ເລກລຳດັບທີ: 4241
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-13

ປາກວາງ
Smallscale Croaker

Boesemania microlepis (Bleeker, 1858)


ສັດ
ປາ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
( Boeseman Croaker, Freshwater croaker)

ຊື່ພ້ອງ :
Johnius microlepis Bleeker, 1858
Pseudosciaena microlepis (Bleeker, 1858)
Otolithoides aeneocorpus Fowler, 1935

ຊື່ສະກຸນ:
Sciaenidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ປາກວາງມີລຳຕົວຍາວຮຽວລົງໄປທາງຫາງ ສ່ວນຫົວໂຄ້ງເຂົ້າດ້ານໃນຢ່າງສະໝໍ່າສະເໝີ (ວ້ຳ) ໂຄນຫາງຍາວກວ່າຄວາມເລິກປະມານ 1.4 ຫາ 1.6 ເທົ່າ.
ຄີກົ້ນມີໜາມອັນທີ່ສອງມີຂະໜາດໃຫຍ່ ຄິດເປັນ 13.8 ຫາ 15.8% ຂອງຄວາມຍາວມາດຕະຖານຂອງປາ (ຄວາມຍາວລຳຕົວ ບໍ່ລວມຄີຫາງ), ໜາມນີ້ເລີ່ມຕົ້ນຢູ່ທີ່ ລຳດັບທີ່ 7 ຫາ 10 ຂອງຄີຫຼັງອັນທີ່ສອງ. ຄີເອິກສ່ວນທຳອິດທີ່ແຕກຂະແໜ່ງອອກໄປຈະຢື່ນອອກໄປເປັນເສັ້ນໄຍຄ້າຍເສັ້ນດ້າຍ, ຄີຫາງມີຮູບຮ່າງຄ້າຍເພັດແຫຼມຄົມ ໂດຍປົກກະຕິແລ້ວກ້ານກາງຂອງຄີຫາງກໍຈແຕກອອກມາເປັນເສັ້ນໄຍສັ້ນໆກໍ່ຕາມ.
ເກັດມີຂອງລຽບ (cycloid) ບໍລິເວນຫົວ ແລະ ສ່ວນໜ້າຂອງເອິກ ແຕ່ມີເກັດທີ່ມີຂອບຂຸຂະ ແລະ ມີແສກຂະໜາດນ້ອຍຄ້າຍຫວີ (ctenoid) ບໍລິເວນດ້ານຫຼັງຂອງຫົວ, ຄໍ ແລະ ສ່ວນອື່ນໆຂອງລຳຕົວ. ເກັດ ctenoid ມີຂະໜາດນ້ອຍຮຽງຕົວເປັນປອກແຄບໆ ຕາມໂຄນຄີຫຼັງ ແລະ ຄີກົ້ນທີ່ອອ່ນນຸ້ມ, ເສັ້ນຂ້າງລຳຕົວປະກອບດ້ວຍເກັດແຕກຂະແໜ່ງ ແລະ ທອດຍາວໄປຮອດຄີຫາງເປັນສັນແຄບໆ ທີ່ເຫັນໄດ້ຊັດເຈນ ຍາວລົງໄປຮອດກາງຈົນຮອດປາຍທີ່ຮຽວນ້ອຍ.
ຊີ່ເຫງືອກ ເຊິ່ງເປັນສ່ວນນ້ອຍໆຍື່ນອອກມາ ຕາມຊີ່ເຫງືອກທີ່ຊ່ວຍກອງອາຫານ ຫຼື ປົກປ້ອງເຫງືອກນັ້ນສັ້ນຫຼາຍ, ຕາມຊີ່ເຫງືອກດ້ານລຸ່ມ (ceratobranchial) ມັກມີຮູບຮ່າງຄ້າຍກະບອງ ແລະ ມີໜາມຂະໜາດນ້ອຍ. ສ່ວນຊີ່ເຫງືອກດ້ານເທິງ (epibranchial) ສັ້ນ, ປາຍແຍກເປັນສອງສ່ວນ ແລະ ມີປາຍແຫຼມຄ້າຍແຂ້ວຂະໜາດນ້ອຍ.
ຖົງລົມ (ອາໄວຍະວະທີ່ບັນຈຸລົມເພື່ອໃຊ້ໃນການລອຍຕົວ) ມີສ່ວນຂະຫຍາຍຄ້າຍທໍ່ 5 ຫາ 6 ທໍ່ໃນແຕ່ລະດ້ານ, ແຕ່ລະທໍ່ຈະເລີ່ມຕົ້ນໃກ້ດ້ານໜ້າຂອງຖົງລົມ ແລະ ຊີ້ໄປດ້ານຫຼັງ ທໍ່ເຫຼົ່ານີ້ຢູ່ໃກ້ກັນ, ຍຶດຕິດກັບພະໜັງຊ່ອງທ້ອງໃນແຕ່ລະດ້ານ ແລະ ຍາວຂະໜາດຕາມຖົງລົມຫຼັກບໍລິເວນດ້ານໜ້າ ແລະ ຍັງມີສ່ວນທີ່ແຕກຂະແໜງຢູ່ໃກ້ກັບຫົວ.
ຂະໜາດ: 100 ຊມ (SL)
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia; Indonesia; Lao People's Democratic Republic; Thailand; Viet Nam. [3]

Global distribution of Boesemania microlepis between 1874 to 2023. Source: [4]

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ຊະນິດພັນ CITES:
ບໍ່ຖືກລະບຸໃນບັນຊີປະເພດໃດ

ບັນຊີສັດປ່າຂອງລາວ :
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ

ບັນຊີ NTFP:
N/A

ບັນຊີໄມ້:
N/A

ບັນຍາຍການອະນຸຮັກ:
ຕາມບັນຊີແດງຂອງ IUCN ສໍາຫຼັບຊະນິດພັນທີຖືກຂົ່ມຂູ່ ປາຊະນິດນີ້ຈະຖືກຈັດຢູ່ໃນປະເພດທີ່ໃກ້ຖືກຂົ່ມຂູ່ໃນປີ 2011 [2]. ເຖິ່ງວ່າຊະນິດນີ້ຈະພົບກັບການຫຼຸດລົງຂອງປະຊາກອນຮອດ 45 ຫາ 90% ໃນບາງສ່ວນຂອງຖິ່ນທີ່ຢູ່ອາໄສ ແລະ ຖິ່ນທີ່ຢູ່ອາໄສຂອງມັນໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການເສື່ອມໂຊມ ແຕ່ການຫຼຸດລົງໂດຍລວມທົ່ວທັງຖິ່ນທີ່ຢູ່ອາໄສ ບໍ່ສາມາດວັດປະລິມານໄດ້ ດັງນັ້ນຈຶ່ງຈັດຢູ່ໃນປະເພດຂໍ້ມູນບໍ່ພຽງພໍ ໂດຍຈຳເປັນຕ້ອງມີຂໍ້ມູນປະຊາກອນເພີ່ມເຕີມ. [3]
ປາຊະນິດຈັດຢູ່ໃນລາຍຊື່ບັນຊີທີ່ I ຂອງສັດນໍ້າ ເຊິ່ງປະກອບດ້ວຍສາຍພັນທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ ເຊິ່ງໄດ້ຮັບການຍອມຮັບວ່າມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽງ ແລະ ການສຶກສາທາງວິທະຍາສາດ, ສາຍພັນເຫຼົ່ານີ້ຕ້ອງໄດ້ຮັບການຈັດການ, ປ້ອງກັນ ແລະ ການພັດທະນາ. [6]

ການນຳໃຊ້
ປະເພດການນຳໃຊ້:
ຫ້າມນຳໃຊ້

ບັນຍາຍການນຳໃຊ້:
ຫ້າມນຳໃຊ້: ຫ້າມບໍ່ໃຫ້ມີການຫາ ຫຼື ຊື້ຂາຍສັດນ້ຳໃນບັນຊີທີ່ 1 ຢ່າງເດັດຂາດ ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຕ່າງໆ, ຫ້າມບໍ່ໃຫ້ມີການລ້ຽງສັດນ້ຳທີ່ໄດ້ມາຈາກທຳມະຊາດ ຫຼື ແຫຼ່ງອື່ນໆ ທີ່ບໍ່ໄດ້ເພາະພັນຢ່າງເດັດຂາດ ເວັນແຕ່ຈຳເປັນສຳຫຼັບການສຶກສາຄົ້ນຄວ້າ ຫຼື ປະສົມພັນທີ່ບໍ່ແມ່ນໃຊ້ທາງການຄ້າ. [6]
ໃນນາມໂຄງການພາເຂົ້າລາວ ພວກເຮົາບໍ່ສະໜັບສະໜູນການລ່າ ຫຼື ນຳໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍ່ຕາມ.

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມີນາ
ເມສາ
ພຶກສະພາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ພຶດຕິກຳ: ເບິ່ງຄ້າຍວ່າປາຊະນິດນີ້ຈະບໍ່ມີການອົບພະຍົບຍ້າຍຖິ່ນຖານຢ່າງຊັດເຈນ, ມີການສັງເກດວ່າປາຊະນິດນີ້ຈະມີສຽງຮ້ອງດັງຕໍ່ເນື່ອງໃນຊ່ວງລະດູແລ້ງໃນບໍລິເວນນ້ຳເລິກຂອງແມ່ນ້ຳຂອງ ເຊິ່່ງອາດກ່ຽງຂ້ອງກັບພິດຕິກຳການວາງໄຂ່ [7]. ເຊື່ອກັນວ່າເປັນຊະນິດພັນທີ່ຂ້ອນຂ້າງບໍ່ອົບພະຍົບຍ້າຍຖິ່ນຖານພາຍໃນແມ່ນ້ຳ ໂດຍບໍ່ມີການອົບພະຍົບຍ້າຍໄປຍັງແມ່ນ້ຳສາຂາໃນພື້ນທີ່ຕ່ຳ. [5]
ອາຫານ: ສັດຊະນິດນີ້ກິນກຸ້ງ ແລະ ປາຂະໜາດນ້ອຍ [7]. ນອກຈາກນີ້ຍັງກິນປາ, ແມງໄມ້, ຫອຍທາກ ແລະ ກຸ້ງອີກດ້ວຍ. [3]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຫາປາຫຼາຍເກີນໄປສົ່ງຜົນໃຫ້ມີລາຍງານຢ່າງແພ່ຫຼາຍກ່ຽວກັບການຫຼຸດລົງຂອງປະຊາກອນໃນທ້ອງຖິ່ນ ແລະ ການສູນພັນ, ນອກຈາກນີ້ສາຍພັນນີ້ຍັງມີຄວາມສ່ຽງຕໍ່ການສູນເສຍ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສໃນລະດູແລ້ງ, ໃນອ່າງນ້ຳເລິກອັນເນື່ອງມາຈາກການຕົກຕະກອນ ລວມທັງແຫຼ່ງມົນລະພິດອື່ນໆ ແລະ ການປ່ຽນແປງແຫຼ່ງທີ່ຢູ່ອາໄສ. [3]

ການຕິດຕາມປະຊາກອນ: ປາຊະນິດຍັງຄົງພົບໄດ້ທົ່ວໄປໃນພື້ນທີ່ທີ່ມີການລາຍງານການກະຈາຍພັນ ແຕ່ໄດ້ສູນພັນໄປຈາກບາງຊວງໃນແມ່ນ້ຳຂອງ ປະເທດລາວ ແລະ ມີຈຳນວນຫຼຸດລົງຫຼາຍໃນພື້ນທີ່ອື່ນໆ ລວມທັງແມ່ນ້ຳເຈົ້າພະຍາ. ປະລິມານປາໃນເຂດປະມົງຂອງກຳປູເຈຍຫຼຸດລົງຢ່າງເຫັນໄດ້ຊັດເຈນຕັ້ງແຕ່ປີ 2549 ລາຍງານຢ່າງຕໍ່ເນື່ອງຈາກຊາວປະມົງລະບຸວ່າປະຊາກອນປາຊະນິດນີ້ຫຼຸດລົງ. ໂດຍມີຂໍ້ສັງເກດວ່າປັດຈຸບັນພົບໄດ້ໜ້ອຍຫຼາຍໃນສະຖານທີ່ທີ່ເຄີຍມີຢູ່ຫຼາຍ ຫຼັກຖານຈາກຄຳບອກເລົ່າຂອງຊາວບ້ານໃນໝູ່ບ້ານຫາງໂຂງ ຊີ້ໃຫ້ເຫັນວ່າຈຳນວນຫຼຸດລົງເຫຼືປະມານ 10 ຫາ 20% ຂອງລະດັບທີ່ບັນທຶກໄວ້ໃນປີ 1970. [3]

ການເກັບກູ້ແບບຍືນຍົງ: ປາຊະນິດນີ້ໄດ້ຮັບປະໂຫຍດຈຳນວນຫຼາຍຈາກໂຄງການອານຸລັກຊຸມຊົນໃນພາກໃຕ້ຂອງລາວ ໂດຍສະເພາະຢ່າງຍິ່ງໂຄງການທີ່ເນັ້ນໄປຍັງພື້ນທີ່ທີ່ຢູ່ອາໄສໃນລະດູແລ້ງທີ່ມີແອງນ້ຳເລິກ. ການສຶກສາເພີ່ມເຕີມກ່ຽວກັບແນວໂນ້ມປະຊາຊາກອນ ແລະ ແຫຼ່ງທີ່ຢູ່ອາໄສຍັງຄົງມີຄວາມຈຳເປັນໃນ ສປປ ລາວ, ສາຍພັນນີ້ໄດ້ຮັບການຍອມຮັບຢ່າງເປັນທາງການວ່າເປັນບັນຫາທີ່ຕ້ອງໄດ້ຮັບການອານຸລັກ. [3]

ກົດໝາຍ ແລະ ນະໂຍບາຍ: ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸ່ງ) ຂອງລາວຫ້າມບໍ່ໃຫ້ມີການຮັບຂາຍ, ຄອບຄອງ ຫຼື ຂົນສົ່ງສັດນ້ຳໂດຍບໍ່ໄດ້ຮັບການອານຸຍາດ. ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນໃດທີ່ຝ່າຝືນກົດໝາຍນນີ້ ຈະຕ້ອງຖືກຕັກເຕືອນ, ລົງໂທດທາງວິໄນ, ປັບເງິນ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ຫຼື ຖືກດຳເນີນຄະດີຕາມກົດໝາຍທາງອາຍາ. [6]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded in September 2022 by Kerkwit Poompayak. Available: https://www.inaturalist.org/observations/135069323. [Accessed 13 July 2026].
[2] iNaturalist [Online]. Uploaded in November 2021 by Nonn Panitvong. Available: https://www.inaturalist.org/observations/101259718. [Accessed 13 July 2026].
[3] iNaturalist [Online]. Uploaded in June 2018 by Ice-ice Arrak's. Available: https://www.inaturalist.org/observations/13239453. [Accessed 13 July 2026].

ອ້າງອິງ:
[1] T. Wongratana, “Boesemania microlepis (Bleeker): A common but misidentified riverine drumfish (Pisces: Sciaenidae) from Thailand and the Mekong River,” Natural History Bulletin of the Siam Society, vol. 33, no. 1, pp. 21–37, 1985. [Online]. Available: https://thesiamsociety.org/wp-content/uploads/2020/04/NHBSS_033_1h_Wongratana_BoesemaniaMicr.pdf. [Accessed: Jul. 13, 2026].
[2] Pha Khao Lao, “Fishes of the Indochinese Mekong,” Pha Khao Lao. [Online]. Available: https://phakhaolao.la/en/resource/https-www-nagaofoundation-or-jp-e-publication-e-book-mekongfishes-book-index-htmltarget-page_no13/. [Accessed: Jul. 13, 2026].
[3] J. B. Jensen, “Pangasianodon gigas,” The IUCN Red List of Threatened Species, 2011, e.T181232A1711758. [Online]. Available: https://www.iucnredlist.org/species/181232/1711758. [Accessed: Jul. 13, 2026].
[4] Global Biodiversity Information Facility (GBIF), “Pangasianodon gigas Chevey, 1931,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/M9X4. [Accessed: Jul. 13, 2026].
[5] I. G. Baird, B. Phylavanh, B. Vongsenesouk, and K. Xaiyamanivong, “The ecology and conservation of the smallscale croaker Boesemania microlepis (Bleeker 1858–59) in the mainstream Mekong River, southern Laos,” Natural History Bulletin of the Siam Society, vol. 49, pp. 161–176, 2001. [Online]. Available: https://www.researchgate.net/publication/234093225_The_ecology_and_conservation_of_the_smallscale_croaker_Boesemania_microlepis_Bleeker_1858-59_in_the_mainstream_Mekong_River_southern_Laos. [Accessed: Jul. 13, 2026].
[6] Pha Khao Lao, “ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ (Law on Aquatic Animals and Fisheries),” Pha Khao Lao. [Online]. Available: https://phakhaolao.la/resource/%e0%ba%81%e0%ba%bb%e0%ba%94%e0%bb%9d%e0%ba%b2%e0%ba%8d%e0%ba%a7%e0%bb%88%e0%ba%b2%e0%ba%94%e0%bb%89%e0%ba%a7%e0%ba%8d%e0%ba%aa%e0%ba%b1%e0%ba%94%e0%ba%99%e0%bb%89%e0%ba%b3-%e0%bb%81%e0%ba%a5%e0%ba%b0/. [Accessed: Jul. 13, 2026].
[7] R. Froese and D. Pauly, Eds., “Boesemania microlepis (Bleeker, 1858),” FishBase. [Online]. Available: https://www.fishbase.se/summary/Boesemania-microlepis. [Accessed: Jul. 13, 2026].

ຜູ້ສ້າງ Factsheet:
Duangkhae Keonoy

ຜູ້ກວດສອບ Factsheet:
,