ເລກລຳດັບທີ: 4089
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫຍ້າມຸງກະຕ່າຍ
ຫຍ້າມຸງກະຕ່າຍ
Hedyotis capitellata Wall. ex G.Don
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ກະດູກໄກ່ຍ່ານ, ກຳລັງຫົວລະມານ, ເຄືອເຂົາຂື່ນ (ຊຽງໃໝ່), ເຄືອມຸ້ງກະຕ່າຍ (ໜອງຄາຍ), ຂະມີ້ນໄມ້ (ຈັນທະບູລີ), ຍ່ານຕະຄອງແຫ້ງ (ປັດຕະນີ), ຍ່ານເບື້ອງຖ້ວຍ (ນາລາທິວາດ), ຕອງແຫ້ງ (ພາກໃຕ້) ແລະ ມືສະແອວ (ລົວະ) ມາເລຍເຊຍ: ລິກາມາໂກະ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Rubiaceae
ສະກຸນ
Dimetia
ຊະນິດ
Dimetia capitellata
ຊື່ພ້ອງ
Hedyotis capitellata var. capitellata
Hedyotis capitellata var. subpubescens Kurz
Oldenlandia capitellata var. glabra Pit.
Oldenlandia capitellata var. ovoidea Pit.
Oldenlandia capitellata var. pedicellata Pit.
Oldenlandia capitellata var. pubescens Pit.
ບັນຍາຍລັກສະນະທາງພືດສາດ
ຈັດເປັນພືດລົ້ມລຸກ, ມີອາຍຸຫຼາຍປີ. ລຳຕົ້ນເປັນລຳເລືອ, ຍາວປະມານ 2-3 ແມັດ, ລຳຕົ້ນມີລັກສະນະເປັນສັນສີ່ຫຼ່ຽມ ແຕກກິ່ງກ້ານຫຼາຍ, ຕາມລຳຕົ້ນ ແລະ ໃບມີຂົນອ່ອນນຸ້ມສີເຫຼືອງ. ໃບດ່ຽວອອກຮຽງກົງກັນຂ້າມກັນ, ຮູບຫອກ ຫຼື ຮູບໄຂ່ແກມໃບຫອກ, ກ້ວາງ 1.5-4 ຊມ, ຍາວ 6-10 ຊມ, ຜິວລຽບ. ຫູໃບ 1 ຄູ່ ຈັບກົງກັນຂ້າມກັນຢູ່ລະຫວ່າງກ້ານໃບ. ຊໍ່ດອກແບບກະຈຸກແໜ້ນແຕກແໜ່ງ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ, ກ້ານສັ້ນ. ດອກຍ່ອຍຂະໜາດນ້ອຍຈຳນວນຫຼາຍ, ສີຂາວ. ກາບດອກເຊື່ອມຕິດກັນເປັນຫຼອດ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ ແລະ ມ້ວນອອກດ້ານນອກ, ສີຂາວ ຫຼື ສີເຫຼືອງ. ໝາກເປັນໝາກແຫ້ງ, ຮູບໄຂ່ປີ້ນ, ໝາກແຫ້ງແລ້ວແຕກຕາມພູ ຫຼື ຮອງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສະພະຄຸນ:

  • ຮາກ: ນຳເຂົ້າເປັນຢາບຳລຸງກຳລັງ, ເປັນຢາແກ້ພະຍາດທາດພິການ, ແກ້ອາການວຽນຫົວ ແລະ ໃຊ້ເປັນຢາແກ້ບິດ.
  • ໃບ: ເປັນຢາແກ້ໄຂ້ປ່າ, ໃຊ້ຕຳພອກແຜສົດຫຼຸດອາການອັກເສບຈາກພິດງູກັດ ແລະ ແຜຝົກບວມ, ຕຳພອກພະຍາດທີ່ມີອາການບວມຕາມຂໍ້, ກ້າມເນື້ອ, ພະນາດເຈັວແອວ, ກະດູກຫັກ ແລະ ກະດູກແຕກ.
  • ເຄືອ: ນຳມາທຸບຄັ້ນເອົານ້ຳໃຊ້ເປັນຢາຮັກສາແຜໄຟໄໝ້ ແລະ ນ້ຳຮ້ອນລວກ ແລ້ວໃຊ້ຜ້າພັນໄວ້.
  • ທັງຕົ້ນ: ນຳທັງຕົ້ນມາຕົ້ມກັບນ້ຳອາບ ຫຼື ອົບອາຍນ້ຳເພື່ອຊ່ວຍບັນເທົາອາການມືຊາ, ຕີນຊາ ຫຼື ອຳມະພາດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,