ເລກລຳດັບທີ: 3649
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ຫມາຈອກ
Asiatic Jackal

Canis aureus Linnaeus, 1758


ສັດ
ສັດລ້ຽງລູກດ້ວຍນົມ

1 / 1
Image 1


ຊື່ທ້ອງຖີ່ນ:

ຊື່ພ້ອງ :
Aureus aureus Linnaeus, 1758
Canis aureus subsp. algirensis Wagner, 1841
Canis aureus subsp. aureus Linnaeus, 1758
Canis aureus subsp. bea Heller, 1914

ຊື່ສະກຸນ:
Canidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈໍາພວກສັດກິນຊີ້ນ - Meat-eating Mammals: ເຜົ່າ Carnivora
     ເຜົ່ານີ້ປະກອບດ້ວຍກຸ່ມທີ່ມີການກໍານົດຢ່າງຊັດເຈນ. ປະກອບດ້ວຍຕະກຸນ, ໃນນັ້ນ 6 ຕະກຸນພົບເຫັນຢູ່ ສປປ ລາວ. ໃນນີ້ລວມມີ: ໝາ (Canidae), ໝີ (Ursidae), weasels, ນາກ ແລະ ໝາຈອກ (Mustelidae), ເຫງັນ (Viverridae), ຈອນພອນ (Herpestidae) ແລະ ແມວ (Felidae).
      ຫມາຕະກຸນ Cannidae: ໝາທັງໝົດໄດ້ຖືກປັບສະພາບໃຫ້ແທດເໝາະສຳຫຼັບການລ່າໃນພື້ນທີ່ເປີດແປນ, ດັ່ງນັ້ນ, ພວກມັນຈຶ່ງເປັນທີ່ຫາຍາກໃນປ່າປະເພດຕຶບຫນາ. ຕາຂອງໝາມີແສງເຫຼື້ອມເປັນເລົ່າຄືກັບແສງໄຟສາຍ, ໝາທີ່ຄົນລ້ຽງກໍເຊັ່ນດຽວກັນ. ທົ່ວໂລກມີ 3 ຊະນິດ. ສຳລັບໃນ ສປປ ລາວ ມີ 2 ຊະນິດ.      1. ຫມາຈອກ / Canis aureus         ຫົວ ແລະ ລໍາຕົວ ຍາວ: 60-75 ຊມ. ຫາງຍາວ: 20-25 ຊມ. ເປັນໜາທີ່ມີຂະໜາດຂອງລຳຕົວນ້ອຍຄືກັບໝາບ້ານ (ໜາພື້ນເມືອງ) ຂອງອາຊີຕາເວັນອອກສຽງໃຕ້. ໂດຍທົ່ວໄປແລ້ວຈະມີຂົນສີເທົາຈາງອອກ, ສີນ້ຳຕານເຮັດໃຫ້ສາມາດຈຳແນກໝາຊະນິດນີ້ ຈາກໝາປ່າໃຫຍ່ໃນອິນເດຍ, ເຊິ່ງສ່ວນໃຫຍ່ແລ້ວຈະມີຂົນສີແດງຈາງເປັນລາຍທາງຂວາງ, ບາງໂຕຂົນຢູ່ພື້ນທ້ອງມີສີດຳໜ້ອຍຫນຶ່ງ ເຮັດໃຫ້ເປັນລວດລາຍ, ໝາປ່າອິນເດຍບໍ່ມີພາກສ່ວນນີ້. ຫາງເປັນພວງມີຂະໜາດເທົ່າກັບຫາງໝາບ້ານ, ມີສະເພາະສວນທີ່ 3 ເທົ່ານັ້ນມີສີດຳ ເຊິ່ງມີຂົນອ່ອນຫ້ອຍຢູ່ ແລະ ບໍ່ກູດ, ຢູ່ທາງປາຍໜາຂຶ້ນ. ດ້ານຫຼັງຂອງຫູຍັງມີສີສົ້ມອອກແດງອີກດ້ວຍ, ຂາໜ້າຕ່ຳ ແລະ ຢູ່ຫົວມັກມີລັກສະນະຄືມຸງກຸດ. ຕີນກໍ່ມີສີດໍາເຊັ່ນກັນ, ເປັນໝາບ້ານຊະນິດດຽວ, ໃນສະພາບທາໍມະຊາດຢູ່ລາວ, ເບິ່ງຄືວ່າຫມາຫ່າງໄກຈາກບ້ານ ແລະ ຈາກການຈັດຈໍາແນກສັງເກດເຫັນວ່າໝາຈອກແມ່ນມີຄວາມສ່ຽງຕໍ່ການຫາຍາກ ແລະ ໃກ້ຈະສູນພັນ.      ອຸປະນິໄສ: ສ່ວນຫຼາຍແມ່ນເຄື່ອນໄຫວໃນຕອນມີແສງສະຫວ່າງແຕ່ບາງທີກໍ່ເຄື່ອນໄຫວຕະຫຼອດທັງເວັນ ແລະ ຄືນ, ພົບທັງຢູ່ແບບໂດດດ່ຽວ ແລະ ຢູ່ເປັນຄູ່. ໃນການລ່າພວກມັນລ່າສັດລ້ຽງລູກດ້ວຍນ້ຳານົມຂະໜາດນ້ອຍກິນເປັນອາຫານໂດຍສະເພາະແມ່ນພວກສັດເລັມແຫ້ນ ແລະ ຊາກເສດສັດເນົ່າເປື່ອຍ.      ສຽງຮ້ອງ: ໝາຈອກຮ້ອງສຽງດັງຂຶ້ນ ສາມ ຫາ ສີ່ຄັ້ງຕາມລໍາດັບ ແລະ ຕາມດ້ວຍສຽງເຫົ່າໄວໆ 3 ຄັ້ງ.      ຖິ່ນອາໄສ: ສ່ວນຫຼາຍພົບໃນພູມມີປະເທດແບບເປີດແປນ, ໂດຍສະເພາະແມ່ນປ່າໂຄກທີ່ແຫ້ງແລ້ງ, ປະຈຸບັນພົບແຕ່ທາງພາກໃຕ້ແຕ່ກໍອາດຈະພົບໃນບໍລິເວນກວ້າງກວ່ານີ້.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1826 to 2024. Native to Asia except East Asia. Source: [5]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ປ່າດົງດິບ
ປ່າໂຄກ
ປ່າປູກ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:

ບັນຍາຍການນຳໃຊ້:

ອາຫານ: ຊີ້ນໃຊ້ເປັນອາຫານທີ່ນິຍັມຮັບປະທານໃນເຂດຊົນນະບົດ, ເປັນຫວງຫ້າມຂອງ ສປປ ລາວ.


ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Credit pictures:
[1] iNaturalist [Online]. Uploaded on 08 January 2024 by I. V. D. Brugge. Available: https://www.gbif.org/occurrence/4516566644. [Accessed: 26 December 2024]
[2] iNaturalist [Online]. Uploaded on 09 October 2024 by D. T. Kinidis. Available: https://www.gbif.org/occurrence/4954330706. [Accessed: 26 December 2024]
[3] India Biodiversity [Online]. Uploaded by India Biodiversity. Available: https://indiabiodiversity.org/files-api/api/get/raw/img//Canis%20aureus/876.jpg. [Accessed: 26 December 2024]

ອ້າງອິງ:
[1] Animals Diversity, “Canis aureus,” [Online]. Available: https://animaldiversity.org/accounts/Canis_aureus/. [Accessed: 27 De-cember 2024]

[2] P. D. Moehlman and V. Hayssen, “Canis aureus (Carnivore: Canidae),” Maalian Specie, Vol: 50(957) pp14–25, June 2016. [Online]. Available: https://academic.oup.com/mspecies/article/50/957/14/4972817.

[3] D. Pratumthong and A. P. Khlaipet, “Mammals of Natural World Her-itage Thung Yai Naresuan – Huai Kha Khaeng,” Pathum Thani, Thailand: National Science Thailand, July 2022.

[4] Ch. M. Francis, “Mammals of Thailand & South-east Asia,” Bangkok Thailand, Asia book, 2001.

[5] Global Biodiversity Information Facility, “Canis aureus Linnaeus, 1758,” [Online]. Available: https://www.gbif.org/species/5219219. [Ac-cessed: 27 December 2024]

[6] IUCN Red List, “Golden Jackal,” [Online]. Available: https://www.iucnredlist.org/species/118264161/163507876.

[7] ສະພາແຫ່ງຊາດ. (2023) ກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸງ)

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,