (ການຕິດເຊື້ອໄວຣັສບົນນິ້ວ ຫຼື ເລັບ), ນອກຈາກນີ້ຍັງໃຊ້ທາແຜທີ່ເກີດຈາກພະຍາດຕິດຕໍ່ທາງເພດສຳພັນ, ໃຊ້ຮັກສາອາການອັກເສບ ແລະ ໄຂຂໍ້ອັກເສບ ລວມທັງໃຊ້ທຳຄວາມສະອາດແຜທີ່ມີໜອນໃນສັດລ້ຽງໄດ້ອີກດ້ວຍ. [8]
ໃຊ້ໃນການກະສິກຳ: ພືດຊະນິດນີ້ໃຊ້ທາຫົວລູກສອນ ແລະ ໃຊ້ໃນການການຫາປາ, ນອກຈາກນີ້ຍັງມີຄຸນສົມບັດໃນການຂ້າແມງໄມ້. [6]
ໝາຍເຫດສຳຄັນ: ຫົວກອຍດິບຂະໜາດເທົາແອັບເປິ້ນສາມາດເຮັດໃຫ້ລະບົບປະສາດສ່ວນກາງ ເປັນອຳມະພາດ ແລະ ພຽງພໍທີ່ຈະເຮັດໃຫ້ເສຍຊິວິດພາຍໃນ 6 ຊົ່ວໂມງ [6]. ທຸກພາກສ່ວນຂອງພືດ ມີສານອັລຄາລອຍທີ່ເປັນພິດຕໍ່ລະບົບປະສາດ ເຊິ່ງອາດເຮັດໃຫ້ເກີດອາການລະຄາຍເຄືອງຄໍ, ວຽນຫົວ, ປຸ້ນທ້ອງ, ປວດຮາກ ແລະ ຊຶມຫາກກິນເຂົ້າໄປ. ຄວນເກັບພືດຊະນິດນີ້ໃຫ້ພົ້ນມືເດັກນ້ອຍ ແລະ ສັດລ້ຽງ. [8]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ພືດຊະນິດນີ້ມີການນຳໃຊ້ ແລະ ຊື້ຂາຍກັນໃນທ້ອງຖິ່ນ ໂດຍແທບບໍ່ມີການຈຳນ່າຍໃນຕະຫຼາດລະຫວ່າງປະເທດເລີຍ ເນື່ອງຈາກຫົວກອຍມີພິດ ແລະ ມັນຫຼາຍຊະນິດໃຫ້ເລືອກເປັນຈຳນວນຫຼາຍ ເຊິ່ງຄາດວ່າການນຳຫົວກອຍມາເພື່ອຂາຍເປັນເສດຖະກິດອາດບໍ່ໜ້າສົນໃຈ. [6]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ຫົວກອຍສາມາດເຕີບໂຕໃນສະພາບດິນທີ່ຫຼາກຫຼາຍປະເພດ ແຕ່ຈະເລີນເຕີບໂຕໄດ້ດີທີ່ສຸດໃນດິນລວນປົນດິນໜຽວຊຸ່ມໃນພື້ນທີ່ຮົ່ມ ໂດຍສະເພາະຢ່າງຍິງບໍລິເວນແຄມຫ້ວຍນ້ຳ. [6]

ເທັກນິກການປູກ:
ການຂະຫຍາຍພັນ: ສາມາດຂະຫຍາຍພັນໂດຍໃຊ້ແກ່ນ ແລະ ຫົວ. [8]

ການເກັບກ່ຽວ:
ຫົວກອຍຈະຖືກເກັບກ່ຽວເມື່ອເຄືອເລີ່ມຫ້ຽວ, ຫົວກອຍຈະຢູ່ບໍ່ເລິກຫຼາຍ ສາມາດເກັບກ່ຽວໄດ້ໂດຍໃຊ້ມື, ສ້ຽມ ຫຼື ໄມ້ຂຸດໄດ້. [6]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງຄາໂບໄຮເດຣດທີ່ສຳຄັນ
ສານອາຫານ /100g ໝາຍເຫດ
ໂປຣຕີນ 2 N/A
ຄາໂບໄຮເດຣດ 23.23 N/A
ໄຂມັນ 0.2 N/A
ວິຕາມິນ N/A Vitamin B1 0.10 mg, Vitamin C 9.0mg
ແຮ່ທາດ N/A Calcium 20mg, Phosphor 69 mg, Iron 0.6 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Anong and Manoluck bounsihalath
ຜູ້ກວດສອບ Factsheet
,