ເລກລຳດັບທີ: 3701
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-06-07
ເຫງັນຫາງກ່ານນ້ອຍ
Small Asean Civet
Viverricula indica Geoffroy Saint-Hilaire, 1803
ສັດ
ສັດລ້ຽງລູກດ້ວຍນົມ
×
ຊື່ທ້ອງຖີ່ນ:
ໄທ: ຊະມັດເຊັດ, ຊະມົດຊຽງ ແລະ ມູສັງ.
ຊື່ສາມັນ: small Indian civet.
ຊື່ພ້ອງ
:
ຊື່ສະກຸນ:
Viverridae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ຕະກູນ Viverridae. ຜ່ານການສັງເກດ ແລະ ຕີລາຄາດ້ານຕ່າງໆເຊັ່ນ: ຂະໜາດ, ທ່າທາງໃນການຍ່າງ ແລະ ອຸປະນິໄສເຫັນວ່າພວກມັນຈະກາຍເປັນສັດທີ່ກິນທັງພືດ ແລະ ສັດ (omnivorous) ຄືເຫງັນອົ້ມ, ພວກມັນກິນໝາກໄມ້ ຕາມລະດູການທີ່ແນ່ນອນ. ຕາຂອງມັນມີແສງສະທ້ອນເຫຼື້ອມຄືກັບແສງໄຟສາຍ. ທົ່ວໂລກມີຢູ່ 66 ຊະນິດໃນ 37 ສະກຸນ (genera). ຢູ ສປປ ລາວ ມີ 9 ຊະນິດ ມີ 8 ສະກຸນ (genera)
ເຫງັນທາງກ່ານນ້ອຍ / Viverricula indica ຫົວ ແລະ ລໍາໂຕຍາວ: 54-63 ຊມ. ຫາງຍາວ: 30-43 ຊມ. ເປັນຊະນິດທີ່ມີລໍາຕົວນ້ອຍກວ່າເຫງັນແຜງຫາງປ່ອງ ແລະ ຂາສັ້ນກວ່າ, ຫູທັງສອງຂ້າງຢູ່ໃກ້ກັນ, ມີຈຸດໆຢູ່ຕາມລຳຕົວ, ບໍລິເວນຄໍມີກ່ານສິດຳ ແລະ ຂາວຕາມລວງຂວາງ ແຕ່ບໍ່ສາມາດສັງເກດເຫັນຢ່າງເດັ່ນຊັດຄືກັບເຫງັນແຜງຫາງກ່ານດໍາ. ບໍ່ມີແຖບສີດໍາ ແລະ ຂາວຢູ່ແກ້ມ, ບໍລິເວນຄໍ ຫຼື ຫຼັງບໍ່ມີຂົນໜາ, ໂດຍສະເພາະຢູ່ເຂດກະໂພກມີລາຍເປັນແຊກໆຕາມລວງຍາວ, ເບື້ອງຂ້າງມີຈຸດໆ. ຫາງຂອງມັນມີວົງແຫວນເປັນສີດໍາກ່ານຂາວແຕ່ 6-9 ວົງ ແລະ ປາຍຫາງສີຂາວ ເຊິ່ງບໍ່ມີໃນເຫງັນແຜນຫາງກ່ານດຳ ອຸປະນິໄສ: ເປັນສັດຫາກິນຕາມໜ້າດິນໃນຕອນກາງຄືນພວກມັນນອນຢູ່ຮູໃຕ້ດິນ. ສ່ວນຫລາຍອາຫານຂອງມັນໄດ້ແກ່ໜູ, ນົກ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນໍ້າ, ໝາກໄມ້ ແລະ ຮາກໄມ້. ຖິ່ນອາໄສ: ໂດຍປົກກະຕິມັກພົບຢູ່ຕາມເຂດທີ່ເປີດແປນ ແລະ ພົບຢູ່ປ່າໂຄກ, ແຄມປ່າ, ທົ່ງຫຍ້າ, ຟຸ່ມໄມ້, ບາງຄັ້ງຄາວຍັງພົບຢູ່ກາງປ່າເລິກ, ພົບຢູ່ທຸກໆພາກຂອງປະເທດ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ອາຫານ:
ຊີ້ນ: ໃຊ້ເປັນອາຫານ.
ສິນຄ້າ: ພົບເຫັນວ່າງຂາຍຕາມຕະຫຼາດບາງທ້ອງຖິ່ນ.
ຄຸນປະໂຫຍດ: ຊ່ວຍໃນການກະຈາຍພັນພືດໃນປ່າ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ຈອຫ໌ນ ພາຣ໌, ກະມົນ ໂກມົນຜະລິດ ແລະ ມົງຄົນ ວົງກາລາສິນ. (1999). ສັດລຽງລູກດ້ວຍນ້ຳນົມໃນປະເທດລາວ. ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.
Chuang, S.-A., Lee, L.-L. (1997). Food habits of three carnivore species (Viverricula indica, Herpestes urva, and Melogale moschata) in Fushan Forest, northern Taiwan. Journal of Zoology, 243(1): 71-79.
Su, H.-h., Su, Y.-c., Huffman, M.A. (2013). Leaf swallowing and parasitic infection of the
Chinese lesser civet Viverricula indica in northeastern Taiwan. Zoological Studies, 52(22): 1-8.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet:
,