ເລກລຳດັບທີ: 4095
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອເຂົາຜູ້
Bando Lata
Spatholobus parviflorus (DC.) Kuntze
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ເຄືອພັນຊາຍ,​ ເຄື່ອທອງເລືອ (ລາດສະບູລີ), ເຄືອເຂົາຄູ້ (ປະຈວບຊິລີຂັນ),​ ກວາງຜູ້, ກວາງຜູ້, ຕະຄານເຄືອ (ພາກເໜືອ), ຈານເຄືອ (ພາກຕາເວັນອອກຊຽງເໜືອ), ຖູ່ກຸໂພະ (ແມ່່ຮອງສອນ).ອັງກິດ: Bando Lata.ການາດາ: Kadavaare hambu ແລະ Mukkate balliຫວຽດນາມ: Dây kim luông, Huyết rồng hoa nhỏ ແລະ mo thùy hoa nhỏ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Spatholobus
ຊະນິດ
Spatholobus parviflorus
ຊື່ພ້ອງ
Butea parviflora DC.
Butea parviflora Roxb. ex G.Don
Butea sericophylla Wall.
Flemingia hallaya Buch.-Ham. ex Wall.
Spatholobus roxburghii Benth.
Spatholobus roxburghii var. denudatus Baker
Spatholobus roxburghii var. platycarpus Baker
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ເຄືອ, ເລືອພັນຂະໜາດໃຫຍ່. ລຳຕົ້ນເປັນເຄືອ, ຍາວປະມານ 20 ແມັດ, ຮູບກົມ, ເນື້ອໄມ້ແຂງ, ມັກຂົດເປັນວົງ, ມີຂົນສີເທົາ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ໃບປາຍຮູບໄຂ່, ຮູບໄຂ່ປີ້ນ ຫຼື ຮູບໄຂ່ແກມຮູບຫອກ, ກ້ວາງ 5-14 ຊມ, ຍາວ 8-20 ຊມ, ໂຄນໃບກົມ, ຂອບລຽບ, ປາຍຕິ່ງແຫຼມ, ໃບຍ່ອຍທີ່ຢູ່ດ້ານຂ້າງເປັນຮູບໄຂ່ແກມສີຫຼ່ຽມ, ຮູບໄຂ່ປີ້ນ ຫຼື ຮູບໄຂ່ປີ້ນແກມຮູບຮີ, ກ້ວາງ 3-9 ຊມ, ຍາວ 7-15 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ, ຜິວໃບດ້ານລຸ່ມມີຂົນສີເທົາ, ຜິວໃບດ້ານເທິງມສີຂົນສີນ້ຳຕານ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ, ຍາວ 10-25 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຈັບແໜ້ນໃນຊໍ່ດອກ. ໃບປະດັບຮູບໄຂ່ແກມຮູບຂະຂະໜານ. ກາບດອກມີ 4 ກີບ. ກີບດອກຮູບດອກຖົ່ວ, ສີບົວ. ເກສອນເພດຜູ້ມີ 10 ອັນ, ເຊື່ອມຕິດກັນເປັນ 2 ກຸ່ມ. ເຕົ້າໄຂ່ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ໝາກເປັນຝັກແປຄ້າຍປີກ, ຮູບຂອບຂະໜານ, ຂະໜາດກ້ວາງປະມານ 2.5-4 ຊມ ແລະ ຍາວປະມານ 8-10 ຊມ, ມີຂົນລະອຽດສີນ້ຳຕານ. ແກ່່ນມີ 1 ແກ່ນ, ຮູບໄຂ່.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຕົ້ນ ແລະ ໃບ: ຕົ້ມນ້ຳດື່ມບຳລຸງເລືອດ, ແກ້ເລືອດລົມໄຫຼ່ບໍ່ສະດວກ, ເປັນຢາແກ້ເຈັບທ້ອງ, ອາຫານບໍ່ຍ່ອຍ, ອາຫານເປັນພິດ, ພະຍາດກະເພາະ, ຊ່ວຍແກ່ອາການເຈັບທ້ອງປະຈຳເດືອນຂອງແມ່ຍິງ, ໃຊ້ເປັນຢາກະຕຸ້ນກຳນັດ, ຊ່ວຍໃຫ້ມີລູກງ່າຍ, ນຳມາຕຳຄັ້ນເອົານ້ຳທາ ຫຼື ພອກເປັນຢາແກ້ພະຍາດຜິວໜັງ, ຜື່ນຄັນ ແລະ ຂີ້ກະຕອດ.
  • ເຄືອ: ໃຊ້ປຸ່ງເປັນຢາຂັບເສມຫະ, ຂັບປັດສະວະ ແລະ ໃຊ້ເປັນຢາຊ່ວຍເຮັດໃຫ້ເສັ້ນເອັນອ່ອນ.
  • ເປືອກເຄືອ: ນຳມາຕົ້ມເປັນຢາແກ້ອາການຕົກເລືອດ
  • ໃບ: ນຳມາຄັ້ນກັບປູນໃຊ້ພອກເປັນຢາຮັກສາແຜສົດ.

ປະໂຫຍດ:

  • ໃບອ່ອນໃຊ້ມາຫໍເຂົ້າໜົມ ຫຼື ໃຊ້ແທນຕອງກ້ວຍ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,