ເລກລຳດັບທີ: 3959
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກວາງປ່າ
Sambar deer
Cervus unicolor Kerr, 1792
ສັດ
ສັດລ້ຽງລູກດ້ວຍນົມ
 
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ກວາງປ່າ ຫຼື ກວາງມ້າ ອັງກິດ: sambar, sambar deer ຫຼື large deer.
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Mammalia
ອັນດັບ
Artiodactyla
ຊື່ສະກຸນ
Cervidae
ສະກຸນ
Rusa
ຊະນິດ
Rusa unicolor
ຊະນິດຍ່ອຍ
Rusa unicolor brookei
Rusa unicolor cambojensis
Rusa unicolor dejeani
Rusa unicolor equina
Rusa unicolor hainana
Rusa unicolor swinhoii
Rusa unicolor unicolor
ບັນຍາຍລັກສະນະທາງພືດສາດ
ກວາງເປັນສັດລ້ຽງລູກດ້ວຍນ້ຳນົມ, ຕິນກີບຄູ່, ກວາງປ່າເປັນສັດທີ່ມີຂະໜາດໃຫຍ່ທີ່ສຸດຂອງຈຳພວກກວາງທັງໝົດໃນອາຊີຕາເວັນອອກສ່ຽງໃຕ້. ລຳໂຕຍາວ 1.62-2.7 ແມັດ (ປາຍດັງ-ປາຍຫາງ), ສູງ 1.4-1.60 ຊມ (ຈາກພື້ນ-ບ່າໄຫຼ່), ນ້ຳໜັກໂຕ 100-350 ກິໂລກຼາມ, ໂດຍທົ່ວໄປແລ້ວກວາງຕົວຜູ້ຈະມີຂະໜາດໃຫຍ່ກ່ວາຕົວແມ່. ມີຂົນທີ່ຍາບ ແລະ ແຂງ, ອອກແບບຫ່າງໆ, ມີສີເທົາ, ສີນ້ຳຕານອ່ອນ ຫຼື ສີນ້ຳຕານປົນເຫຼືອງອ່ອນ, ຂົນຕາມໂຕຍາວປະມານ 2-4 ຊມ, ຂົນຮອບຄໍຂອງກວາງເພດຜູ້ຂ້ອນຂ້າງຍາວປະມານ 7-10 ຊມ, ຂົນບໍລິເວນທ້ອງ ແລະ ກົ້ນຂຶ້ນຫ່າງກວ່າບໍລິເວນອື່ນ. ຫາງເປັນພວງຂ້ອນຂ້າງສັ້ນ, ມີອ່າງນ້ຳຕາຂະໜາດໃຫຍ່ບໍລິເວນຫົວຕາທັງສອງຂ້າງ.

ຖິ່ນອາໄສ: ມັກອາໄສຢູ່ໃນປ່າຕືບ, ປ່າໂປ່ງ, ແຄມປ່າທີ່ມີທົ່ງຫຍ້າ ແລະ ປ່າດົງດິບ, ສາມາດພົບໄດ້ທຸກພາກທັງປ່າສູງ ແລະ ປ່າຕ່ຳ.

ອາຫານ: ມັກກິນໃບໄມ້ ແລະ ຍອດອ່ອນຂອງພືດຫຼາຍກວ່າຫຍ້າ, ອາຫານຕາມທຳມະຊາດຂອງກວາງແມ່ນເຄືອໄມ້ອ່ອນ ແລະ ຍອດອ່ອນຂອງຟຸ່ມໄມ້ຕ່ຳ, ໃບໄມ້ໃບຫຍ້າອ່ອນ, ໃບໄຜ່ ແລະ ມັກກິນດິນເກືນຫຼາຍ.

ພຶດຕິກຳ: ມັກອອກຫາກິນຕອນຄ່ຳຮອດຕອນເຊົ້າມືດ ສ່ວນກາງເວັນຈະນອນພັກຢູ່ເຂດຕຶບໜາ. ມັກອອກມາຫາກິນຢູ່ຕາມແຄມຫ້ວຍ, ແຄມທາງ ແລະ ປ່າໂລ່ງ ຫຼື ທົ່ງຫຍ້າ, ມັກນອນແຊ່ຂີ້ຕົມຄືກັບຄວາຍເພື່ອປ້ອງກັນແມງໄມ້. ໃນລະດູປະສົມພັນໂຕຜູ້ຈະດຸຮ້າຍ ແລະ ຫວງຕົວແມ່ ແລະ ເປັນຊ່ວງທີ່ໂຕຜູ້ຕໍ່ສູ້ກັນເພື່ອຍາດໂຕແມ່. ສາມາດລອຍນ້ຳເກັ່ງ ແລະ ວ່ອງໄວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ອາຫານ:

  • ຊີ້ນ: ເປັນອາຫານທີ່ມີຄຸນນະພາບດີ, ມີໂປຣຕີນສູງ, ໄຂມັນຕ່ຳ, ຄໍເລສເຕີລໍຕ່ຳ ແລະ ມີກົດໄຂ່ມັນຊະນິດທີ່ຈຳເປັນຕໍ່ຮ່າງກາຍພາຍໃນປະລິມານສູງ

ຢາ:

  • ເອັນ, ກະດູກ, ເຂົສກວາງ ແລະ ຊາກຕ່າງໆ: ການຳມາໃຊ້ເປັນຢາຮັກສາພະຍາດ.

ສິນຄ້າ:

  • ໜັງ: ນຳມາແປຮູບເປັນເປັນພະລິດຕະພັນໜັງຕ່າງຕ່າງ ເຊັ່ນ ກະເປົາ ແລະ ອື່ນໆ ເນື່ອງຈາກໜັງກວາງມີຄວາໜຽວ, ນຸ້ມ ແລະ ຢືດຢຸນໄດ້ດີ.
  • ປັດຈຸບັນມີການນຳກວາງມາລ້ຽງເພື່ອເປັນເສດຖະກິດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,