ຕົ້ນຄາກ
Indian albizia
Albizia lebbekoides (DC.) Benth.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕົ້ນຄາງ
ສາມັນ: Indian albizia
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Fabales
- ຊື່ສະກຸນ
- Fabaceae
- ສະກຸນ
- Albizia
- ຊະນິດ
- Albizia lebbekoides
ຊື່ພ້ອງ
Pithecellobium myriophyllum Gagnep.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງປະມານ 30 ແມັດ, ເປືອກແຕກເປັນຮ່ອງຕາມລວງຍາວ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ໃບລວມຮູບໄຂ່, ກ້ວາງ 18-15 ຊມ, ຍາວ 25-35 ຊມ. ໃບປະສົມຂັ້ນໜຶ່ງຮູບຂອບຂະໜານ, ອອກຮຽງກົງກັນຂ້າມແຜ່ນພຽງດຽວກັນ, ມີ 8-15 ຄູ່, ກ້ວາງ 1-3 ຊມ, ຍາວ 5-8 ຊມ. ໃບຍ່ອຍຮູບໄຂ່ ຫຼື ຮູບຂອບຂະໜານ, ອອກຮຽງກົງກັນຂ້າມກັນ, ກ້ວາງ 2,5-7 ມມ, ຍາວ 0.7-2.3 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍເປັນຕິ່ງແຫຼມ. ຊໍ່ດອກແບບກະຈຸກ, ອອກບໍລິເວນງາມໃບ ຫຼື ປາຍຍອດ, ສີເຫຼືອງປົນຂາວ. ກາບດອກມີ 5 ກີບ, ໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກ, ສີຂຽວອອ່ນ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ແສກ, ສີເຫຼືອງ. ເກສອນເພດຜູ້ມີຈຳນວນຫຼາຍ, ເຕົ້າໄຂ່ຈັບເທິງ, ມີຂົນປົກຄຸມຢ່າງໜາແໜ້ນ. ໝາກເປັນຝັກແປ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 1-2 ຊມ, ຍາວ 5-10 ຊມ, ແກ່ແລ້ວບໍ່ແຕກ.
ວິເວດວິທະຍາ: ເກີດຕາມພູເຂົາ, ປ່າໂຄກໃນພື້ນທີ່ແຫ້ງແລ້ງ, ປາດິບຊື້ນ ແລະ ປ່າປຽນໃບຕັ້ງແຕ່ຄວາມສູງ 1.000 ແມັດ, ມັກເກີດຕາມແຄມນ້ຳລຳທານ, ຮິມປ່າ ແລະ ແຄມທະໜົນຫົນທາງ.
ວິເວດວິທະຍາ: ເກີດຕາມພູເຂົາ, ປ່າໂຄກໃນພື້ນທີ່ແຫ້ງແລ້ງ, ປາດິບຊື້ນ ແລະ ປ່າປຽນໃບຕັ້ງແຕ່ຄວາມສູງ 1.000 ແມັດ, ມັກເກີດຕາມແຄມນ້ຳລຳທານ, ຮິມປ່າ ແລະ ແຄມທະໜົນຫົນທາງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ, ສິ່ງປູກສ້າງ
ສັບພະຄຸນ:
- ເປືອກ: ມີສານແທນນີນທີ່ໃຊ້ເປັນຢາຮັກສາແຜ, ໃນເປືອກມີສານແທກນິນທີ່ມີປະລິມານສູງຊ່ວຍຮັກສາອາການຕຸກສຽດ ແລະ ອາການຖອກທ້ອງ.
ສິ່ງປຸກສ້າງ:
- ເນື້ອໄມ້: ໄມ້ທີ່ໃຫຍ່ສາມາດນຳມາເຮັດເປັນສິ່ງປຸກສ້າງໄດ້
ປະໂຫຍດ:
- ເປືອກ: ທີ່ອຸດົມໄປດ້ວຍແທນນິນ ໃຊ້ໃນການຜະລິດເຄື່ອງດື່ມໝັກທີ່ເຮັດມາຈາກນ້ຳອ້ອຍ ແລະ ໃຊ້ເປັນສີຍ້ອມຜ້າ.
- ສາວກະສິກຳມັກປູກໄວ້ເພື່ອໃຫ້ຮົ່ມເງົາ
- ສານແທກນິນໃນເປືອກສາມາດໃຊ້ແຊ່ນ້ເພື່ອຈັບປາ
- ເນື່ອໄມ້ໃຊ້ເປັນຟືນດັງໄຟ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Woldemariam, Y., Villaseñor, I. (2011). A New Pentacyclic Triterpenoid from Albizia lebbekoides (DC) Benth (Leguminosae). KIMIKA, 32(2), 41-46.
Khurana, E., Singh, J.S. (2000). Influence of Seed Size on Seedling Growth of Albizia procera Under Different Soil Water Levels. Annals of Botany, 86(6): 1185-1192.
Rodríguez, R., Alfonso, D., Oramas, A., Hernández, Y. (2010). Effect of tannins of Albizia lebbekoides on the in vitro fermentation of star grass (Cynodon nlemfuensis) during the dry season. Cuban Journal of Agricultural Science 44(3): 261-265

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,