ເລກລຳດັບທີ: 40
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-02-04
ຜັກຂະແຍງ
Phak kha nhaeng
Limnophila geoffrayi Bonati
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຜັກກະແຍງ (Ka yaeng)
ອະນຸກົມວິຖານ
ຊື່ສະກຸນ
Plantaginaceae
ຊະນິດໃກ້ຄຽງ
ຜັກກະໂສມນ້ຳ/ Swamp leaf
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນຮຽວ ຕັ້ງຊື່, ສູງ 10 ຫາ 35 ຊມ, ລຳຕົ້ນດ່ຽວ ຫຼື ແຕກກິ່ງເລັກນ້ອຍໃກ້ບໍລິເວນໂຄນຕົ້ນ, ມີຂົນໜາ.
ໃບອອກຮຽງກົງກັນຂ້າມກັນ, ບໍ່ມີກ້ານໃບ ຫຼື ອວບລຳຕົ້ນບາງສ່ວນ, ຮູບຮີປົນຮູບຫອກ, ຮູບຮີ ຫຼື ຮູບໄຂ່ປົນຮູບຮີ, ຂະໜາດຍາວ 1-3 ຊມ ແລະ ກວ້າງ 0.3-1 ຊມ, ປາຍໃບແຫຼມ ຫຼື ເກືອບຮຽວແຫຼມ, ໂຄນໃບຮຽວ, ຂອບແສກແຂ້ວ, ຜິວໃບດ້ານເທິງມີຂຸຂະເລັກນ້ອຍ ຫຼື ລຽບ, ຜິວດ້ານລຸ່ມລຽບ ແລະ ມີຈຸດເລັກນ້ອຍ.
ຊໍ່ດອກແບບກະຈະ (racemes) ອອກບໍລິເວນງ່າມໃບ ແລະ ປາຍຍອດ, ດອກຍ່ອຍມີ 2 ຫາ 10 ດອກ. ກ້ານຊໍ່ດອກຮຽວຍາວ, ມີຂົນເລັກນ້ອຍ ຫຼື ລຽບ, ກ້ານດອກຍ່ອຍຍາວ 1-4 ມມ, ມີຂົນເລັກນນ້ອຍ ຫຼື ລຽບ. ໃບປະດັບດອກຂະໜາດນ້ອຍ ຮູບຫອກແຂບ, ຍາວປະມານ 0.5 ມມ, ໃບປະດັບຍ່ອຍຮູບແຖບນ້ອຍຍາວ, ປາຍແຫຼມ, 1-2 ມມ. ກາບດອກຍາວ 2.5 ມມ, ກີບດອກສີມ່ວງ, ຍາວ 10 ຫາ 13 ມມ, ຜິວດ້ານນອກລຽບ, ຜິວດ້ານໃງນມີຂົນເລັກນ້ອຍບໍລິເວນສ່ວນທ້າຍ, ກີບປາກດ້ານເທິງຮູບກົມກວ້າງ ປາຍວ້ຳເລັກນ້ອຍ, ກີບປາກດ້ານລຸ່ມແຍກອອກເປັນ 3 ແສກ, ຮູບກົມ.
ໝາກຮູບຮີ, ຂະໜາດ 3 × 1.5 ມມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia, Laos, Thailand, Vietnam. [2], [3]

Global distribution of Limnophila geoffrayi between 1998 to 2005. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ມີການບັນທຶກໃນບັນຊີລາຍຊື່ພືດມີທໍ່ລຳລຽງຂອງ ສປປ ລາວ ພົບເຂດກະຈະກາຍພັນຂອງພືດຊະນິດນີ້ໃນແຂວງ ຈຳປາສັກ, ວຽງຈັນ ແລະ ເຊກອງ [5], [6]. ພົບວ່າມີການບັນທຶກເພີ່ມຈາກ GBIF ພົບວ່າພືດຊະນິດນີ້ມີການກະຈາຍຕົວຢູ່ແຂວງຈຳປາສັກ. [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແຄມຝັ່ງນໍ້າ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ, ສວນຄົວ
ພົບພືດຊະນິດນີ້ຕາມແຄມໜອງ, ບຶງ ແລະ ທົ່ງນາ ລວມທັງໃນດອນທີ່ລອຍກາງນ້ຳຂະໜາດໃຫຍ່ ທີ່ລະດັບຄວາມສູງ 0-200 ມ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຊະນິດພັນພື້ນໃນ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. [2], [3]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ເຖິ່ງວ່າພືດຊະນິດນີ້ຈະມີການກະຈາຍຕົວຂ້ອນຂ້າງຈຳກັດ ແຕ່ຄ້າຍວ່າພືດຊະນິດນີ້ຈະມີເຂດກະຈາຍຫຼາຍ ແລະ ມີຈຳນວນຫຼາຍ ເມື່ອພິຈາລະນາຈາກຄວາມສາມາດໃນການໃຊ້ປະໂຫຍດຈາກແຫຼ່ງທີ່ຢູ່ອາໄສທີ່ມະນຸດສ້າງຂື້ນ ຈຶ່ງບໍ່ມີຄວາມສຽງຕໍ່ການສູນພັນໃນໄລ່ຍະສັ້ນ ແລະ ຖືກປະເມີນວ່າມີຄວາມສ່ຽງຕ່ຳ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໃນປະເທດໄທ ແລະ ລາວ ສະໝຸນໄພຊະນິດນີ້ຈັດຢູ່ໃນປະເພດ “ພືດປ່າ” ເຊິ່ງມີບົດບາດສຳຄັນ ແລະ ຈຳເປັນຢ່າງຍິງໃນອາຫານຂອງປະຊາຊົນໃນເຂດຊົນນະບົດຂອງລາວ ສະໝຸນໄພຊະນິດນີ້ມີຣົດຊາດທີ່ເປັນເອກະລັກ ແລະ ຂາດບໍ່ໄດ້ໃນຕຳລາອາຫານຂອງພວກເຂົາ, ສິ່ງສຳຄັນທີ່ຄວນຮູ້ຄື ຣົດຊາດທີ່ເປັນເອກະລັກນີ້ອາດອະທິບາຍໄດ້ຍາກ ສະໝຸນໄພຊະນິດນີ້ຊ່ວຍເພີ່ມຣົດຊາດໃຫ້ກັບແກງ ໂດຍສະເພາະຢ່າງຍິ່ງໃນແກງໜໍ່ແບບພື້ນບ້ານເອີ້ນວ່າ ແກງໜໍ່ໄມ້, ນອກຈາກນີ້ຍັງສາມາດຕາກແຫ້ງ ເພື່ອໃຊ້ໃນລະດູແລ້ງໄດ້. [7]
ສະໝຸນໄພ: ໃນສະໝຸນໄພພື້ນບ້ານ ທີ່ໃຊ້ພອກພາຍນອກເພື່ອຮັກສາແຜ [7]. ນ້ຳມັນຫອມລະເຫີຍຈາກພືດຊະນິດນີ້ ມີລິດຕ້ານແບັກທິເຣຍ ແລະ ຕ້ານອານຸມູນອິດສະຫຼະ [3]. ພືດຊະນິດນີ້ຖືກໃຊ້ກັນຢ່າງແຜ່ຫຼາຍໃນຖານະເປັນຢາຫຼຸດໄຂ້, ຂັບເສມຫະ ແລະ ຢາຂັບນ້ຳນົມ, ຊ່ວຍລ້າສານພິດ ໂດຍການນຳມາຕົ້ມ. ນອກຈາກນີ້ ຍັງມີລາຍງານວ່າສານສະກັດຈາກຕົ້ນດິບ ແລະ ສານສະກັດຈາກຜັກຂະແຍງມີລິດຊ່ວຍຕ້ານຈຸລິນຊີ ແລະ ຕ້ານອານຸມູນອິດສະຫຼະ. [9]
ການປູກ ການລ້ຽງ
ຊະນິດປູກ
ລະດູການເກັບກູ້
ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໃນລາວມີການຂາຍໃນຕະຫຼາດທ້ອງຖິ່ນໃນລາຄາປະມານ 2.000 ຫາ 10.000 ກີບ ຕໍ່ມັດ. [10]
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 1.5 N/A
ຄາໂບໄຮເດຣດ 7.4 N/A
ໄຂມັນ 7.4 N/A
ວິຕາມິນ N/A Vitamin A 586 mcg, Thiamine (Vitamin B1) 0.02 mg, Riboflavin (vitamin B2) 0.87 mg, Niacin (Vitamin B3) 0.6 mg and Vitamin C 5 mg.
ແຮ່ທາດ N/A Calcium 55 mg, Phosphorus 62 mg, Iron 5.2 mg
ເສັ້ນໄຍ 1.5 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,