ເລກລຳດັບທີ: 42
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-09-23
ໝາກຈອງບານ
Malva Nut
Scaphium macropodum (Miq.) Beumée ex K.Heyne
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Chorng Ban)
ອະນຸກົມວິຖານ
ຊື່ສະກຸນ
Malvaceae
ຊື່ພ້ອງ
Carpophyllium macropodum Miq.
Carpophyllum macropodum Miq.
Firmiana borneensis Merr.
Scaphium borneense (Merr.) Kosterm.
Scaphium macropodium (Miq.) Beumée
Scaphium macropodium (Miq.) Beumée ex K.Heyne
Scaphium macropodum (Miq.) Beumée
Sterculia macropoda (Miq.) Hook.
Sterculia macropoda (Miq.) Hook. ex Kloppenb.
ບັນຍາຍລັກສະນະທາງພືດສາດ
ຕົ້ນໄມ້ຊະນິດນີ້ເປັນໄມ້ປ່ຽນໃບ, ສູງຮອດ 15 ຫາ 45 ມ, ເປືອກນອກມີສີນ້ຳຕານ ຫາ ສີນ້ຳຕານແດງ, ໜາ ແລະ ເປັນເສັ້ນໄຍ ສວນເນື້ອໄມ້ມີສີຂາວ.
ກ້ານໃບສີນ້ຳຕານ ແລະ ມີຄວາມຍາວຕັ້ງແຕ່ 3 ຫາ 22 ຊມ. ບາງຄັ້ງຍາວໄດ້ຮອດ 30 ຊມ. ໂດຍທົ່ວໄປຈະລຽບ ແຕ່ບາງຄັ້ງອາດມີຂົນຮູບດາວເລັກນ້ອຍ, ໃບອາດເປັນຮູບຮີ ຫຼື ຮູບໄຂ່, ບາງຄັ້ງໃບດ້າລຸ່ມຂອງຕົ້ນ ຫຼື ຕົ້ນອ່ອນອາດມີແສກ, ໂຄນໃບອາດແຫຼມ, ມົນ ຫຼື ມົນເລັກນ້ອຍ, ປາຍໃບອາດແຫຼມ ຫຼື ຮຽວແຫຼມ, ໃບຍາວ 7 ຫາ 34 ຊມ, ຜິວໃບດ້ານເທິງມັກຈະລຽບ ແລະ ອາດມັນເງົາ, ໃບແຫ້ງເປັນສີນ້ຳຕານ ຫຼື ສີນ້ຳຕານອ່ອນ, ຜິວໃບດ້ານລຸ່ມລຽບ ແຕ່ອາດຈະມີຂົນຮູບດາວໃກ້ເສັ້ນກາງໃບ ຫຼື ເສັ້ນໃບ.
ຊໍ່ດອກຍາວ 5 ຫາ 19 ຊມ, ແລະ ອາດມີຂົນຮູບດາວປົກຄຸມຢູ່ບາງໆ ຫຼື ໜາແໜ້ນ.ໃບປະດັບດອກສ່ວນໃຫຍ່ຈະຫຼົ່ນ, ຮູບໄຂ່ ຫຼື ຮູບຫອກ, ຍາວ 1 ຫາ 4 ມມ, ແລະ ກວ້າງ 1 ຫາ 2 ມມ. ດອກບານມີສີຂຽວອ່ອນເມື່ອດອກຍັງສົດ ແລະ ປ່ຽນເປັນສີນ້ຳຕານເມື່ອແຫ້ງ. ດອກເປັນຮູບໄຂ່ປີ້ນ (ດ້ານປາຍກວ້າງກ່ວາໂຄນ) ແລະ ແຄມລົງບໍລິເວນໂຄນ. ກ້ານດອກຍາວ 1 ຫາ 4 ມມ, ຜິວລຽບ ຫຼື ມີຂົນ, ກີບດອກຍາວ 4 ຫາ 7 ມມ, ມີກິ່ນຫອມ ອາດມີສີຂາວ ຫຼື ສີຂຽວ ແລະ ເມື່ອແຫ້ງຈະເປັນສີນ້ຳຕານເຂັ້ມ ໂດຍທົ່ວໄປມີ 4 ຫາ 5 ແສກ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to VietNam, Laos, Cambodia, Thailand, Malaysia, India, Indonesia, Myanmar, Bangladesh, Papua New Guinea and Nepal.
Native contry and districbution of Malva Nut bestween from 1992 to 2025. Source: [2].
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ພືດຊະນິດນີ້ຈະເລີນເຕີບໂຕໃນເຂດຮ້ອນທາງພາກໃຕ້ຂອງລາວ ແລະ ອາຊີຕາເວັນອອກສຽງໃຕ້ [2]. ຕາມການສໍາຫຼວດພືດມີທໍ່ລຳລຽງຂອງ ສປປ ລາວ (ສະບັນທີ່ 1ແລະ 1,0) ພົບເຂດກະຈາຍຂອງພືດຊະນິດນີ້ໃນແຂວງຈຳປາສັກ, [5], [6]. ຂໍ້ມູນຈາກການປະເມີນອາຫານປ່າພົບການກະຈາຍພັນຂອງພືດຊະນິດນີ້ໃນແຂວງອັດຕະປື (ມ.ສານໄຊ ແລະ ມ. ສະໜາມໄຊ), ເຊກອງ (ມ. ລະມາມ) ແລະ ຂ. ສາລະວັນ (ມ. ຕະໂອຍ). [7]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ, ຜາ, ປ່າເຫຼົ່າອ່ອນ, ປ່າເຫຼົ່າແກ່
ຕົ້ນໝາກຈອງບານມັກພົບໃນປ່າດົງດິບເຂດຮ້ອນຊຸ່ມ ກະຈາຍພັນໃນທາງພາກໃຕ້ຂອງລາວ ໂດຍທົ່ວໄປຈະຂື້ນຢູ່ຕາມຜາຫີນ ແລະ ດິນຕື້ນ, ມັກພົບຕາມເນີນພູ ເຊິ່ງສາມາດຈະເລີນເຕີບໂຕໄດ້ໜາແໜ້ນຫຼາຍ, [3]. ພືດຊະນິດນີ້ຈະເລີນເຕີບໂຕຕາມສັນພູ ແລະ ສັນພູໃນປ່າດົງດິບເຂດຮ້ອນຊຸ່ມ ພື້ນທີ່ຖືກນ້ຳຖ້ວມໃນພື້ນທີ່ຕ່ຳກ່ວາ 180 ມ ຈາກໜ້ານ້ຳທະເລ, [4]. ຂໍ້ມູນຈາກການປະເມີນອາຫານປ່າພົບແຫຼ່ງທີ່ຢູ່ອາໄສຂອງສັດຊະນິດນີ້ໃນປ່າດົງດິບ, ປາປະສົມປ່ຽນໃບ, ປ່າເຫຼົ່າອ່ອນ ແລະ ປ່າເຫຼົ່າແກ່. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ເນື່ອງຈາກມີເຂດກະຈາຍພັນໃນວົງແຄບ ແລະ ການເກັບກ່ຽວທີ່ກວ້າງຂວາງໃນ ສປປ ລາວ, ຈຳນວນປະຊາກອນຂອງຕົ້ນໄມ້ຊະນິດນີ້ຈຶ່ງຫຼຸດລົງເປັນຈຳນວນຫຼາຍ ຈຶ່ງເປັນຊະນິດພັນທີ່ຢູ່ໃນປະເພດຄຸ້ມຄອງ, [8]. ພືດຊະນິດນີ້ເປັນທີ່ຮູ້ຈັກຈາກພື້ນທີ່ຄຸ້ມຄອງຫຼາຍແຫ່ງ ແລະ ມີແນວໂນ້ມວ່າຈະຖືກເກັບກ່ຽວ ແລະ ຮວບຮວມໄດ້ໜ້ອຍ ຄຸນນະພາບຂອງຖິ່ນທີ່ຢູ່ອາໄສຫຼຸດລົງຢ່າງຕໍ່ເນື່ອງ ເຖິ່ງຢ່າງໃດກໍ່ຕາມ ເມື່ອພິຈາລະນາຈາກຈຳນວນການພົບເຫັນ ແລະ ຈຳນວນພື້ນທີ່ເຂດກະຈາຍພັນແລ້ວ ພືດຊະນິດນີ້ຈຶງຖືກຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍທີ່ສຸດ. [4]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ບໍ່ແນະນຳໃຫ້ໃຊ້, ອາຫານ, ພືດເປັນຢາ
ອາຫານ: ເມື່ອໝາກຈອງແຫ້ງແລ້ວ ນຳມາແຊ່ນ້ຳ ເຮັດໃຫ້ເນື້ອຟູຂື້ນເປັນວຸ້ນ, ນຳມາໃຊ້ເປັນສະໝຸນໄພ ແລະ ນຳໄປປຸ່ງເປັນອາຫານ, [8], [11]. ນອກຈາກນີ້ຍັງສາມາດໃຊ້ເຮັດຂອງຫວານໄດ້. [3], [12]
ສະໝຸນໄພ: ໝາກຈອງເມື່ອແຫ້ງແລ້ວນຳໄປແຊ່ນ້ຳ ເນື້ອທີ່ຫຸ້ມແກ່ນຈະບານອອກ ແລະ ມີລັກສະນະເປັນວຸ້ນ ເຊິ່ງໃຊ້ເປັນສະໝຸນໄພໄດ້ ໃນລາວໃຊ້ຮັກສາພະຍາດກະເພາະ ແລະ ພະຍາດປອດ, ເມື່ອນຳໄປປະສົມກັບນ້ຳຕານເຮັດໃຫ້ເປັນເຄື່ອງດື່ມທີ່ໃຫ້ຄວາມສົດຊື່ນ ແລະ ຊ່ວຍຟື້ນຟູຮ່າງກາຍ. [9]
ບໍ່ແນະນຳໃຫ້ໃຊ້: ພວກເຮົາໃນນາມພາເຂົ້າລາວ ເປັນໜຶ່ງກະບອກສຽງ ວ່າບໍ່ຄວນໃຊ້ພືດຊະນິດນີ້ ໂດຍບໍ່ໄດ້ຮັບຄຳແນະນຳທີ່ເໝາະສົມ ຈຳເປັນຕ້ອງໃຊ້ຄວາມລະມັດລະວັງ ແລະ ໄດ້ຮັບຄຳອານຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ຕາມດຳລັດຂອນານຍົກລັດທະມົນຕີ ຕາມກົດໝາຍວ່າດ້ວຍປ່າໄມ້. [13]
ການປູກ ການລ້ຽງ
ຊະນິດທຳມະຊາດ
ຊາວບ້ານບາງພື້ນທີ່ຢາກປູກພືດຊະນິດນີ້ ແຕ່ບໍສາມາດປູກໄດ້ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ແຕ່ຊາວບ້ານບາງພື້ນທີ່ບໍ່ຢາກປູກ ແຕ່ຮູ້ວິທີປູກ. [7]
ລະດູການເກັບກູ້
ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ຂໍ້ມູນຈາກການປະເມີນອາຫານປ່າລາຄາໝາກຈອງຢູ່ທີ່ 120.000 ຫາ 300.000 ກີບ ຕໍ່ກິໂລ. [7]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ: ໄພຂົ່ມຂູ່ຫຼັກຕໍ່ພືດຊະນິດນີ້ຄືການຕັດໄມ້ທຳລາຍປ່າ ແລະ ການທຳລາຍຖິ່ນທີ່ຢູ່ອາໄສຜ່ານການປ່ຽນໄປເຮັດການກະສິກຳ ແລະ ການປູກພືດ. [4]

ການຕິດຕາມປະຊາກອນ: ບໍ່ມີຂໍ້ມູນໃດໆກ່ຽວກັບຂະໜາດປະຊາກອນ ແລະ ແນວໂນ້ມຂອງສາຍພັນຊະນິດນີ້. [4]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,