ເລກລຳດັບທີ: 3644
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A

ປາຂ່າ
Irrawaddy Dolphin

Orcaella brevirostris (Owen in Gray, 1866)


ສັດ
ສັດລ້ຽງລູກດ້ວຍນົມ

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ໂລມາອີລະວະດີ ແລະ ໂລມາຫົວບາລາມີ.ຊື່ສາມັນ: Irrawaddy dolphin.

ຊື່ພ້ອງ :
Orca brevirostris Owen, 1866
Orcaella brevirostris (Gray, 1866)
Orcaella brevirostris subsp. brevirostris
Orcaella brevirostris subsp. fluminalis Ellerman & Morrison-Scott, 1951
Orcaella fluminalis Anderson, 1871
Orcaella fluminalis Gray, 1871
Orcella brevirostris Anderson, 1871
Orcella brevirostris subsp. fluminalis (Gray, 1871)
Orcella fluminalis Anderson, 1871
Phocaena brevirostris Owen, 1866

ຊື່ສະກຸນ:
Delphinidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ປາວານ, ປາຂ່າ ແລະ ປາໂລມາ – Cetacea: ເຜົ່າ Cetacia
    ສັດໃນຕະກຸນນີ້ແບ່ງອອກເປັນ 3 ຕະກຸນຍ່ອຍຢ່າງຈະແຈ້ງ ຄື: Odonticeti (ປາວານມີແຂ້ວ), Mysticeti (ປາວານບາແລນ) ແລະ Archaeoceti (ສູນພັນໄປແລ້ວ, ພົບເຫັນສະເພາະແຕ່ເປັນ ຊາກຫີນເທົ່ານັ້ນ). ໃນກຸ່ມນີ້ເປັນສັດນ້ຳທັງໝົດ.
      1. ປາວານ – Toothed Whales: ຕະກູນຍ່ອຍ Odontoceti ປາວານມີຮູຫາຍໃຈທາງນອກ 1 ຮູ. ໃນນັ້ນມີ 6 ຕະກຸນເຊິ່ງປະກອບດ້ວຍ 33 ສະກຸນ ແລະ 66 ຊະນິດ, ຢູ່ ສປປລາວບໍ່ພົບໃນຕະກຸນນີ້.
      2. ປາຂ່າ - Dolphins: ຕະກຸນ Delphinidae, ປາຂ່າໂດຍສ່ວນຫຼາຍແລ້ວ ເປັນສັດທີ່ມີຂະໜາດຕົວນ້ອຍຫາປານກາງ, ປາກມີການຂະຫຍາຍຕົວດີ ແລະ ຢູ່ສ່ວນກາງແຫຼມ, ມີຄີຫຼັງ. ພວກມັນມີການແບ່ງໜ້າທີ່ຂອງແຂ້ວທັງສອງເບື້ອງຢ່າງຄັກແນ່. ຕະກຸນ Delphinidea ສ່ວນຫຼາຍອາໄສຢູ່ທະເລ, ປະກອບດ້ວຍ 17 ສະກຸນ ແລະ 32 ຊະນິດໃນທົ່ວໂລກ. ຢູ່ ສປປ ລາວ ມີ 1 ຊະນິດ.
      2.1 ປາຂ່າ/Orcaella brevirostris
       ຫົວ ເຖິງ ຫາງຍາວ: 2.0–2.7 ມ. ຫົວມີລັກສະນະສະເພາະຊົງກົມຄ້າຍຄືໝາກແຕງ, ແຂງແຮງ, ແຕ່ບໍ່ມີຈະງອຍປາກ, ຄີຫຼັງມີຮູບຮ່າງບໍ່ແນ່ນອນ ແຕ່ໂດຍສ່ວນໃຫຍ່ແລ້ວມີຮູບຮ່າງນ້ອຍ ແລະ ມົນ, ຈັບຂ້ອນໄປທາງຫຼັງ, ຫຼັງ ແລະ ຂ້າງມີສີເທົາຟ້າ, ທ້ອງມີສີເທົາຈາງ ຮູບຮ່າງຂອງລຳໂຕຍາວ, ກວ້າງມີຮູບຮ່າງຄືໄມ້ພາຍ. ພວກມັນມີການປ່ຽນແປງທີ່ສໍາຄັນ, ຈຳນວນແຂ້ວ 10 ຄູ່ໃນແຕ່ລະເບື້ອງ, ໂດຍທົ່ວໄປຈະມີແຂ້ວ 17-20 ຄູ່ຢູ່ຄາງກະໄຕແຕ່ລະເບື້ອງ.       ອຸປະນິໄສ: ເປັນສັດທີ່ລອຍນ້ຳຊ້າຢ່າງສະບາຍສະບາຍ, ແຕ່ຈະມີການຫຼົບຫຼີກຢ່າງສະຫຼາດ ແລະ ຍາກທີ່ຈະເຂົ້າໃກ້.       ສຽງຮ້ອງ: ?       ຖິ່ນອາໄສ: ພົບເຫັນຕາມແມ່ນ້ຳໃຫຍ່. ຢູນ້ຳຈືດມີປະຊາກອນຂອງພວກ ມັນກຸ່ມໜື່ງທີ່ອາໄສຢູ່ຕາມລຳແມ່ນ້ຳຂອງບໍລິເວນຕອນໃຕ້ຂອງນ້ຳຕົກຕາດຄອນພະເພັງ, ເຊັ່ນດຽວກັນກັບແມ່ນ້ຳເຊກອງ, ອັດຕະປື ແລະ ຈຳປາສັກ. ປະຈຸບັນໄດ້ມີລາຍງານວ່າມີການສູນພັນໃນເຂດ ສປປລາວ. ອົງການອະນຸລັກໄດ້ປະເມີນທົ່ວໂລກ ໂດຍຈັດເປັນສັດທີ່ໃກ້ຈະສູນພັນສູງສຸດ.

The construction of the Don Sahong dam threatens a key population of the endangered Irrawaddy dolphin. © Roland Seitre / WWF

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1892 to 2024. Native to Bangladesh, Brunei Darussalam, Cambodia, India, Indonesia, Laos Malaysia, Myanmar, Philippine, Singapore, Thailand and Viet Nam
Source: [3]

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ໃກ້ສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ

ການນຳໃຊ້
ປະເພດການນຳໃຊ້:

ບັນຍາຍການນຳໃຊ້:

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.



ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 27 December 2024 by K. Sebastian. Available: https://www.gbif.org/occurrence/4507734746 [Accessed: 30 October 2024]
[2] Fieldmuseum [Online]. Uploaded by M. V. Matillano. Available: https://www.fieldmuseum.org/orcaella-brevirostris. [Accessed: 30 Oc-tober 2024]
[3] iNaturalist [Online]. Uploaded on 26 January 2022 by S. Kr. Thongon. Available: https://www.gbif.org/occurrence/4431198373. [Accessed: 30 October 2024]

ອ້າງອິງ:
[1] Maritime Review, “Irrawaddy Dolphins in the Philippines,” [Online]. Available: https://maritimereview.ph/irrawaddy-dolphins-in-the-philippines/. [Accessed: 30 October 2024]

[2] P. J. Stacey and P. W. Arnold, “Mammalian species
Orcaella brevirostris,” No. 616, pp. 1-8, 4, 1999 [Online]. Available: https://shorturl.at/njZmB.

[3] Global Biodiversity Information Facility (GBIF), “Orcaella brevirostris (Owen in Gray, 1866),” [Online]. Available: https://www.gbif.org/species/2440460. [Accessed: 30 October 2024]

[4] Field Museum, “Orcaella brevirostris,” [Online]. Available: https://www.fieldmuseum.org/orcaella-brevirostris. [Accessed: 30 Oc-tober 2024]

[5] IUCN Red List, “Irrawaddy Dolphin,” [Online]. Available: https://www.iucnredlist.org/species/15419/123790805.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,