ເລກລຳດັບທີ: 41
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອແຫມ
Berberine
Coscinium fenestratum (Gaertn.) Colebr.
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ເຄຣືອແຫມ, ຂະໝິນເຄືອ, ແຫມມະຫັດສະຈັນ. ຫວຽດນາມ: ເດ ວັງ ດັງ, ວັງ ດັງ ລາຕຣັງ, ບໍເອດັງ, ດັງ ກວຽງ, ເດໂມນັງ, ໂກ ຕຣອງ, ໂຕ ຣົງ. ອັງກິດ: Berberine, ceylon/false calumba, calumba root, tumeric tree, columbo wood. (Thai: khreua hen, khamin khreua, haem mahatsa chan. Vietnamese: day vang dang, vang dang latrang, hoang dang, dang giang, daymonang, ko trong, to rong English: berberine, ceylon/false calumba, calumba root, tumeric tree, columbo wood)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Ranunculales
ຊື່ສະກຸນ
Menispermaceae
ສະກຸນ
Coscinium
ຊະນິດ
Coscinium fenestratum
ຊື່ພ້ອງ
Coscinium maingayi Pierre
Coscinium miosepalum Diels
Coscinium peltatum Merr.
Coscinium usitatum Pierre
Coscinium wallichianum Miers
Coscinium wightianum Miers ex Diels
Menispermum fenestratum Gaertn.
Pereiria medica Lindl.
ບັນຍາຍລັກສະນະທາງພືດສາດ
ເຄືອແຫມເປັນປະເພດເຄືອເລືອ, ຄວາມຍາວ 25-30 ມ ແລະ ມີໜ້າຕ້າງ 6-7 ຊມ. ຍອດຂອງມັນໂຄ້ງ ແລະ ລຳຕົ້ນ ພອງສະຫຼັບກັບແວບເປັນຍ່ານໆ, ສະໝ່ຳສະເໜີ. ສ່ວນນອກຂອງເປືອກເປັນສີມົ່ນ, ເປັນເກັດ ແລະ ດ້ານໃນຂອງເປືອກເປັນສີເຫຼືອງ, ມີລົດຊາດຂົມ. ເນື້ອໄມ້ເວລາຕັດອອກຈະເປັນສີເຫຼືອງແຈ້ງມີນ້ຳສີເຫຼືອງອອກມາ ແລະ ຖ້າຜ່າຕາມລວງຍາວຈະເຫັນເສັ້ນແຜ່ອອກຈາກສູນກາງຂອງລຳ. ໃບຂອງມັນຍາວ ປະມານ 9-15 ຊມ ແລະ ກວ້າງ 6-8 ຊມ, ພື້ນໃບມີສີຂຽວຈືດ. ຊໍ່ດອກເກີດຈາກຂໍ້ຕາມລຳຕົ້ນ, ມີດອກສີຂຽວອ່ອນປົນສີເຫຼືອງ ແລະ ລຽບ, ປາຍມົນ. ໝາກມີເນື້ອ ເສັ້ນຜ່າກາງ ປະມານ 3 ຊມ, ມີສີນ້ຳຕານ ຫາສົ້ມເກີດເປັນພວງ 10-20 ໜ່ວຍ. ການຈຳແນກຄວາມແຕກຕ່າງລະຫວ່າງ ສະກຸນຕໍ່ສະກຸນ ແມນ່ເບິ່ງຈາກເສັ້ນ ກາງໃບ ຄື ສະກຸນ Cocinium ມີເສັ້ນໃບທັງໝົດເລີ່ມຈາກຖານໃບ (ຈາກໂຄນຂອງໃບ) ແລະ ສະກຸນ Fibraurea ມີເສັ້ນໃບອອກຈາກໂຄນຂອງກ່າງກາງຈຸດດຽວ. ຄົນລາວໄດ້ຈຳແນກຄຸນນະພາບຂອງເຄືອແຫມຕາມຊະນິດ ແລະ ຕາມເພດ ເຊັ່ນ ຕົ້ນຜູ້ ແລະ ຕົ້ນແມ່. ປະຈຸບັນ ຍັງມີການສຶກສາຄົ້ນຄວ້າຕື່ມຢູ່ກ່ຽວກັບການຈຳແນກຊະນິດດັ່ງທີ່ກ່າວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ລຳ ແລະ ຮາກ ຂອງແຫມໄດ້ນຳມາສະກັດ ເປັນຢາປົວບາດແຜ, ພະຍາດທ້ອງບິດ ແລະ ຟື້ນຟູແມ່ລູກອ່ອນຫຼັງໃຫ້ກຳເນີດລູກ. ສານສະກັດເບີເບຣນີ ຈາກເຄືອແຫມ ເປັນຢາທີ່ຄົນນິຍົມໃຊ້ກັນຫຼາຍ ສຳລັບປົວພະຍາດຖອກທ້ອງ ແລະ ຂ້າແມ່ທ້ອງ. ມັນເຮັດໃຫ້ມີປະຕິກິລິຍາໂຕ້ຕອບ ທີ່ມີປະສິດທິພາບຕໍ່ກັບບັກເຕເຣຍ, ເຊື້ອລາ, ຢິດສ໌, ໄວຣັດ ແລະ ຕົວຕືກ ພ້ອມມີຄຸນສົມບັດຕ້ານກັບມະເຮັງ, ພະຍາດເບົາຫວານ ແລະ ຕັບອັກເສບ. ລຳຂອງແຫມ ຍັງສາມາດນຳມາໃຊ້ເຮັດເປັນສີເຫຼືອງຍ້ອມຜ້າຄ້າຍຄືກັນກັບຂີ້ໝີ້ນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,