ເລກລຳດັບທີ: 3684
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ປີງ
ປີງ

Hirudinaria manillensis (Lesson,1842)


ສັດ
ກຸ່ມຂີ້ກະເດືອນ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ປີງ ແລະ ປີງຢາ ຈີນ: 水蛭.

ຊື່ພ້ອງ :

ຊື່ສະກຸນ:
Hirudinea

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
      ປີງເປັນສັດບໍ່ມີກະດູກສັນຫຼັງ, ເປັນສັດສອງເພດ ຫຼື ກະເທີຍ ເພາະມີທັງເພດຜູ້ ແລະ ເພດແມ່ໃນໂຕດຽວກັນ, ສ່ວນຫຼາຍອາໃສ່ຢູ່ນ້ຳຈືດ ມີບາງຊະນິດທີ່ພົບຢູ່ເທິງບົກ ແລະ ໃນແຫຼ່ງນ້ຳເຄັມ, ດຳລົງຊິວິດເປັນແບບອີງອາໄສຊົ່ວຄາວ, ດູດເລືອດສັດອື່ນເປັນອາຫານ. ລຳໂຕຍາວຕັ້ງແຕ່ 0,5-10 ຊມ, ລຳໂຕມີປ້ອງທີ່ສາມາດເຫັນໄດ້ຊັດເຈນ, ມີຈຳນວນປ້ອງພາຍນອກລຳໂຕ ແລະ ພາຍໃນບໍ່ເທົ່າກັນ, ປ້ອງພາຍນອກລຳໂຕມີປະມານ 102 ປ້ອງ, ປ້ອງພາຍໃນລຳໂຕມີປະມານ 32 ປ້ອງ, 4 ປ້ອງດ້ານໜ້າຈະເປັນຫົວ, ສີນ້ຳຕານ ຫຼື ສີດຳ, ມີສະໝອງຢູ່ສວນໜ້າ ແລະ ມີປາກທີ່ມີອະໄວຍະວະດູດຍຶດຂະໜາດໃຫຍ່, ຖັດມາອີກ 21 ປ້ອງ, ຈະເປັນຊ່ວງລຳໂຕເຊິ່ງເປັນປົມປະສາດຢູ່ຕະຫຼອດລຳໂຕ ແລະ ມີອະໄວຍະວະສືບພັນ, ອີກ 7 ປ້ອງສຸດທ້າຍຈະເຊື່ອມເຂົ້າກັນ, ມີສະໝອງສ່ວນທ້າຍ ແລະ ມີອະໄວຍະວະຍຶດເກາະສ່ວນທ້າຍລຳໂຕ. 

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ໃກ້ຖືກຄຸກຄາມ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ເອັນໄຊ໌ມ ແລະ ສານປະກອບທີ່ທີພົບນ້ຳລາຍຂອງປີງທີ່ໃຊ້ຮັກສາພະຍາດໄດ້:




  • Hirudin: ມີສັບພະຄຸນຊ່ວຍໃນການຢັບຢັ້ງການແຂງຕົວຂອງເລືອດໂດຍຈັບກັບ thrombin

  • Calin: ຊ່ວຍຢັບຢັ້ງການແຂງຕົວຂອງເລືອດ ແລະຢັບຢັ້ງການຕົກຕະກອນຂອງເກັດເລືອດທີ່ເປັນຄໍລາເຈນ

  • Destabilase: ມີສັບພະຄຸນກ່ຽວກັບການຈື່ຈຳ, ຊ່ວຍລະລາຍ Destabilase ທີ່ຈະເຮັດໃຫ້ເກີດຫຼິ່ມເລືອດ

  • Hirustasin: ຊ່ວຍຢັບຢັ້ງ trypsin ແລະ chymotrypsin

  • Bdellins: ຊ່ວຍຕ້ານການອັກເສບ, ຢັບຢັ້ງທຣິບຊີນ (trypsin), plasmin ແລະ acrosin

  • Hialuronidase:ເປັນສານປະຕິຊີວະນະ (antibiotic)

  • Tryptase inhibitor: ຢັ້ບຢັ້ງເອັນໄຊ໌ມ proteolytic enzyme ໃນ mast cell ຂອງເຈົ້າບ້ານ

  • Eglins: ຕ້ານການອັກເສບ, ຢັ້ບຢັ້ງການຂະຫຍາຍຕົວຂອງແອນຟາໄຄຣໂມທຣິບຊິນ ແລະ chymase

  • Carboxipeptidase A inhibitors: ເພີ່ມການໄຫຼ່ວຽນຂອງເລືອດໃນບໍລິເວນທີ່ຖືກດູດ

  • Carboxipeptidase A inhibitors: ຊ່ວຍເຮັດໃຫ້ຫຼອດເລືອດຂະຫຍາຍຕົວ

  • Histaminelike substances: ຊ່ວຍໃນການໄຫຼ່ວຽນຂອງເລືອດ ແລະ ການຂະຫຍາຍຕົວຂອງຫຼອດເລືອດໄດ້ດີ.

  • Acetylcholine: ເຮັດໃຫ້ຫຼອດເລືອດຂະຫຍາຍ

  • Anesthetics substance: ເປັນຢາຊາ.



ສັບພະຄຸນ: 




  • ຊ່ວຍກຳຈັດການແຂງຕົວຂອງເລືອດພາຍໃນຮ່າງກາຍ, ຊ່ວຍຂັບປະຈັບເດືອນ, ມີກ້ອນເລືອດຂັງໃນທ້ອງ, ໃນກໍລະນີໄດ້ຮັບບາດດເຈັບ ຫຼື ຕົກເລືອດພາຍໃນ, 



ຂໍ້ຄວນລະວັງ:




  • ຫ້າມໃຊ້ໃນແມ່ຍິງຖືກພາ 



ສິນຄ້າ: ປັດຈຸປັນປິງຖືເປັນສິນຄ້າທີ່ມີລາຄາແພງ ແລະ ຫາຢາກຢ່າງໜຶ່ງເນື່ອງຈາກມີປະລິມານຂອງປະຊາກອນຫຼຸດລົງເພາະການຫາເພື່ອຂາຍອອກຂອງປະຊາຊົນຢ່າງກ້ວາງ. 



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Whitaker, I.S., Rao, J., Izadi, D., Butler, P.E. (2004). Historical Article: Hirudo medicinalis: ancient origins of, and trends in the use of medicinal leeches throughout history. Br J Oral Maxillofac Surg, 42(2):133-7.
Kutschera, U., Elliott, J. (2014). The European medicinal leech Hirudo medicinalis L.: Morphology and occurrence of an endangered species. Zoosyst. Evol. 91 (2): 271–280
Davoodi, F., Taheri, S., Raisi, A., Rajabzadeh, A., Zakian, A., Hablolvarid, M.H., Ahmadvand, H. (2021). Leech therapy (Hirudo medicinalis) attenuates testicular damages induced by testicular ischemia/reperfusion in an animal model. Davoodi et al. BMC Veterinary Research, 17:256
Kvist, S., Manzano-Marín, A., de Carle, D., Trontelj, P., Siddall, M.E. (2020). Draft genome of the European medicinal leech Hirudo medicinalis (Annelida, Clitellata, Hirudiniformes) with emphasis on anticoagulants. Scientific Reports, 10:9885.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: