ເລກລຳດັບທີ: 43
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-02-06
ສີສຽດ
Sisiet
Pentace burmanica Kurz
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Burma Mahogany, Burmese-mahogany)
ອະນຸກົມວິຖານ
ຊື່ສະກຸນ
Malvaceae
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນສີສຽດສາມາດສູງໄດ້ຮອດ 30 ມ.
ໃບຮູບໄຂ່ ຫາຮູບໄຂ່ຍາວຮີ, ຂະໜາດຍາວ 8 ຫາ 13 ຊມ ແລະ ກວ້າງ 5 ຫາ 8 ຊມ, ປາຍໃບແຫຼມ ຫຼື ມີແສກຕື້ນສາມແສກ, ໂຄນໃບໃບກວ້າງ ແລະ ກົມ ຫຼື ຮູບຫົວໃຈ, ຂອບໃບເປັນຄື້ນ. ກ້ານໃບຍາວ 1 ຫາ 2 ຊມ, ສ່ວນໃຫຍ່ຜິວລຽບ ມີຂົນໜ້ອຍຫຼາຍ (ກ້ຽງ).
ຊໍ່ດອກອອກບໍລິເວນປາຍຍອດ ແລະ ງ່າມໃບ, ຍາວ 5 ຫາ 10 ຊມ. ດອກບານຮູບຮີ, ຍາວປະມານ 5 ມມ, ກວ້າງ 3 ມມ, ປາຍແລມ. ກາບດອກຮູບສາມຫຼ່ຽມ. ກີບດອກຮູບບ່ວງ (spathulate), ຍາວປະມານ 5 ມມ, ກວ້າງ 2 ມມ. ເກສອນເພດຜູ້ລຽບ ຫຼື ບໍ່ມີຂົນ. ເຕົ້າໄຂ່ຮູບກົມ (globose), ມີ 5 ຫ້ອງ (5-locular) ແລະ ມີສັນຍາວຕາມແຕ່ລະຫ້ອງເຕົ້າໄຂ່ 5 ຫ້ອງ ແລະ ປົກຄຸມດ້ວຍຂົນ.
ໝາກຮູບຍາວຮີ ແລະ ມີສົນຄ້າຍປິກ 5 ສັນຕາມລວງຍາວ, ມີຂະໜາດຍາວ 3 ຫາ 4.5 ຊມ ແລະ ກວ້າງ 3 ຫາ 4.5 ຊມ ເມື່ອລວມສັນປີກນຳ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Bangladesh, Cambodia, Laos, Myanmar, Thailand. [2]
Global distribution of Pentace burmanica between 1929 to 2017. Source: [3]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຕາມຂໍ້ມູນໃນ GBIF ພົບການບັນທຶກເຂດກະຈາຍພັນຂອງຊະນິດນີ້ໃນແຂວງ ຈຳປາສັກ [3]. ນອກຈາກນີ້ຍັງມີການບັນທຶກໃນບັນຊີລາວຊື່ພືດໃນລາວ ແລະ ບັນຊີລາຍຊື່ພືດມີທໍ່ລຳລຽງໃນ ສປປ ລາວ (ເວີຊັນທີ່ 1 ແລະ 1.0) ເຖິ່ງແມ່ນວ່າຈະບໍ່ມີລາຍລະອຽດຂອບເຂດກະຈາຍພັນໃນລາວກໍ່ຕາມ. [4], [5], [6]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ
ພົບໄດ້ໃນພາກໃຕ້ ແລະ ພາກກາງຂອງລາວ ພືດຊະນິດນີ້ມັກພື້ນທີ່ປ່າປ່ຽນໃບ ແລະ ປ່າດົງດິບຮ້ອນຊຸ່ມ ໃນພື້ນທີ່ຕ່ຳ, ດິນທີ່ອຸດົມສົມບູນ ແລະ ລະບາຍນ້ຳໄດ້ດີ [7]. ພົບໃນປ່າດົງດິບຊຸ່ມ ທີ່ລະດັບຄວາມສູງ 50 ຫາ 800 ມ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ຍັງບໍ່ຮູ້ໄພຂົ່ມຂູ່ທີ່ຊັດເຈນຕໍ່ພືດຊະນິດນີ້ ເຖິ່ງວ່າຈະມີການບັນທຶກໄວ້ວ່າມີການນ້ຳໃຊ້ໄມ້ເພື່ອຈຸດປະສົມທາງການຢາ ແລະ ສະໝຸນໄພພື້ນເມອງກໍ່ຕາມ ໂດຍລວມແລ້ວ ຂໍ້ມູນກ່ຽວກັບສະຖານະປະຊາກອນ ແລະ ລະບົບນິເວດຂອງພືດຊະນິດນີ້ຍັງຂາດ ໃນລະດັບໂລກ. ພືດຊະນິດນີ້ຖືກປະເມີນວ່າເປັນສາຍພັນທີ່ມີຂໍ້ມູນບໍ່ພຽງພໍ [8]. ສີສຽດຈັດຢູ່ໃນລາຍຊື່ບັນຊີທີ່ 2 ຂອງການອານຸຮັກແຫ່ງຊາດລາວ. [9]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ສິ່ງປູກສ້າງ, ອຸປະກອນ ແລະ ເຄື່ອງມື, ການຍ້ອມສີ, ວັດທະນະທຳ ແລະ ຮີດຄອງ, ພືດເປັນຢາ
ສະໝຸນໄພ: ພືດຊະນິດນີ້ມີສັບພະຄຸນທາງການຢາ ໂດຍນຳເປືອກມາຕົ້ມເພື່ອຮັກສາອາການຖອກທ້ອງ. ໃນຊົນເຜົາອາຄາ ຈະໃຊ້ຜົງຈກເປືອກສີສຽດທາບໍລິເວນສະດື ເພື່ອຊ່ວຍໃນການສະມານແຜ [10]. ນອກຈາກນີ້ເປືອກຍັງອຸດົມໄປດ້ວຍແທນນິນ ແລະ ເຊື່ອກັນວ່າໃຊ້ເປັນຢາທີ່ປັບປຸ່ງສຸຂະພາບແຂ້ວ ແລະ ເຫງືອກໃຫ້ແຂງແຮງ. [8], [7]
ວັດທະນາທຳ ແລະ ສາສະໜາ: ເປືອກໄມ້ມີແທນນິນສູກ ແລະ ເປັນທີ່ຮູ້ຈັກກັນດີໃນລາວ ໃນຖານະເຄື່ອງຄ້ຽວມາກທີ່ມີຄຸນຄ່າ ຜູ້ທີ່ຄ້ຽວມາກຈະໃສ່ເປືອກສີສຽດລົງໄປນຳ ເພື່ອເພີ່ມລົດຊາດ ແລະ ຄວາມຝາດ. [10], [11]
ການລົງສີ ແລະ ສີຍ້ອມ: ເປືອກຂອງສີສຽດຖືກນຳມາໃຊ້ກັນຢ່າງແຜ່ຫຼາຍເປັນແຫຼ່ງຂອງສີຍ້ອມ ໂດຍໃຫ້ສີເຫຼືອງ ຫາ ສີນ້ຳຕານ, ສີຂຽວຂີ້ມ້າ ແລະ ຍັງໃຊ້ໃນໃນການຝອກໜັງອີກດ້ວຍ. [10], [7]
ການກໍ່ສ້າງ ແລະ ເຄື່ອງມືອຸປະກອນ: ໄມ້ຖືກນຳມາໃຊ້ໃນການກໍ່ສ້າງ ແລະ ໄມ້ຊະນິດນີ້ຍັງມີຄ່າເນື່ອງຈາກເນື້ອໄມ້ດີ ເນື້ອໄມ້ມີຄວາມແຂງແຮງ ເໝາະສຳຫຼັບການເຮັດເຟີນິເຈີ ແລະ ໃຊ້ຕົບແຕ່ງເຮືອນ. [8]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ຊາວບ້ານໃນລາວຕອນໃຕ້ໄດ້ຮັບການສະໜັບສະໜູນໃຫ້ປູກສີສຽດໄວ້ຮອບເຮືອນ. [10]
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ປັດຈຸບັນ ພືດຊະນິນີ້ຖືວ່າມີຄວາມສຳຄັນຕໍ່ຄົວຄອບໃນພາກໃຕ້ຂອງລາວ ຜ່ານການເກັບເປືອກ ແລະ ເນື້ອໄມ້ ເຫຼົ່ານີ້ເພື່ອສົ່ງອອກໄປປະເທດໄທ ເພື່ອໃຊ້ໃນອຸດສາຫະກຳຢາ ແລະ ອາຫານ ພ້ອມທັງຊ່ວຍສ້າງລາຍໄດ້ໃຫ້ກັບຊາວບ້ານໃນທ້ອງຖິ່ນ [10]. ລາຄາໃນຕະຫຼາດທ້ອງຖິ່ນໂດຍສະເລ່ຍຢູ່ທີ່ 5.000 ຫາ 15.000 ກີບຕໍ່ກິໂລ, ບາງຄົວເຮືອນສາມາດສ້າງລາຍໄດ້ສູງຮອດ 200.000 ກີບຕໍ່ວັນ ເມື່ອນຳເປືອກໄມ້ໄປຂາຍ. [7]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພືດຊະນິດຈະເຕີບໂຕໄດ້ດີໃນດິນທີ່ອຸດົມສົມບູນ ແລະ ມີການຂະຫຍາຍພັນໄດ້ໂດຍການກ້າແກ່ນ. [7]

ການເກັບກ່ຽວ:
ໃນບາງກໍລະນີ ວິທີການເກັບກ່ຽວຈະແຕກຕ່າງກັນໄປ ໂດຍຈະຕັດຕົ້ນໄມ້ລົງເພື່ອເກັບເປືອກ ຫຼື ອີກກໍລະນີຜູ້ເກັບກ່ຽວຈະຫຼີກລ່ຽງກັນຕັດຕົ້ນໄມ້ ໂດຍຈະລອກເປືອກໄມ້ຈາກດ້ານໃດດ້ານໜຶ່ງຂອງລຳຕົ້ນເທົ່ານັ້ນ ໂດຍຫວັງໃຫ້ຕົ້ນໄມ້ຍັງມີຊິວິດລອດ. [7]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການເກັບກ່ຽວເປືອກໄມ້ໃນປ່າ ຈາກຕົນໄມ້ຂະໜາດໃຫຍ່ ແລະ ເກົ່າແກ່ອາດເຮັດໃຫ້ຕົ້ນໄມ້ຕາຍໄດ້ ແລະ ລາຍຄັ້ງທີ່ຕົ້ນໄມ້ເຫຼົ່ານີ້ຖືກຕັດ, ໃນບາງກໍລະນີຜູ້ເກັບກ່ຽວຈະຫຼີກຫຼ່ຽງການການຕັດຕົ້ນໄມ້ ແລະ ເລືອກທີ່ຈະລອກເປືອກໄມ້ຈາກດ້ານໃດດ້ານໜຶ່ງຂອງລຳຕົ້ນແທນ ເຖິ່ງແມ່ນວ່າເປືອກໄມ້ຈະງອກໃໝ່ໄດ້ພາຍໃນສາມປີ ແຕ່ແຜ່ເຫຼົ່ານີ້ຍັງມີຄວາມສ່ຽງຕໍ່ການຖືກແມງໄມ້ ແລະ ເຊື້ອຣາໂຈມຕີ, ຄວນອ່ນຸຮັກຕົນແມ່ພັນໄວ້ເພື່ອການພັດທະນາ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ອານົງ ວິໄລວັນ
ຜູ້ກວດສອບ Factsheet
,