ເລກລຳດັບທີ: 4238
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-12-03
ໝາກຕີນແຮດ
Kadsura vine
Kadsura coccinea (Lem.) A.C.Sm.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກຕີນຊ້າງ, ໝາກຕາຊ້າງ, ກ້ວຍຊາ, ກ້ວຍຊາແດງ (Crimson kadsura)
ອະນຸກົມວິຖານ
ຊື່ສະກຸນ
Schisandraceae
ຊື່ພ້ອງ
Cosbaea coccinea Lem.
Kadsura ananosma Kerr
Kadsura calophylla A.C.Sm.
Kadsura cavaleriei H.Lév.
Kadsura chinensis Hance
Kadsura chinensis Hance ex Benth.
Kadsura chinensis var. annamensis Gagnep.
Kadsura coccinea var. annamensis (Gagnep.) Bân
Kadsura coccinea var. coccinea
Kadsura coccinea var. sichuanensis Y.W.Law
Kadsura hainanensis Merr.
Schisandra hanceana Baill.
ບັນຍາຍລັກສະນະທາງພືດສາດ
ເປັນໄມເລືອ ເນື້ອໄມ້ແຂງ ໝາຍຄວາມວ່າມີລຳຕົ້ນທີ່ແຂງແຮງຄ້າຍໄມ້ ກ່ອນທີ່ຈະເຕີບໂຕກາຍເປັນເຄືອເລື້ອຍຂື້ນໄປຕາມຕົ້ນໄມ້ອື່ນ.
ໃບມີຮູບເປັນຮູບຮີຍາວ ແລະ ມີຜິວໃບຄ້າຍກະດາດ, ຍາວປະມານ 13 ຫາ 15 ຊມ ແລະ ກວ້າງ 5,5 ຫາ 7 ຊມ, ປາຍໃບອາດຈະວ້ຳເລັກນ້ອຍ ຫຼື ແຫຼມ, ໂຄນໃບມົນ, ຂອບລຽບ ບໍ່ມີແແຂ້ວ ຫຼື ແສກແຫຼມກ້ານໃບຍາວ 1,5 ຫາ 2 ຊມ.
ດອກອອກຕິດກັບຕົ້ນໂດຍກ້ານດອກ (pedicel) ຍາວ 1,5 ຫາ 2 ຊມ, ດອກມີກີບດອກຊັ້ນນອກ 14 ຫາ 16 ກີບ, ອອກຮຽງເປັນ ຫາ 5 ຊັ້ນ, ກີບມີສີເຫຼືອງອົມຂຽວ, ກີບກາງມີຂະໜາດຂະໜາດໃຫຍ່ ທີ່ສຸດ ມີຮູບຮ່າງຄ້າຍຮູບຮີຍາວ ຫຼື ປາຍດ້ານໜຶ່ງກວ້າງ (ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ) ຍາວປະມານ 2,5 ຊມ, ກວ້າງ 0,8 ຊມ, ມີສີຂຽວອົມເຫຼືອງ ປາຍມີສີແດງ. ເກສອນເພດຜູ້ມີຄວາມຍາວ 1.5 ຫາ 1.8 ຊມ. ກ້ານດອກບໍລິເວນກາງຢືນຂື້ນໄປເປັນປ້ອງ, ປາຍແຫຼມແຄບ 10 ຫາ 15 ປ້ອງ, ຍາວ 6 ຫາ 8 ມມ, ຖົງລະອອງເກສອນ 60 ຫາ 70 ອັນ ແຕ່ລະອັນມີກ້ານເກສອນສັ້ນຍາວປະມານ 1.5 ຫາ 2 ມມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to China South-Central, China Southeast, Hainan, Laos, Myanmar, Thailand, Vietnam. [2]
Global distribution of Kadsura coccinea between 1908 to 2024. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າແປກປະສົມປ່າໃບກ້ວາງ, ເຂດຜະລິດພືດຜົນເນີນສູງ
ສາຍພັນນີ້ພົບໄດ້ໃນເຂດທີ່ຢູ່ອາໄສທີ່ຫຼາກຫຼາຍ ມັກພົບໃນພື້ນທີ່ທີ່ຖືກລົບກວນ ເຊັນ ເນີນພູ, ຮ່ອມພູປ່າຟຸ່ມເຄິ່ງປ່າເປີດ ແລະ ປ່າໄມ້ ໂດຍທົ່ວໄປຈະພົບທີ່ລະດັບຄວາມສູງລະຫວ່າງ 400 ຫາ 1.400 ມ, ແຕ່ບາງຄັ້ງອາດຫຼຸດລະດັບລົງເຫຼືອພຽງ 200 ມ ຫຼື ສູງຂື້ນໄປ 1.900 ມ. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໝາກສາມາດກິນດິບ ຫຼື ສຸກໄດ້ ແລະ ມີລົດຫວານ. [7]
ສັບພະຄຸນ: ໝາກມີລິດເປັນຢານອນຫຼັບ ແລະ ຢາລະງັບປະສາດ, ແກ່ນຖືເປັນຢາບຳລຸງກຳລັງ ແລະ ບຳລຸງຮ່າງກາຍ. ຮາກ ແລະ ລຳຕົ້ນໃຊ້ຮັກສາແຜໃນກະເພາະອາຫານ ແລະ ລຳໄສ້ນ້ອຍອັກເສບ, ອາການເຈັບຫຼັງສ່ວນລ່າງ ແລະ ອາການເຈັບປະທ້ອງປະຈຳເດືອນ ລວມທັງຊ່ວຍກະຕຸ້ນການໄຫຼ່ວຽນເລືອດ. ໃບໃຊ້ຮັກສາອາການຜື່ນຄັນທີ່ເກີດຈາກພູມແພ້ຜິວໜັງ, [7]. ສານປະກອບ ແລະ ສານສະກັດທີ່ແຍກໄດ້ຈາກໝາກຕີນແຮດສະແດງໃຫ້ເຫັນກິດຈະກຳທາງຊີວະພາບທີ່ຫຼາກຫຼາຍ ລວມເຖິ່ງມີລິດຕ້ານເນື້ອງອກ, ຕ້ານ HIV, ຕ້ານຕັບອັກເສບ, ຕ້ານອານຸມູນອິດສະຫຼະ ແລະ ປົກປ້ອງລະບົບປະສາດ. [9]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ຂໍ້ມູນຕະຫຼາດຈາກການສຳຫຼວດພືດອາຫານປ່າຈາກແຂວງຊຽງຂວາງ ມີລາຄາປະມານ 30.000 ຫາ 50.000 ກີບຕໍ່ໜ່ວຍ. [10]
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae KEONOY
ຜູ້ກວດສອບ Factsheet
,