ເລກລຳດັບທີ: 4093
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຫາງເສືອ
Silky afgekia
Afgekia sericea Craib
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຖົ່ວແປບຊ້າງ, ກັນໄພ (ສະບູລີ), ກັນໄພໃນຂົນ (ກຸງເທບ) ແລະ ປາກິເດິດ (ມະຫາສາລະຄາມ)ຊື່ສາມັນ: Silky Afgekia, Kan Phai ແລະ Thua Paep Chaang.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Afgekia
ຊະນິດ
Afgekia sericea
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ເລືອພາດພັນກັບຕົ້ນໄມ້ອື່ນ, ເປັນຟຸ່ມແໜ້ນ. ລຳຕົ້ນເລືອຍາວໄດ້ປະມານ 15 ແມັດ, ເຄື່ອກົມ, ສີນ້ຳຕານ, ທຸກສ່ວນຂອງຕົ້ນມີຂົນສີຂາວອ່ອນນຸ້ມຂື້ນປົກຄຸມຢ່າງໜາແໜ້ນ, ຈະເລີນເຕີບໂຕໄດ້ດີໃນດິນພວນ ແລະ ດິນປົນຊາຍ, ພື້ນທີ່ແສງແດດຈັດ ຫຼື ກາງແຈ້ງ, ແຕ່ຈະບໍ່ພົບເທິງພູສູງທີ່ມີອາກາດໜາວເຢັນ, ໂດຍມັກເກີດຂື້ນທົ່ວໄປຕາມປ່າໂຄກ ແລະ ຕາມປ່າດົງດິບແລ້ງທີ່ມີລະດັບຄວາມສູງປະມານ 300 ແມັດ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງກົງກັນຂ້າມກັນ, ຍາວ 15-23 ຊມ. ກ້ານໃບລວມຍາວປະມານ 2-4 ຊມ, ເປັນຮ່ອງຢູ່ທາງດ້ານເທິງ. ໃບຍ່ອຍມີ 13-17 ໃບ, ຮູບຮີ ຫຼື ຮູບຂອບຂະໜານແກມຮູບໄຂ່, ຍາວ 4-8 ຊມ, ໂຄນຮູບກົມ, ມົນ ຫຼື ບ້ຽວເລັກນ້ອຍ, ຂອບໃບລຽບ, ປາຍແຫຼມ, ຕີ່ງແຫຼມ ຫຼື ມົນ. ກ້ານໃບຍ່ອຍຍາວປະມານ 2-4 ຊມ, ໂຄນກ້ານໂປ່ງພ່ວງ, ຍາວປະມານ 1 ຊມ, ຜິວໃບທັງສອງຂ້າງມີຂົນສີຂາວມັນປົກຄຸມ. ຫູໃບມີ 1 ຄູ່, ແນບຕິດກັບໂຄນກ້ານໃບ, ຮູບກ່ຽວໂຄ້ງ, ຍາວ 1.5-2 ຊມ. ຫູໃບຍ່ອຍຕິດກັນເປັນຄູ່, ຮູບເສັ້ນດ້າຍ, ຍາວປະມານ 3 ມລ, ຕິດທົນ. ຊໍ່ດອກແບບກະຈະ, ອອກບໍລິເວນປາຍກິ່ງ, ດອກບານຈາກໂຄນຊໍ່ຮອດປາຍ. ໃບປະດັບຊໍ່ດອກສີບົວຮຽງກັນແໜ້ນຢູ່ປາຍຊໍ່ດອກ, ມີຂົນອ່ອນນຸ້ມ. ດອກຍ່ອຍຮູບຖົ່ວ, ດອກບານມີຂະໜາດກ້ວາງ 3-3.5 ຊມ, ສີບົວ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ກາບ, ສີບົວ. ກີບດອກມີ 5 ກີບ, ຂະໜາດບໍ່ເທົ່າກັນ, ດ້ານນອກມີຂົນສີຂາວ. ເກສອຍເພດຜູ້ມີ 10 ອັນ, ກ້ານເຊື່ອມຕິດກັນ. ເຕົ້າໄຂ່ຍາວປະມານ 1.5 ຊມ, ມີຂົນຍາວ, ກ້ານຊູລະອອງເກສອນຍາວ 1.5-2 ຊມ, ຜິວລຽບ, ຮວງຮັບເປັນຕຸ່ມ. ໝາກເປັນຝັກນູນ, ຮູບຮີ ຫຼື ຮູບຂອບຂະໜານ, ຍາວ 7-9 ຊມ ແລະ ໜາປະມານ 3 ຊມ, ຜິວມີຂົນສີນ້ຳຕານຂື້ນປົກຄຸມ, ໝາກອ່ອນເປັນສີຂຽວ, ໝາກແກ່ຈະປ່ຽນເປັນສີນ້ຳຕານ ແລະ ແຕກອອກຕາມລວງຍາວ, ກ້ານໝາກຍາວປະມານ 1.5 ຊມ. ແກ່ນມີ 2-3 ແກ່ນຕໍ່ຝັກ, ຮູບໄຂ່, ມີລາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ນຳມາປະສົມກັບຕົ້ນໝາກກອກຫຼຼ່ຽມ, ເປືອກຕົ້ນໜາມຫັນ ແລະ ເປືອກຕົ້ນຍາງນາ ນຳມາຕົ້ມກັບນ້ຳດື່ອມເປັນຢາຮັກສາພະຍາດອີ່ສຸກອີໄສ ແລະ ຊາງ (ພະຍາດຂອງເດັກນ້ອຍທີ່ມີອາການເບື່ອອາຫານ, ຊຶມ, ມີເມັດຂື້ນໃນປາກ ແລະ ຄໍ, ລີ້ນເປັນຝ້າ)
  • ແກ່ນ: ໃຊ້ເປັນຢາບຳລຸງໄຂ່ມັນ ແລະ ເສັ້ນເອັນ ເໝາະສຳລັບຄົນຜອມ.

ປະໂຫຍດ:

  • ນິຍົມນຳມາປູກເປັນພືດປະດັບທົ່ວໄປຕາມບ້ານເຮືອນ ແລະ ຕາສວນທົ່ວໄປ, ເນື່ອງຈາກຊໍ່ດອກມີຄວາມສວຍງາມ, ມີລັກສະນະພິເສດ ຄື: ບໍ່ຕາຍງ່າຍ ແລະ ບໍ່ພັກຕົວຄືກັບພືດຊະນິດເຄື່ອສະນິດຕ່າງໆ (ເປັນພືດທີ່ບໍ່ປະສົມຕົວເອງ)
  • ຕົ້ນຫາງເສືອຖືເປັນໄປໄມ້ມົງຄຸນ ເຊື່ອວ່າ ຊ່ວຍກັ່ນໄພອັນຕະລາຍ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,