ເລກລຳດັບທີ: 45
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-02-09

ກໍ່ເດືອຍ
Chestnut

Castanopsis indica (Roxb. ex Lindl.) A.DC.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5


ຊື່ທ້ອງຖີ່ນ:
ກ້ວຍເກສອນ, ກໍ່ໜາມ ຫຼື ກໍ່ຫຼວງ (ຫຼວງນ້ຳທາ), ກໍ່ເກີດ, ກໍ່ຍາວ, ກໍ່ສົ້ມ (ຊຽງຂວາງ), ກໍ່ເກັດ, ກໍ່ລະໄກ, ກໍ່ຕັ້ງ, ກໍ່ລາຍ ( oak-chestnut, Indian chestnut)

ຊື່ພ້ອງ :
Castanea indica Roxb.
Castanea indica Roxb. ex Lindl.
Castanopsis macrostachya Hu
Castanopsis subacuminata Hayata
Quercus acutissima subsp. roxburghii (Endl.) A.Camus
Quercus acutissima subsp. roxburghii (Endl.) Schottky
Quercus acutissima var. roxburghii (Endl.) Schottky
Quercus dubia Lindl. ex Wall.
Quercus indica (Roxb. ex Lindl.) Drake
Quercus prinodes Voigt
Quercus prinoides Voigt
Quercus roxburghii Endl.
Quercus serrata Roxb.
Quercus serrata subsp. roxburghii (Endl.) A.DC.
Quercus serrata var. roxburghii (Endl.) A.DC.

ຊື່ສະກຸນ:
Fagaceae

ຊະນິດໃກ້ຄຽງ:
ໝາກກໍ່ເດືອຍນ້ອຍ/ Papua New Guinea Oak
ຕົ້ນກໍ່ໃບເຫຼື້ອມ / Phul-singori
ກໍ່ໂດຍ/ Chestnut Tree

ບັນຍາຍລັກສະນະທາງພືດສາດ:
ຍອດອ່ອນຂອງໝາກກໍ່ເດືອຍ, ກ້ານໃບ, ຜິວໃບດ້ານລຸ່ມ ແລະ ແກ່ນກາງຊໍ່ດອກ (ແກ່ນຊໍ່ດອກ)ປົກຄຸມດ້ວຍຂົນລະອຽດນຸ້ມ, ສີເຫຼືອງນ້ຳຕານ.
ກ້ານໃບສັ້ນ ຍາວປະມານ 5 ຫາ 10 ມມ. ໃບມີຮູບຮ່າງຫຼາກຫຼາຍແບບ ຕັ້ງແຕ່ຮູບໄຂ່ ຈົນຮອດຮູບຮີ ແລະ ບາງຄັ້ງອາດກວ້າງເລັກນ້ອຍບໍລິເວນປາຍໃບ ປຮູບໄຂ່ປີ້ນ), ຂະໜາດ 9 ຫາ 20 ຊມ ແລະ ກວ້າງ 6 ຫາ 10 ຊມ, ແຜນໃບໜາ ຫຼື ບາງຄ້າຍກະດາດ, ຜິວໃບດ້ານລຸ່ມມີຂົນອ່ອນໆ ຫຼື ເກືອບລຽບ ໂຄນໃບຮູບຫຼິ່ມ ຫາ ຮູບກົມ ແລະ ບໍ່ເທົ່າກັນ (ບໍ່ສົມມາດ), ຂອບໃບມີລັກສະນະເປັນແສກແຂ້ວເລືອຍ ຍົກເວັ້ນບໍລິເວນໂຄນໃບຈະລຽບ (ບໍ່ມີແສກ), ປາຍໃບຕິ່ງແຫຼມ ຫຼື ຮຽວແຫຼມ.
ຊໍ່ດອກເພດແມ່ຍາວປະມານ 40 ຊມ, ເມື່ອໝາກເລີ່ມຕິດ ໝາກຈະຂະຫຍາຍຕົວເປັນໜາມໜາແໜ້ນ (ຊໍ່ໝາກ)ຍາວ 10 ຫາ 27 ຊມ.
ຖ້ວຍຫຸ້ມໝາກເປັນສ່ວນທີ່ໃຊ້ປ້ອງກັນໝາກ ມີລັກສະນະກົມ (ຮູບກົມ) ແລະ ມີເສັ້ນຜ່າສູນກາງ 3.5 ຫາ 4 ຊມ, ເມື່ອໝາກແຫ້ງເຕັມທີ ຖ້ວຍຫຸ້ມແກ່ນຈະແຕກອອກເປັນ 4 ສ່ວນ, ເນື້ອໜາປະມານ 1 ມມ, ເປືອກຫຸ້ມໝາກຖືກປົກຄຸມດ້ວຍໃບປະດັບທີ່ມີລັກສະນະຄ້າຍໜາມແຫຼມຄົມ ເຊິ່ງມີຄວາມຍາວໄດ້ຮອດ 1.5 ຊມ, ໜາມເຫຼົ່ານີ້ອາດຈະຊື່ ຫຼື ໂຄ້ງງໍ ແລະ ບໍລິເວນໂຄນນາມຈະເຊື່ອມຕິດກັນເປັນມັດ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, China South-Central, China Southeast, East Himalaya, Hainan, Laos, Myanmar, Nepal, Taiwan, Thailand, Tibet, Vietnam. [2]

Global distribution of Castanopsis indica between 1831 to 2026. Source: [3]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດສາຍພູຫຼວງຕອນລຸ່ມ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າໂຄກ
ປ່າແປກປະສົມປ່າໃບກ້ວາງ
ສວນຄົວ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ

ການນຳໃຊ້
ປະເພດການນຳໃຊ້:
ພະລັງງານ ແລະ ແສງສະຫວ່າງ
ສິ່ງປູກສ້າງ
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ໝາກກໍ່ເປັນຖົ່ວທີ່ສາມາດກິນໄດ້ [6], [7]. ໂດຍຕ້ອງເອົາເປືອກນອກອອກກ່ອນກິນ ປົກກະຕິແລ້ວຈະນຳໄປຕົ້ມ ຫຼື ຂົ້ວ ເນື່ອງຈາກມີແທນນິນສູງ ແຕ່ກໍ່ສາມາດກິນດິບໄດ້ຄືກັນ. [7]
ພະລັງງານ ແລະ ແສງສະຫວ່າງ: ເນື້ອໄມ້ເໝາະສຳຫຼັບໃຊ້ດັງໄຟ ແລະ ໃຊ້ເຮັດຖ່ານ. [7]
ໃຊ້ສ້າງທີ່ພັກອາໄສ: ໄມ້ສາມາດນຳມາສ້າງເຮືອນໄດ້. [7]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ກັນຍາ
ຕຸລາ
ພະຈິກ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ໝາກກໍ່ຂາຍໃນທ້ອງຖິ່ນໄດ້ໃນລາຄາ 30.000 ຫາ 40.000 ກີບຕໍ່ກິໂລ ໃນປີ 2023 (ຕະຫຼາດແຂວງຊຽງຂວາງ). [7]

ການຄຸ້ມຄອງຈັດການ
ສະພາບໂດຍລວມ: ຂະຫຍາຍພັນໂດຍແກ່ນ ແຕ່ສ່ວນໃຫຍ່ເກີດຂື້ຈາກການເກີດໃໝ່ຕາມທຳມະຊາດ ແລະ ມີຄວາມສາມາດໃນການແຕກໜໍ່ໄດ້ດີ. ຕົ້ນໝາກກໍ່ເປັນຕົ້ນໄມ້ທີ່ອາຍຸຍືນ. [7]

ການເກັບກ່ຽວ: ເມື່ອເປືອກໝາກແຕກອອກ ແກ່ນຈະຫຼົ່ນລົງພື້ນ ສາມາດເກັບກ່ຽວ. [7]

ການເກັບກູ້ແບບຍືຍຍົງ: ການເກັບກ່ຽວແກ່ນກໍ່ບໍ່ໄດ້ເຮັດໃຫ້ຕົ້ນໄມ້ເສຍຫາຍ. [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ແຫຼ່ງຄາໂບໄຮເດຣດທີ່ສຳຄັນ

ບັນຍາຍຄຸນຄ່າທາງໂພຊະນາການ:
ໝາກກໍ່ມີແປ້ງຫຼາຍກ່ວາມັນຝຣັ່ງສອງເທົ່າ ແລະ ບາງຄັ້ງກໍ່ໃຊ້ແທນເຂົ້າ. ໝາກກໍ່ມີຄາໂບໄຮເດດສູງ ແລະ ມີໄຂມັນຕ່ຳທີ່ສຸດໃນບັນດາຖົ່ວທີ່ກິນໄດ້ ທີ່ສຳຄັນທົງໝົດນີ້ຍັງມີໂປຣຕີນຄຸນນະພາບດີ ແລະ ບໍ່ມີຄໍເລສເຕີຣໍ. ຄຸນຄ່າທາງດ້ານໂພຊະນາການຂອງໝາກກໍ່ຈະແຕກຕ່າງກັນໄປຕາມສາຍພັນ ແລະ ວິທີການກຽມ. [7]

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on March 2023 by: taiwan_reevesia. Available: https://www.inaturalist.org/observations/152091985. [Accessed 28 October 2024].
[2] iNaturalist [Online]. Uploaded on September 2022 by: yongzhe. Available: https://www.inaturalist.org/observations/134431320. [Accessed 28 October 2024].
[3] iNaturalist [Online]. Uploaded on March 2022 by: Chen Shu. Availa-ble: https://www.inaturalist.org/observations/108578966. Accessed 28 October 2024].
[4] iNaturalist [Online]. Uploaded on 23 January 2014 by: Rachit Pratap Singh. Available: https://www.inaturalist.org/observations/508188. [Accessed 28 October 2024].
[5] iNaturalist [Online]. Uploaded on March 2023 by: Maggie Yeh. Avail-able: https://www.inaturalist.org/observations/151715110. [Accessed 28 October 2024].

ອ້າງອິງ:
[1] "Flora of China: Taxon Information," eFloras. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200006243. [Accessed: Oct. 28, 2024].
[2] "Plants of the World Online: Taxon Information," Royal Botanic Gar-dens, Kew. [Online]. Available: https://powo.science.kew.org/taxon/295397-1. [Accessed: Oct. 28, 2024].
[3] "Castanopsis indica (Roxb. ex Lindl.) A.DC.," GBIF. [Online]. Available: https://www.gbif.org/species/5332911. [Accessed: Oct. 28, 2024].
[4] V. Lamxay, S. Lanorsavanh, K. Chanthavong, K. Souvannakhoummane, and S. Bounphanmy, A Checklist of the Vascular Plants of Lao PDR, Faculty of Natural Science, National University of Laos, Vientiane, Lao PDR. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. Accessed: Feb. 6, 2026.
[5] Vientiane Botanical Documentation Group, Checklist of the Plants of Laos, Phakhao Lao. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. Accessed: Feb. 6, 2026.
[6] "Flora Species: Thunbergia laurifolia," Department of National Parks, Wildlife and Plant Conservation. [Online]. Available: https://botany.dnp.go.th/eflora/floraspecies.html?tdcode=03868. [Accessed: Oct. 28, 2024].
[7] "ເຄື່ອງປ່າຂອງດົງ 100 ຊະນິດ ທີ່ສຳຄັນໃນ ສປປ ລາວ" [Online]. Availa-ble: https://pkl2.cre8lao.com/wp-content/uploads/2024/10/2164-0-1-2.pdf. [Accessed: Oct. 28, 2024].
[8] "ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III" [Online]. Available: https://www.laoofficialgazette.gov.la/kcfinder/upload/files/0448%E0%BA%81%E0%BA%9B2021.pdf?fbclid=IwY2xjawGMPxpleHRuA2FlbQIxMAABHc9eBnajxZKTz1dePjIyXIdXnhkrr0-C7e_XnIGwF_2YlfRkIjGBfrUV9Q_aem_PWuyCmW9KuoZULUX5Vr4yQ. [Accessed: Oct. 28, 2024].
[9] "Castanopsis indica" IUCN Red List. [Online]. Available: https://www.iucnredlist.org/species/138592702/147642846. [Accessed: Oct. 28, 2024].

ຜູ້ສ້າງ Factsheet:
Anong Vilayvanh and Manoluck bounsihalath

ຜູ້ກວດສອບ Factsheet:
,