ເລກລຳດັບທີ: 3958
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ເສົາຫຼາ
Saola

Pseudoryx nghetinhensis Dung, Giao, Chinh, Tuoc, Arctander & MacKinnon, 1993


ສັດ
ສັດລ້ຽງລູກດ້ວຍນົມ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ໄທ: ຊາວລາ ຫຼື ງົວຫູກວາງຫວຽດນາມ: saolaອັງກິດ: Vu Quang ox

ຊື່ພ້ອງ :

ຊື່ສະກຸນ:
Bovidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເປັນສັດລ້ຽງລູກດ້ວຍນໍ້ານົມທີ່ມີຂະໜາດໃຫຍ່ ຖືກຂະໜານນາມໃຫ້ເປັນ “ຢູນິຄອນແຫ່ງເຂດອາຊີ” (Asian Unicorn), ຄວາມສູງຈາກພື້ນດິນເຖິງບ່າໄຫຼ່ປະມານ 84 ຊັງຕີແມັດ ແລະ ມີນ້ຳໜັກປະມານ 80-100 ກິໂລ. ປັດຈຸບັນຖືກຈັດເປັນສັດທີ່ຖືກຄຸກຄາມ ຫຼື ໃກ້ຈະສູນພັນ ທັງເປັນສັດປ່າບັນຊີ I ຫຼື ປະເພດຫວງຫ້າມອີກດ້ວຍ. ເສົາຫຼາ-Saola: ເປັນສັດປ່າມີລັກສະນະຄ້າຍຄືກັບກວາງ, ມີເຂົາທີ່ຍາວ ແລະ ເປັນສັດຕະກຸນດຽວກັນ ກັບຈໍາພວກງົວປ່າ,ເຊິ່ງຖືກຄົ້ນພົບຄັ້ງທໍາອິດໃນປີ 1992 ໂດຍທ່ານ John MacKinnon ທີ່ເຂດປ່າສະຫງວນ Vu Quang ຂອງປະເທດຫວຽດນາມ. ລັກສະນະພິເສດຂອງ ເສົາຫຼາ-Saola: ມີຂົນສີນໍ້າຕານເຂັ້ມ, ມີລາຍສີຂາວຢູ່ບໍລິເວນໜ້າ, ມີເຂົາທີ່ຍາວ, ໂຄ້ງ ແລະ ແຫຼມຄົມ (ອາດຍາວເຖິງ 50 ຊັງຕີແມັດ), ມີຕ່ອມກ້ອງຕາຂະໜາດໃຫຍ່ (ໃຊ້ສຳລັບປ່ອຍສານເຄມີທີ່ສາມາດສື່ສານກັບໂຕແມ່ໄດ້), ຫາງຍາວປະມານ 30 ຊັງຕີແມັດ. ເສົາຫຼາຈັດເປັນສັດສະເພາະຖິ່ນທີ່ພົບໄດ້ສະເພາະປ່າແຖບຊາຍແດນລາວ-ຫວຽດນາມ.

      International Union for Conservation of Nature (IUCN) ໄດ້ປະເມີນສະຖານະພາບຂອງຈໍານວນປະຊາກອນ ເສົາຫຼາ-Saola ໄວ້ຄື: ໃນປັດຈຸບັນປະຊາກອນເສົາຫຼາມີໜ້ອຍກວ່າ 750 ໂຕໃນທົ່ວໂລກ ແລະ ໃນທຸກໆ 10 ປີ ສັດຊະນິດນີ້ອາດຈະຫຼຸດລົງເຖິງ 80% ແລະ ຄາດການວ່າຈະສູນພັນໄປທັງໝົດໃນປີ 2050.

      ສາເຫດ: ຕົ້ນຕໍໃນການສູນພັນຂອງສັດຊະນິດນີ້ຄື: ບໍ່ສາມາດປັບຕົວຕໍ່ສະພາບແວດລ້ອມທີ່ມີພື້ນທີ່ປ່າຫຼຸດລົງໄດ້, ສັດຊະນິດນີ້ຕົກເປັນເຫຍື່ອກັບດັກທີ່ຖືກວາງໄວ້ຈໍານວນຢ່າງຫຼາຍພາຍໃນປ່າທີ່ປະຊາຊົນວາງໄວ້ເພື່ອລ່າກວາງ ແລະ ໝູປ່ານັ້ນ. ນອກນັ້ນ ເສົາຫຼາ-Saola ຍັງຖືກລ່າເພື່ອເອົາອະໄວຍະວະພາຍໃນໄປນໍາໃຊ້ເປັນຢາພື້ນເມືອງຕາມຄວາມເຊື່ອແບບດັ່ງເດີມ, ສາເຫດເຫຼົ່ານີ້ລ້ວນແຕ່ສົ່ງຜົນເຮັດໃຫ້ປະຊາກອນ ເສົາຫຼາ-Saola ຫຼຸດລົງໃນແຕ່ລະປີ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1994 to 2024. Native to Laos and Vietnam. Source: [3]

ເຂດກະຈາຍພັນໃນລາວ :
ເຂດສາຍພູຫຼວງຕອນລຸ່ມ

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ໜອງບຶງ ແລະ ດິນຖານຕົມ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ສູນພັນສູງສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ອາຫານ: 




  • ຊີ້ນ: ນຳມາປຸ່ງອາຫານໄດ້, ດັ່ງນັ້ນປະຊາຊົນຈຶ່ງເກີດມີການລ່າເພື່ອນຳມາເປັນອາຫານເຮັດໃຫ້ພວກມັນມີຄວາມສ່ຽງສູງໃນການສູງພັນ



ຢາ:




  • ອາໄວຍະວະພາຍໃນ: ປະຊາຊົນເຊື່ອວ່າອາໄວຍະວະພາຍໃນຂອງເສົາຫຼາໃຊ້ເປັນຢາພື້ນເມື່ອງໃນການປົ່ວພະຍາດໄດ້ດີ 


ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Credit pictures:
[1] iNaturalist [Online]. Uploaded by CC BY-NC. Available: https://www.inaturalist.org/photos/251278672. [Accessed: 12 November 2024]
[2] Save the Saola [Online]. Uploaded on 06 October 2017 by E. Losh. Available: https://www.savethesaola.org/saving-the-saola-from-extinction/. [Accessed: 12 November 2024]
[3] Discover the Ungulates of the world [Online]. Uploaded in 1999 by camera-trap at Vangban village, Bolikhamxay province, Laos. Available: https://www.ultimateungulate.com/Artiodactyla/Pseudoryx_nghetinhensis.html. [Accessed: 12 November 2024]

ອ້າງອິງ:
[1] Save the Saola, “The Saola,” [Online]. Available: https://www.savethesaola.org/what-is-a-saola/. [Accessed: 12 Novem-ber 2024]

[2] Z. H. Chen, “Endangered Species: Saola,” SCRIBD, 18 October 2024 [Online]. Available: https://www.scribd.com/presentation/781566309/ENDANGERED-SPECIES-PROJECT-BY-ZIHAN-CHEN [Accessed: 12 November 2024]

[3] Global Biodiversity Information Facility (GBIF), “Pseudoryx nghetinhensis Dung, Giao, Chinh, Tuoc, Arctander & MacKinnon, 1993,” [Online]. Available: https://www.gbif.org/species/4262655. [Accessed: 12 November 2024]

[4] N. V. Kemp, M. Ch. Dilger, N. burgess and Ch. V. Dung, “The saola Pseudoryx nghetinhensis in Vietnam – new information on distribution
and habitat preferences, and conservation needs,” ORYX VOL 31 NO 1 JANUARY 1997, [Online]. Available: https://shorturl.at/DXtXa. [Ac-cessed: 12 November 2024]

[5] Animal Diversity web, “Pseudoryx nghetinhensis” [Online]. Available: https://animaldiversity.org/accounts/Pseudoryx_nghetinhensis/. [Ac-cessed: 12 November 2024]

[6] IUCN Red list, “Saola,” [Online]. Available: https://www.iucnredlist.org/species/18597/166485696.

[7] ສະພາແຫ່ງຊາດ. (2023) ກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸງ)

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,