ເລກລຳດັບທີ: 3966
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ອ້ອຍດຳ
Sugar cane

Saccharum sinense Roxb.


ພືດ
ພືດລົ້ມລຸກ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ອ້ອຍດຳ, ອ້ອຍແດງ, ອ້ອຍຂົມ ແລະ ອ້ອຍຕາແດງ ຊື່ສາມັນ: sugar cane ຈີນ: 竹蔗

ຊື່ພ້ອງ :
Saccharum aegyptiacum var. sinense (Roxb.) Andersson
Saccharum barberi Jeswiet
Saccharum officinarum subsp. barberi (Jeswiet) Burkill
Saccharum officinarum subsp. sinense (Roxb.) Burkill
Saccharum spontaneum var. sinense (Roxb.) Andersson

ຊື່ສະກຸນ:
Graminae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນພື້ດລົ້ມລຸກສູງປະມານ 2-3 ແມັດ, ມັກຂຶ້ນເປັນສຸ່ມ. ລຳຕົ້ນແຂງແຮງ, ມີລັກສະນະຄ້າຍກັບອ້ອຍທົ່ວໄປ ແຕ່ຈະມີສີມ່ວງແດງຫາສີດຳ, ມີໄຂສີຂາວປົກຄຸມ, ບໍ່ແຕກກິ່ງກ້ານ, ລຳຕົ້ນກົມຍາວເຫັນຂໍ້ ແລະ ປ້ອງຊັດເຈນ, ປ້ອງອາດຈະຍາວ ຫຼື ສັ້ນ, ຜິວລຽບມັນ, ເປືອກສີແດງອົມມ່ວງ. ຕາອອກຕາມຂໍ້. ເນື້ອອ່ອນ, ອົມນ້ຳ, ເປືອກມີຣົດຊາດຂົມ, ນ້ຳມີລົດຊາດບໍ່ຫວານຫຼາຍຄືກັບອ້ອຍທົ່ວໄປ. ມັກມີຮາກອາກາດກະຈາຍຕາມຂໍ້. ໃບດ່ຽວ, ອອກບໍລິເວນຂໍ້, ຈັບຮຽງສະຫຼັບ ຫຼົ່ນງ່າຍຈຶ່ງພົບສະເພາະປາຍຍອດ ໂດຍມີກາບໃບໂອບຫຸ້ມຂໍ້ຢູ່, ໃບຮູບຂອບຂະໜານຮຽວຍາວ ຫຼື ຮູບແຖບ, ກວ້າງ 2.5-5 ຊມ, ຍາວ 100-150 ຊມ, ໂຄນໃບໂອບຫຸ້ມລຳຕົ້ນ, ຂອບເປັນວັກນ້ອຍ ແລະ ຄົມ, ປາຍແຫຼມ, ມີຂົນຄາຍຊາກຊາຢູ່ຜິວໃບທັງສອງດ້ານ, ແຜ່ນໃບມີສີມ່ວງເຂັ້ມ, ມີໄຂສີຂາວປົກຄຸມຢ່່າງໜາແໜ້ນ, ເສັ້ນກາງໃບໃຫຍ່ ມີລັກສະນະເປັນຮ່ອງບໍລິເວນເຄິ່ງກາງ, ສີຂາວ ແລະ ມີຂົນ. ຊໍ່ດອກແບບກະຈ່າງ, ອອກບໍລິເວນປາຍຍອດ, ຍາວ 40-80 ຊມ, ລຳຕົ້ນຈະອອກດອກເມື່ອແກ່ເຕັມທີ່. ດອກຍ່ອຍຈຳນວນຫຼາຍ, ຈັບຢູ່ຖານດອກດຽວກັນ, ສີຂາວຄີມ ແລະ ມີຂົນຍາວ. ໝາກເປັນໝາກແຫ້ງ, ຂະໜາດນ້ອຍ. ແກ່ນເມື່ອແກ່ຈະປິວໄປຕາມລົມໄດ້ງ່າຍ

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ອາຫານ:




  • ນ້ຳອ້ອຍ: ສາມາດນຳມາດື່ມໄດ້



ສະພະຄຸນ: 




  • ລຳຕົ້ນຕົ້ນ (ສົດ ແລະ ແຫ້ງ): ຊ່ວຍຂັບປັດສະຫວະ, ຊ່ວຍຮັກສະໂຣກນິ້ວ, ແກ້ໄອ, ຄໍແຫ້ງ, ແກ້ໄຂ້ ແລະ ແກ້ອາການຂາດນ້ຳໄດ້. ຕຳລາພື້ນບ້ານໃຊ້ລຳຕົ້ນຮັກສາແຜພຸພອງ, ຮັກສາພະຍາດງູສະຫວັດ ແລະ ຊ່ວຍຂັບປັດສະວະ.

  • ແກ່ນ: ຕົ້ມດື່ມເປັນຢາອາຍຸວັນນະ, ຟອກເລືອດ, ແກ້ຊ້ຳບວມ, ແກ້ເບົາຫວານ, ແກ້ໄອ ແລະ ຊ່ວຍຂັບເສມຫະ

  • ເປືອກຕົ້ນ: ມີຣົດຫວານຂົມຮັກສາຕານເຕັ້ມ, ແຜເນົ່າເປືອຍ ແລະ ແຜກົດທັບ. ນຳໄປຕາກແດດ ຫຼື ແອນໄຟໃຫ້ແຫ້ງແລ້ວບົດເປັນຜົງຊົງກັບນ້ຳອຸ່ນໃຊ້ຊົງບ້ວນປາກເພື່ອຮັກສາແຜຈາກອາການຮ້ອນໃນ.

  • ຊານອ້ອຍ ຫຼື ເສດຈາກລຳຕົ້ນ: ມີຣົດຫວານຊ່ວຍຮັກສາແຜາຊຳເຮື້ອ, ແກ້ຝີອັກເສບ ແລະ ບວມ

  • ນ້ຳອ້ອຍ: ມີຣົດຊາກຫວານຂົມຊ່ວຍແກ້ຮ້ອນໃນ, ຊ່ວຍຂັບປັດສະຫວະ, ຂັບເສມຫະ, ແກ້ຫືດ, ໄອ, ແກ້ວຽນຫົວປວດຮາກ, ແກ້ໄຂ້, ແກ້ປັດສະວະພິການ, ໝາກໄຂ່ຫຼັງພິການ, ໜອງໃນ, ຂັບນີ້ວ, ແກ້ຊ່ຳຣົວ, ແກ້ທ້ອງພູກ, ບຳລຸງກະເພາະອາຫານ, ແກ້ຂັດເບົາ, ບຳລຸງທາດ, ແກ້ສະອຶກ, ແກ້ເມົາຄ້າງ, ທ້ອງຜູກ, ຮັກສານິ້ວ, ບຳລຸງກຳລັງ, ເຮັດໃຫ້ຈະເລີນອາຫານ ແລະ ຈະເລີນທາດ, ຮັກສາຕາມົວຟາງ, ເລືອດດັງໄຫຼ່, ແກ້ອາການອ່ອນເພຍ ແລະ ຂັບລົມຜາຍ. ນອກຈາກນີ້ຍັງມີສັບພະຄຸນຊ່ວຍບຳລຸງຫົວໃຈ, ຈັດເປັນຢາເຢັນເຮັດໃຫ້ຊຸ່ມຄໍ ແລະ ຮັກສາແຜຈາກອາການຮ້ອນໃນ.

  • ຕາ: ມີຣົດຊາດຫວານຂົມຊ່ວນແກ້ຕົວຮ້ອນ, ແກ້ພິດຕານຊາ, ບຳລຸງທາດນ້ຳ, ບຳລຸງກຳລັງ ແລະ ຂັບປັດສະວະ

  • ຮາກ: ຮັກສາໄສ້ໃຫຍ່ແຕກພິການ, ແກ້ວຽນຫົວໜ້າມືດຕາລາຍ, ເຈັບຫົວ, ເຈັບຫຼັງເຈັບເອວ, ທ້ອງອືດ, ບຳລຸງກຳລັງ, ບຳລຸງເລືດ, ຮັກສາອາການອ່ອນເພຍ, ຮັກສາເລືອດລົມ, ແກ້ອາການເຈັບກະດູກ ແລະ ກ້າມເນື້ອ.



ສ່ວນປະກອບທາງເຄມີ: ຈາກການສຶກສາອົງປະກອບເຄມີໃນສວ່ນຕ່າງໆພົບວ່າມີສານສຳຄັນຫຼາຍຊະນິດເຊັນ: 




  • ລຳຕົ້ນ: ພົບ aicohols ແລະ asparagine 

  • ຮາກ: ພົບສານ nitrogenase

  • ນ້ຳອ້ອຍ: ພົບສານ calcium, caffeic acid, vitexin, magnesium, ແລະ potassium 

  • ໃບ: ພົບສານ 5,7,-Dimethyl-apigenin-4-O-B-D-glycoside 

  • ດອກ: ພົບສານ 5-O-Methyl apigenin

  • ໄຂເປືອກ: ພົບສານ policosanol



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Ando, S., Sugiura, M., Yamada, T., Katsuta, M., Ishikawa, S., Terajima, Y., Sugimoto, A., Matsuoka, M. (2011). Overwintering Ability and Dry Matter Production of Sugarcane Hybrids and Relatives in the Kanto Region of Japan. JARQ, 45 (3): 259 – 267
Yanquan, L., Zuhu, D., Haihua, D. (2010). Overview Of Sugarcane Breeding In Mainland China. Proc. Int. Soc. Sugar Cane Technol., 27.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: