ໝີຄົນ
Sun Bear
Helarctos malayanus (Raffles, 1821)
ສັດ
ສັດລ້ຽງລູກດ້ວຍນົມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ເໝືອຍ, ຫມີຫມາ (Dog Bear, Honey Bear, Malayan Sun Bear)
ອະນຸກົມວິຖານ
- ອານາຈັກ
- Animalia
- ເຫຼົາ
- Chordata
- ຊັ້ນ
- Mammalia
- ອັນດັບ
- Carnivora
- ຊື່ສະກຸນ
- Ursidae
- ສະກຸນ
- Helarctos
- ຊະນິດ
- Helarctos malayanus
ຊະນິດຍ່ອຍ
Helarctos malayanus euryspilus
Helarctos malayanus malayanus
Helarctos malayanus malayanus
ຊື່ພ້ອງ
Helarctos euryspilus Horsfield, 1826
Ursus malayanus Raffles, 1822
Ursus malayanus Raffles, 1822
ບັນຍາຍລັກສະນະທາງພືດສາດ
ລຳຕົວທົ່ວໄປມີສີດຳ ຫຼື ສີນ້ຳຕານເຂັ້ມ ໂດຍມີລວດລາຍເປັນຮູບໂຕ U ຫຼື ວົງມົນທີ່ມີສີຂາວ, ສີເຫລືອງ ຫລື ສີສົມທີ່ໂດດເດັ່ນຢູ່ຫນ້າເອິກ. ໂດຍປົກກະຕິແລ້ວ ເພດຜູ້ຈະມີຂະໜາດໃຫຍ່ກ່ວາເພດແມ່, ຕົວເຕັມໄວສາມາດສູງໄດ້ປະມານ 100 ຫາ 150 ຊັງຕີແມັດ ແລະ ມີນ້ຳຫນັກ 30 ຫາ 80 ກິໂລກຼາມ, ຫາງຍາວ 3 ຫາ 7 ຊັງຕີແມັດ.
ລັກສະນະເດັ່ນ: ສັດຊະນິດນີ້ມີອຸ້ງຕີນທີ່ໃຫ່ຍ, ຂາຫນ້າໂຄ້ງ ຫັນເຂົ້າດ້ານໃນ, ມີເລັບຍາວເພື່ອໃຊ້ປີນຕົ້ນໄມ້, ປາກສັ້ນ, ຫູູນ້ອຍ ແລະ ຂົນສັ້ນ ເໝາະສຳລັບການດຳລົງຊີວິດຢູ່ເທິງຕົ້ນໄມ້. ລິ້ນຂອງມັນມີຄວາມຍາວ 20 ຫາ 25 ຊັງຕີແມັດ
ສຳລັບເລຍ ແມງໄມ້ ແລະ ນ້ຳເຜິ້ງ.
ອາຫານ: ສັດເຫລົ່ານີ້ມັກຈະກິນໝາກໄມ້ຈາກຕົ້ນໄມ້ເປັນຫລັກ. ມັນມັກກິນໝາກໄມ້ຫຼາກຫຼາຍຊະນິດ ລວມທັງສັດຂະໜາດນ້ອຍທົ່ວໄປ ເຊັ່ນ: ໂຕນົກ, ສັດເລືອຄານ, ສັດລ້ຽງລູກດ້ວຍນ້ຳນົມ...
ການປະສົມພັນ: ສັດເຫຼົ່ານີບໍ່ມີລະດູການປະສົມພັນທີ່ແນ່ນອນ, ການຖືພາຈະໃຊ້ເວລາປະມານ 3 ຫາ 3.5 ເດືອນ, ຖ້າຫາກເພດແມ່ສູນເສຍລູກຂອງມັນໄປ ໂດຍປົກກະຕີແລ້ວມັນຈະສາມາດຖືພາໄດ້ອີກຄັ້ງ ພາຍໃນ 2 ຫາ 5 ອາທິດ.
ແຫຼ່ງທີ່ມາ: [1], [2],

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Bangladesh, Brunei Darussalam, Cambodia, India, Indonesia, Lao People's Democratic Republic, Malaysia, Myanmar, Thailand, Viet Nam, Singapore and China
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້, ພູພຽງບໍລິເວນ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ
ໝີເປັນສັດທີ່ອາໄສຢູ່ຕາມປ່າ ໂດຍມັກອາໄສຢູ່ໃນປ່າດົງດິບຂະໜາດໃຫຍ່ ຫຼື ປ່າທີ່ມີໂຄງສ້າງຕົ້ນໄມ້ໃຫຍ່ [4]. ພວກມັນມັກຈະເຮັດຮັງຢູ່ເທິງຕົ້ນໄມ້ໂດຍການນຳໃຊ້ງ່າ ແລະ ໃບໄມ້. ເຖິງແມ່ນວ່າພວກມັນຈະມັກໃຊ້ເວລາສ່ວນຫລາຍຢູ່ເທິງຕົ້ນໄມ້ ແຕ່ພວກມັນຍັງມັກພັກຜ່ອນຢູ່ຕາມພືນດິນ, ໃນໂພງໄມ້. [1]
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
N/A
ບັນຊີໄມ້
N/A
ໝີຄົນ ກຳລັງປະສົບກັບການຫຼຸດລົງຂອງຈຳນວນປະຊາກອນ ເນື່ອງຈາກສູນເສຍຖິ່ນທີ່ຢູ່ອາໄສ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ ລວມທັງການສະແຫວງຫາຜົນປະໂຫຍດຂອງຄົນ. ສັດຊະນິດຈຳເປັນຕ້ອງໄດ້ພິ່ງພາປ່າໄມ້ ດັງນັ້ນ, ການສູນເສຍປ່າໄມ້ຈຶ່ງສົ່ງຜົນໂດຍຕົງຕໍ່ກັບການຫຼຸດລົງຂອງຈຳນວນປະຊາກອນ ດັງນັ້ນ, ສັດຊະນິດນີ້ຈຶ່ງຕົກຢູ່ໃນພາວະທີ່ສຽງຕໍ່ການສູນພັນ.
ໃນປະເທດລາວ ສັດປ່າບັນຊີ I ແມ່ນ ສັດປ່າທີ່ຫາຍາກ, ຖືກໄພຂົ່ມຂູ່ ແລະ ມີຄວາມສ່ຽງຕໍ່ການສູນພັນ, ມີຄວາມສໍາຄັນຕໍ່ລະບົບນິເວດ, ການທ່ອງທ່ຽວແບບອະນຸລັກ ແລະ ການສຶກສາຄົ້ນຄວ້າດ້ານວິທະຍາສາດ.
ສັດປ່າບັນຊີ I ຕ້ອງໄດ້ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ.
ແຫຼ່ງທີ່ມາ: [4], [5]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ຫ້າມນຳໃຊ້
ພວກເຮົາໃນນາມ PKL ພວກເຮົາບໍ່ສະຫໜັບສະໜູນການລ່າ ສັດຊະນິດນີ້ເນື່ອງຈາກມີຄວາມສ່ຽງສູງທີ່ຈະໃກ້ຈະສູນພັນ, ແລະ ການອານຸລັກຄວາມຫຼາກຫຼາຍທາງຊີວະນາໆພັນຕ່າງໆ ຖືເປັນສິ່ງສຳຄັນຢ່າງຍິ່ງໃນການຮັບຮອງການມີຢູ່ ແລະ ການຢູ່ຮ່ວມກັນກັບພວກເຮົາໃນໄລ່ຍະຍາວ.
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ: ໝີຖືກຄຸກຄາມໂດຍການຕັດໄມ້ທຳລາຍປ່າ ແລະ ການລ່າເພື່ອການຄ້າເປັນຫຼັກ ເຊິ່ງເກີດຂື້ນໃນລະດັບທີ່ແຕກຕ່າງກັນໄປຕາມແຕ່ລະພື້ນທີ່, ການຂ້າເນື່ອງຈາກຄວາມຂັດແຍ່ງລະຫວ່າງມະນຸດກັບໝີເປັນໄພຄຸກຄາມເພີ່ມເຕີມ, ເຖິ່ງວ່າຜົນກະທົບບໍ່ສາມາດເບິ່ງເຫັນໄດ້ຊັດເຈນກໍ່ຕາມ. ການຄ້າຂາຍໝີ ແລະ ສິ້ນສ່ວນຂອງໝີຖືວ່າເປັນໄພຄຸກຄາມທີ່ຮ້າຍແຮງລະດັບທີ່ສອງຕໍ່ກັບປະຊາກອນໝີ. ຜູ້ຊ່ຽວຊານລະດັບພູມີພາກ ມີການລາຍງານວ່າການລັກລອບລ່າໝີເພື່ອການຄ້າເປັນໄພຄຸກຄາມລະດັບປານກາງ ຫາຮຸນແຮງໃນທຸກປະເທດທີ່ມີແຫຼ່ງທີ່ຢູ່ອາໄສ. [4]
ການຕິດຕາມປະຊາກອນ: ຜູ້ຊ່ຽວຊານໃນພູມີພາກລາຍງານວ່າ ຈຳນວນປະຊາກອນຂອງໝີຫຼຸດລົງໃນ 8 ຫາ 10 ປະເທດທີ່ມີແຫຼ່ງທີ່ຢູ່ອາໄສໃນປັດຈຸບັນ, ມີການປະເມີນຂະໜາດປະຊາກອນຂອງໝີທີ່ເຊື່ອຖືໄດ້ໜ້ອຍຫຼາຍ ແລະ ມີການສຶກສາຈຳນວນໜ້ອຍທີ່ສາມາດວັດແທກແນວໂນ້ມຈຳນວນປະຊາກອນໄດ້ [4]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
Sun Bear. [1] iNaturalist [Online]. Uploaded on 04 December 2022 by M. Baum garten. Available: https://www.gbif.org/occurrence/4165789200. [Accessed: 02 October 2024]
Sun bear is climbing the tree. [2] iNaturalist [Online]. Uploaded on 01 September 2024 by S. V. D. Meulen. Available: https://www.gbif.org/occurrence/4946433183. [Accessed: 01 October 2024]
Sun bear. [3] iNaturalist [Online]. Uploaded in May 2021 by D. Diller. Available: ttps://www.inaturalist.org/observations/80598589. [Accessed: 01 October 2024]

[4] D. Pratumthong and A. m. ph. Khlaipet, “Mammals of Natural World
Heritage Thung Yai Naresuan – Huai Kha Khaeng,” Pathum Thani, Thailand: national Science Museum Thailand, 2022.
[5] Ch. R. M. Francis, “Mammals of Thailand & South – East Asia,”
Bangkok, Thailand: Asia book, 2001.
[6] Global Biodiversity Information Facility (GBIF), “Helarctos malayanus
(Raffles, 1822),” [Online]. Available: https://www.gbif.org/species/2433403. [Accessed: 02 October 2024]
[7] IUCN Red List, “Sun bear,” [Online]. Available:
https://www.iucnredlist.org/species/9760/123798233. [Ac-cessed: 02 October 2024]
[8] ສະພາແຫ່ງຊາດ, “ກົດມາຍວ່າດ້ວຍສັດປ່າ (ສະບັບປັບປຸງ),” 2023.
[online]. Available: https://shorturl.at/MjWv3.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,