ເລກລຳດັບທີ: 3786
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2024-12-09

ເຕົ່ານາ
Mekong Snail-eating Turtle

Malayemys subtrijuga (Schlegel & Müller, 1845)


ສັດ
ສັດເລືອຄານ
ສັດເລືອຄານ

1 / 1
Image 1


ຊື່ທ້ອງຖີ່ນ:
ລາວ: ເຕົ່າສາມສັນ ແລະ ເຕົ່ານາໄທ: ເຕົ່າສາມສັນ ແລະ ເຕົ່ານາອັງກິດ: Snail-eating Turtle.

ຊື່ພ້ອງ :
Cistudo gibbosa Bleeker, 1889
Damonia crassiceps Gray, 1870
Damonia oblonga Gray, 1871
Damonia subtrijuga Boulenger, 1889
Emys hermanni Schweigger
Emys nuchalis Blyth, 1863
Emys subtrijuga Schlegel & Müller In Temminck, 1845
Malayemys subtrijuga Lindholm, 193

ຊື່ສະກຸນ:
Geoemydidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລັກສະນະຮູບຮ່າງຂອງເຕົ່ານາມີລັກສະນະຄ້າຍຄືກັບເຕົ່າທົ່ວໄປ, ມີຂະໜາດນ້ອຍ, ໜັກປະມານ 0.5 ກິໂລ. ກະດອງສ່ວນເທິງເປັນສີນ້ຳຕານອ່ອນ, ຍາວເຕັມທີ່ປະມານ 21 ຊມ, ມີສັນສາມສັນ, ຂອບລຽບ, ສີຄີມ, ກະດອງສ່ວນລຸ່ມເປັນສີເຫຼືອງ ຫຼື ສີຂາວອອກເຫຼືອງ ມີແຕ້ມສີດຳທຸກແຜ່ນເກັດ. ຫົວດຳມີລາຍສີຂາວເປັນເສັ້ນໃຫຍ່ຈາກດັງຜ່ານໄປໃນຕາຕອນເທິງ ແລະ ຈາກປາກຜ່ານໃນຕາຕອນລຸ່ມ, ມີລາຍຂາວທີ່ແກ້ມ, ລາຍເສັ້ນຂາວໃຫຍ່ນີ້ເປັນຈຸດເດັ່ນຂອງເຕົ່າຊະນິດນີ້. ຂາມີ 4 ຂາ, ທີ່ສາມາດຫົດເຂົ້າໃນກະດອງໄດ້, ຜິວໜັງທົ່ວໄປ ແລະ ຂາມີສີເທົ່າດຳ.       ຖິ່ນອາໄສ: ພົບທົ່ວໄປທຸກພາກ, ພົບບໍລິເວນເຂດຊຸ່ມນ້ຳ ໄດ້ແກ່: ໜອງນ້ຳ, ແມ່ນ້ຳ ແລະ ລຳຄອງທີ່ມີຂີ້ຕົມ.       ອາຫານ: ເປັນເຕົາທີ່ບໍ່ມັກກິນພືດຜັກ, ແຕ່ມັກກິນຫອຍ, ກຸ້ງ, ປານ້ອຍ ແລະ ແມງໄມ້ຕ່າງໆ.       ພຶດຕິກຳ: ເປັນເຕົ່າທີ່ຂີ້ຢ້ານ, ບໍ່ມັກຄົນ ຖ້າເຫັນຄົນຈະຍຸດນິ້ງ, ບໍ່ເໜັງຕິງ ແລະ ຫົວລີ້ຢູ່ໃນກະດອງ.

Malayemys khoratensis (ຂອບສີສົ້ມ), Malayemys macrocephala (ຂອບສີຟ້າ), Malayemys subtrijuga (ຂອບສີຂຽວ).

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global disribution between 1882 to 2024. Native to Combodia, Laos, Vietnam and Thailand. Source: [3]

ເຂດກະຈາຍພັນໃນລາວ :
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ
ທົ່ງນາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ຖືກຄຸກຄາມ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ

ການນຳໃຊ້
ປະເພດການນຳໃຊ້:

ບັນຍາຍການນຳໃຊ້:

ອາຫານ: 




  • ຊີ້ນເຕົ່າ: ໃຊ້ເປັນອາຫານໄດ້, ແຕ່ບໍ່ນິຍົມ.



ສັບພະຄຸນ: 




  • ໃຊ້ກະດອງເອິກ: ຊ່ວຍຖອນພິດຟົກບວມອັກເສບ, ຖອນພິດສັດກັດຕ່ອຍ, ແກ້ກະສ່າຍ, ແກ້ຫືດ ແລະ ບຳລຸງນ້ຳນົມ.

  • ຫົວເຕົ່າ: ມີຣົດຈືດ, ຄາວ ມີສັບພະຄຸນແກ້ຕັບຊຸດໂຊມ, ແກ້ມ້າມຍ່ອຍມ້າມໃຫຍ່ ແລະ ແກ້ປັດສະວະພິການ.



ສາສະໜາ:  ຕາມຄວາມເຊື່ອວ່າຖ້ານຳເຕົ່າໄປປ່ອຍຖືວ່າເປັນການປ່ອຍເຄາະປ່ອຍນາມໃຫ້ໄປຕາມແຫຼ່ງນ້ຳ, ຊ່ວຍໃຫ້ອາຍຸຍືນຍາວ, ຖ້າຫາກເຈັບປ່ວຍຢູ່ຈະເຮັດໃຫ້ອາການເຈັບປ່ວຍບັນເທົາລົງ, ໃຫ້ຄົນໃນຄອບຄົວມີອາຍຸຍືນ ແລະ ຫ່າງຫາຍຈາກພະຍາດໂລຄາໄພໄຂ້ເຈັບ.


ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [online]. Uploaded on 14 September 2009 by Flora Ihlow. Available: https://www.gbif.org/occurrence/3005142891. [Accessed: 05 November 2024]
[2] iNaturalist [online]. Uploaded in October 2021 by Batworker. Availa-ble: https://www.inaturalist.org/observations/97781856. [Accessed; 05 November 2024]
[3] iNaturalist [online]. Uploaded in August 2024 by D. K. Minh Hien. Available: https://www.inaturalist.org/people/minhhien-doky. [Ac-cessed: 05 November 2024]

ອ້າງອິງ:
[1] Zoo Thailand, “Malayemys subtrijuga,” [Online]. Available: https://www.zoothailand.org/en/animal_view.php?detail_id=245. [Ac-cessed: 06 November 2024]

[2] E. Jeffrey, Dawson, F. R. Ihlow and S. G. Platt, “CONSERVATION BIOL-OGY OF FRESHWATER TURTLES AND TORTOISES,” 2nd. Ed, Chelonian Re-search Foundation and Turtle Conservancy, 2020. [E-book]. Available: https://www.scribd.com/document/584505156/crm-5-111-subtrijuga-v1-2020.

[3] Global Biodiversity information Facility (GBIF), “Malayemys subtriju-ga,” [Online]. Available: https://www.gbif.org/species/2443486. [Ac-cessed: 06 November 2024]

[4] IUCN Tortoise and Freshwater Turtle Specialist group, “Malayemys subtrijuga,” [Online]. Available: https://iucn-tftsg.org/malayemys-subtrijuga-111/. [Accessed: 06 November 2024]

[5] IUCN Red List, “Mekong Snail-eating Turtle,” [online]. Available: https://translate.google.com/?hl=th&sl=en&tl=th&text=Mekong%20Snail-eating%20Turtle&op=translate.

[6] ສະພາແຫ່ງຊາດ. (2023) ກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸງ)

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,