ເລກລຳດັບທີ: 4235
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-16
ປາກວ້ນ
black snakehead
Channa melasoma (Bleeker, 1851)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Manu)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Magnoliopsida
ອັນດັບ
Perciformes
ຊື່ສະກຸນ
Channidae
ສະກຸນ
Channa
ຊະນິດ
Channa melasoma
ຊື່ພ້ອງ
Ophicephalus melasoma Bleeker, 1851
Ophiocephalus melasoma Bleeker, 1851
Ophicephalus melanosoma Herre & Myers, 1937
Ophicephalus mystax Bleeker, 1853
Ophicephalus rhodotaenia Bleeker, 1851
Ophiocephalus melanosoma Bleeker, 1851
ຊະນິດໃກ້ຄຽງ
ປາຄໍ່/ Snakehead Murrel Fish
ປາໂດ/ Giant snakehead
ປາກະໂຈນ / Forest snakehead
ປາກວ້ນ/ Bullseye Snakehead
ປາກັ້ງ/ Dwarf snakehead
ບັນຍາຍລັກສະນະທາງພືດສາດ
ລຳຕົວຮຽວຍາວ, ຄີຫຼັງມີກ້ານຄີອອ່ນ 37 ຫາ 41 ໃນຂະນະທີ່ຄີກົ້ນມີກ້ານຄີອອ່ນ 21 ຫາ 25 ກ້ານ, ໃນຕົວຢ່າງທີ່ເກັບຮັບສາໄວ້. ຜິວດ້ານເທິງຈະມີສີຂຽວເຂັ້ມ ຫຼື ສີຟ້າເຂັ້ມ, ມີລາຍຈຸດສີເທົາເປັນແຖບກວ້າງຄ້າຍອານມ້າສີນ້ຳຕານເຂັ້ມຈົນເກືອບດຳ, ຜິວດ້ານທ້ອງມີສີເຫຼືອງຫາສີນ້ຳຕານແດງ, ອາດເບິ່ງເຫັນຈຸດຈາງໆບໍລິເວນມຸມປາກ ແລະ ບາງຄັ້ງອາດພົບຈຸດສີເຫຼືອງປະກົດຢູ່ໃຕ້ຫົວທີ່ແບນລຽບ.
ຄີເອິກມີຄວາມຍາວປະມານເທົ່າກັບຫົວ ເກັດຂະໜາດໃຫຍ່ປົກຄຸມສ່ວນເທິງຂອງຫົວ. ຄີຫຼັງຍື່ນກາຍຄີກົ້ນ. ລູກປາມີແຖບສີແດງພາດຂ້າງລຳຕົວຈາກດັງຈົນຮອດຄີຫາງ.
ປາຊະນິດນີ້ມີລັກສະນະເດັ່ນຄືບໍ່ມີຈຸດສີດຳບໍລິເວນກາງເກັດຂອງລຳຕົວ, ບໍ່ມີລາຍຂວາງບໍລິເວນຄີຫາງ ແລະ ມີລາຍຫີນອອ່ນບໍລິເວນຄໍ.
ຂະໜາດ: ສູງສຸດຮອດ 30 ຊມ. SL
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Indonesia; Malaysia; Singapore, Cambodia; Philippines; Thailand. [3]

Global distribution of Channa melasoma between 1929 to 2026. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ
ປາຊະນິດນີ້ອາໄສຢູ່ໃນແມ່ນ້ຳຂະໜາດກາງຫາຂະໜາດໃຫຍ່ ພົບໄດ້ຕາມຫ້ວຍນ້ຳໃນປ່າທີ່ມີຮົ່ມເງົາ ນ້ຳໄຫຼແຮງ, ນ້ຳເປັນກົດ ແລະ ມີພື້ນຜິວເປັນຮາກໄມ້ທີ່ຈົ່ມຢູ່ໃຕ້ນ້ຳ ແລະ ເສດໃບໄມ້ [1]. ມັກຢູ່ຕາມຫ້ວຍນ້ຳໃນປ່າທີ່ມີຮົ່ມເງົາ, ນ້ຳໄສ, ພື້ນເປັນຂີ້ຕົມ ແລະ ມີເສດໃບໄມ້, ແຕ່ກໍພົບໄດ້ໃນສະພາບແວດລ້ອມທີ່ຂຸ່ນມົວໄດ້ຄືກັນ [3]. ນອກຈາກນີ້ຍັງມີການບັນທຶກວ່າພົບໃນແຫຼ່ງທີ່ຢູ່ອາໄສທີ່ມີນ້ຳສີດຳເປັນກົດໃນປ່າພຸ ແລະ ໃນແຫຼ່ງນ້ຳທີ່ຂຸ່ນມົວ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ການປະເມີນໂດຍລວມ: ເຖິ່ງວ່າອາດມີໄພຂົ່ມຂູ່ໃນລະດັບທ້ອງຖິ່ນ ຫຼື ລະດັບພູມິພາກທີ່ເກີດຂື້ນ ແຕ່ບໍ່ສົ່ງຜົນກະທົບຕໍ່ຊະນິດນີ້ໃນລະດັບວົງກວ້າງ ປາຊະນິດນີ້ຍັງພົບໄດ້ໃນພື້ນທີ່ຄຸ້ມຄອງຫຼາຍແຫ່ງ, ຈາກຂໍ້ມູນໃນປັດຈຸບັນ ປາຊະນິດໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດ. [3]
ສະຖານະໃນລາວ: ສາຍພັນນີ້ຈັດຢູ່ໃນບັນຊີທີ່ I ຂອງສັດນ້ຳ ເຊິ່ງປະກອບດ້ວຍສາຍພັນທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ ເຊິ່ງໄດ້ຮັບການຍອມຮັບວ່າມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາທາງວິທະຍາສາດ, ສາຍພັນນີ້ຕ້ອງໄດ້ຮັບການຈັດການ, ປົກປ້ອງ ແລະ ການພັດທະນາ. [6]
ການນຳໃຊ້
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນຳໃຊ້: ຫ້າມບໍ່ໃຫ້ມີການ ຫຼື ຊື້ຂາຍສັດນ້ຳໃນບັນຊີທີ່ 1 ຢ່າງເດັດຂາດ ລວມທັງຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນຕ່າງໆ, ຫ້າມບໍ່ໃຫ້ມີການລ້ຽງສັດນ້ຳທີ່ໄດ້ມາຈາກທຳມະຊາດ ຫຼື ແຫຼ່ງອື່ນໆ ທີ່ບໍ່ໄດ້ເພາະພັນຢ່າງເດັດຂາດ ເວັ້ນແຕ່ຈຳເປັນສຳຫຼັບການສຶກສາ ຫຼື ການສືບພັນທີ່ບໍ່ແມ່ນໃຊ້ທາງການຄ້າ. [7]
ໃນນາມໂຄງການພາເຂົ້າລາວພວກເຮົາຂໍປະຕິເສດຢ່າງເດັດຂາດບໍ່ໃຫ້ມີການລ່າ ຫຼື ການໃຊ້ສັດຊະນິດັງກ່າວບໍວ່າໃນກໍລະນີໃດກໍຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຊະນິດນຈະອອກຫາກິນໃນເວລາກາງຄືນເປັນຫຼັກ ໂດຍກິນສັດຂະໜາດນ້ອຍເປັນອາຫານ [1]. ປາຊະນິດເປັນສັດນັກລ່າໂດຍກິນປາຂະໜາດນ້ອຍ ແລະ ແມງໄມ້ເປັນຫຼັກໃນແຫຼ່ງທີ່ຢູ່ອາໄສຕາມທຳມະຊາດ. [5]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຕັດໄມ້ທຳລາຍປ່າ ແລະ ການປ່ຽນພື້ນທີ່ເພື່ອກະສິກຳແບບໄຮ່ອາດເກີດຂື້ນໃນລະດັບທ້ອງຖິ່ນ ຫຼື ພູມິພາກເຖິ່ງຢ່າງໃດກໍຕາມ ຍັງບໍ່ມີໄພຂົ່ມຂູ່ທີ່ສຳຄັນ ແລະ ແພ່ຫຼາຍທີ່ອາດສົ່ງຜົນກະທົບຕໍ່ສາຍພັນນີ້ທົ່ວທັງພື້ນທີ່. [3]

ການຕິດຕາມປະຊາກອນ:

ການປະເມີນໂດຍລວມ: ເຖິ່ງວ່າບໍ່ມີຂໍ້ມູນໂດຍລະອຽດກ່ຽວກັບຂະໜາດປະຊາກອນ ແລະ ແນວໂນ້ມ ແຕ່ຂໍ້ມູນຈາກການສຶກສາຊີ້ໃຫ້ເຫັນວ່າປະຊາກອນມີສະຖຽນລະພາບ ຫຼື ຫຼຸດລົງໃນອັດຕາທີ່ບໍ່ຈັດຢູ່ໃນເກນສຳຫຼັບປະເພດທີ່ຖືກຂົ່ມຂູ່. [3]

ກົດໝາຍ ແລະ ນະໂຍບາຍ: ພາຍໃຕ້ກົດໝາຍຂອງລາວວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸ່ງ) ຂອງລາວ ຫ້າມບໍ່ໃຫ້ມີການຂາຍ, ຄອບຄອງ ຫຼື ຂົນສົ່ງສັດນ້ຳດັງກ່າວໂດຍບໍ່ໄດ້ຮັບອານຸຍາດ. ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນດທີ່ຝ່າຝືນກົດໝາຍນີ້ ຈະຕ້ອງຖືກຕັກເຕືອນ, ລົງໂທດທາງວິໄນ, ປັບເງິນ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ຫຼື ດຳເນີນຄະດີທາງກົດໝາຍອາຍາ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,