ເລກລຳດັບທີ: 3651
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-16

ຫມາໄນ
Dhole

Cuon alpinus (Pallas, 1811)


ສັດ
ສັດລ້ຽງລູກດ້ວຍນົມ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ໝາປ່າ ( Red dog, Indian dhole, Indian wild dog and Asiatic wild dog.)

ຊື່ພ້ອງ :
Canis alpinus Pallas, 1811

ຊື່ສະກຸນ:
Canidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ໝາໄນ ແມ່ນສັດເປັນສັກປ່າສາຍພັນໜຶ່ງທີ່ມີຂະໜາດໃຫຍ່ທີ່ສຸດໃນບັນດາຫມາປ່າໃນຖິ່ນທີ່ຢູ່ອາໄສຂອງມັນ. ຂົນຂອງມັນຈະມີສີແຕກຕ່າງກັນໄປ ແຕ່ໂດຍທົ່ວໄປຈະມີສີນ້ຳຕານແດງ ເຂັ້ມດ້ານຫຼັງຂອງລຳຕົ້ນ ແລະ ສີຂາວອ່ອນຢູ່ທາງດ້ານລຸ່ມ. ມີຫາງຍາວຟູ ແລະ ມີສີດຳ. ໃບຫູຂອງມັນຄ່ອນຂ້າງສັ້ນ ແລະ ມີຮູບຮ່າງກົມ ເພີ່ມຄວາມໂດ່ນໃຫ້ກັບລັກສະນະພາຍນອກຂອງມັນ [1]. ໝາໄນ ແມ່ນສັດຕະກູນໝາທີ່ມີຂະໜາດປານກາງ, ມີຄວາມຍາວຂອງສ່ວນຫົວ ແລະລຳຕົ້ນປະມານ 90 ຊມ, ຄວາມຍາວຂອງຫາງ 40 ຫາ 45 ຊມ ແລະ ສູງຈາກພື້ນຈົນເຖິງຫົວໄຫຼ່ 50 ຊມ. [2]
ພຶດຕິກຳ: ໂດຍທົ່ວໄປຈະອອກຫາກິນໃນເວລາຕອນແລງ (crepuscular) ແຕ່ກໍ່ສາມາດພົບໄດ້ທັງຕອນກາງວັນ ແລະ ກາງຄືນ. [3]
ອາຫານ: ອາຫານປົກກະຕິຂອງມັນປະກອບດ້ວຍແມງໄມ້, ໜູ ແລະ ນົກ ໃນຂະນະທີ່ບາງຄັ້ງກໍກິນຫຍ້າ ແລະ ພືດອື່ນໆ. ນອກຈາກນັ້ນ ມັນຍັງລ່າສັດລ້ຽງລູກດ້ວຍນົມຂະໜາດກາງ ແລະ ໃຫຍ່ອີກດ້ວຍ. [3]
ການຂະຫຍາຍພັນ: ເພດແມ່ມີຫົວນົມປະມານ 12 ຫາ 14 ເຕົ້າ ແລະ ມັກຈະອອກລູກຄອກລະ 1 ຫາ 5 ຕົວ ໃນຊ່ວງເດືອນມັງກອນຫາມີນາ. ພວກມັນມັກຈະປະສົມພັນໃນຖໍ້າ, ໃຕ້ແຜ່ນຫິນ ແລະ ບາງຄັ້ງມີຕົວແມ່ຫຼາຍຕົວແບ່ງປັນຖ້ຳດຽວກັນເພື່ອປະສົມພັນ. [4]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bangladesh, Bhutan, Cambodia, China, India, Indonesia, Laos, Malaysia, Myanmar, Nepal and Thailand. [6]

Global distribution of Cuon alpinus beyween 1845 to 2025. Source: [5].

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າເຫຼົ່າແກ່
ປ່າດົງດິບ
ປ່າໂຄກ
ປ່າແປກ
ທົ່ງຫຍ້າ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ

ການນຳໃຊ້
ປະເພດການນຳໃຊ້:
ບໍ່ແນະນຳໃຫ້ໃຊ້

ບັນຍາຍການນຳໃຊ້:
ທີມງານພາເຂົ້າລາວ ຂໍຫ້າມຢ່າງເດັດຂາດຕໍ່ການເກັບກ່ຽວ, ການລ່າ , ການຄ້າຂາຍ ຫຼື ການນຳໃຊ້ສັດຊະນິດນີ້, ເພື່ອໃຫ້ເໜ້ນໜັກເຖິ່ງຄວາມສຳຄັນຂອງການອານຸລັກຖິ່ນທີ່ຢູ່ອາໄສ, ການຈັດການໄພຂົ່ມຂູ່, ການຕິດຕາມປະຊາກອນ, ຕະຫຼອດຮອດການນ້ຳໃຊ້ກົດໝາຍ ແລະ ນະໂຍບາຍຕ່າງໆໃຫ້ມີປະສິດທິພາບ.

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ຊະນິດຈາກປ່າ:

ສະພາບໂດຍລວມ:
ໝາໄນປະສົມພັນໃນຊ່ວງເດືອນ ພະຈິກ ຫາເດືອນ ມີນາ. [2]

ການທີ່ມີໝາໄນຢູ່ໃນພື້ນທີ່ປ່າສະຫງວນ: ເຖິ່ງແມ່ນວ່າໝາໄນຈະຢູ່ໃນພື້ນທີ່ຄຸ້ມຄອງ ແຕ່ໝາໄນຍັງບໍ່ມີມາດຕະການໃນການອານຸລັກທີ່ຖືກເປົ້າໝາຍ ໃນພື້ນທີ່ສ່ວນໃຫຍ່, ຂຳນວນປະຊາກອນຂແງເຫຍື່ອບໍ່ພຽງພໍ ເຮັດໃຫ້ຄວາມພາຍາຍາມໃນການອານຸລັກໃນໄລ່ຍະຍາວມີອຸປະສັກ. ໃນເຂດປ່າສະຫງວນຂະໜາດໃຫຍ່ (>750 km²) ແລະ ປະເພດປ່າຄຸ້ມຄອງທີ່ຂະຫຍາຍຕົວໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ມີຄວາມສຳຄັນຫຼາຍ ຕໍ່ການມີຢູ່ຂອງປະຊາກອນໝາໄນ. [6]

ການອານຸລັກທີ່ຢູ່ອາໄສ:
ການຫຼຸດລົງຂອງປະຊາກອນທີ່ເປັນເຍື່ອ: ການຫຼຸດລົງຂອງເຫຍື່ອ ເຊິ່ງສ່ວນໃຫຍ່ເກີດຈາກລ່າຫຼາຍເກີນໄປ ເປັນປັດໄຈຫຼັກທີ່ເນັດໃຫ້ຈຳນວນສັດປ່າຫຼຸດລົງເປັນຈຳນວນຫຼາຍ ໂດຍສະເພາະແມ່ນເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ມີປະຊາກອນຂອງສັດຕີນກີບຫຼຸດລົງເປັນຈຳນວນຫຼາຍ. [6]
ການສູນເສຍ ແລະ ການປ່ຽນແປງທີ່ຢູ່ອາໄສ: ການສູນເສຍ ແລະ ການເຊື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ ເຊິ່ງກ່ຽວຂ້ອມກັບການການຫຼຸດລົງຂອງເຫຍື່ອ ແລະ ການລົບກວນຂອງມະນຸດ ເປັນໄພຂົ່ມຂູ່ກັບໝາໄນເປັນຈຳນວນຫຼາຍ ໂດຍສະເພາະອາຊີໃຕ້ ໃນຂະນະທີ່ພື້ນທີ່ທຳມະຊາດຂະໜາດໃຫຍ່ຍັງຄົງມີຢູ່ໃນລາວ ແລະ ກຳປູເຈຍ, ແຕ່ການປ່ຽນແປງ ແລະ ການແຕກແຍກຍັງຄົງດຳເນີນຕໍ່ໄປ. ການສູນເສຍນີ້ເກີດຈາກປັດໄຈຕ່າງໆ ເຊັ່ນ ການຕັດໄມ້ເພື່ອການກະສິກຳ ແລະ ເພາະປູກ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການລ້ຽງສັດ ແລະ ການພັດທະນາໂຄງສ້າງພື້ນຖານ. [6]
ການລ່າ: ການຂ່າເພື່ອລະບ່າຍອາລົມ ຫຼື ກິດຈະກຳການລ່າສັດ ເປັນໄພຂົມຂູ່ສຳຄັນສຳຫຼັກສຳຫຼັບສາຍພັນນີ້ ເຊິ່ງນຳໄປສູການສູນພັນໃນບາງພື້ນທີ່. [6]

ກົດໝາຍ ແລະ ນະໂຍບາຍ:
ການຄຸ້ມຄອງທາງກົດໝາຍ: ເຖິ່ງແມ່ນວ່າຈະໄດ້ຮັບການຄຸ້ມຄອງໂດຍກົດໝາຍໃນຫຼາຍປະເທດ ແລະ ຢູ່ໃນບັນຊີຂອງ CITES Appendix II, ແຕ່ການອານຸຮັກໝາໄນຖືກທຳລາຍໂດຍກາຍການບັງຄັບໃຊ້ກົດໝາຍທີ່ບໍ່ໄດ້ຮັບຜົນເທົ່າທີ່ຄວນ. ການຫຼຸດຄວາມຂັດແຍງລະຫວ່າງມະນຸດໂດຍການມີຄ່າຊົດເຊີຍ ຫຼື ໃຫ້ແຮງຈູງໃຈ ຖືເປັນກົນໄກໃນການອານຸຮັກທີ່ມີແນ້ວໂນມໃນທາງທີ່ດີ. [6]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded in April 2020 by janconl. Available: https://www.inaturalist.org/observations/41552159. [Accessed: Jun. 23, 2025]
[2] iNaturalist [Online]. Uploaded on March 2024 by Arindam Parichha. Available: https://www.inaturalist.org/people/arindam009. [Accessed: Jun. 23, 2025]
[3] iNaturalist [Online]. Uploaded in June 2024 by ge0rgev. Available: https://www.inaturalist.org/observations/222712894. [Accessed: Jun. 23, 2025]

ອ້າງອິງ:
[1] C. Francis, “Mammals of Thailand & South-East Asia”. Bangkok: Asia Books, 2001
[2] Animal Diversity, “Cuon alpinus,” [Online]. Available: https://animaldiversity.org/accounts/Cuon_alpinus/. [Accessed: February 6, 2025]
[3] D. Pratumthong and A. P. Khlaipet, “Mammals of Natural World Heritage Thung Yai Naresuan – Huai Kha Khaeng,” Pathum Thani, Thailand: Na-tional Science Thailand, July 2022.
[4] India Biodiversity, “Cuon alpinus (Pallas, 1811),” [Online]. Available: https://indiabiodiversity.org/species/show/238442. [Accessed: February 6, 2025]
[5] Global Biodiversity Information Facility, “Cuon alpinus (Pallas, 1811),” [Online]. Available: https://www.gbif.org/species/2434317. [Accessed: February 6, 2025]
[6] IUCN. (2015 May, 07). IUCN red list. Retrieved from IUCN red list web site: https://www.iucnredlist.org/species/5953/72477893/.
[7] A. Johnson, “WILDLIFE IN LAO PDR 2024 STATUS REPORT,” Vientiane Capital, Laos PDR: Wildlife Conservation Society Lao PDR Program, 2024.
[8] ສະພາແຫ່ງຊາດ. (2023) ກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸງ)

ຜູ້ສ້າງ Factsheet:
Duangkhae KEONOY

ຜູ້ກວດສອບ Factsheet:
,