ໜູຊິງບ້ານ
House Mouse
Mus musculus Linnaeus, 1758
ສັດ
ສັດລ້ຽງລູກດ້ວຍນົມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໜູຫຼິ່ງບ້ານ.
ອັງກິດ: House Mouse.
ອະນຸກົມວິຖານ
- ອານາຈັກ
- Animalia
- ເຫຼົາ
- Chordata
- ຊັ້ນ
- Mammalia
- ອັນດັບ
- Rodentia
- ຊື່ສະກຸນ
- Muridae
- ສະກຸນ
- Mus
- ຊະນິດ
- Mus musculus
ຊະນິດຍ່ອຍ
Mus musculus akr
Mus musculus bactrianus
Mus musculus cast
Mus musculus castaneus
Mus musculus domesticus
Mus musculus gentilulus
Mus musculus helgolandicus
Mus musculus molossinus
Mus musculus musculus
Mus musculus pwd
Mus musculus bactrianus
Mus musculus cast
Mus musculus castaneus
Mus musculus domesticus
Mus musculus gentilulus
Mus musculus helgolandicus
Mus musculus molossinus
Mus musculus musculus
Mus musculus pwd
ບັນຍາຍລັກສະນະທາງພືດສາດ
ໜູຊະນິດພົບຕາມບ້ານເຮືອນຄົນເປັນຈຳນວນຫຼາຍ, ເປັນສັດລ້ຽງລູກດ້ວຍນ້ຳນົມ, ມີຂະໜາດນ້ອຍທີ່ສຸດ, ມີນ້ຳໜັກຕົວພຽງ 10-15 ກຼາມ, ຂະໜາດລຳໂຕ ແລະ ຫົວຍາວປະມານ 74 ມມ, ດັງແຫຼມ, ຂົນດ້ານຫຼັງສີເທົາບາງປົນສີນ້ຳຕານ, ມີລັກສະນະອ່ອນນຸ້ມ. ຫາງຍາວປະມານ 79 ມມ, ມີ 2 ສີຄື ຂົນບໍລິເວນດ້ານເທິງມີສີດຳ ສ່ວນດ້ານລຸ່ມມີສີຈາງກວ່າ. ຕີນຫຼັງຍາວປະມານ 16 ມມ, ໃບຫູຍາວປະມານ 12 ມມ. ເຕົ້ານົມລວມທັງໝົດມີ 5 ຄູ່ ຢູ່ບໍລິເວນເອິກ 3 ຄູ່ ແລະ ຢູ່ບໍລິເວນທ້ອງ 2 ຄູ່, ຂົນດ້ານທ້ອງມີສີຂາວ.
ຖິ່ນອາໄສ: ອາໄສຢູ່ຕາມບ້ານເຮືອນຄົນ ມັກລົບລີ້ຢູ່ຕາມຕູ້, ໂຕະ, ຫ້ອງເກັບເຄື່ອງ, ປ່ອງຮູຕາມຝາເຮືອນ ແລະ ເຮືອນຄົວ.
ອາຫານ: ສາມາດກິນອາຫານໄດ້ທຸກຊະນິດ ແຕ່ມັກກິນແກ່ນພືດ, ໄລຍະການອອກຊອກຫາກິນປະມານ 10-30 ຟຸດ.
ພຶດຕິກຳ: ສາມາດຮຽນຮູ້ ແລະ ປັບຕົວເຂົ້າກັບສະພາບແວດລ້ອມໄດ້ເປັນຢ່າງດີ, ຢູ່ພາຍໃນຮັງຈາມີຫົວໜ້າເຮັດໜ້າທີ່ສຳຫຼວດອາຫານ, ສຳລັບໂຕແມ່ເມື່ອລູກໃຫຍ່ສົມຄວນແລ້ວມັນຈະພາລູກອອກຫາກິນ ແລະ ສອນໃຫ້ລູກຮູ້ຈັກອາຫານ, ເມື່ອລູກໄດ້ 3 ເດືອນຈະແຍກຕົວອອກເປັນອິດສະຫຼະ.
ທັກສະ
ການລອຍນ້ຳ: ໜູສາມາດລອຍນ້ຳໄດ້ ແລະ ດຳນ້ຳໄດ້ດົນຮອດ 2 ນາທີ ເຮັດໃຫ້ມັນຄ່ອງໂຕໃນການອອກຫາກິນ ແລະ ໜີສັດຕູ.
ການກະໂດດ: ສາມາດກະໂດດໄດ້ດີຫຼາຍບໍ່ວ່າຈະເປັນແນວນອນ, ຂຶ້ນສູງ ຫຼື ໂດດລົງລຸ່ມ, ໜູຊິງສາມາດໂດດລະດັບພື້ນສູງໄດ້ຮອດ 18-24 ນິ້ວ ແລະ ຖ້າມີທາງແລ່ນມັນສາມາດກະໂດດສູງໄດ້ຮອດ 3 ຟຸດ, ຖ້າກະໂດດແນວນອນສາມາດໄດ້ຮອດ 3 ຟຸດ ແລະ ຖ້າໂດດລົງແນວດິ່ງສາມາດໄປໄດ້ໄກຮອດ 15 ຟຸດ.
ການປີນ: ສາມາດປີນຂື້ນທໍ່ນ້ຳ, ຝາເຮືອນ ແລະ ອື່ນໆ ພວກມັນສາມາດປີນໄຕ່ໄດ້ດີ ແລະ ວ່ອງໄວ.
ການຂຸດຮູ: ໜູທຸກຊະນິດສາມາດຂູຸດຮູໄດ້, ແຕ່ສ່ວນຫຼາຍແລ້ວໜູຊິງຈະສ້າງຮັງຢູ່ບໍລິແວນຊາຍຄາເຮືອນ, ຕູ້ ແລະ ອື່ນໆ ແຕ່ຖ້າຫາກບໍ່ມີທີ່ເໝາະສົມພວກມັນຈະຂຸດຮູບໍລິເວນໃຕ້ຖຸານບ້ານ ຫຼື ບໍລິເວນໃກ້ບ້ານ.
ປະສາດສຳພັດ:
ການສຳພັດ: ໜູມີໜວດ ແລະ ຂົນທີ່ຍາວທີ່ຍາວກວ່າຂົນທຳມະດາ ແລະ ຂຶ້ນກະຈາຍຢູ່ທົ່ວໄປເປັນປະສາດສຳພັດທີ່ດີ.
ການເຫັນ: ມີລະບົບປະສາດທີ່ເບິ່ງເຫັນໄດ້ບໍ່ດີ, ສາມາດເບິ່ງເຫັນໄດ້ໃນໄລຍະໃກ້ ແລະ ຕາບອດສີ ເຫັນສະເພາະສີຂາວ ແລະ ສີດຳ ສະນັ້ນຈຶ່ງສາມາດເບິ່ງເຫັນເວລາກາງຄືນໄດ້ດີກວ່າ.
ການຮັບຮູ້ຣົດຊາດ: ບໍ່ມີປະສາດຮັບຮູ້ຣົດຊາດ ແຕ່ພວກມັນມີຄວາມສະຫຼາດຫຼາຍພວກມັນຈະບໍ່ຄ່ອຍກິນອາຫານທີ່ມີຣົດຊາດແປກໆ
ການໄດ້ຍິນ: ໜູໄດ້ຍິນສຽງພຽງໄລຍະປະມານ 6 ນິ້ວເທົ່ານັ້ນ
ການຊົງຕົວ: ມີການຊົງຕົວດີຫຼາຍມາແຕ່ກຳເນີດ.

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ໂທດ: ເປັນສັດຕູທີ່ສຳຄັນຂອງມະນຸດ ເພາະພວກມັນເຂົ້າໄປທຳລາຍພືດຜົນຜະລິດ, ເຂົ້າຂອງເຄື່ອງໃຊ້ ແລະ ເຂົ້າໄປລົບກວນຖິ່ນທີ່ຢູ່ອາໄສຂອງຄົນ ເຊິ່ງສ້າງຄວາມເສຍໃຫ້ກັບເສດຖະກິດຢ່າງມະຫານສານໂດຍທາງກົງ ແລະ ທາງອ້ອມ
- ທາງກົງ: ທ່ີ່ສາມາດເຫັນໄດ້ຊັນເຈນຄືກັດກິນພືດ, ໝາກໄມ້ ແລະ ຜົນພະລິດຂອງມະນຸດຕັ້ງແຕ່ໄຮ່ນາ ຕະຫຼອດຈົນການເກັບຮັກສາ, ຂົນສູງ ແລະ ແປຮູບຜົນຜະລິດ. ນອກຈາກພືດພັນການກະເສດແລ້ວເຄື່ອງອຸປະໂພກ ແລະ ບໍລິພວກຂອງມະນຸດຍັງຖືກກັດແຫງ້ນ.
- ທາງອ້ອມ: ໜູເປັນພາຫະນຳເຊື່ອພະຍາດຫຼາຍຊະນິດສູ່ຄົນ ແລະ ສັດລ້ຽງ, ນອກຈາກນີ້ມັນຍັງກັດແຫງ້ນອາຄານບ້ານເຮືອນ, ເຄື່ອງໃຊ້, ເຄື່ອງອຸປະກອນໄຟ້າ ແລະ ສາຍໄຟອາດເປັນສາເຫດເຮັດໃຫ້ເກີດໄຟຟ້າລັດວົງຈອນໄດ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Dyban, A.P., Puchkov, V.F., Samoshkina, N.A., Khozhai, L.I., Chebotar, N.A., Baranov, V.S. (1991). Laboratory Mammals: Mouse (Mus musculus), Rat (Rattus norvegicus), Rabbit (Oryctolagus cuniculus), and Golden Hamster (Cricetus auratus). Animal Species for Developmental Studies: 351–443
Anderson, P.K., Hill, J.L. (1965). Mus musculus: Experimental Induction of Territory Formation. Science 148:1753-1755.
Berry, R.J., Jakobson, M.E. (1975). Ecological genetics of an island population of the House mouse (Mus musculus ). Journal of Zoology, 175(4):523-540.
Phifer-Rixey, M., Harr, B., Hey, J. (2020). Further resolution of the house mouse (Mus musculus) phylogeny by integration over isolation-with-migration histories. Phifer-Rixey et al. BMC Evolutionary Biology, 20 (120): 1-9

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,