ເລກລຳດັບທີ: 4229
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-15
ປາຄູນ
Striped Wallagonia
Wallago leerii Bleeker, 1851
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Siluridae
ຊື່ພ້ອງ
Waallago leerri Bleeker, 1851
Wallago leeri Bleeker, 1851
Wallagonia leerii (Bleeker, 1851)
Ompok nebulosus (Vaillant, 1902)
Wallago nebulosus Vaillant, 1902
Wallago tweediei (Hora & Misra, 1941)
Wallagonia tweediei Hora & Misra, 1941
ຊະນິດໃກ້ຄຽງ
ປາຄ້າວ/ freshwater shark
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ເປັນປາໜັງ ແລະ ມີສີສັນທີ່ສະດຸດຕາ, ຫຼັງ ແລະ ຫົວມີສີຂຽວອົມໝາກກອກປົນສີເຫຼືອງທອງ, ໃນຂະນະທີ່ດ້ານຂ້າງມີລວດລາຍສີຂາວ ແລະ ສີດຳ ໂດຍມີແຖບສີນ້ຳຕານ 2 ແຖບພາດຍາວຕາມດ້ານຂ້າງລຳຕົວ, ລຳຕົວຍາວ ແລະ ແປດ້ານຂ້າງ, ປາຍລຳຕົວຈະມີຫົວຂະໜາດໃຫຍ່, ປາກກວ້າງ ມີແຂ້ວຂະໜາດໃກຍ່ ແລະ ຄາງກະໄຕລຸ່ມທີ່ຍື່ນອອກໄປເລັກນ້ອຍ, ຕານ້ອຍໆ ຕັ້ງຢູ່ເໜືອປາກ
ຄີຫຼັງສັນ ແລະ ບໍ່ມີໜາມ (ຫຼື ມີໜາມ1 ອັນ ແລະ ກ້ານຄີອອ່ນ 4 ອັນ). ຄີທ້ອງມີຂະໜາດນ້ອຍ ແລະ ມີຄີກົ້ນຍາວເປັນພິເສດ, ມີກ້ານຄີອອ່ນ 60 ຫາ 75 ອັນ, ຄີເອິກແຂງມີຮອຍຍັກລະອຽດ ແລະ ມີສີດຳສະນິດ, ໃນຂະນະທີ່ເຫງຶອກມີລັກສະນະເປັນພັງຜື່ນ ທັງຄີກົ້ນ ແລະ ຄີຫາງມີສີດຳຈາງ.
ຂະໜາດ: ແຕ່ລະໂຕສາມາດຂະຫຍາຍໄດ້ຍາວສຸດຮອດ 2 ແມັດ ແລະ ມີນ້ຳໜັກສູງສຸດປະມານ 95 ກິໂລກຼາມ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Brunei Darussalam; Indonesia and Malaysia. [3]

Global distribution of Wallago leerii between 2005 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາໂຕເຕັມໄວມັກອາໄສຢູ່ຫ້ວຍນ້ຳ ແລະ ແມ່ນ້ຳຂະໜາດໃຫຍ່, ລູກປາສາມາດພົບໄດ້ບໍລິເວນປາກຫ້ວຍຂະໜາດນ້ອຍທີ່ເຊື່ອມກັບແມ່ນ້ຳສາຍໃຫຍ່ ໂດຍທົ່ວໄປມັກຢູ່ບໍລິເວນທີ່ມີພື້ນເປັນຂີ້ຕົມ ແລະ ມີພືດພັນປົກຄຸມ [5]. ປາຊະນິດນີ້ສ່ວນໃຫຍ່ອາໃສຢູ່ໃນແມ່ນ້ຳ ແຕ່ກໍເຄື່ອນຫຍ້າຍເຂົ້າໄປໃນປ່າທີ່ຖືກນ້ຳທ້ວມຊ່ວງລະດູຝົນອີກດ້ວຍ ພົບວ່າປະຊາກອນປາຊະນິດຈະເຂົ້າໄປໃນແມ່ນ້ຳສາຂາຍ່ອຍເພື່ອວາງໄຂ່. [6]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ໂດຍລວມ: ເຖິ່ງວ່າຂໍ້ມູນໂດຍລະອຽດກ່ຽວກັບຂະໜາດປະຊາກອນ ແລະ ແນວໂນ້ມຈະຂາດຫາຍໄປ ແຕ່ສາຍພັນນີ້ຍັງຄົງມີຈຳນວນຫຼາຍທົ່ວພື້ນທີ່ເຂດກະຈາຍພັນທີ່ຮູ້. ໄພຂົ່ມຂູ່ໃນລະດັບທ້ອງຖິ່ນ ຫຼື ລະດັບພູມິພາກອາດເກີຂື້ນ ແຕ່ບໍ່ໜ້າຈະສົ່ງຜົນກະທົບຢ່າງມີໄນສຳຄັນໃນວົງກວ້າງ, ສາຍພັນນີ້ໜ້າຈະພົບໄດ້ໃນພື້ນທີ່ຄຸ້ມຄອງຫຼາຍແຫ່ງ ຈາກຂໍ້ມູນໃນປັດຈຸບັນ ສາຍພັນນີ້ໄດ້ຮັບການປະເມີນວ່າ ມີຄວາມສ່ຽງຕໍ່າທີ່ສຸດ. [3]
ໃນລາວ: ສາຍພັນນີ້ຈັດຢູ່ໃນບັນຊີທີ່ 1 ຂອງສັດນ້ຳ ເຊິ່ງປະກອບດ້ວຍສາຍພັນທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ ເຊິ່ງໄດ້ຮັບການຍອມຮັບວ່າມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາທາງວິທະຍາສາດ, ສາຍພັນນີ້ຕ້ອງໄດ້ຮັບການຈັດການ, ປົກປ້ອງ ແລະ ການພັດທະນາ. [7]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນຳໃຊ້: ຫ້າມບໍ່ໃຫ້ມີການ ຫຼື ຊື້ຂາຍສັດນ້ຳໃນບັນຊີທີ່ 1 ຢ່າງເດັດຂາດ ລວມທັງຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນຕ່າງໆ, ຫ້າມບໍ່ໃຫ້ມີການລ້ຽງສັດນ້ຳທີ່ໄດ້ມາຈາກທຳມະຊາດ ຫຼື ແຫຼ່ງອື່ນໆ ທີ່ບໍ່ໄດ້ເພາະພັນຢ່າງເດັດຂາດ ເວັ້ນແຕ່ຈຳເປັນສຳຫຼັບການສຶກສາ ຫຼື ການສືບພັນທີ່ບໍ່ແມ່ນໃຊ້ທາງການຄ້າ. [8]
ໃນນາມໂຄງການພາເຂົ້າລາວພວກເຮົາຂໍປະຕິເສດຢ່າງເດັດຂາດບໍ່ໃຫ້ມີການລ່າ ຫຼື ການໃຊ້ສັດຊະນິດັງກ່າວບໍວ່າໃນກໍລະນີໃດກໍຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ພຶດຕິກຳ: ຊາວປະມົງສັງເກດເຫັນວ່າຄັ້ງໜຶ່ງປາຊະນິດນີ້ຈະລວມກັນເປັນຝູງ ເພື່ອອົບພະຍົບຂະໜາດໃຫຍ່ ແຕ່ພຶດຕິກຳດັງກ່າວພົບໄດ້ໜ້ອຍລົງໃນຊ່ວງບໍ່ຫຼາຍປີທີ່ຜ່ານມາ. [5]

ອາຫານ: ປາຊະນິດນີ້ກິນກຸ້ງເປັນອາຫານ [5]. ເປັນປານັກລ່າທີ່ກິນໄດ້ຫຼາກຫຼາຍຊະນິດ ລວມທັງປາ, ກຸ້ງ, ນົກນ້ຳ ແລະ ສັດລ້ຽງລູກດ້ວຍນ້ຳນົມໃນນ້ຳ. [3]

ການປະສົມພັນ: ສາມາດແຍກເພດໄດ້ ໂດຍການສັງເກດຕິ່ງອາໄວຍະວະສືບພັນ ເຊິ່ງຕົວຜູ້ຈະລຽບກ່ວາຢ່າງເຫັນໄດ້ຊັດເຈນ [6]. ປາຊະນິດຈະວາງໄຂ່ໂດຍມີພຶດຕິກຳການຈັບຄູ່ທີ່ຊັດເຈນ ຄືກັນກັບສະມາຊິກອື່ນໆໃນຕະກຸນດຽວກັນ. [5]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່ໂດຍລວມ: ການຕັດໄມ້ທຳລາຍປ່າ ແລະ ການປ່ຽນແປງພື້ນທີ່ເພື່ອກະສິກຳແບບໄຮ່ ອາດເກີດຂື້ນໃນລະດັບທ້ອງຖິ່ນ ຫຼື ພູມິພາກ ແລະ ການຫາປາຫຼາຍເກີດນໄປອາດເປັນບັນຫາ ເນື່ອງຈາກປາຊະນິດນີ້ເປັນທີ່ນິຍົມໃນຖານະປາບໍລິໂພກ. ເຖິ່ງຢ່າງໃດກໍ່ຕາມຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນ ແລະ ແຜ່ຫຼາຍທີ່ຮູ້ໄດ້ຊັດເຈນວ່າມີຜົນກະທົບຕໍ່ປາຊະນິດນີ້ທົ່ວທັງພື້ນທີ່ກະຈາຍພັນ. [3]

ການຕິດຕາມປະຊາກອນ:

ຂະໜາດປະຊາກອນໂດຍລວມ: ປາຊະນິດນນີ້ມີຈຳນວນຫຼາຍໃນຖິ່ນກຳເນີດພື້ນເມືອງ ເຖິ່ງວ່າຂະໜາດປະຊາກອນທີ່ແນ່ນອນຍັງບໍ່ຊັດເຈນ, ແຕ່ຄາດວ່າແນວໂນ້ມໂດຍລວມຍັງຄົງທີ່ ຫຼື ຫຼຸດລົງໃນອັດຕາທີ່ບໍ່ເຮັດໃຫ້ຈັດຢູ່ໃນກຸ່ທີ່ມີຄວາມສ່ຽງສູນພັນ. [3]

ກົດໝາຍ ແລະ ນະໂຍບາຍ: ກົດໝາຍລາວວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸ່ງ) ຂອງລາວ ຫ້າມບໍ່ໃຫ້ມີການຂາຍ, ຄອບຄອງ ຫຼື ຂົນສົ່ງສັດນ້ຳດັງກ່າວໂດຍບໍ່ໄດ້ຮັບອານຸຍາດ. ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນດທີ່ຝ່າຝືນກົດໝາຍນີ້ ຈະຕ້ອງຖືກຕັກເຕືອນ, ລົງໂທດທາງວິໄນ, ປັບເງິນ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ຫຼື ດຳເນີນຄະດີທາງກົດໝາຍອາຍາ. [8]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,