ເລກລຳດັບທີ: 3885
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ຫອຍປາກກ້ວາງ
Channeled Applesnail

Pomacea canaliculata (Lamarck, 1822)


ສັດ
ສັດອ່ອນແຫຼວ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ຫອຍເຊີຣີ ( Golden Apple Snail)

ຊື່ພ້ອງ :
Ampullaria australis d'Orbigny, 1835
Ampullaria canaliculata Lamarck, 1822
Ampullaria dorbignyana R.A.Philippi, 1852
Ampullaria figulina Spix, 1827
Ampullaria figulina d'Orbigny, 1835
Ampullaria gualtieri d'Orbigny, 1835
Pomacea canaliculata subsp. chaquensis Hylton Scott, 1948

ຊື່ສະກຸນ:
Ampullariidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຫອຍປາກກວ້າງເປັນຫອຍທາກນ້ຳຈືດຊະນິດໜຶ່ງ ມີລັກສະນະຄ້າຍຫອຍໂຂງ, ເປືອກມີສີອ່ອນກວ່າ ຄື: ສີຂຽວເຂັ້ມປົນດຳປະສົມແຖບສີຈາງ ພາດຕາມຄວາມຍາວຂອງເປືອກ, ບາງຕົວມີສີຂຽວເຂັ້ມປົນດຳ ແລະ ບາງຕົວມີສີເຫຼືອງປົນ. ສ່ວນຫົວຢູ່ປາຍສຸດທາງດ້ານໜ້າຂອງລຳໂຕ ປະກອບດ້ວຍປາກຢູ່ບໍລິເວນເຄິ່ງກາງຂ້ອນໄປທາງດ້ານທ້ອງ, ມີຮິມຝີປາກທີ່ມີລັກສະນະເປັນແຜ່ນຢື່ນອອກມາທາງດ້ານຂ້າງ 2 ຂ້າງ, ພາຍໃນປາກມີຄາງກະໄຕຂະໜາດໃຫຍ່ 1 ຄູ່ ໃຊ້ກັດກິນອາຫານ. ຖັດເຂົ້າໄປມີ radula ມີລັກສະນະເປັນເສັ້ນບາງໆທີ່ເຕັມໄປດ້ວຍແຂ້ວຂະໜາດນ້ອຍແຫຼມຄົມສີແດງຈຳນວນຫຼາຍພັນເຫຼັ້ມຮຽງເປັນແຖວຂວາງ 5 ແຖວ ເຮັດໜ້າທີ່ໃນການບົດອາຫານ, ຫອຍປາກກວ້າງຫົວຂະໜາດສັ້ນປະກອບດ້ວຍໜວດ 2 ຄູ່, ຄູ່ທີ່ 2 ຢູ່ຕິດກັບຕາ ແລະ ຍາວກວ່າຄູ່ທຳອິດ, ໜວດມີຮູບຮ່າງນ້ອຍ, ປາຍຮຽວແຫຼມ ເຮັດໜ້າທີ່ໃນການຮັບຄວາມຮູ້ສຶກ, ໜວດສາມາດຫົດສັ້ນ ແລະ ແປລົງໄດ້. ຕີນມີລັກສະນະເປັນກ້າມຊີ້ນໜ້າເປັນຮູບ 3 ຫຼ່ຽມ, ປາຍແຫຼມຊີ້ໄປທາງຫຼັງ, ຜິວຍາບສາມາດຍືດຍາວ ແລະ ແປໄດ້, ເຮັດໜ້າທີ່ໃນການຄືບຄານເພື່ອເຄື່ອນທີ່, ມີຊ່ອງເປີດຂອງຕ່ອມເຫງືອກ ທີ່ເຮັດໜ້າທີ່ຜະລິດເມືອກເພື່ອຊ່ວຍໃນການເຄື່ອນທີ່, ສ່ວນທ້າຍຂອງລຳໂຕຍັງປະກອບໄປດ້ວຍທາງເດີນອາຫານ, ລະບົບສືບພັນ ແລະ ລະບົບປະສາດ

      ອາຫານ: ຫອຍປາກກວ້າງສາມາດກິນພືດນ້ຳໄດ້ເກືອບທຸກຊະນິດທີ່ມີລັກສະນະໃບອ່ອນ, ສາມາດກິນອາຫານໄດ້ໄວສະເລ່ຍວັນລະ 50% ຂອງນ້ຳໜັກໂຕ ແລະ ສາມາດກິນໄດ້ຕະລອດເວລາ, ໃນເວລາກາງວັນແດດກ້າຈະຫຼົບລີ້ຢູ່ຮົ່ມຂອງພືດນ້ຳ. ວິທີການກິນອາຫານຂອງພວກມັນແມ່ນຈະໃຊ້ຄາງກະໄຕກັດ ແລະ ສົ່ງເຂົ້າຊ່ອງປາກ, ກ້າມຊີ້ນໃນປາກຈະສົ່ງໄປສ່ວນ radular ເຮັດໜ້າທີ່ໃນການບົດໃຫ້ລະອຽດ

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ທົ່ງນາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ການນຳໃຊ້
ປະເພດການນຳໃຊ້:
ການຄົມມະນາຄົມ
ກິດຈະກຳການກະເສດ
ອາຫານ

ບັນຍາຍການນຳໃຊ້:

ອາຫານ: 




  • ຊີ້ນ: ສາມາດຮັບປະທານເປັນອາຫານໄດ້ ແລະ ເປັນທີ່ນິຍົມຢ່າງກ້ວາງຂວາງ, ສາມາດນຳມາປະກອບອາຫານໄດ້ຫຼາຍຢ່າງ ຫຼື ນຳມາເຮັດນ້ຳປາຈາກຫອຍປາກກ້ວາງໄດ້

  • ມີໂປຣຕີນສູງ 34-53%, ໄຂມັນ 1.66%.

  • ສູນວິໄຈຈາດແຄນາດາລະບຸວ່າຫອຍປາກກ້ວາງອຸດົມໄປດ້ວຍສານອາຫານ ຄືເປັນແຫຼ່ງຂອງວິຕາມິນເອ, ວິຈາມິນບີ 1 (ໄທອາມີນ), ບີ2 (ໄລໂບຟຼາມວິນ), ບີສາມ (ໄນອາຊິນ), ວິຕາມິນຊີ ແລະ ວິຕາມິນດີ

  • ການຮັບປະທາຍຫອຍປາກກ້ວາງເຮົາຈະໄດ້ຮັບທາດເຫຼັກ, ທອງແດງ, ໄອໂອດີນ, ມັກນີຊຽມ, ແຄລຊຽມ, ສັງກະສີ, ແມງການີສ ແລະ ຟອສຟໍຣັດ



ປະໂຫຍດ: 




  • ໃຊ້ເປັນອາຫານສັດໄດ້ ເຊັ່ນ: ລ້ຽງເປັດ, ໄກ່  ແລະ ໝູ

  • ເປືອກສາມາດນຳມາປັບສະພາບຄວາມເປັນກົດຂອງດິນໄດ້

  • ເປືອກເມືອນຳໄປຖິ້ມໄວ້ໃຕ້ຕົ້ນໄມ້ ເມື່ອເນົ່າເປືອຍກໍ່ຈະກາຍເປັນປຸຍໃຫ້ກັບຕົ້ນໄມ້ 



 ຜົນເສຍຈາກຫອຍປາກກ້ວາງ: 




  • ທຳລາຍນາເຂົ້າຂອງຊາວນາເຮັດໃຫ້ເກີດຄວາມເສຍຫາຍເປັນຈຳນວນຫຼາຍ ແລະ ໄວ.

  • ບໍ່ຄວນກິນຫອຍປາກ້ວາງດິບ ເພາະອາດຈະມີແບັກທິເຣຍ, ຜູ້ປ່ວຍທີ່ເປັໂຣກຕັບ, ມະເຣັງ ແລະ ພະຍາດພູມແພ້ຄວນຫຼີກລຽງ


ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
[1] iNaturalist [Online]. Uploaded on 23 January 2023 by: 古國順. Available: https://www.inaturalist.org/observations/163299124. [Ac-cessed: 27 September 2024]
[2] iNaturalist [Online]. Uploaded on 30 April 2017 by: R. Matsumoto. Available: https://www.inaturalist.org/observations/6017694. [Ac-cessed: 27 September 2024]
[3] Cabidigital library [Online]. Uploaded on January 2024 by: J. S. To-mas. Available: https://www.cabidigitallibrary.org/doi/10.1079/cabicompendium.68490. [Accessed: 27 September 2024]
[4] M. Ristiyanti, M. Woto and N. R. Isnaningsih, “notes on distribution of invasive Freshwater snail Pomacea canaliculata (Lamarck, 1822) and P. Insularum (O’orbiny, 1835) in Indonesia,” Vol. 18 No. 2, pp 123 – 128, December 2011. Available: file:///C:/Users/CDE/Downloads/hanjuang,+247-871-1-CE.pdf.
[5] Animals Diversity web, “Pomacea canaliculate,” [Online]. Available: https://animaldiversity.org/accounts/Pomacea_canaliculata/. [Accessed: 27 September 2024]
[6] G. M. R. luques, G. R. Billound and C. T. Vazquez, “Reproductive orga-nonesis in the Apple snail Pomacae canaliculata (Lamarck, 1822), with reference to the effects of Xenobiotics, Journal of The Molluscan Studies, vol 79, pp 147 –162, February 2013, doi:10.1093.
[7] Global Biodiversity Information Facility (GBIF), “Pomacea canaliculata (Lamarck, 1822),” [Online]. Available: https://www.gbif.org/species/2292582. [Accessed: 27 September 2024]
[8] Kh. A. Khafaji, Gh. M. A. Maliki and A. j. A. Shmary, “The ecological habitats and density of invasive Apple Snail Pomacea canaliculata, Lamarck,1822 (Gastropoda: Ampullariidae) at the banks of Shatt Al-Arab River, Basrah, Iraq,” Journal of Basrah Researches ((Sciences)), Vol. 42, No. 2, May 2016, Issn- 1817-2695. [Online]. Available: https://faculty.uobasrah.edu.iq/uploads/publications/1664185477.pdf.
[9] IUCN red list, “Channeled Applesnail,” [Online]. Available: https://www.iucnredlist.org/species/166261/1124485#assessment-information. [Accessed: 27 September 2024]

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,