ເລກລຳດັບທີ: 4228
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-15
ປາເສືອ
Siamese Tiger Perch
Datnioides pulcher (Kottelat, 1998)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Balloon Frog, Broad-lipped Frog, Truncate-snouted Burrowing Frog)
ອະນຸກົມວິຖານ
ຊື່ສະກຸນ
Datnioididae
ຊື່ພ້ອງ
Coius pulcher Kottelat, 1998
ຊະນິດໃກ້ຄຽງ
ປາເສືອ / Mekong tiger perch
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີລັກສະນະເດັ່ນຄືມີລວດລາຍສີສະໝ່າສະເໝີເປັນແຖບກວ້າງ 4 ຫາ 5 ແຖບ ຕາມລຳຕົວ, ແຖບທີ່ 1 ທອດຍາວຈາກທ້າຍຫົວຜ່ານເຫງືອກໄປຍັງບໍລິເວນເອິກ ແລະ ພາດຜ່ານຜິວທ້ອງ. ແຖບທີ່ 2 ຈະຍາວຈາກໂຄນໜາມຄີຫຼັງທີ່ 2-5 ໄປຍັງບໍລິເວນດ້າໜ້າຂອງຈຸດເລີ່ມຕົ້ນຂອງຄີກົ້ນ. ເລີ່ມຕົ້ນຈາກໂຄນໜາມຄີຫຼັງທີ 9 ຜ່ານຄີຫຼັງທີ່ 2 ແລະ ສິ້ນສຸດບໍລິເວນໂຄນຄີກົ້ນທີ່ ກ້ານ 2-6. ແຖບທີ່ 4 ຢູ່ເທິງເຄິ່ງຫຼັງຂອງກ້ານຄີຫາງ. ເກັດລຳຕົວມີຂະໜາດນ້ອຍ, ມີເກັດ 70 ຫາ 100 ເກັດໃນແຖບເສັ້ນດ້ານຂ້າງ.
ຂະໜາດ: 40 ຊມ. ຂອງຄວາມຍາວມາດຕະຖານ.
ແຫຼ່ງທີ່ມາ: [1] [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Viet Nam and Extinct in Thailand. [3]

Global distribution of Datnioides pulcher between 1998 to 2012. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຈາກການບັນທຶກຂອງ GBIF ແຫຼ່ງທີ່ຢູ່ອາໄສຂອງສາຍພັນນີ້ໄດ້ຮັບການບັນທຶກໄວ້ໃນ ແຂວງສະຫວັນນະເຂດ ໂດຍສະເພາະຕາມແທ່ນ້ຳຂອງທີ່ແກ່ງກະຮວງ, ເມືອງ ໄກສອນພົມວິຫານ. [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ
ປາຊະນິດນີ້ມັກອາໃສຢູ່ໃນແມ່ນ້ຳບໍລິເວນພື້ນນ້ຳ ຫຼື ລະດັບກາງນ້ຳ ລວທັງແມ່ນ້ຳສາຍຫຼັກ, ສາຂາຂອງມັນ ແລະ ພື້ນທີ່ຊຸ່ມນ້ຳຂະໜາດໃຫຍ່ [1]. ເປັນປານ້ຳຈືດຂະໜາດໃຫຍ່ ແລະ ເລິດ ໃນພື້ນທີ່ຕ່ຳເທົ່ານັ້ນ ແລະ ບໍ່ຄິດວ່າຈະເຂົ້າໄປໃນສະພາບແວດລ້ອມທີ່ເປັນ້ຳກ່ອຍ, ມີການເກັບຕົວຢ່າງຈາກປ່າທີ່ຖືກນ້ຳທ້ວມໃນຊ່ວງລະດູຝົນປະຈຳປີ [5]. ສາຍພັນນີ້ຍັງອາໄສຢູ່ໃນທະເລສາບຂະໜາດໃຫຍ່ ທີ່ເຊື່ອມຕໍ່ກັບແມ່ນ້ຳ ໂດຍມັກອາໃສ່ຢູ່ໃຕ້ນ້ຳທີ່ມີປ່າ ແລະ ຮອຍແຕກຂອງຫີນ [3].
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນສູງສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ໄດ້ຮັບການປະເມີນວ່າຕົກຢູ່ໃນສະຖານະພາບໃກ້ສູດພັນສູງສຸດ ເນື່ອງຈາກຄາດການວ່າປະຊາກອນຈະຫຼຸດລົງຫຼາຍກ່ວາ 90% ພາຍໃນສາມຊົ່ວອາຍຸຄົນ ໂດຍພິຈາລະນາຈາກພື້ນທີ່ຄຸ້ມຄອງ (AOO), ຂອບເຂດການກະຈາຍພັນ (EOO), ຄຸນນະພາບຂອງແຫຼ່ງທີ່ຢູ່ອາໃສ ແລະ ລະດັບການໃຊະປະໂຫຍດທີ່ຕໍ່ເນື່ອງ. [3]
ປາຊະນິດຈັດຢູ່ໃນບັນຊີທີ່ I ຂອງບັນຊີສັດນ້ຳ, ເຊິ່ງປະກອບດ້ວຍຊະນິດພັນທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ, ເຊິ່ງໄດ້ຮັບການຍອມຮັບວ່າສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາທາງວິທະຍາສາດ, ສາຍພັນນີ້ຕ້ອງໄດ້ຮັບການຈັດການ, ປົກປ້ອງ ແລະ ພັດທະນາ. [6]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນຳໃຊ້: ຫ້າມບໍ່ໃຫ້ມີການ ຫຼື ຊື້ຂາຍສັດນ້ຳໃນບັນຊີທີ່ 1 ຢ່າງເດັດຂາດ ລວມທັງຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນຕ່າງໆ, ຫ້າມບໍ່ໃຫ້ມີການລ້ຽງສັດນ້ຳທີ່ໄດ້ມາຈາກທຳມະຊາດ ຫຼື ແຫຼ່ງອື່ນໆ ທີ່ບໍ່ໄດ້ເພາະພັນຢ່າງເດັດຂາດ ເວັ້ນແຕ່ຈຳເປັນສຳຫຼັບການສຶກສາ ຫຼື ການສືບພັນທີ່ບໍ່ແມ່ນໃຊ້ທາງການຄ້າ. [7]
ໃນນາມໂຄງການພາເຂົ້າລາວພວກເຮົາຂໍປະຕິເສດຢ່າງເດັດຂາດບໍ່ໃຫ້ມີການລ່າ ຫຼື ການໃຊ້ສັດຊະນິດັງກ່າວບໍວ່າໃນກໍລະນີໃດກໍຕາມ.
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ພຶດຕິກຳ: ເຖິ່ງວ່າໄວອອ່ນອາດຈະລວມກຸ່ມກັນ ແຕ່ປາໂຕເຕັມໄວຈະບໍ່ມັກຢູ່ຮ່ວມກັນເປັນກຸ່ມ ແລະ ມັກສະແດງພຶດຕິກຳດຸຮ້າຍຕໍ່ປາຊະນິດດຽວກັນ ແລະ ປາທີ່ມີຮູບຮ່າງຄ້າຍກັນ. [5]

ອາຫານ: ສັດຊະນິດນີ້ກິນຊີ້ເປັນອາຫານຫຼັກຢ່າງມີປະສິດທິພາບ, ມີປາກທີ່ຍື່ນອອກມາໄດ້ຫຼາຍ. ປານ້ອຍສາມາດສາມາດກິນຕົວອອ່ນຂອງແມງລິ້ນ (ໄສ້ເດືອນແດງ), ໄສ້ເດືອນຂະໜາດນ້ອຍ, ກຸ້ງສັບ ແລະ ອາຫານທີ່ຄ້າຍກັນໄດ້ ໃນຂະນະທີ່ປາໂຕເຕັມໄວຈະກິນຊີ້ປາທີ່ຕັດເປັນຕ່ອນ, ກຸ້ງ, ຫອຍ, ກຸ້ງແມ່ນ້ຳທີ່ມີຊີວິດຢູ່, ຂີ້ກະເດືອນຂະໜາດໃຫຍ່ ແລະ ເຫຍື່ອອື່ນໆ ທີ່ກ່ຽວຂ້ອງ. [5]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຫາປາຫຼາຍເກີນໄປເພື່ອການຄ້າສັດນ້ຳໃນຕູ້ ລະຫວ່າງປະເທດ, ເປັນໄພຂົ່ມຂູ່ສຳຄັນຕໍ່ຊະນິດນີ້ ເຖິ່ງວ່າຈະພົບເຫັນໄດ້ຍາກໃນປັດຈຸບັນ ແຕ່ກໍ່ຍັງຄົງຫາໄດ້ເພື່ອຈຸດປະສົ່ງນີ້ເມື່ອພົບ, ໄພຂົ່ມຂູ່ທີ່ສຳຄັນອື່ນໆ ໄດ້ແກ່ ການປ່ຽນແປງແຫຼ່ງທີ່ຢູ່ອາໄສ ເນື່ອງຈາກເຂື່ອນຂະໜາດໃຫຍ່ ລວມທັງໂຄງສ້າງພື້ນຖານໃນແມ່ນ້ຳສາຂາ ເຊັ່ນ ເຂື່ອນຂະໜາດນ້ອຍ, ຝາຍ ແລະ ປະຕູນ້ຳ ເຊິ່ງຂັດຂວາງການເຄື່ອນທີ່ດ້ານຂ້າງລະຫວ່າງແມ່ນ້ຳສາຍຫຼັກ ແລະ ແມ່ນ້ຳສາຂາ. [3]

ການຕິດຕາມປະຊາກອນ: ປາເສືອສູນພັນໄປຈາກປະເທດໄທໃນຊ່ວງປີ 1990 ແລະ ປັດຈຸບັນຫາຍາກຫຼາຍໃນກຳປູເຈຍ, ຫວຽດນາມ ແລະ ລາວ, ມີການບັນທຶກການສົ່ງອອກສຳຫຼັບການຄ້າສັດ້ຳລະຫວ່າງປະເທດຈາກກຳປູເຈຍ ແລະ ຫວຽດນາມມີຄວາມຜັນຜວນໃນຊ່ວງ 20 ປີທີ່ຜ່ານມາ, ແຕ່ປັດຈຸບັນຫຼຸດລົງຫຼາຍ ຄາດວ່າປະຊາກອນທົ່ວໂລກຂອງສາຍພັນນີ້ຫຼຸດລົງຫຼາຍກ່ວາ 90% ໃນຊ່ວງທົດສັດຕະວັດທີ່ຜ່ານມາ. [3]

ກົດໝາຍ ແລະ ນະໂຍບາຍ: ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸ່ງ) ຂອງລາວ ຫ້າມບໍ່ໃຫ້ມີການຂາຍ, ຄອບຄອງ ຫຼື ຂົນສົ່ງສັດນ້ຳດັງກ່າວໂດຍບໍ່ໄດ້ຮັບອານຸຍາດ. ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນດທີ່ຝ່າຝືນກົດໝາຍນີ້ ຈະຕ້ອງຖືກຕັກເຕືອນ, ລົງໂທດທາງວິໄນ, ປັບເງິນ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ຫຼື ດຳເນີນຄະດີທາງກົດໝາຍອາຍາ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,