ເລກລຳດັບທີ: 4237
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-16
ປາເອີນ
Thicklipped Barb
Probarbus labeamajor Roberts, 1992
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາເອີນໄຟ, ປາເອີນຂາວ
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊະນິດໃກ້ຄຽງ
ປາເອີນຕາແດງ/ Ikan temoleh
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງຮຽວຍາວ. ຄີຫຼັງມີກ້ານຄີອອ່ນ 13 ກ້ານ, ໃນຂະນະທີ່ຄີກົ້ນມີກ້ານຄີອອ່ນ 8 ກ້ານ, ກະດູດສັນຫຼັງປະກອບມີ 40 ຫາ 41 ອັນ.
ປາຊະນິດນີ້ມີລັກສະນະເດັ່ນຄື ເກັດມີຂະໜາດນ້ອຍ ແລະ ມີຈຳນວນຫຼາຍ, ໂດຍມີເກັດ 6 ແຖວລະຫວ່າງຈຸດເລີ່ມຕົ້ນຂອງຄີຫຼັງ ແລະ ມີເສັ້ນຂ້າງລຳຕົວທີ່ເປັນແຖບ 6 ແຖບເທິງເສັ້ນຂ້າງລຳຕົວ ແທນທີ່ຈະເປັນ 5 ແຖບ. ຮິມຝີປາກມີຂະໜາດໃຫຍ່ຂື້ນຫຼາຍ ໃນຂະນະທີ່ໜວດຈະສັ້ນລົງ ແລະ ບາງຄັ້ງອາດບໍ່ມີ, ຂອບດ້ານຫຼັງຂອງຮິມຝີປາກລຸ່ມບໍ່ມີສ່ວນຍື່ນອອກມາຕະຫຼອດຄວາມກວ້າງ.
ຂະໜາດ: ສາມາດຍາວໄດ້ຮອດ 120 ຊມ ຂອງຄວາມຍາວມາດຕະຖານ (SL).
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand. [3]

Global distribution of Probarbus labeamajor between 1989 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຕາມການບັນທຶກຂອງ GBIF ແຫຼ່ງທີ່ຢູ່ອາໄສຂອງປາຊະນິດນີ້ໄດ້ຮັບການບັນທຶກໄວ້ໃນ ແຂວງ ຈຳປາສັກ ໂດຍສະເພາະແມ່ນ້ຳຂອງເຂດບ້ານຫາງໂຂນ ເຊິ່ງຢູ່ດ້ານລຸ່ມຂອງນ້ຳຕົກຕາກຄອນພະເພັງ, ເມືອງໂຂງ. [4], [5].
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ພົບປາຊະນິດນີ້ໃນແມ່ນ້ຳສາຍໃຫຍ່ [5], ລວມທັງແມ່ນ້ຳໃຫຍ່ເຂດເໜືອ [1]. ໂດຍສ່ວນໃຫຍ່ຈະອາໄສຢູ່ໃນແມ່ນ້ຳສາຍໃຫຍ່ ມັກພື້ນເປັນຊາຍ ຫຼື ກວດຫີນທີ່ມີຫອຍຈຳນວນຫຼາຍ, ພົບໃນໃນບໍລິເວນທີ່ມີນ້ຳເລິກ ແລະ ໄຫຼ່ຊ້າ ພາຍໃນລຸ່ມແມ່ນ້ຳຂອງ ປາຊະນິດນີ້ມີການອົບພະຍົບເພື່ອວາງໄຂ່ ແລະ ຫາອາຫານ (ການອົບພະຍົບຕາມແຫຼ່ງອາຫານ) ໃນໄລຍະທາງສັ້ນໆ, ການອົບພະຍົບຕາມແຫຼ່ງອາຫານເກີດຂື້ນທົ່ວເຂດກະຈາຍພັນ ໂດຍສວ່ນໃຫຍ່ແມ່ນຊ່ວງເລີ່ມຕົ້ນຂອງລະດູນ້ຳທ້ວມ ແລະ ສ່ວນໃຫຍ່ຈະເປັນປານ້ອຍ ແລະ ປາໄວໜຸ່ມ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
N/A
IUCN: ປາຊະນິດນີ້ຖືກນຳໃຊ້ເປັນຈໍານວນຫຼາຍເພື່ອເປັນອາຫານ ທັງການປະມົງເພື່ອດຳລົງຊີວິດ ແລະ ການປະມົງເພື່ອການຄ້າທົ່ວພື້ນທີ່ ໂດຍສະເພາະຢ່າງຍິງໃນແມ່ນ້ຳຂອງ. ປາຊະນິດນີ້ໄດ້ຮັບການປະເມີນວ່າຢູ່ໃນສະຖານະໃກ້ສູນພັນເນື່ອງຈາກມີການບັນທຶກການຫຼຸດລົງຂອງປະຊາກອນໃນອາດີດ ອັນເປັນຜົນມາຈາກການນຳໃຊ້ປະໂຫຍດຫຼາຍເກີນໄປ ລວມທັງການສູນເສຍ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ. [3]
ບັນຊີສັດນ້ຳ ແລະ ສັດປ່າຂອງລາວ, ປີ 2021: ສັດນ້ຳທີ່ຢູ່ໃນລາຍຊື່ບັນຊີທີ່ II ເປັນຊະນິດພັນທີ່ບໍ່ມີຄວາມສ່ຽງຕໍ່ການສູນພັນ ແລະ ຖືວ່າເປັນປະໂຫຍດຕໍ່ລະບົບນິເວດ, ສັງຄົງ, ເສດຖະກິດ ແລະ ການສຶກສາທາງວິທະຍາສາດ, ສັດເຫຼົັ່ານີ້ຕ້ອງໄດ້ຮັບການຈັດການ, ຄຸ້ມຄອງ ແລະ ພັດທະນາ ໂດຍມີການຄວບຄຸມການນຳໃຊ້ຢ່າງເໝາະສົມ. [6]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ບໍ່ແນະນຳໃຫ້ໃຊ້, ອາຫານ
ອາຫານ: ປາເອີນເປັນປາອາຫານທີ່ດີ ເຖິ່ງວ່າເນື້ອຈະບໍ່ຄ່ອຍຊຸ່ມນ້ຳປານໃດ [5]. ມີການຄ້າຂາຍເປັນຈຳນວນຫຼາຍ ແລະ ພົບໄດ້ໃນການປະມົງເພື່ອດຳລົງຊີວິດ ແລະ ການປະມົງເພື່ອກິລາ. ປາຊະນິດມີປະໂຫຍດໃນຖານະປາທີ່ເປັນອາຫານຊັ້ນດີ ບາງຄັ້ງສາມາດກິນດິບ. ເນື່ອງຈາກເປັນປາທີ່ຫາຍາກຈຶ່ງຂ້ອນຂ້າງມີລາຄາສູງໃນຕະຫຼາດ. ໄຂ່ປາອາດຈະເປັນທີ່ນິຍົມເປັນພິເສດ. [3]
ບໍ່ແນະນຳໃຫ້ໃຊ້: ສຳຫຼັບການບໍລິໂພກ ຫຼື ນຳໃຊ້ສັດນ້ຳບັນຊີທີ່ IIສຳຫຼັບຄົວເຮືອນຕ້ອງໄດ້ຮັບອານຸຍາດຕາມກົດລະບຽບ. ສັດນ້ຳທີ່ລະບຸໄວ້ໃນບັນຊີທີ່ II ໄດ້ຮັບອານຸຍາດໃຫ້ໃຊ້ສຳຫຼັບການສຶກສາ ແລະ ການປະສົມພັນ, ໃນກໍລະນີຂອງສັດທີ່ມາຈາກການປະສົມພັນ ການລ້ຽງພາຍໃນຄອບຄົວ ແລະ ການລ້ຽງເພື່ອເປັນການຄ້າ ໄດ້ຮັບອານຸຍາດ ແຕ່ປາລຸ່ນທຳອິດ ຕ້ອງມີການລົງທະບຽນ ແລະ ລາຍງານຕໍ່ກະສິກຳ ແລະ ປ່າໄມ້ເມືອງ. [7]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປາຊະນິດໄດ້ຮັບຜົນກະທົບຈາກການຫາປາຫຼາຍເກີນໄປ, ການທຳລາຍແຫຼ່ງທີ່ຢູ່ອາໄສ ແລະ ການສ້າງເຂື່ອນຂະໜາດໃຫຍ່ ທັງເຂື່ອນໃນແມ່ນ້ຳສາຍຫຼັກທີ່ສະເໜີ ແລະ ເຂື່ອນທີ່ມີຢູ່ແລ້ວໃນແມ່ນນ້ຳສາຂາ ເຊິ່ງໄດ້ທຳລາຍແຫຼ່ງວາງໄຂ່ຫຼາຍແຫງຂອງປາຊະນິດນີ້. ຄາດວ່າປາຊະນິດນີ້ບໍ່ສາມາດຈະເລີນເຕີບໂຕໄດ້ໃນສະພາບແວດລ້ອມຂອງອ່າງເກັບນ້ຳ. [3]

ການຕິດຕາມປະຊາກອນ:

ຈຳນວນປະຊາກອນຂອງປາຊິນິດນີ້ຫຼຸດລົງ ເຖິ່ງວ່າຈະຍົງຄົງພົບເຫັນໄດ້ເປັນປະຈຳ ປະຊາກອນທີ່ແຂງແຮງທີ່ຍັງຄງພົບໃນບາງພື້ນທີ່ຂອງແມ່ນ້ຳຂອງ. ແຕ່ການຫຼຸດລົງຂອງຂະໜາດປະຊາກອນໄດ້ຮັບການບັນທຶກໄວ້ ຄາດວ່າປະຊາກອນທົ່ວໂລກຈະຫຼຸດລົງຢ່າງໜ້ອຍ 50% ເຖິ່ງວ່າຕົວເລກນີ້ຈະຕ່ຳກ່ວາຄວາມເປັນຈິງກໍ່ຕາມ. [3]

ກົດໝາຍ ແລະ ນະໂຍບາຍ:

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:
1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫຼື ຈັບສັດນໍ້າ ແບບດັບສູນ;
2. ນໍາໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ ອວນ, ລີ, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ;
3. ຫາສັດນໍ້າ ຈາກແຫຼ່ງນໍ້າທຳມະຊາດ ດ້ວຍການ ຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫຼື ດູດໜອງທຳມະຊາດທີ່ມີນໍ້າຕະຫຼອດປີ;
4. ຮັບເອົາ, ຊີ້ ຂາຍ, ຄອບຄອງ ຫຼື ຂົນສົ່ງ ສັດນໍ້າບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ;
5. ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
6. ລ້ຽງ ແລະ/ຫຼື ປ່ອຍສັດນໍ້າຕ່າງຖິ່ນທີ່ມີຄວາມສ່ຽງທຳລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດ;
7. ປູກພືດນໍ້າ ທີ່ຈະເປັນການທຳລາຍ ລະບົບນິເວດ ຫຼື ແຫຼ່ງລ້ຽງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ;
8. ບຸກລຸກ ວັງສະຫງວນ ຫຼື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫຼ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ;
9. ຫາສັດນໍ້າ ໃນລະດູວາງໄຂ່;
10. ບໍລິໂພກ, ຊື້ ຂາຍ ສັດນໍ້າ ທີ່ ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫຼື ປົນເປື້ອນສານເຄມີຕົກຄ້າງ;
11. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ແຫຼ່ງຂໍ້ມູນ: [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,