ເລກລຳດັບທີ: 38
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-01-23

ແຄຫອມ
Camphor Tree

Cinnamomum camphora (L.) J.Presl


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5


ຊື່ທ້ອງຖີ່ນ:
ເຄຫອມ ( Japanese camphor, Japanese camphortree, camphor, camphor laurel, camphor tree, camphor-laurel, Camphorwood)

ຊື່ພ້ອງ :
Camphora camelliifolia Lukman.
Camphora camphora (L.) H.Karst.
Camphora decaisnei Lukman.
Camphora decandollei Lukman.
Camphora hahnemannii Lukman.
Camphora hippocratei Lukman.
Camphora humboldtii Lukman.
Camphora humboldtii var. syringifolia Lukman.
Camphora neesii Lukman.
Camphora officinalis Steud.
Camphora officinarum Bauh.
Camphora officinarum Nees
Camphora oldhamii Lukman.
Camphora procera Lukman.
Camphora rougieri Lukman.
Camphora rougieri var. glandulifera Lukman.
Camphora sieboldii Lukman.
Camphora thouarsii Lukman.
Camphora thunbergii Lukman.
Camphora thwaitesii Lukman.
Camphora vera Raf.
Camphora wrightii Lukman.
Camphora zollingeri Lukman.
Camphorina camphora (L.) Farw.
Cinnamomum camphora (L.) Nees & Eberm.
Cinnamomum camphora (L.) Siebold
Cinnamomum camphoriferum St.-Lag.
Cinnamomum camphoroides Hayata
Cinnamomum henricii Saporta
Cinnamomum henricii Saporta ex Staub
Cinnamomum nominale (Hatus. & Hayata) Hayata
Cinnamomum officinarum Nees
Cinnamomum officinarum Nees ex Steud.
Cinnamomum simondii Lecomte
Cinnamomum taquetii H.Lév.
Laurus calycina Stokes
Laurus camphora L.
Laurus camphorifera Salisb.
Laurus gracilis G.Don
Persea camfora (L.) Spreng.
Persea camphora (L.) Spreng.

ຊື່ສະກຸນ:
Lauraceae

ຊະນິດໃກ້ຄຽງ:
ສີໄຄຕົ້ນ/ Cinnamon
ຕົ້ນບົງຫອມ/ Sudalan

ບັນຍາຍລັກສະນະທາງພືດສາດ:
ພືດຊະນິດນີ້ເປັນພືດບໍ່ປ່ຽນໃບ ສູງຮອດ 30 ມ ແລະ ມີເສັ້ນຜ່າສູນກາງຂອງລຳຕົ້ນໄດ້ຮອດ 3 ມ, ທັງຕົ້ນມີກິ່ນຄ້າຍກາລະບູນຂ້ອນຂ້າງແຮງ, ເປືອກມີສີເຫຼືອງປົນນ້ຳຕານ, ມີຮອຍແຕກຕາມແນວຕັ້ງບໍ່ສະໝ່ຳສະເໝີ, ກິ່ງກ້ານມີສີນ້ຳຕານ, ກົມ (ຊົງກະບອກ) ແລະ ລຽບ (ບໍ່ມີຂົນ).
ໃບອອກຮຽງສະຫຼັບກັນ. ກ້ານໃບ (ກ້ານໃບຍ່ອຍ) ຮຽວ, ຍາວ 2 ຫາ 3 ຊມ ແລະ ລຽບ. ໃບມີສີຂຽວປົນເຫຼືອງ ຫຼື ສີຂຽວປົນສີເທົາດ້ານລຸ່ມ (ມີສານເຄືອບຄ້າຍຂີ້ເຜິ້ງ ເບິ່ງຄ້າຍສີຂຽວປົນສີຟ້າ) ແລະ ມີສີຂຽວ ຫຼື ສີຂຽວປົນເຫຼືອງມັນເງົາດ້ານເທິງ, ໃບຮູບໄຂ່, ຍາວ 6 ຫາ 12 ຊມ ແລະ ກວ້າງ 2.5 ຫາ 5.5 ຊມ, ຜິວໃບຄ້າຍໜັງ, ລຽບທັງສອງດ້ານ, ຜິວໃບດ້ານລຸ່ມອາດມີຂົນລະອຽດເມື່ອໃບອ່ອນ, ໂຄນໃບຮູບຫຼິ່ມກວ້າງ ຫຼື ກົມເລັກນ້ອຍ, ຂອບລຽບ ຫຼື ຍັກເລັກນ້ອຍ ແລະ ປາຍໃບແຫຼມ.
ດອກອອກເປັນຊໍ່ (ຊໍ່ດອກຍ່ອຍ) ຍາວ 3.5 ຫາ 7 ຊມ, ອອກບໍລິເວນງ່າມໃບ. ກ້ານດອກ (ກ້ານຊໍ່ດອກຍ່ອຍ) ຍາວ 2.5 ຫາ 4.5 ຊມ, ອາດລຽບ ຫຼື ມີຂົນລະອຽດສີເທົາຫາສີນ້ຳຕານເຫຼືອງປົກຄຸມ ໂດຍສະເພາະຂໍ້. ກ້ານດອກແຕ່ລະດອກ (ກ້ານດອກຍ່ອຍ) ຍາວ 1 ຫາ 2 ມມ ແລະ ລຽບ. ດອກມີຂະໜາດນ້ອຍ (ປະມານ 3 ມມ), ສີຂຽວ ຫຼື ເຫຼືອງ. ກີບດອກດ້ານນອກລຽບ ຫຼື ມີຂົນເລັກນ້ອຍ ແລະ ໜາແໜ້ນດ້ານໃນ, ທໍ່ກີບດອກມີຮູບຊົງຈວຍ (ຍາວປະມານ 1 ມມ) ແລະ ກີບຍ່ອຍເປັນຮູບຮີ, ຍາວປະມານ 2 ມມ, ເກສອນເພດຜູ້ທີ່ສົມບູນ 9 ອັນ (ຍາວປະມານ 2 ມມ) ມີກ້ານເກສອນຜູ້ມີຂົນປົກຄຸມ. ເຕົ້າໄຂ່ເປັນຮູບໄຂ່ (ຍາວປະມານ 1 ມມ) ແລະ ລຽບ, ມີກ້ານເກສອນແມ່ຍາວປະມານ 1 ມມ.
ໝາກມີສີມ່ວງດຳ, ຮູບຮີ ຫຼື ຮູບເກືອບກົມ, ເສັ້ນຜ່າສູນກາງ 6 ຫາ 8 ມມ, ໂຄນດອກ (ກາບດອກ) ຍັງຄົງຕິດຢູ່ກັບໝາກ ເຊິ່ງມີລັກສະນະໂຄງສ້າງຄ້າຍຖ້ວຍຍາວປະມານ 5 ມມ, ມີຮ່ອງຕາມແນວຍາວ, ຖານຮອງໝາກມີລັກສະນະເປັນຖ້ວຍກວ້າງປະມານ 1 ມມ ແລະ ສ່ວນເທິງແປລຽບກວ້າງບໍ່ເກີນ 4 ມມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to China, Japan, Korea, Republic of, and Viet Nam. [2]
Global distribution of Cinnamomum camphora between 1812 to 2026. Source: [3]

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າແປກ
ປ່າປູກ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ອຸປະກອນ ແລະ ເຄື່ອງມື
ກິດຈະກໍາເພື່ອຄວາມລື່ນເລີງ
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ພືດຊະນິດນີ້ປລຼດເພື່ອໃຊເຮັດທູບ ແລະ ໄມ້ຫອມ, ໃຊ້ເປັນເຄື່ອງເທດໃນການປຸ່ງອາຫານອີກດ້ວຍ. [7]
ຢາ ແລະ ການພັກຜ່ອນ: ພືດຊະນິດນີ້ໃຊ້ໃນເຮັດທູບເຜື່ອຊ່ວຍຜ່ອນຄາຍ ແລະ ຢາບູຮານ [7]. ໄມ້ ແລະ ໃບມີສັບພະຄຸນເປັນຢາແກ້ອາການເຈັບ, ຢາຂັບເຫື່ອ ແລະ ຢາບຳລຸງກຳລັງ. ນ້ຳມັນທີ່ສະກັດຈາກໃບຈະນຳມາປະສົມກັບເລຊິນໂຄ (Gardenia resinifera) ແລ້ວປັ້ນເປັນເມັດກິນເມື່ອມີອາການຫອບຫືດ, ນອກຈາກນີ້ ນ້ຳມັນຍັງໃຊ້ໃນການກຽມຢາເພື່ອຮັກສາອາການວຽນຫົວ, ແກ້ເມືອຍ ແລະ ຄວມຜິດປົກກະຕິຕ່າງໆ ທີ່ກ່ຽວຂ້ອງກັບພະຍາດທັງຊາຍ ແລະ ຍິງ, ກາລະບູນໃຊ້ທາແຂ້ວ, ອາດຈະບົດປະສົມກັບນ້ຳແລ້ວທາບໍລິເວນທີ່ຖືກແມງປ໋ອງກັດ ຫຼື ປະສົມໃນນ້ຳກຸລາບແລ້ວດື່ມເພື່ອຮັກສາພິດສານໜູ. [3]
ກິດຈະກຳທາງການກະເສດ: ພືດຊະນິດນີ້ໄດ້ຮັບການປູກເພື່ອຈຸດປະສົງທາງການກະເສດຕ່າງໆ ແລະ ນິຍົມໃຊ້ເປັນໄມ້ຮົ່ມເງົາ ນອກຈາກນີ້ຍັງມີຄຸນສົມບັດໃນການໄລ່ແມງໄມ້ ແລະ ຖືກນຳມາໃຊ້ເປັນສານໄລ່ເຫັບໝັດ. [7]
ເຄື່ອງມື ແລະ ອຸປະກອນ: ເນື້ອໄມ້ມີສີນ້ຳຕານອ່ອນ, ມີລາຍທີ່ສວຍງາມ, ຂັດເງົາງ່າຍ ແລະ ນິຍົມໃຊ້ເຮັດເຟີນິເຈີ, ຕູ້ ແລະ ງານຕົບແຕ່ງພາຍນອກອາຄານ. [1]

ການປູກ ການລ້ຽງ:
ຊະນິດປູກ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ເທັກນິກການປູກ:
ພືດຊະນິດນີ້ຂະຫຍາຍພັນໂດຍໃຊ້ແກ່ນ ເຊິ່ງສ່ວນໃຫຍ່ຈະກະຈາຍແກ່ນໂດຍນົກ ແຕ່ກໍ່ອາດຈະກະຈາຍໂດຍນ້ຳ, ສັດອື່ນໆ ແລະ ສິ່ງເສດເຫຼືອຈາກສວນໄດ້ຄືກັນ. ນອກຈາກນີ້ຍັງສາມາດແຕກໜໍ່ໄດ້ງ່າຍ ໂດຍສະເພາະຢ່າງຍິ່ງເມື່ອຕົ້ນໄມ້ເກົ່າໄດ້ຮັບຄວາມເສຍຫາຍ ຫຼື ຖືກຕັດລົງ. [8]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ໄພຂົ່ມຂູ່ທີ່ສຳຄັນຂອງພືດຊະນິດນີ້ຄື ການຕັດໄມ້ທຳລາຍປ່າ ແລະ ການທຳລາຍຖິ່ນທີ່ຢູ່ອາໄສ ເນື່ອງຈາກການປ່ຽນແປງພື້ນທີ່ການກະເສດ ແລະ ສ່ວນປ່າ. [7]

ການຕິດຕາມປະຊາກອນ:
ຍັງບໍ່ມີຂໍ້ມູນກ່ຽວກັບຂະໜາດປະຊາກອນ ແລະ ແນວໂນ້ມຂອງສາຍພັນນີ້. [7]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Upload 02 May 2020 by: belvedere04. Available: https://www.inaturalist.org/observations/44565640. [Accessed: 23 September 2024].
[2] iNaturalist [Online]. Upload 02 February 2019 by: CIndy. Available: https://www.inaturalist.org/observations/20022508. [Accessed: 23 September 2024].
[3] iNaturalist [Online]. Upload 02 May 2020 by: Dustin VanOverbeke. Available: https://www.inaturalist.org/observations/44543950. [Accessed: 23 September 2024].
[4] iNaturalist [Online]. Upload 23 February 2022 by: Steve Collins. Available: https://www.inaturalist.org/observations/107293822. [Accessed: 23 September 2024].

ອ້າງອິງ:
[1] Flora of China @ eFloras.org, “Allium sativum L.,” eFloras.org – Flora of China [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200008697. [Accessed: 20-Jan-2026].
[2] International Union for Conservation of Nature (IUCN), “Cinnamomum camphora,” The IUCN Red List of Threatened Species [Online]. Available: https://www.iucnredlist.org/species/15441072/15441116. [Accessed: 20-Jan-2026].
[3] Global Biodiversity Information Facility (GBIF), “Cinnamomum
camphora (L.) J.Presl,” GBIF Backbone Taxonomy [Online]. Available: https://www.gbif.org/species/3033991. [Accessed: 20-Jan-2026].
[4] V. Lamxay, S. Lanorsavanh, K. Chanthavong, K. Souvannakhoummane, and S. Bounphanmy, A Checklist of the Vascular Plants of Lao PDR, version 1.0, Faculty of Natural Science, National University of Laos, Vientiane, Lao PDR, 2021 [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-Plants-in-Lao-PDR.pdf. [Accessed: 20-Jan-2026].
[5] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR, Edinburgh, UK: Royal Botanic Garden Edinburgh, 2007, ISBN 978-1-906129-04-0 [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: 20-Jan-2026].
[6] V. Lamxay, S. Lanorsavanh, K. Chanthavong, K. Souvannakhoummane, and S. Bounphanmy, A Checklist of the Vascular Plants of Lao PDR, version 1.0, Faculty of Natural Science, National University of Laos, Vientiane, Lao PDR, 2021 [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: 20-Jan-2026].
[7] IUCN, "Cinnamomum camphora" IUCN Red List of Threatened Spe-cies, [Online]. Available: https://www.iucnredlist.org/species/15441072/15441116#habitat-ecology. [Accessed: Sep. 24, 2024].
[8] Lucidcentral, "Cinnamomum camphora," [Online]. Available: https://keyserver.lucidcentral.org/weeds/data/media/Html/cinnamomum_camphora.htm. [Accessed: Sep. 24, 2024].

ຜູ້ສ້າງ Factsheet:
Duangkhae KEONOY

ຜູ້ກວດສອບ Factsheet:
,