ເລກລຳດັບທີ: 3671
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2024-10-19

ງູດ່າງແຫ່
Yellow-spotted keelback

Fowlea flavipunctatus (Hallowell, 1860)


ສັດ
ສັດເລືອຄານ
ສັດເລືອຄານ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
ງູປາ ( Yellow-spotted Keelback Water Snake)

ຊື່ພ້ອງ :
Col quincunciatus Schlegel, 1837
Nerodia piscator Wall, 1921
Tropidonotus piscator subsp. ornatus Wall, 1907
Xenochrophis flavipunctatus (Hallowell, 1860)

ຊື່ສະກຸນ:
Colubridae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລຳຕົວສ່ວນເທິງເປັນສີຂຽວມົ່ນ ຫຼື ສີເທົາອົມຂຽວ, ບາງຄັ້ງມີສີແດງ ແລະ ມີຈຸດສີດຳທີ່ປ່ຽນເປັນລວດລາຍຕາຄ່າຍໄປທາງດ້ານຫຼັງ, ໜ້າຜາກເປັນສີຂຽມປົນເທົາ ຫຼື ສີເທົາເຂັ້ມ, ມີເສັ້ນສີເຂັ້ມສອງເສັ້ນຍາວຕັ້ງແຕ່ຕາ ແລະ ມີແຖບສີເຂັ້ມທີ່ຂາດໆຫາຍໆ ພາດຜ່ານຄາງກັນໄກລົງໄປຄໍ ເປັນຮູບໂຕວີ ໂດຍມີເສັ້ນເຄິ່ງກາງເປັນເສັ້ນນ້ອຍໆ. ທ້ອງເປັນສີຂຽວ, ສີຄີມ ຫຼື ສີເຫຼືອງ, ລຳຕົວຮູບຊົງກະບອກ, ແຂງແຮງ ແລະ ມີຄວາມຍາວ 97,4 ຊມ. [1]
ພຶດຕິກຳ: ງູຊະນິດນີ້ຫາກິນໃນຍາມກາງເວັນ ແລະ ອາໄສຢູ່ຕາມພື້ນທີ່ຊຸ່ມນ້ຳ ທີ່ຄົນມັກເຮັດກະສິກຳ ເຊັ່ນ ທົ່ງນາ ແລະ ຄູນ້ຳ. ກິນປາ ແລະ ກົບຂຽດເປັນອາຫານ. [2]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia, China, Lao, Myanmar, Taiwan, Thailand and Viet Nam: [4]
ມີຖິ່ນກຳເນີດໃນກຳປູເຈຍ, ຈີນ, ລາວ, ມຽນມາ, ໄຕ້ຫວັນ, ໄທ ແລະ ວຽດນາມ. [4]

Global distribution between 1909 to 2025. Source: [3].
ເຂດກະຈາຍພັນລະຫວ່າງປີ 1909 ຫາ 2025 ແຫຼ່ງທີ່ມາ: [3]

ເຂດກະຈາຍພັນໃນລາວ :
ທົ່ງພຽງວຽງຈັນ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ໜອງບຶງ ແລະ ດິນຖານຕົມ
ທົ່ງນາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ງູຊະນິດນີ້ຖືກຊື້ຂາຍກັນຢ່າງກວ້າງຂວາງ ໃນຮ້ານຂາຍສັດເລືອຄານໃນຫວຽດນາມ ເພື່ອຈຸດປະສົງໃນທາງການແພດ ແລະ ເປັນງູທີ່ນິຍົມໃຊ້ດອງ ໂດຍສະເພາະ ໃນແຫຼ່ງທ່ອງທ່ຽວ ເຊິ່ງເປັນເຄື່ອງດືມດັງເດີມຂອງຫວຽດນາມ ໂດຍຈຳນຳງູທັງຕົວໄປແຊ່ໃນເຫຼົ້າຂາວ ຫຼື ເຫຼົ້າຈາກທັນຍາພືດ. [4]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
ສະພາບໂດຍລວມ: ຈຳເປັນຕ້ອງມີການສຶກສາທາງດ້ານອານຸກົມວິຖານຢ່າງດ່ວນ ເພື່ອຊີ້ແຈງຂອບເຂດຂອງສາຍພັນລະຫວ່າງ Xenochrophis flavipunctatus ແລະ Xenochrophis piscator ໃນລາວ, ກຳປູເຈຍ ແລະ ຫວຽດນາມ. ຄວາມຈຳນນີ້ມີຄວາມເລັ່ງດ່ວນເປັນພິເສດ ເນື່ອງຈາກພູມມີພາກເຫຼັ່ານີ້ຄວບຄຸມພື້ນທີ່ທີ່ມີການຄ້າຂາຍສາຍພັນ Xenochrophis ຈຳນວນຫຼາຍເພື່ອຈຸດປະສົງທາງການຄ້າ. ເພື່ອສະໜັບສະໜຸນຄວາມພາຍາຍາມໃນການອານຸລັກ ຄວນຈຳກັດການຄ້າ ໃນຊ່ວງລະດູປະສົມພັນ ເພື່ອປົກປ້ອງປະຊາກອນໃນການສືບພັນ. [4]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Yellow-spotted keelback. [1] iNaturalist [Online]. Uploaded on 23 March 2024 by: zhangyujuan. Available: https://www.inaturalist.org/photos/360022373. [Accessed: 04 October 2024]
Yellow-spotted keelback up close. [2] iNaturalist [Online]. Uploaded on 16 May 2024 by: daniel_liepack. Available: https://www.inaturalist.org/photos/382197572. [Accessed: 04 October 2024]
Yellow-spotted keelback. [3] iNaturalist [Online]. Uploaded on 25 May 2024 by: gavingoodwan. Available: https://www.inaturalist.org/photos/386306509. [Accessed: 04 October 2024]

ອ້າງອິງ:
[4] N. Das, “A Natural List's Guide to the Snake in Thailand and Southeast Asia”, Klong Toey, Bangkok: Asia Book, 2021
[5] Global Biodiversity Information Facility (GBIF), “Fowlea flavipunctatus (Hallowell, 1860)” [Online]. Available: https://www.gbif.org/species/11204069. [Accessed: 04 October 2024].
[6] IUCN Red List, “Fowlea flavipunctatus,” [Online]. Available: https://www.iucnredlist.org/species/192120/2042661. [Accessed: 11 July 2024]

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
Biologists Daniela Barcelo