ເລກລຳດັບທີ: 4239
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-09
ປາຝາໄລ
Mekong Stingray
Hemitrygon laosensis (Roberts & Karnasuta, 1987)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຝາຫາງ (Mekong Freshwater Stingray)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Elasmobranchii
ອັນດັບ
Myliobatiformes
ຊື່ສະກຸນ
Dasyatidae
ສະກຸນ
Hemitrygon
ຊະນິດ
Hemitrygon laosensis
ຊື່ພ້ອງ
Amphotistius laosensis (Roberts & Karnasuta, 1987)
Dasyatis laoensis Roberts & Karnasuta, 1987
Dasyatis laosensis Roberts & Karnasuta, 1987
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ເປັນປາຝານ້ຳຈືດຂະໜາດກາງ ທີ່ພົບສະເພາະນ້ຳຂອງ. ເຊິ່ງມີລັກສະນະເດັ່ນຄືມີຮອຍພັບຂອງຜິວໜັງດ້ານທ້ອງ ແລະ ດ້ານຫຼັງ ບໍລິເວນຫາງ, ດ້ານທ້ອງຂອງແຜ່ນລຳຕົວຈະມີສີສົ້ມສົດໃສ ໃນຂະນະທີ່ບໍລິເວນກາງແຜ່ນລຳຕົວມີສີຂາວປົນສີເທົາ ແລະ ມີຈຸດສີສົ້ມຂະໜາດໃຫຍ່ ກະຈາຍຢູ່ດ້ານຫຼັງຂອງແຜ່ນລຳຕົວທີ່ມີສີນ້ຳຕານ.
ແຜ່ນລຳຕົວຍາວກ່ວາຄວາມກວ້າງ ແລະ ມີຫາງຍາວກ່ວາລຳຕົວ, ປາຍຫາງມີລັກສະນະມີໂຄງສ້າງຍາວຄ້າຍແສ້, ແຕ່ບໍ່ມີຄີຫາງ.
ຂະໜາດ: 62 ຊມ DW. (ຄວາມກວ້າງຂອງແຜ່ນລຳຕົວ).
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand. [3]

Global distribution of Hemitrygon laosensis between 1994 to 2009. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກ GBIF ມີການບັນທຶກເຂດກະຈາຍພັນຂອງປາຊະນິດນີ້ໃນ ແຂວງ ຈຳປາສັກ (ນ້ຳຂອງເຂດບ້ານຫາງຄອນ, ສະເພາະໃຕ້ນ້ຳຕົກຄອນພະເພັງ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຊະນິດພົບສະເພາະແມ່ນ້ຳຂອງ [2]. ເປັນປາຝາທີ່ອາໃສຢູ່ທ້ອງນ້ຳທີ່ມີຊາຍໃນແມ່ນ້ຳໃຫຍ່ [1]. ປາຝາໄລພົບໄດ້ສະເພາະນໍ້າຈືດເທົ່ານ້ຳ ຈຶ່ງຖືວ່າເປັນປາທີ່ອາໃສຢູ່ນຳຈືດໂດຍສະເພາະ ໂດຍອາໃຢູ່ຕາມພື້ນຊາຍ ແລະ ຫີນໃນແມ່ນ້ຳສາຍຫຼັກໂດຍສະເພາະເຂດແກ້ງ [3].
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ຈາການປະເມີນການຫຼຸດລົງຂອງປະຊາກອນ, ການເສື່ອມໂຊມຂອງຄຸນນະພາບທີ່ຢູ່ອາໃສ ແລະ ການໃຊ້ປະໂຫຍດສູງ ເຮັດໃຫ້ປາຊະນິດຖືກປະເມີນວ່າຢູ່ໃນສະຖານະໃກ້ສູນພັນ ພາຍໃຕ້ເກນ A2bcd. [3]

ປາຊະນິດໄດ້ຮັບການຂື້ນທະບຽນໃນບັນຊີທີ່ I ຂອງກົດໝາຍສັດປ່າຂອງລາວ ວ່າເປັນສາຍພັນທີ່ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນສູງ ໂດຍໄດ້ຮັບການຍອມຮັບວ່າມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວເຊີງອານຸລັກ ແລະ ການສຶກສາທາງວິທະຍາສາດ. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນ້ຳໃຊ້: ການລ່າສັດປະເພດຫວງຫ້າມບັນຊີທີ I ເປັນສິ່ງຕ້ອງຫ້າມເດັດຂາດ, ຍົກເວັ້ນກໍລະນີຈຳເປັນສຳຫຼັບການສຶກສາ ຫຼື ການຂະຫຍາຍພັນທີ່ບໍ່ແມ່ນໃຊ້ທາງການຄ້າ ແລະ ຕ້ອງໄດ້ຮັບການອານຸຍາດຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ. [6]
ໃນນາມຂອໂຄງການພາເຂົ້າລາວ ພວກເຮົາປະຕິເສດຢ່າງເດັດຂາດຕໍ່ການສະໜັບສະໜູນການລ່າ ຫຼື ການໃຊ້ສັດປ່າ ບໍ່ວ່າໃນກໍລະນີໃດກໍ່ຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ພວກມັນກິນສັດມີກະດູກສັນຫຼັງທີ່ອາໃສ່ຢູ່ພື້ນນ້ຳ. ສຳຫຼັບລູກປ່າໃນໄລຍະທຳອິດຈະອາໄສສານອາຫານຈາກໄຂ່ແດງ ຈາກນັ້ນຈະໄດ້ຮັບສານອາຫານເພີ່ມເຕີມຈາກແມ່ ໂດຍການດູກຊຶມຂອງແຫຼວໃນມົດລູກທີ່ມີເມືອກໄຂມັນ ຫຼື ໂປຣຕີນສູງຈາກໂຄງສ້າງສະເພາະ. [1]

ການສືບພັນ: ຈະເກີດລູກເປັນໂຕ. ໂດຍການປະສົມຈະມີພຶດຕິກຳການຈັບຄູ່ ແລະ ກອດກັນທີ່ຊັດເຈນ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປາຝາໄລຕົກຢູ່ພາຍໃຕ້ແຮງກົດດັນຈາກການປະມົງຢ່າງໜັກໜ່ວງ ຕະຫຼອດແລວແມ່ນ້ຳຂອງ ລວມທັງການປະມົງເພື່ອດຳລົງຊີວິດ, ການປະມົງຂະໜາດນ້ອຍ, ການປະມົງທາງດ້ານວັດທະນະທຳ ແລະ ການປະມົງທາງອຸດສາຫະກຳ. ເຊື່ອກັນວ່າປາຝາໄລສ່ວນໃຫຍ່ຖືກຈັບໄດ້ໂດຍບັງເອີນ ເຖິ່ງວ່າຈະມີການຈັບໂດຍຕັ້ງໃຈເພື່ອການຄ້າສັດນ້ຳໃນຕູ້. ນ້ຳຂອງມີການປ່ຽນແປງຫຼາຍຈາກການສ້າງເຂື່ອນ ສົ່ງຜົນໃຫ້ແຫຼ່ງທີ່ຢູ່ອາໃສເຂດສາມຫຼຽມປາກແມ່ນ້ຳຂອງເສື່ອມໂຊມຢ່າງຮຸນແຮງ ເນື່ອງຈາກການໄຫຼຂອງຕະກອນຫຼຸດລົງຫຼາຍ ຜົນກະທົບເຫຼົ່ານີ້ໃນເຂດພາກໃຕ້ຂອງແມ່ນນ້ຳຄາດວ່າຈະຮຸນແຮງຂື້ນ ຈາກການປ່ຽນແປງສະເພບອາກາດ. ເຂື່ອນອາດເຮັດໃຫ້ແຫຼ່ງທີ່ຢູ່ອາໃສເກົ່າຂອງປາຊະນິດນີ້ແຕກແຍກ ກີກຂວາງການອົບພະຍົບໄປຍັງພື້ນທີ່ສາມຂາຂອງແມ່ນ້ຳຂອງຫຼາຍແຫ່ງ ແລະ ຂື້ນໄພທາງພາກເໜືອຂອງລາວ ແລະ ອາດເຮັດໃຫ້ປະຊາກອນທີ່ສາມາດສືບພັນໄດ້ແຍກອອກຈາກກັນ ການແຍກຕົວດັງກ່າວອາດຫຼຸດຄວາມຫຼາກຫຼາຍທາງພັນທຸກຳຂອງປາຊະນິດນີ້. ປາຝາໄລໄດ້ຮັບການປະເມີນວ່າເປັນຊະນິດທີ່ມີຄວາມສ່ຽງສູງຕໍ່ການສ້າງເຂື່ອນໃນແມ່ນ້ຳສາຍຫຼັກ. [3]

ການຕິດຕາມປະຊາກອນ:
ປາຊິນິດນີ້ຕ້ອງປະສົບກັບແຮງກົດດັນຈາກການປະມົງຢ່າງໜັກໜວງທັງໃນອາດີດ ແລະ ປັດຈຸບັນ, ລວມທັງການປ່ຍນແປງ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໃສຢ່າງກວ້າງຂວາງ ຕະຫຼອດເຂດກະຈາຍພັນທີ່ຮູ້ທັງໝົດ ໂດຍບໍ່ມີພື້ນທີ່ຫຼົບໄພຈາກໄພຂົ່ມູ່ເຫຼົ່ານີ້ ເຖິ່ງວ່າກ່ອນຜໜ້ານີ້ຈະລະບຸວ່າບໍ່ແມ່ນປາຫາຍາກໃນພາກໃຕ້ຂອງລາວ ແຕ່ຄາດວ່າປາຝາໄລຈະມີຈຳນວນປະຊາກອນຫຼຸດລົງ 50 ຫາ 70% ໃນຊ່ວງສາມອາຍຸຄົນທີ່ຜ່ານມາ (ປະມານ 45 ປີຫຼັງ). [3]

ກົດໝາຍ ແລະ ນະໂຍບາຍ: ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນທີ່ຝາຝືນກົດໝາຍ ຈະຕ້ອງໄດ້ຮັບການຝຶກອົບຮົມໃໝ່, ມີມາດຕະການທາງວິໄນ, ເສຍຄ່າປັບ, ການຊົດໃຊ້ຄວາມເສຍຫາຍທາງແພງ ຫຼື ການລົງໂທດທາງອາຍາ ຕາມກົດໝາຍວ່າດ້ວຍສັດປ່າແຫ່ງ ສປປ ລາວ. [6]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,