ເລກລຳດັບທີ: 3883
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປາບູ່
marble goby
Oxyeleotris marmorata (Bleeker, 1852)
ສັດ
ປາ
 
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: บู่ทราย, บู่สิงโต, บู่เอื้อย, บู่จาก ແລະ บู่ทองEnglish: Sand Goby and Marbled Sleepy Goby
ອະນຸກົມວິຖານ
ຊື່ສະກຸນ
Eleotridae
ຊື່ພ້ອງ
Bostrichthys marmoratus (Bleeker, 1852)
Callieleotris platycephalus Fowler, 1934
Eleotris marmorata Bleeker, 1852
Gigantogobius jordani Fowler, 1905
Oxyelectris marmoratus (Bleeker, 1852)
ບັນຍາຍລັກສະນະທາງພືດສາດ
ປາບູ່ເປັນປາທີ່ມີເກັດ, ລຳໂຕມີຮູບຮ່າງຊົງກະບອກ, ມີຫົວຂະໜາດໃຫຍ່ກວ່າລຳໂຕ, ປາກຂະໜາດໃຫຍ່, ຮິມຝີປາກຍາວເຮັດໃຫ້ສາມາດອ້າໄດ້ກວ້າງ, ພາຍໃນປາກຄາງກະໄຕເທິງມີແຂ້ວຂະໜາດນ້ອຍຂ້ອນຂ້າງຍາວຈຳນວນຫຼາຍ. ຕາ 1 ຄູ່ຈັບຢູ່ຂ້ອນໄປທາງຂ້າງ, ໂນນອອກເລກນ້ອຍ. ລຳໂຕມີລັກສະນະກົມ ແລະ ແປດ້ານຂ້າງເລັກນ້ອຍ, ໂດຍທົ່ວໄປມີຂະໜາດ 20-30 ຊມ ແລະ ເມື່ອມີອາຍຸເພີ່ມຂຶ້ນລຳໂຕສາມາດຍາວໄດ້ຮອດ 70 ຊມ. ເກັດເປັເກັດລະອຽດ ມີຂະໜາດນ້ອຍທົ່ວລຳໂຕ, ມີສີແຕກຕ່າງກັນຕັ້ງແຕ່ ສີນ້ຳຕານ, ສີນ້ຳຕານອົມແດງ ແລະ ສີນ້ຳຕານເຂັ້ມ ຫຼື ອອກດຳ, ເຊິ່ງກະຈາຍເປັນແຖບລາຍທົ່ວລຳໂຕ ໂດຍທີ່ໂຄນຫາງມີແຖບລາຍເປັນຮູບໂຕວີ, ໜ້າທ້ອງມີສີຂາວ ຫຼື ສີຈາງ, ເກັດຂອງປາບູ່ມີຢູ່ 2 ເກັດຄື: ເກັດກົມ ແລະ ລຽບ ເຊິ່ງຈະພົບໄດ້ບໍລິເວນລຳໂຕ ແລະ ເກັດແຫຼມ, ຂອບເປັນໜາມເຊິ່ງຈະພົບຢູ່ບໍລິເວນລຳໂຕ. ຄີຫຼັງມີ 2 ຕອນແຍກກັນຢ່າງຊັດເຈນ ໂດຍຄີຫຼັງສ່ວນທຳອິດຢູ່ບໍລິເວນສັນຫຼັງບໍລິເວນລຳໂຕ, ມີກ້ານຄີທັງໝົດ 7 ກ້ານ, ຄີຫຼັ້ງສ່ວນທີ່ສອງຈັບຢູ່ລຳໂຕດ້ານເທິງຂ້ອນໄປທາງຫາງ, ມີກ້ານຄີ 11 ອັນ ເຊິ່ງມີຂະໜາດໃຫຍ່ ແລະ ຍາວກວ່າສ່ວນທຳອິດ. ຄີເອິກ ຫຼື ຄີຫູມີຂະໜາດໃຫຍ່, ມີກ້ານຄີ 15 ອັນ ຢູ່ຖັດຈາກເຫງືອກມາເລັກນ້ອຍ. ຄີທ້ອງຢູ່ດ້ານລຸ່ມຂອງຄີເອິກ. ຄີກົ້ນຈັບຢູ່ດ້ານລຸ່ມຂອງລຳໂຕບໍລິເວນສ່ວນຫາງ ກົງກັບຂ້າມກັບຄີຫຼັງສ່ວນທີ່ 2, ມີກ້ານຄີ 7 ກ້ານ ແລະ ຄີຫາງມີກ້ານຕີ 15-16 ກ້ານ, ມີລັກສະນະມົນ ແລະ ມີແຖບສີເຂັ້ມ 3-5 ແຖບ.
ແຫຼ່ງອາໄສ: ພົບໄດ້ທັງແຫຼ່ງນ້ຳໄຫຼ ແລະ ພົບໄດ້ທົ່ວໄປໃນແຫຼ່ງນ້ຳນິ້ງ, ບຶງ, ບໍ່ ແລະ ແຫຼ່ງນ້ຳຂະໜາດນ້ອຍ, ມັກອາໄສຢູ່ແບບນິ້ງໆຢູ່ຕາມພື້ນນ້ຳ, ມັກອາໄສ ແລະ ຫາກິນຕາມແຄມຝັ່ງທີ່ມີໂຫງນຫີນ ຫຼື ຕໍໄມ້, ກາງວັນມັກຫຼົບຊ້ອນໂຕ ສ່ວນກາງຄືນຈະອອກຫາກິນ
ນິໄສ: ເປັນສັດທີ່ມັກຄວາມສະງົບ, ບໍ່ມັກຢູ່ຮ່ວມກັບຝູງ.
ອາຫານ: ເປັນປາກິນຊີ້ນ ຊອກຫາກິນໃນຍາມກາງຄືນ ມັກຈະລອຍນິ້ງໆ ແລະ ຫຼົບລີ້ເພື່ອຖ້າງັບເຫຍື່ອທີ່ລອຍຜ່ານມາຕາມຫວ່າງຫີນ, ໂພງໄມ້ ຫຼື ພືດນ້ໍາ, ອາຫານຫຼັກຂອງພວກມັນໄດ້ແກ່ລູກປາ ລື ປາຂະໜາດນ້ອຍ, ກຸ້ງ ແລະ ປູເປັນຕົ້ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Global distribution between 1874 to 2024. Native to Brunei Darussalam, Cambodia, Indonesia, Laos, Malaysia, Philippines,Thailand and Viet Nam.
Source: [7]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ອາຫານ:

  • ຊີ້ນ: ສາມາດນຳມາປະກອບອາຫານໄດ້ຫຼາຍເມນູ ເນື່ອງຈາກມີຊີ້ນທີແໜ້ນ ແລະ ມີຣົດຊາດຫວານ, ສາມາດປະກອບອາຫານໄດ້ຫຼາຍເມນູ ເຊັ່ນ ປາບູທອດ ຫຼື ຊຸບແປ້ງທອດ, ແກງສົ້ມ, ຕົ້ມຍຳ, ປານຶ້ງ, ຜັດເຜັດ, ປີ້ງ ແລະ ອື່ນໆ.

ສິນຄ້າ: ເນື່ອງຈາກປາບູຍັງເປັນປາທີິ່ໄດ້ຮັບຄວາມນິຍົມກັນຫຼາຍ ໂດຍະເພາະແມ່ນປະເທດຈີນ ເພາະເຊື້ອວ່າເປັນປາທີ່ຊ່ວຍບຳລຸງກຳລັງທາງເພດ. ດັງນັ້ນ, ຊາວກະຊິກອນຈຶ່ງມີການນຳມາລ້ຽງຂາຍເປັນສິນຄ້າ ແລະ ສ້າງເປັນລາຍໄດ້ຂອງຕອບຄົວ.

ສັດລ້ຽງ: ປາບູ່ທີ່ມີສີແຕກຕ່າງໄປຈາກໝູ ເຊັ່ນມີສີທອງ ຫຼື ສີນ້ຳເງິນພົບວ່າມີການນຳມາລ້ຽງເປັນສັດເພື່ອຄວາມສວຍງາມ

ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,