ເລກລຳດັບທີ: 4240
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-10
ປາບຶກ
Mekong Giant Catfish
Pangasianodon gigas Chevey, 1931
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Giant catfish)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Siluriformes
ຊື່ສະກຸນ
Pangasiidae
ສະກຸນ
Pangasianodon
ຊະນິດ
Pangasianodon gigas
ຊື່ພ້ອງ
Pangasius gigas (Chevey, 1931)
Pangasius paucidens Fang & Chaux, 1949
ຊະນິດໃກ້ຄຽງ
ປາຊວາຍໝາກໄມ້/ Swai
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີຮູບຮ່າງລຳຕົວຍາວ. ຄີຫຼັງປະກອບດ້ວຍໜາມ 2 ກັນ ແລະ ມີກ້ານຄີອອ່ນ 7-8 ອັນ, ໃນຂະນະທີ່ຄີກົ້ນມີກ້ານຄີອອ່ນ 35 ກ້ານ. ມີກະດູກສັນຫຼັງ 48 ອັນ. ລຳຕົວບໍ່ມີລາຍ ແລະ ຮູດັງດ້ານລັງຈະຢູ່ໃກ້ຮູດັງດ້ານໜ້າ. ຄີຫຼັງມີກ້ານຄີແຕກຂະແໜງ 7 ອັນ ແລະ ຊີ້ເຫງືອກອາດມີຂະໜາດນ້ອຍຫຼາຍ ຫຼື ອາດບໍ່ມີເລີຍ, ມີຄີສີເທົາບໍ່ມີສີດຳ.
ໃນປານ້ອຍ, ຈຸດສູນກາງຂອງຕາຢູ່ເໜືອເສັ້ນແນວນອນທີ່ລາກຜ່ານມຸມປາກ, ໃນຂະນະທີປາໄວໜຸ່ມ ແລະ ປາໂຕເຕັມໄວ ດວງຕາຈະຢູ່ຕ່ຳກ່ວາລະດັບມຸມປາກທັງໝົດ, ໜວດຄາງກະໄຕເທິ່ງ ແລະ ລຸ່ມພັດທະນາເຕັມທີ່ໃນປາໄວອອ່ນ ແຕ່ຈະຫຼຸດລະໜາດລົງເມືອ່ໃຫຍ່ຂື້ນ ແລະ ໂຕເຕັມໄວ.
ປາຊະນິດສາມາດເຕີບໂຕຈົນມີຂະໜາດໃຫຍ່, ແຂ້ວໃນປາກ ແລະ ຊີ່ເຫງືອກມີຢູ່ໃນລູກປາໄວອອ່ນຂະໜາດນ້ອຍ ແຕ່ຈະຫາຍໄປເມື່ອປາໃຫຍ່ໄດ້ຂະໜາດມາດຕະຖານປະມານ 30 ຫາ 50 ຊມ (SL). ຄີຫຼັງ, ຄີຂ້າງ ແລະ ຄີເອິກບໍ່ມີສ່ວນຍື່ນທີ່ເປັນເສັ້ນໃຍມັກຈະແຕກຕ່າງຈາກປາໜັງຊະນິດອື່ນໃນແມ່ນ້ຳຂອງ ຢູ່ບ່ອນວ່າປາຊະນິດນີ້ບໍ່ມີແຂ້ວ ແລະ ແທບຈະບໍ່ມີໜວດເລີຍ.
ຂະໜາດ: 300 ຊມ SL.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]

Global distribution of Pangasianodon gigas between 2018 to 2026. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ຈາກການບັນທຶກຂອງ IUCN ປາຊະນິດນີ້ພົບໃນຫຼວງພະບາງ (ພາກເໜືອຂອງລາວ) ແລະ ຈຳປາສັກ (ປາກເຊ ແລະ ນ້ຳຕົກຄອນພະເພັງ, ເມືອງໂຂງ) ພາກໃຕ້ຂອງລາວ. [3], [8]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ມີການບັນທຶກວ່າສາຍພັນນີ້ໃນແມ່ນ້ຳຂອງ [2]. ເປັນສາຍພັນທີ່ອົບພະຍົບທີ່ພົບໃນແມ່ນໍ້າຂະໜາດກາງ ຫາຂະໜາດໃຫຍ່ [1]. ໃນແຕ່ລະປີລະຫວ່າງເດືອນຕຸລາ ຫາ ເດືອນທົນວາ, ປາຊະນິດນີ້ຈະອົບພະຍົບຈາກພາກໃຕ້ຂອງແມ່ນ້ຳຂອງ ແລະ ເຊື່ອກັນວ່າຈະອົບພະຍົບໄປທາງຕາເວັນອອກສ່ຽງເໜືອຂອງກຳປູເຈຍ ແລະ ອາດເຂົ້າໄປລາວ ຫຼື ໄທ ເພື່ອວາງໄຂ່. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນສູງສຸດ
ຊະນິດພັນ CITES
ບັນຊີທີ່ I
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
IUCN: ຈາກໄພຂົ່ມຂູ່ທີ່ເກີດຂື້ນຢ່າງຕໍ່ເນື່ອງຕໍ່ສາຍພັນນີ້ ແລະ ເຂດທີ່ຢູ່ອາໃສ, ອັດຕາທີ່ຫຼຸດລົງຂອງປະຊາກອນທີ່ສັງເກດໄດ້ໃນຊ່ວງ 21 ປີທີ່ຜ່ານມາ, ຄາດວ່າຈະຍົງຄົງດຳເນີນຕໍ່ໄປອີກ 24 ປີຂ້າງໜ້າ, ດັ້ງນັ້ນ ສາຍພັນນີ້ຈຶ່ງໄດ້ຮັບການປະເມີນວ່າຢູ່ໃນສະພາວະໃກ້ສູນພັນສູງສຸດພາຍໃຕ້ເກນ A4bcde. [3]
CITES: ສັດຊະນິດນີ້ຢູ່ໃນບັນຊີລາຍຊື່ທີ່ I ຂອງໄຊເຕດ ເຊິ່ງເປັນສັດທີ່ໃກ້ສູນພັນຫຼາຍທີ່ສຸດໃນບັນດາສັດທີ່ຈັດຢູ່ໃນບັນຊີລາຍຊື່ຂອງໄຊເຕດ. ເຊິ່ງພວກມັນເປັນກຸ່ມທີ່ມີຄວາມ່ຽງຕໍ່ການສູນພັນ ແລະ ການຄ້າລະຫວ່າງປະເທດ ໃນຊຕົວຢ່າງຂອງສັດຊະນິດນີ້ເປັນສິ່ງຕ້ອງຫ້າມ ຍົກເວັ້ນເພື່ອວັດຖຸປະສົງທີ່ບໍ່ແມ່ນການຄ້າຂາຍ ເຊັ່ນ ການສຶກສາທາງວິທະຍາສາດ. [6]
ບັນຊີສັດປ່າຂອງລາວ: ປາຊະນິດນີ້ຈັດຢູ່ໃນບັນຊີທີ່ I ຂອງສັດນ້ຳ ເຊິ່ງປະກອບດ້ວຍຊະນິພັນທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ ເຊິ່ງໄດ້ຮັບການຍອມຮັບວ່າມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາທາງວິທະຍາສາດ, ຕ້ອງມີການຈັດການ, ປົກປ້ອງ ແລະ ພັດທະນາຊະນິພັນນີ້. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນຳໃຊ້: ຫ້າມມີການລ່າ ຫຼື ຊື້ຂາຍສັດນ້ຳໃນບັນຊີທີ່ I ຢ່າງເດັດຂາດ, ລວມທັງຊາກ, ສິ້ນສ່ວນ ແລະ ຜະລິດຕະພັນຕ່າງໆ, ຫ້າມບໍ່ໃຫ້ມີການລ້ຽງສັດນ້ຳທີ່ໄດ້ມາຈາກທຳມະຊາດ ຫຼື ແຫຼ່ງອື່ນໆ ທີ່ບໍ່ໄດ້ປະສົມພັນຢ່າງເດັດຂາດ ເວັນແຕ່ຈຳເປັນສຳຫຼັບການສຶກສາ ຫຼື ການປະສົມພັນທີ່ບໍ່ໄດ້ໃຊ້ໃນທາງການຄ້າ. [5]

ໃນນາມໂຄງການພາເຂົ້າລາວ ພວກເຮົາບໍ່ສະໜັບສະໜູນການລ່າ ຫຼື ການນຳໃຊ້ສັດປ່າບໍ່ວ່າໃນກໍລະນີໃດກໍ່ຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ຕົວເຕັມໄວຈະກິນເສດສາກ ແລະ ສາຫຼ່າຍທີ່ອາໄສຢູ່ພື້ນແມ່ນ້ຳ ໃນທຳມະຊາດພວກມັນກິນພືດແຄມຝັ່ງເປັນຫຼັກ ແຕ່ຍອມຮັບອາຫານອື່ນໆໃນພື້ນທີ່ກັກຂັງ [1]. ໂດຍສ່ວນໃຫຍ່ກິນພືດເປັນອາຫານ ແຕ່ບາງຄັ້ງລ່າປາຂະໜາດນ້ອຍ ແລະ ກຸ້ງ. [7]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປາຊະນິດນີ້ປະເຊີນກັບແຮງກົດດັນຢ່າງຮຸນແຮງຈາກການຫາປາຫຼາຍເກີນໄປ ເຊິ່ງຍົງຄົງເປັນໄພຂົ່ມຂູ່ຫຼັກໃນປັດຈຸບັນ, ຄວາມສ່ຽງໃນອານາຄົດໄດ້ແກ່ການສ້າງເຂື່ອນຕາມແມ່ນ້ຳຂອງສາຍຫຼັກໃນປັດຈຸບັນ ເຊິ່ງອາດເຮັດໃຫ້ແຫຼ່ງທີ່ຢູ່ອາໃສແຕກແຍກ ແລະ ຂັດຂວາງການອົບພະຍົບ. ການຕົກຕະກອນບໍ່ຖືວ່າເປັນໄພຂົ່ມຂູ່ທີ່ສຳຄັນ ເນື່ອງຈາກແຫຼ່ງວາງໄຂ່ຢູ່ໃນພື້ນທີ່ທີ່ມີກະແສນ້ຳແຮງ ເຊິ່ງປ້ອງກັນການສະສົມຂອງຕະກອນຫຼາຍເກີນໄປ. ເນື່ອງຈາກການຫາປາຫຼາຍເກີນໄປແລ້ວ ສາຍພັນນີ້ຍັງຖືກຂົ່ມຂູ່ຈາກການສູນເສຍ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໃສ ລວມທັງການປະສົມຂ້າມສາຍພັນທາງພັນທຸກຳຈາກຊະນິພັນທີ່ລ້ຽງ. [3]

ການຕິດຕາມປະຊາກອນ: ຂະໜາດຂອງປະຊກອນໃນປັດຈຸບັນຍັງບໍ່ເປັນທີ່ຊັດເຈນ ເຖິ່ງຢ່າງໃດກໍ່ຕາມ ການວິເຄາະຂໍ້ມູນການຫາປາປະຈຳປີຈາກລຸ່ມແມ່ນ້ຳຂອງ ໃນຊ່ວງ 10 ປີທີ່ຜ່ານມາ ຊີ້ໃຫ້ເຫັນວ່າປະຊາກອນຈະຫຼຸດລົງຫຼາຍກ່ວາ 80%. [3]

ການເກັບກູ້ແບບຍືນຍົງ: ໜ່ວຍງານລະດັບຊາດໃນກຳປູເຈຍ, ໄທ ແລະ ລາວ ໄດ້ມີສ່ວນຮ່ວມໃນການອານຸລັກປາບຶກມາຫຼາຍປີແລ້ວ. ໃນກຳປູເຈຍຄວາມພະຍາຍາມມຸ້ງເນັ້ນໄປທີ່ການປ່ອຍປາຈາກແຫຼ່ງປະມົງ “ໄດ”. ໃນພາກເໜືອຂອງລາວ ແລະ ໄທ ລໍາດັບຄວາມສໍາຄັນຄືການກໍານົດນະໂຍບາຍຂ້າມພົມແດນ ສຳຫຼັບສ່ວນໜ້ານໍ້າທີ່ໃຊ້ຮ່ວມກັນລະຫວ່າງ ແຂວງບໍແກ້ວ (ລາວ) ແລະ ຊຽງລາຍ (ໄທ), ນະໂຍບາຍດັງກ່າວມີຈຸດປະສົງເພື່ອປົກປ້ອງການວາງໄຂ່ຂອງປາບຶກໃນແມ່ນ້ຳຂອງ ຕົກລົງກັນກ່ຽວກັບໂຄຕ້າການຫາປາ ແລະ ການຮັບຮອງການຈັດການຊັບພະຍາກອນນ້ຳຮ່ວມກັນ. [9]

ກົດໝາຍ ແລະ ນະໂຍບາຍ:

ໄຊເຕັດ: ການລະເມີດອານຸສັນຍາວ່າດ້ວຍການຄ້າສັດປ່າ ແລະ ພືດທີ່ໃກ້ສູນພັນລະຫວ່າງປະເທດ (CITES) ໂດຍການຄ້າສັດປ່າທີ່ລະບຸໄວ້ໃນບັນຊີທີ່ 1 ຢ່າງຜິດກົດໝາຍນັ້ນ ມີບົດລົງໂທດທີ່ຮຸນແຮງ, ການເຮັດຜິດ ເຊັ່ນ ການລັກລອບຄ້າຂາຍສັດປ່າໃນບັນຊີທີ່ 1 ມັກສົ່ງຜົນໃຫ້ເກີດ:
- ການຍຶດ: ຈະມີການຍຶດສັດ ຫຼື ພືດທີ່ຄ້າຂາຍຢ່າງຜິດກົດໝາຍ
- ການດຳເນີນຄະດີທາງອາຍາ: ມີການປັບໄໝໜັກ ແລະ ຈຳຄຸກຕາມກົດໝາຍສັດປ່າຂອງປະເທດ
- ການຂື້ນບັນຊີດຳ: ບໍ່ມີສິດໄດ້ຮັບໃບອານຸຍາດຈາກ CITES ໃນອານາຄົດ.
- ການລົງໂທດຂອງລັດທະບານ: ຖ້າປະເທດໃດບໍ່ລົງໂທດຜູ້ລະເມີດ ຫຼື ບັງຄັບໃຊ້ອານຸສັນຍາ ຄະນະກຳມະກອນຖາວອນຂອງໄຊເຕັດ ອາດແນະນຳໃຫ້ລະງັບການຄ້າທັງໝົດກັບປະເທດດັງກ່າວ.
ແຫຼ່ງຂໍ້ມູນ: [6].

ກົດໝາຍຄຸ້ມຄອງສັດປ່າຂອງລາວ: ຫ້າມຮັບ, ຂາຍ, ຄອບຄອງ ຫຼື ຂົນສົ່ງສັດນ້ຳບັນຊີໜຶ່ງ ໂດຍບໍ່ໄດ້ຮັບອານຸຍາດ. ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນໃດທີ່ຝ່າຝືນກົດໝາຍນີ້ ຈະຕ້ອງຖືກຕັກເຕືອນ, ລົງໂທດທາງວິໄນ, ປັບເງິນ, ສຳລະຄ່າເສຍຫາຍທາງແພ່ງ ຫຼື ຖືກນຳເນີນຄະດີອາຍາຕາມກົດໝາຍ. [5]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,