ເລກລຳດັບທີ: 4226
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-14
ປາເລີມ
Giant Pangasius
Pangasius sanitwongsei Smith, 1931
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Chao Phraya giant catfish, Pangasid-catfish and Paroon Shark)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Siluriformes
ຊື່ສະກຸນ
Pangasiidae
ສະກຸນ
Pangasius
ຊະນິດ
Pangasius sanitwongsei
ຊື່ພ້ອງ
Pangasius sanitwangsei Smith, 1931
Pangasius beani Smith, 1931
ຊະນິດໃກ້ຄຽງ
ປາຍອນຕາໂປ/ Long-Barbed Catfish
ປາລີງ/ Basa catfish
ປາຢາງ/ Shell-Loving Catfish
ປາຫູໝາດ/ Black-spotted catfish
ປາຍອນ/ Long-Whiskered Catfish
ປາຍອນທ້ອງກົມ/ Striped Glass Catfish
ປາຊວາຍໝາກໄມ້/ Swai
ປາບຶກ/ Mekong Giant Catfish
ບັນຍາຍລັກສະນະທາງພືດສາດ
ປາເລີມມີລຳຕົວຍາວ ແລະ ຫົວກວ້າງ (ປາກແຄບກ່ວາຄວາມຍາວຂອງລຳຕົວປະມານ 5.5-5.9 ເທົ່າ). ກ້ານຄີອອ່ນທຳອິດຂອງຄີຫຼັງ, ຄີໜ້າ ແລະ ຄີຂ້າງ ຍື່ນອອກມາເປັນປາຍແຫຼມຍາວຄ້າຍເສັ້ນດ້າຍ (filament) ແລະ ຄີທຸກຄີມີຈຸດສີດຳຂະໜາດນ້ອຍ (melanophores) ກະຈາຍຢູ່ທົ່ວ ຕ່າງຈາກປາຊະນິດອື່ນທີ່ຄ້າຍຄືກັນ, ປາຊະນິດນີ້ບໍ່ມີຈຸດສີດຳຊັດເຈນຢູ່ເທິງໂຄນຄີໜ້າ ແຕ່ປາຍກ້ານຄີກົ້ນສອງສາມກ້ານທຳອິດຈະເປັນສີດຳ ເຊິ່ງເປັນລັກສະນະທີ່ພົບໄດ້ທຸກຂະໜາດ. ແຕ່ເຫັນໄດ້ຊັດເຈນທີ່ສຸດໃນປາໄວອອ່ນ ແລະ ປາຍສຸດຂອງຄີກົ້ນກໍ່ເປັນສີດຳຄືກັນ, ໃນປາໂຕເຕັມໄວ ປາຍຄີແຫຼມຄ້າຍເສັ້ນດ້າຍ ມັກຈະຫົດຕົວ ຫຼື ເບິ່ງເຫັນໄດ້ໜ້ອຍລົງ, ພາຍໃນປາກແຂ້ວໃນເພດານປາກ ແລະ ແຂ້ວ vomerine (ກະດູກທີ່ຮອງຮັບແລ້ວຕາມເພດານປາກ) ເຊື່ອມຕິດກັນເປັນແຜ່ນຍາວຮູບດວງຈັນສ້ຽວ.
ຂະໜາດ: 250 ຊມ SL.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China; Lao People's Democratic Republic; Thailand and Viet Nam. [3]

Global distribution of Pangasius sanitwongsei between 1970 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຊະນິດນີ້ພົບໄດ້ໃນນ້ຳຂະໜາດໃຫຍ່ [5]. ປາເລີມເປັນປາທີ່ອາໄສຢູ່ທັງໃນພື້ນນ້ຳ ແລະ ໃນມວນນ້ຳ ໂດຍອາໄສຢູ່ໃນແມ່ນ້ຳຂະໜາດໃຫຍ່ທີ່ມີປ່າຝົນອອ້ມຮອບ. ພວກມັນຈະໃຊແອ່ງນ້ຳເລິກເປັນທີ່ຫຼົບໄພໃນລະດູແລ້ງ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນສູງສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ໄພຂົ່ມຂູ່ທີ່ເກີດຂື້ນຢ່າງຕໍ່ເນື່ອງ ໄດ້ແກ່ ການຫາປາ, ການດັດແປງແມ່ນ້ຳເພື່ອສ້າງເຂື່ອນ ແລະ ກິດຈະກຳການຂົນສົ່ງທາງເຮືອທີ່ເພີ່ມຂື້ນ. ສາຍພັນນີ້ໄດ້ຮັບການປະເມີນວ່າຢູ່ໃນສະຖານະໃກ້ສູນພັນຢ່າງຍິ່ງ ໂດຍຄາດວ່າປະຊາກອນຈະຫຼຸດລົງຫຼາຍກ່ວາ 99% ໃນຊ່ວງສາມຊົ່ວອາຍຸຄົນ. [3]
ສາຍພັນນີ້ຈັດຢູ່ໃນບັນຊີລາຍຊື່ທີ່ 1 ຂອງສັດນ້ຳ ເຊິ່ງປະກອບດ້ວຍສາຍພັນທີ່ຫາຍາກ, ໃກ້ສູນພັນ ແລະ ສ່ຽງຕໍ່ການສູນພັນ ເຊິ່ງໄດ້ຮັບການຍອມຮັບວ່າມີຄວາມສຳຄັນຕໍ່ລະບົບນິເວດ, ການທ່ອງທ່ຽວ ແລະ ການສຶກສາທາງວິທະຍາສາດ, ສາຍພັນນີ້ຕ້ອງໄດ້ຮັບການຈັດການ, ປົກປ້ອງ ແລະ ການພັດທະນາ. [6]
ການນຳໃຊ້
ປະເພດການນຳໃຊ້
ຫ້າມນຳໃຊ້
ຫ້າມນຳໃຊ້: ຫ້າມບໍ່ໃຫ້ມີການ ຫຼື ຊື້ຂາຍສັດນ້ຳໃນບັນຊີທີ່ 1 ຢ່າງເດັດຂາດ ລວມທັງຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນຕ່າງໆ, ຫ້າມບໍ່ໃຫ້ມີການລ້ຽງສັດນ້ຳທີ່ໄດ້ມາຈາກທຳມະຊາດ ຫຼື ແຫຼ່ງອື່ນໆ ທີ່ບໍ່ໄດ້ເພາະພັນຢ່າງເດັດຂາດ ເວັ້ນແຕ່ຈຳເປັນສຳຫຼັບການສຶກສາ ຫຼື ການສືບພັນທີ່ບໍ່ແມ່ນໃຊ້ທາງການຄ້າ. [7]
ໃນນາມໂຄງການພາເຂົ້າລາວພວກເຮົາຂໍປະຕິເສດຢ່າງເດັດຂາດບໍ່ໃຫ້ມີການລ່າ ຫຼື ການໃຊ້ສັດຊະນິດັງກ່າວບໍວ່າໃນກໍລະນີໃດກໍຕາມ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມີນາ, ເມສາ, ພຶກສະພາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ພຶດຕິກຳ: ປາຊະນິດນີ້ເປັນປາທີ່ອົບພະຍົບ, ວາງໄຂ່ກ່ອນລະດູຝົນ ໂດຍລູກປາທີ່ເກີດໃໝ່ຈະມີຂະໜາດປະມານ 10 ຊມ ໃນຊ່ວງກາງເດືອນມິຖຸນາ [2]. ມັກຈະອົບພະຍົບຂື້ນໄປວາງໄຂ່ໃນຊ່ວງປາຍລະດູໃບໄມ້ປົ່ງ ແລະ ລະດູຮ້ອນ [8].

ອາຫານ: ສັດຊະນິດນີ້ກິນໄດ້ທັງພືດ ແລະ ສັດ ແຕ່ສ່ວນໃຫຍ່ກິນຊີ້ນ, ໃນທຳມະຊາດມີລາຍງານວ່າໂຕເຕັມໄວມັກກິນສາກສັດເປັນພິເສດ [8]. ທັງຕົວອອ່ນ ແລະ ຕົວເຕັມໄວ ກິນປາ ແລະ ກຸ້ງ ໃນຂະນະທີ່ໂຕໃຫຍ່ກ່ວາກໍ່ກິນສາກໄກ່ ຫຼື ສາກໝາ ເຊິ່ງມັກໃຊ້ເປັນເຫຍື່ອລໍ້. [2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຈັບປາຫຼາຍເກີນໄປເພື່ອເປັນອາຫານ ແລະ ໃນລະດັບທີ່ນ້ອຍກ່ວາຄື ການຄ້າປາສວຍງາມ ໄດ້ເຮັດໃຫ້ປະຊາກອນຕາມທຳມະຊາດຂອງປາເລີມຫຼຸດລົງ, ນອກຈາກນີ້ສາຍພັນນີ້ຍັງໄດ້ຮັບຜົນກະທົບຈາກການທຳລາຍແກ່ງ ແລະ ແນວປະກາລັງທີ່ກ່ຽວຂ້ອງກັບໂຄງການເພື່ອປັບປຸ່ງການແລ່ນເຮືອໃນພາກເໜືອຂອງແມ່ນ້ຳຂອງ ລວມທັງການສ້າງເຂື່ອນ. ໂຄງການດັງກ່າວກີດຂວາງວົງຈອນນ້ຳຖ້ວມ-ແຫ້ງແລ້ງຕາມທຳມະຊາດຂອງແມ່ນ້ຳ ເຮັດໃຫ້ພຶດຕິກຳການອົບພະຍົບຂອງປາມີການປ່ຽນແປງ ລວມທັງປາເລີມອີກດ້ວຍ. [3]

ການຕິດຕາມປະຊາກອນ: ຊາວປະມົງທ້ອງຖິ່ນລາຍງານວ່າການພົບເຫັນ ແລະ ການຫາປາເລີມຫຼຸດລົງ, ຜູ້ໃຫ້ສຳພາດຄົນໜຶ່ງລະບຸວ່າປາຊະນິດນີ້ຫາຍໄປຈາກການຫາປາ ໃນຂະນະທີ່ອີກໜຶ່ງຄົນ ເຊິ່ງເປັນອາດີດປະທານກຸ່ມປະມົງຂອງປາໜັງເລົ່າວ່າ “ເມື່ອ 15 ປີກ່ອນ ມີການຫາປາເລີມໄດ້ປະມານ 100 ຕົວຕໍ່ປີເມື່ອ 5 ປີກ່ອນ ຖືກຈັບໄດ້ພຽງປະມານ 5 ຫາ 20 ຕົວຕໍ່ປີ ແລະ ເມື່ອບໍ່ດົນມານີ້ ການຈັບໄດ້ຫຼຸດລົງໄປອີກ ແລະ ປາຊະນິດນີ້ກໍ່ຫາຍໄປ”. [3]

ກົດໝາຍ ແລະ ນະໂຍບາຍ: ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸ່ງ) ຂອງລາວ ຫ້າມບໍ່ໃຫ້ມີການຂາຍ, ຄອບຄອງ ຫຼື ຂົນສົ່ງສັດນ້ຳດັງກ່າວໂດຍບໍ່ໄດ້ຮັບອານຸຍາດ. ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນດທີ່ຝ່າຝືນກົດໝາຍນີ້ ຈະຕ້ອງຖືກຕັກເຕືອນ, ລົງໂທດທາງວິໄນ, ປັບເງິນ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ຫຼື ດຳເນີນຄະດີທາງກົດໝາຍອາຍາ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,