ງູກ່ານປ້ອງ
Laotian Wolf Snake
Lycodon laoensis Günther, 1864
ສັດ
ສັດເລືອຄານ
ສັດເລືອຄານ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Laos Wolf Snake)
ອະນຸກົມວິຖານ
- ຊື່ສະກຸນ
- Colubridae
ຊື່ພ້ອງ
Ophites laoensis Zhao & Adler, 1993
ບັນຍາຍລັກສະນະທາງພືດສາດ
ດ້ານຫຼັງ (ຜິວດ້ານເທິງ): ລຳຕົວຮຽງບາງ, ປົກຄຸມດ້ວຍເກັດລຽບມັນ, ສີດຳປົນສີຟ້າ ຫຼື ສີນຳ, ມແຖບສີເຫຼືອງເດັນຊັດປະມານ 25 ແຖບ, ຕັ້ງແຕ່ຄໍຮອດປາຍຫາງ ໂດຍຈະມີຂອບສີຂາວບໍລິເວນຂ້າງລຳຕົວ ແຕ່ຈະແຄບລົງ ແລະ ເປັນສີເຫຼືອງລ້ວນໄປທາງຫາງ ແຄບເຫຼົ່ານີ້ຈະແຄບທີ່ສຸດບໍລິເວນດ້ານຫຼັງ ແລະ ກວ້າງທີ່ສຸດບໍລິເວນເຊື່ອມກັບທ້ອງ.
ທ້ອງ (ຜິວດ້ນລຸ່ມ): ສ່ວນທ້ອງເປັນສີຂາວ ມັນເຫຼືອມ ແລະ ບໍ່ມີລວດລາຍໃດໆ. ເກັດໃຕ້ຫາງຮຽງເປັນຄູ່ແບບຊິກແຊັກ ແລະ ມີສີຂາວມັນເຫຼືອມຄືກັບເກັດໜ້າທ້ອງ.
ຫົວ: ຫົວຈະກວ້າງກ່ວາຄໍ ແລະ ປົກຄຸມດ້ວຍເກັດລຽບມັນ, ຕາເປັນສີນ້ຳຕານເຂັ້ມ ແລະ ມີຮູມ່ານຕາເປັນຮູບໄຂ່ຕັ້ງ. ສັດຊະນິດນີ້ມັກຈະມີປອກຄໍທີ່ສັດເຈນ ໂດຍຍາວໄປຮອດດ້ານຫຼັງຂອງຮິມຝີປາກດ້ານເທິງ.
ຫາງ: ຫາງມີເກັດລຽບ ແລະ ມີແຖບສີເຫຼືອງແຄບ ຄວາມຍາວຂອງຫາງຢູ່ໃນຊ່ວງປົກກະຕິ ແລະ ຈະມີປາຍຫາງແຫຼມ [1]. ງູກ່ານປ້ອງມີຂະໜາດຂ້ອນຂ້າງນ້ອຍ ມີຄວາມຍາວພຽງ 50 ຊມ. [2]
ພຶດຕິກຳ: ງູກ່ານປ້ອງເປັນງູທີ່ອອກຫາກິນໃນຍາມກາງຄືນ ໂດຍຈະເຄືອນໄຫວຕັ້ງແຕ່ພື້ນດິນໄປຈົນຮອດລະດັບຄວາມສູງ 9 ມ., ແລະ ສາມາດປີນປາຍໄດ້ເກັ່ງ, ງູຊະນິດນີ້ໂດຍທົ່ວໄປຈະຂີ້ອາຍ ແລະ ຕື່ນຕົວຢູ່ຕະຫຼອດ, ຈະສະແດງທ່າທີ່ບໍ່ຮ້າຍເມື່ອຖືກຄຸກຄາມ ມັນມັກຈະລົບໜີ. ເຖິ່ງຢ່າງໃດກໍ່ຕາມຫາກຖືກລົບກວນອີກ ມັນຈະຂົດຕົວ ແລະ ຊຸກຫົວໄວ້ໃຕ້ລຳຕົວ. [1]
ການຂະຍາຍພັນ: ສັດກຸ່ມນີ້ເປັນສັດທີ່ອອກໄຂ່. [3]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia, China (Yunnan), Laos, Malaysia, Thailand and Viet Nam: [5]
ຊະນິດພັນພື້ນເມືອງໃນ ກຳປູເຈຍ, ຈີນ, ລາວ, ມາເລຍເຊຍ, ໄທ ແລະ ຫວຽດນາມ. [5]
Global distrribution between 2000 to 2025. Source: [4].
ເຂດກະຈາຍພັນລະຫວ່າງປີ 2000 ຫາ 2025. ແຫຼ່ງທີ່ມາ: [4]

ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າແປກປະສົມປ່າໃບກ້ວາງ, ປ່າປູກ, ປ່າໄມ້ປ່ອງ, ປ່າເຫຼົ່າອ່ອນ, ປ່າເຫຼົ່າແກ່, ສວນຄົວ, ສວນສາທາລະນະ ແລະ ພື້ນທີ່ສາທາລະນະ
ງູຊະນິດນີ້ອາໄສຢູ່ໃນປ່າດິບຊຸ່ມ ໃນພື້ນທີ່ທົ່ງພຽງ, ເນີນເຂົາຕ່ຳ ແລະ ທົ່ງຫຍ້າຍ (ບໍ່ຮູ້ລະດັບຄວາມສູງທີ່ແນ່ນອນ). ສາມາດປີນປ່າຍຕົ້ນໄມ້ໄດ້ສູງຮອດ 9 ມ. [6]
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ງູຊະນິດນີ້ຈັດຢູ່ໃນປະເພດສັດທີ່ໜ້າກັງວົນໜ້ອຍທີ່ສຸດ ເນື່ອງຈາກມີການກະຈາຍພັນຢ່າງກວ້າງຂວາງ ແລະ ບໍ່ມີໄພຄຸກຄາມໃດໆທີ່ຊັດເຈນ ເຊິ່ງຄາດວ່າປະຊາກ່ອນຂອງສາຍພັນນີ້ຍັງຄົງທີ. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ວັດທະນະທຳ ແລະ ຮີດຄອງ
ຄວາມເຊື່ອທາງວັດທະນະທຳ ແລະ ທ້ອງຖິ່ນ: ງູກ່ານປ້ອງມີຄວາມສຳຄັນຕໍ່ຄວາມເຊື່ອທາງດ້ານວັດທະນະທຳ ແລະ ປະເພນີຕ່າງໆ ໂດຍເປັນສັນຍາລັກຂອງຄວາມຮູ້ ຄວາມແຂງແກງ, ການເລີ່ມຕົ້ນໃໝ່ ແລະ ຄວາມດືງດູດເພດກົງກັນຂ້າມ. [7]
ການຄົ້ນຄ້ວາ ແລະ ການສຶກສາ: ນັກວິທະຍາກ່ຽວກັບສັດເລືອຄານ ໄດ້ສຶກສາກ່ຽວກັບງູກ່ານປ້ອງ ເພື່ອຮຽນຮູ້ຄວາມເຂົ້າໃຈພຶດຕິກຳຂອງງູ, ການປັບຕົວຂອງກຸ່ມງູທີ່ບໍ່ມີພິດ ແລະ ບົດບາດທາງນິເວດວິທະຍາ. ເນື່ອງຈາກງູກ່າປ້ອງ ເປັນງູບໍມີພິດ ຈຶ່ງຖືກນຳໃຊ້ໃນໂຄງການສຶກສາ ເພື່ອອະທິບາຍບາຍຄວາມເຊື່ອຜິດໆ ແລະ ສົງເສີມຄວາມຕະນັກຮູ້ເຖິງຄວາມສຳຄັນ ທາງນິເວດວິທະຍາຂອງງູຊະນິດນີ້. [7]

ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ໄພຄຸກຄາມ: ປັດຈຸບັນ ຍັງບໍ່ພົບໄພຄຸກຄາມຕໍ່ສາຍພັນນີ້ ເນື່ອງຈາກແຫຼ່ງທີ່ຢູ່ອາໃສ່ສ່ວຍໃຫຍ່ບໍ່ຖືກຄຸກຄາມ ເຖິ່ງວ່າຈະມີການຄຸກຄາມໃນບາງພື້ນທີ່ ແຕ່ບໍ່ໄດ້ຖືວ່າເປັນໄພຄຸກຄາມທີ່ສຳຄັນ. [5]
ການຕິດຕາມປະຊາກອນ: ງູຊະນິດນີ້ພົບໄດ້ທົ່ວໄປໃນປະເທດໄທ ມີລຍງານພົບພຽງ 2 ຕົວເທົ່ານັ້ນໃນເຂດມາເລຍເຊຍ ຊຶງຖືເປັນເຂດທາງໃຕ້ຂອງຖິ່ນອາໄສຂອງງູສະນິດນີ້ ເນື່ອງຈາກມີໄພຄຸກຄາມຕໍ່ງູຊະນີ້ພຽງເລັກນ້ອຍ ຈຶ່ງເຊື່ອກັນວ່າງູຊະນິດນີ້ສາມາດຮັກສາຈຳນວນປະຊາກອນໄດ້ຄົງທີ່. [5]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
Laos Wolf Snake on the ground. [1] Reptile Database [Online]. Uploaded by H. Bringsue. Available: https://reptile-database.reptarium.cz/species?genus=Lycodon&species=laoensis. [Accessed: February 5, 2025]
Laos Wolf Snake curled up. [2] iNaturalist [Online]. Uploaded on 16 may 2023 by N. Volpe. Aavilable: https://www.gbif.org/occurrence/4904059059. [Accessed: February 5, 2025]
Close up picture of the Laos Wolf Snake. [3] iNaturalist [Online]. Uploaded on 14 February 2023 by Mintkhaosok. Available: https://www.gbif.org/occurrence/4034893533. [Accessed: February 5, 2025]

[1] India Biodiversity, “Lycodon laoensis Günther, 1864,” [Online]. Availa-ble: https://indiabiodiversity.org/species/show/257415. [Accessed: Feb-ruary 5, 2025]
[2] Ecology Asia, “Laotian Wolf Snake - Lycodon laoensis,” [Online]. Avail-able: https://www.ecologyasia.com/verts/snakes/laotian-wolf-snake.htm. [Accessed: February 5, 2025]
[3] Reptile Database, “Lycodon laoensis GÜNTHER, 1864,” [Oline]. Availa-ble: https://reptile-database.reptarium.cz/species?genus=Lycodon&species=laoensis. [Accessed: February 5, 2025]
[4] Global Biodiversity Information Facility, “Lycodon laoensis Günther, 1864,” [Online]. Available: https://www.gbif.org/species/5222829. [Accessed: February 5, 2025]
[5] IUCN. (2011 November, 30). IUCN red list. Retrieved from IUCN red list web site: https://www.iucnredlist.org/species/192203/2055050.
[6] I. Das, “A Naturalist’s Guide to the Snakes of Thailand and Southeast Asia”, Asia Books, Soi Sanmanchan-Barbor, Pakanong Klongtoey, Bangkok, 2021.
[7] Kh. Chanthalard, “Lycodon laoensis,” [Interview] February 5, 2025 by Souksamlarn

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
Daniela Barcelo, Biologists